ສະຫະຣັຖມອບອຸປກອນ ກວດເຊື້ອ ໂຄວິດ ໃຫ້ລາວ
ສະຫະຣັຖ ອະເມຣິກາ ມອບ ອຸປກອນ ແລະ ນ້ຳຢາກວດ ເຊື້ອໂຄວິດ ໃຫ້ ສປປ ລາວ.
-
ອຸ່ນແກ້ວ ສຸກສະຫວັນ
2020-11-13 -
-
-
Your browser doesn’t support HTML5 audio
ໃນວັນທີ 6 ພຶສຈິກາ ຜ່ານມາ ສະຫະຣັຖ ອາເມຣິກາ ມອບຊຸດນ້ຳກວດເຊື້ອໂຄວິດ19 ແລະ ອຸປກອນນໍາໃຊ້ໃນຫ້ອງວິເຄາະລວມທັງໝົດ 9,200 ຊຸດ ໃຫ້ສູນທົດລອງ ແລະ ລະບາດວິທຍາແຫ່ງຊາດ ຂອງລາວ ຊຶ່ງໃນເບື້ອງຕົ້ນໄດ້ມອບໃຫ້ 4,800 ຊຸດ.
ທ່ານ ປີເຕີ ເຮມ໋ອນ ເອກອັຄຣັຖທູດ ສະຫະຣັດ ອາເມຣິກາ ປະຈຳລາວ ເປັນຜູ້ມອບອຸປກອນ ດັ່ງກ່າວໃຫ້ເຈົ້າໜ້າທີ່ ທາງການລາວ. ອຸປກອນ ດັ່ງກ່າວ ມີມູນຄ່າ 75 ພັນໂດລາ. ເຈົ້າໜ້າທີ່ ສາທາຣະນະສຸກ ຜູ້ທີ່ຂໍສງວນຊື່ ແລະຕຳແໜ່ງ ກ່າວວ່າ ສະເພາະຢູ່ປະເທດລາວ ອຸປກອນຍັງບໍ່ພຽງພໍ ຈຶ່ງຍັງຕ້ອງການຄວາມຊ່ວຍເຫຼືອຢູ່:
"ຣັຖບານລາວ ບໍ່ປະຕິເສດການຊ່ວຍເຫຼືອ ຢູ່ແລ້ວ ບໍ່ວ່າແຕ່ປະເທດອາເມຣິກາ ດອກ ປະເທດໃດກໍຊ່າງ ຄັນສົມມຸດຍື່ນມືມາຊ່ວຍເຫຼືອລາວ ຮັບສະເໜີ ຣັຖບານແຫ່ງສົ່ງເສີມ ໃຫ້ຫຼາຍພາກສ່ວນ ມີສ່ວນຮ່ວມ ໃນການຕ້ານລະບາດ ຄັນວ່າຊິໃຫ້ພຽງພໍແທ້ນິ ມັນກໍຍັງ ຄັນສົມມຸດວ່າ ແຜ່ລະບາດອີກ ຫຼື ເປັນຄືປະເທດອື່ນນ່າ ຈະບໍ່ພຽງພໍ."
ທ່ານກ່າວຕື່ມວ່າ ຂັ້ນສູງກາງຈະເປັນຜູ້ສະໜອງນ້ຳຢາ ໃຫ້ຂັ້ນແຂວງ ເພາະວ່າ ຂັ້ນແຂວງບໍ່ສາມາດຊື້ໄດ້:
"ຜ່ານມາສຳລັບຢູ່ແຂວງ ບໍ່ໄດ້ຊື້ ຜູ້ທີ່ເປັນນາຍສາງຫັ້ນ ລາຍງານວ່າ ນ້ຳຢາ ເຮົາໃກ້ຈະຮອດບ່ອນບົກແຫ້ງຈັ່ງໃດ ເຮົາກະຂຽນຜ່ານຫາ ສູນກາງໄປ ແຕ່ລະບ່ອນກໍຄົງຈະຄືກັນ ເພາະຢູ່ໃນຮາກຖານ ໃນດຽວ ກັນໝົດ."
ເຈົ້າໜ້າທີ່ກະຊວງສາທາລະນະສຸກ ທ່ານ ນຶ່ງຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ກ່າວວ່າ ນອກຈາກການຊ່ວຍເຫຼືອແລ້ວ ຣັຖບານລາວຍັງສັ່ງຊື້ ນ້ຳຢາກວດໂຄວິດ ແລະ ອຸປະກອນຕ່າງໆ ຈາກຕ່າງປະເທດ.
ຊາວນະຄອນຫລວງວຽງຈັນ ກ່າວວ່າ ຮູ້ສຶກດີໃຈທີ່ສະຫະຣັຖໄດ້ມອບອຸກອບກວດເຊື້ອໂຄວິດ19 ໃຫ້ແກ່ປະເທດລາວ:
"ໂອກະດີໃຈຫັ້ນແຫຼວ ເພິ່ນຊ່ວຍບໍ່ເອົາເງິນ ເອົາຄຳຈັ່ງຊິເນາະ ມັນກະດີແລ້ວ ໃນນາມປະຊາຊົນເຮົາ ເພິ່ນມີທຶນມີຫຍັງໃຫ້ນ່າ ບໍ່ຢາກໃຫ້ເກີດ ພຍາດເດ້ ເວົ້າປິ່ນປົວບາງອັນກະຂາດໆເຂີນໆ.
ຊາວນະຄອນຫຼວງ ວຽງຈັນ ອີກທ່ານນຶ່ງ ກ່າວວ່າ ກໍເປັນເລື່ອງທີ່ດີ ທີ່ ສະຫະຣັຖ ອາເມຣິກາ ເຂົ້າມາໃຫ້ການຊ່ວຍເຫຼືອ:
"ກະດີລະເນາະ ເພື່ອການນຳໃຊ້ ໃຫ້ມັນຫົ່ວເຖິງເນາະ ການບໍຣິການທົ່ວໄປເດ້ ຂອງສັງຄົມເນາະ ການຮັບການຫຍັງ ມັນສຸດແລ້ວແຕ່ ຂັ້ນເທິງເພິ່ນແບ່ງປັນໃຫ້."
ໃນປີ 2020 ສະຫະຣັຖອາເມຣິກາ ໃຫ້ການຊ່ວຍເຫຼືອ ໃນດ້ານການຕ້ານໂຄວິດ19 ມູນຄ່າລວມ 7.5 ລ້ານໂດລາ ຜ່ານອົງການ USAID, CDC.
ໃນວັນທີ 6 ຕຸລາ ທີ່ຜ່ານມາ ສະຫະຣັຖ ກໍໄດ້ມອບອຸປກອນ ທີ່ນຳໃຊ້ຢູ່ ໃນຫ້ອງທົດລອງ ໃຫ້ແກ່ ສະຖາບັນ ປັດສະເຕີ ລາວ ມູນຄ່າ 172,000 ໂດລາ ອຸປກອນດັ່ງກ່າວ ແມ່ນຈະເປັນປໂຍດ ຫຼາຍກັບເຈົ້າໜ້າທີ່ ການແພດໃນການຊອກຫາ ແລະ ກວດເຊື້ອພຍາດຕ່າງໆ ຢູ່ໃນ ສປປລາວ.
ອົງການຫຼຸດຜ່ອນພັຍຂົ່ມຂູ່ ຂອງກະຊວງປ້ອງກັນປະເທດ ສະຫະຣັຖ ຫື DTRA ກໍໄດ້ຊ່ວຍເຫຼືອ ເຄື່ອງວິເຄາະເລືອດ ແລະ ກ້ອງຈຸລທັດ ໃນການກວດຫາພຍາດ ລະບາດ ທີ່ເປັນອັນຕະລາຍເປັນຕົ້ນ ພຍາດ ໄຂ້ເລືອດອອກ ໄຂ້ຍຸງ. ນອກຈາກນີ້ ກໍຍັງມີຕູ້ອົບຂ້າເຊື້ອ ແລະ ຕູ້ປອດເຊື້ອ ທີ່ຊ່ວຍໃນການຮັກສາ ຄວາມສະອາດ ແລະ ຄວາມປອດພັຍ ໃນຫ້ອງທົດລອງ ໃນເວລາປະຕິບັດໜ້າທີ່.