ສຸຂສາລາ ຂ.ຜົ້ງສາລີ ຂາດ ອຸປກອນ
2017.11.21
ປັຈຈຸບັນສຸຂສາລາ ຢູ່ເມືອງໃຫມ່ແຂວງຜົ້ງສາລີ ຍັງຕ້ອງການເຄື່ອງມື ຜ່າຕັດຄົນເຈັບ ແລະເຄື່ອງຊ່ວຍຫາຍໃຈ ຍ້ອນວ່າສຸຂສາລາ ທຸກແຫ່ງ ຍັງບໍ່ມີ ເຮັດໃຫ້ປະຊາຊົນ ທີ່ປະສົບອຸບັດຕິເຫດຮ້າຍແຮງ ທັງຈາກພັຍທັມມະຊາດ ຫຼືຖືກຣົຖຕໍາຕ້ອງໄດ້ເດີນທາງ ໄປຕ່າງແຂວງ ຊຶ່ງມີໄລຍະ ທາງ 100 ປາຍກິໂລແມັດ, ດັ່ງເຈົ້າໜ້າທີ່ເມືອງໃໝ່ ກ່າວໃນມື້ວັນທີ່ 20 ພຶສຈິກາ ນີ້ວ່າ:
“ຄວາມສາມາດຜ່າຕັດນີ້ຍັງບໍ່ໄດ້ ອັນນີ້ ຍັງບໍ່ທັນດີປານໃດ ສົ່ງໄປບ່ອນອື່ນ ຍັງລໍາບາກ ສ່ວນຫລາຍກໍສົ່ງໄປ ອຸດົມໄຊ ເພາະວ່າໂຮງໝໍ ແຂວງຜົ້ງສາລີ ຫັ້ນມັນໄກກ່ວາ ອຸດົມໄຊ ມັນມີ 100 ປາຍກິໂລແມດ 130 ຫວ່າງນັ້ນແຫລະ ກໍລໍາບາກ ຍາມຝົນນີ້ ຍັງຍາກນ້ອຍນື່ງ ຄັນສົ່ງໄປ ວຽດນາມ ບໍ່ໄດ້ ກໍມີແຕ່ສົ່ງໄປ ທາງອຸດົມໄຊ.”
ທ່ານເວົ້າວ່າ ການປີ່ນປົວຄົນເຈັບໜັກ ທີ່ຈໍາເປັນຕ້ອງຜ່າຕັດນັ້ນ ຜ່າມມາທາງສຸຂສາລາ ໃນເຂດບ້ານຕ່າງໆ ໃນເມືອງນີ້ ຊຶ່ງມີຢູ່ 6-7 ແຫ່ງ ຈະປີ່ນປົວ ໄດ້ພຽງເບື້ອງຕົ້ນ ຫລັງຈາກນັ້ນ ກໍຈະສົ່ງໄປ ປີ່ນປົວຢູ່ວຽດນາມ ທີ່ມີຊາຍແດນຕິດກັນ, ໄລຍະທາງ 70 ກິໂລແມັດ ຊຶ່ງໃກ້ກວ່າ ໄປໂຮງໝໍ ຕ່າງແຂວງໃກ້ຄຽງ. ແຕ່ຖ້າຫາກວ່າໂຮງໝໍວຽດນາມ ບໍ່ສາມາດປີ່ນປົວໄດ້ ກໍຈະເອົາຜູ້ປ່ວຍນັ້ນກັບຄືນມາ ເພື່ອສົ່ງໄປໂຮງໝໍ ແຂວງອຸດົມໄຊ ທີ່ຢູ່ໃກ້ກ່ວາໂຮງໝໍ ແຂວງຜົ້ງສາລີີນີ້.
ທ່ານເວົ້າຕື່ມວ່າ ຕອນນີ້ຢາກໃຫ້ມີໂຄງການຕ່າງປະເທສ ຫຼືໂຄງການຂອງຣັຖບາລ ຊ່ວຍເຫລືອເຄື່ອງມືຜ່າຕັດ ພ້ອມທັງສົ່ງແພດ ແລະໝໍ ທີ່ຊ່ຽວຊານ ດ້ານການຜ່າຕັດມາໃຫ້:
“ຂອງແຂວງເດ ຂອງສູນກາງເດ ເຂົາກໍຊ່ວຍ ໂຄງການຊ່ວຍເຫລືອ ເຂົາກໍຫາກມາຊ່ວຍ ກໍບໍ່ອັນນັ້ນປານໃດ ຈະຄົບແທ້ກໍບໍ່ຄົບ ມັນກໍມີ ຂາດສ່ວນໃດສ່ວນນື່ງ ຫັ້ນ ພໍໃຊ້ໄດ້ ແຕ່ກໍຍັງລໍາບາກ ແລ້ວ ກໍແພດສຸຂສາລາ ທົ່ໄປມີ 3 ຄົນຜ່າຕັດ ນີ້ບໍ່ໄດ້.”
ປັຈຈຸບັນ ສຸຂສາລາໃນເມືອງໃໝ່ ບໍ່ສະເພາະແຕ່ຕ້ອງການເຄື່ອງມືຜ່າຕັດ ຫລືແພດແລະໝໍ ທີ່ຊຽວຊານດ້ານຜ່າຕັດ ເທົ່ານັ້ນ ແຕ່ຍັງຂາດ ຕຽງນອນສໍາລັບຄົນເຈັບນໍາດ້ວຍ.