ແມ່ຍິງເຮັດວຽກຢູ່ສວນອ້ອຍ ປ່ວຍໜັກ
2018.05.29

ແມ່ຍິງໃນເຂດບ້ານດອນຄໍາ ເມືອງຮຸນ ແຂວງອຸດົມໄຊ ປ່ວຍໜັກພາຍຫລັງ ທີ່ໄປເຮັດວຽກ ຢູ່ສວນອ້ອຍຈີນ ເມືອງບຸນເໜືອ ແຂວງຜົ້ງສາລີ ເປັນເວລາ 1 ເດືອນ ຊຶ່ງໃນຂນະນີ້ຜູ້ປ່ວຍ ແລະຄອບຄົວເຊື່ອວ່າ ສາເຫດມາຈາກສານເຄມີ ທີ່ໃຊ້ໃນສວນອ້ອຍ ແຕ່ເຈົ້າໜ້າທີ່ ທ້ອງຖິ່ນ ບ້ານດອນຄໍາ ໃຫ້ຣາຍຣະອຽດ ກ່ຽວກັບເຣຶ້ອງນີ້ວ່າ:
“ບໍ່ແມ່ນສວນກ້ວຍມັນສວນອ້ອຍ ສວນອ້ອຍພູ້ແຫຼະຈາກຢູ່ຈີນເພິ່ນມານີ້ ມາເປັນເລີຍເຂົາໄປຈີນ ໄປເຮັດສວນອ້ອຍຈີນພຸ້ນ ເມືອງບຸນເໜືອ ແຂວງຜົ້ງສາລີ ຫັ້ນນະໃກ້ຊາຍແດນ ການເຈັບທໍາອິດນີ້ ເລຶອດດັງອອກ ແລ້ວໄປໂຮງໝໍ ຈັກສອງສາມມື້ ແລ້ວກັບພຍາດເມື່ອຍ ໄອອອກ ເລຶອດ ຫັ້ນນະ.”
ທ່ານອະທິບາຍວ່າ ແມ່ຍິງຄົນດັ່ງກ່າວອາຍຸ 30 ປີ ນາງໄດ້ໄປເຮັດວຽກ ຢູ່ສວນອ້ອຍຂອງຈີນ ເມື່ອຕົ້ນເດືອນມິນາ ຜ່ານມາ. ກ່ອນໄປ ນາງ ມີສຸຂພາບດີ ເປັນຄົນແຂງແຮງ ແຕ່ຫລັງຈາກເຮັດວຽກໄດ້ 1 ເດືອນກໍເຣີ້ມປ່ວຍ ຈົນບໍ່ສາມາດ ໄປເຮັດວຽກໄດ້ ອາການໜັກໜ່ວງກໍແມ່ນ ໃນກາງເດືອນ ເມສາ ທີ່ຜ່ານມາ ນາງມີອາການ ເມື່ອຍແບບ ຜິດປົກຕິ ແລະມີເລຶອດອອກທາງດັງ ຈົນໄດ້ນໍາເຂົ້າໂຮງໝໍ ເມືອງບຸນເໜືອ ແລະຢູ່ໂຮງໝໍ 3 ມື້ຈຶ່ງກັບໄປຮັກສາຕົວຢູ່ບ້ານເມືອງຮຸນ ແຂວງອຸດົມໄຊ ແຕ່ມາຮອດ ປັຈຈຸບັນ ອາການຂອງນາງ ຍັງບໍ່ດີຂຶ້ນ ແຕ່ຢ່າງໃດ.
ໃນດ້ານການຊ່ວຍເຫລືອນັ້ນ ເຈົ້າໜ້າທີ່ທ້ອງຖິ່ນເວົ້າວ່າ ໃນຣະຍະຜ່ານມາ ເຈົ້າຂອງສວນອ້ອຍ ບໍ່ໃຫ້ການຊ່ວຍເຫລືອຫຍັງເລີຍ ແກ່ຜູ້ປ່ວຍ ມີແຕ່ ທາງອໍານາດການປົກຄອງ ແລະເຈົ້າໜ້າທີ່ ສາທາຣະນະສຸກ ເມືອງຮຸນຊ່ວຍເຫລືອ ຍ້ອນຄວາມອິດູຕົນ ທ່ານວ່າ:
“ທາງບໍຣິສັດເຂົາບໍ່ເວົ້າຫຍັງນະ ບໍ່ຮັບຜິດຊອບອິຫຍັງແຫຼະ ເຈັບແລ້ວກໍມາຢູ່ເຮືອນບໍຣິສັດເຂົາບໍ່ໄດ້ຊ່ວຍຫຍັງແຫຼະ ມີແຕ່ທາງເມືອງຫັ້ນແຫຼະ ມາຊ່ວຍ ເຣື້ອງອານາມັຍ ຫັ້ນນະມີແຕ່ລາວຫັ້ນເຈັບເປັນຕາຍ ອາການມັນຕົວນັ້ນແຫລະ ຈາກມາ ມາບໍ່ໄດ້ເຮັດວຽກ ຫຍັງມີແຕ່ວ່າເຈັບ ຕົວນັ້ນແຫລະ ຢູ່ພຸ້ນຫັນ ເດືອນ 3 ກັບມານີ້ ແມ່ນເດືອນ 4 ເຈັບຢູ່ຮອດເດືອ 5 ຍັງ ບໍ່ດີເທື່ອ.”
ຢ່າງໃດກໍຕາມນັບແຕ່ ປີ 2015 ເປັນຕົ້ນມາ ມີປະຊາຊົນ ບ້ານດອນຄໍາ ປ່ວຍຍ້ອນສານເຄມີ ຫລາຍກ່ວາ 20 ຄົນແລ້ວ ຍ້ອນສານເຄມີ ຈາກສວນກ້ວຍຈີນ ເຮັດໃຫ້ປະຊາຊົນ ຫລາຍສ່ວນໃຫຍ່ ບໍ່ໄປເຮັດວຍກ ຢູ່ສວນກ້ວຍອີກ ແລະເລືອກອອກແຮງງານ ແນວອື່ນ.