ໄຂ້ຍຸງລາຍຢູ່ລາວ ຍັງບໍ່ ລົດລະ

ສຸພັດຕາ
2019.01.04
F-dengue ຄົນເຈັບ ທີ່ຕິດເຊື້ອໄຂ້ຍຸງລາຍ ທີ່ເຂົ້າມາປິ່ນປົວ ທີ່ຫ້ອງປະຊຸມ ຂອງໂຮງໝໍແຂວງອັດຕະປື ໃນປີ 2018
ຮູບຈາກ Attapeu online ທາງເຟສບຸກ

ທາງການ ສປປລາວ ກວດພົບ ມີຜູ້ຕິດເຊື້ອໄຂ້ຍຸງລາຍ 6 ພັນ ປາຍຄົນໃນ 2018 ທີ່ຜ່ານມາ ແລະໃນຂນະນີ້ ຍັງບໍ່ສາມາດ ຄວບຄຸມ ການຣະບາດຂອງເຊື້ອໄຂ້ຍຸງລາຍນັ້ນໄດ້ເທື່ອ.

ສະເພາະໂຮງໝໍໍ ໃນນະຄອນຫຼວງວຽງຈັນ ມີເດັກນ້ອຍອາຍຸ 3-13 ປີ ເຂົ້າມາປິ່ນປົວພຍາດໄຂ້ຍຸງລາຍປະມານ 10 ຄົນຕໍ່ມື້, ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 4 ມົກກະຣານີ້ວ່າ: ອ່ານເອົາ.

“ໄຂ້ຍຸງລາຍນີ້ ກໍ່ບໍ່ເຖິງວ່າລະບາດດອກ ແຕ່ມັນກໍ່ຂຶ້ນສູງກວ່າ ຜິດປົກກະຕິນັ້ນແຫຼະ ໃນນະຄອນຫຼວງວຽງຈັນ ນີ້ກໍປະມານ 5 ຫາ 10 ລາຍ ຕໍ່ວັນ ອາທິດໜຶ່ງປໍ ປະມານ 100 ປາຍຫັ້ນແຫຼະ.”

ທ່ານກ່າວຕື່ມວ່າ ການປິ່ນປົວພຍາດໄຂ້ຍຸງລາຍໃນລາວ ມີຂໍ້ຫຍຸ້ງຍາກຫຼາຍຢ່າງ ເນື່ອງຈາກແພດແລະໝໍ ກໍມີໜ້ອຍ ໂດຍສະເພາະ ໃນ ຕ່າງແຂວງ ບໍ່ມີເຈົ້າໜ້າທີ່ ລົງໂຄສະນາສະກັດກັ້ນ ໄຂ້ຍຸງລາຍ ເຮັດໃຫ້ປະຊາຊົນ ບໍ່ຮູ້ວິທີໃນການປ້ອງກັນ.

ໃນຂນະດຽວກັນ ເຈົ້າໜ້າທີ່ຜແນກສາທາຣະນະສຸຂແຂວງໄຊຍະບູລີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າປີຜ່ານມາ ແຂວງໄຊຍະບູລີ ໄດ້ເຂັ້ມງວດເອົາໃຈໃສ່ ໃນການພົ່ນຢາຂ້າຍຸງລາຍ ຫາກພົບວ່່າເຂດໃດ ມີຜູ້ຕິດເຊື້ອ ກໍຈະສົ່ງ ເຈົ້າໜ້າທີ່ ໄປພົ່ນຢາ ແລະແຈກຢາຍ ຊາຍອະເບດໃຫ້ ເພື່ອປ້ອງກັນ ບໍ່ເຊື້ອໄຂ້ຍຸງລາຍ ຣະບາດໄປຫາຄົນອື່ນໄດ້, ດັ່ງທີ່ທ່ານກ່າວວ່າ:

“ຕາມມາຕການ ຄືວ່າ ທຳລາຍແຫຼ່ງເພາະພັນ ແລ້ວກໍຣະນີໜຶ່ງ ຖ້າຫາກວ່າເກີດ ຢູ່ໃນເທສບານເມືອງ ສົມມຸດວ່າ ໜຶ່ງກໍຣະນີ ສິເຮົາກໍ່ພົ່ນຢາ ດຽວນີ້ບໍ່ໄດ້ພົ່ນເທຶື່ອ ບໍ່ທັນເກີດຢູ່ເທສບານ ຖ້າເກີດຢູ່ຊຸມຊົນໜຶ່ງກໍຣະນີ ເຮົາພົ່ນໂລດ.”

ເຖິງຢ່າງໃດກໍຕາມ ກະຊວງສາທາຣະນະສຸຂ ໄດ້ອອກມາຕການ ແຈ້ງເຕືອນປະຊາຊົນ ທຸກບ້ານທົ່ວເທດ ໃຫ້ກວດກາທຸກຈຸດ ບໍຣິເວນ ອ້ອມແອ້ມເຮືອນ ທີ່ມີນໍ້າຂັງ ໂດຍສະເພາະ ກະໂປະ ກະປ໋ອງ ຢາງຕີນຣົດເກົ່າ ທີ່ມີນໍ້າຂັງ ໃຫ້ທຳລາຍຖິ້ມ ເພື່ອປ້ອງກັນ ບໍ່ໃຫ້ຍຸງລາຍ ຂຍາຍພັນ ແລະຢຸດການຣະບາດ ຂອງເຊື້ອໄຂ້ຍຸງລາຍ ບໍ່ໃຫ້ໄປຫາຄົນອື່ນໄດ້.

ຂ່າວສານປະເທດລາວ ຣາຍງານໃນວັນທີ 3 ມົກກະຣາ 2019 ນີ້ວ່າ ສະເພາະປີ 2018 ສປປລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ທັງໝົດ 6 ພັນ ປາຍຄົນ, ເສັຽຊີວິດ 19 ຄົນ ສ່ວນຫຼາຍເປັນເດັກນ້ອຍ ອາຍຸບໍ່ຮອດ 13 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.