ການແຂ່ງຂັນຊຽງຂວາງເກມ ຖືກເລື່ອນ

ໄຊຍາ
2020.03.02
F-Xiengkhuang-game ສນາມກິລາ ແຂວງຊຽງຂວາງ
ຮູບຈາກ : ນັກຂ່າວພົລເມືອງ

ກິລາແຫ່ງຊາດຄັ້ງທີ 11 ຫຼື ຊຽງຂວາງເກມ ທີ່ຈະຈັດຂຶ້ນໃນຣະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020 ຖືກເລື່ອນອອກໄປໂດຍບໍ່ມີ ກຳນົດ,.ການເລື່ອນຄັ້ງນີ້ ໄດ້ຮັບການຢືນຢັນຈາກ ຍານາງ ແສງເດືອນ ຫລ້າຈັນທະບູນ ຣັຖມົນຕຣີກະຊວງສຶກສາທິການ ແລະກິລາ ທີ່ ໄດ້ໃຫ້ສຳພາດ ຕໍ່ຊື່ມວນຊົນພາຍໃນ ເມື່ອວັນທີ 28 ກຸມພາ ຜ່ານມາ ສາເຫດຍ້ອນພຍາດ COVID-19 ຢູ່ໃນໄລຍະເຝົ້າຣະວັງຣະດັບສູງ.

ຕໍ່ກັບຄຳສັ່ງດັ່ງກ່າວ ມັນໄດ້ສ້າງຜົລກະທົບ ຕໍ່ຜູ້ປະກອບການທັງຮ້ານອາຫານ, ໂຮງແຮມ ແລະເຮືອນພັກຫຼາຍແຫ່ງ ພາຍໃນແຂວງຊຽງ ຂວາງ. ໂດຍສະເພາະ ແມ່ນລູກຄ້າທີ່ໄດ້ຈອງທັງໂຮງແຮມ ແລະເຮືອນພັກໄວ້ລ່ວງໜ້າ ກໍຕ້ອງໄດ້ສົ່ງເງີນຄ່າມັດຈຳຄືນ.

ນອກຈາກນີ້ຍັງຕ້ອງຈ່າຍດອກເບັ້ຍ ໃຫ້ທະນາຄານທີຢືມມາປັບປຸງຫ້ອງພັກ ໃຫ້ໄດ້ມາຕຖານ. ດັ່ງພະນັກງານໂຮງແຮມ ແຂວງຊຽງຂວາງ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີ ໃນວັນທີ 20 ກຸມພາ ວ່າ:

"ເພາະວ່ານຶ່ງຄືການຈອງຫ້ອງ ຂອງເຂົາເນາະ ແລ້ວກາຄ່າມັດຈຳອີຫຍັງຫັ້ນ ເຮົາກາຕ້ອງໄດ້ທົດແທນຄືນແຂກ ແຕ່ລະພາກສ່ວນເຣື່ອງ ອຸປກອນຮັບໃຊ້ ບໍ່ເຣື່ອງກຽມການຕ້ອນຮັບ ການໃຫ້ການບໍຣິການ ນີ້ເຮົາກາຖືວ່າຈະໝູນໃຊ້ ພາຍໃນໂຮງແຮມເລີຍ ເຮົາກະກຽມຫຼາຍ ແລ້ວນ່າ."

ສ່ວນເຮືອນພັກຢູ່ເມືອງແປກໄດ້ກ່າວວ່າ ຄາດຫວັງວ່າຈະໄດ້ລູກຄ້າຈຳນວນຫຼາຍ ໃນໄລຍະກິລາແຫ່ງຊາດແຕ່ເມື່ອມີການເລື່ອນ ກໍຕ້ອງໄດ້ ສົ່ງເງີນມັດຈຳ ລ່ວງໜ້າໃຫ້ລູກຄ້າ. ນອກຈາກນີ້ ພະນັກງານເຮືອນພັກແຫ່ງນີ້ ຍັງໄດ້ຮຽກຮ້ອງມາຍັງ ພາກຣັຖ ຊ່ອຍເຫຼືອຜູ້ປະກອບ ເຊັ່ນການຫຼຸດພາສີ ອາກອນເປັນຕົ້ນ.

"ຄິດວ່າຈະຖ້າເອົາເງີນຊ່ວງກິລານີ້ ໄດ້ຍົກເລີກໝົດເລີຍເນາະ ບໍ່ມີເລີຍຜົລກະທົບ ໃຫຍ່ຫຼວງແຫຼະ ເຣື່ອງກິລານີ້ກາສ່ວນນຶ່ງ ເຣື່ອງອາກອນ ນີ້ແຫຼະ ເບີ່ງແນ່ເຣື່ອງນີ້."

ກ່ອນໜ້ານີ້ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງ ແຂວງຊຽງຂວາງ ກໍໄດ້ປະກາດຄວາມພ້ອມການຈັດການແຂ່ງຂັນກິລາ ໃນວັນທີ 22 ມີນາ ໂດຍໄດ້ເໜັ້ນຢໍ້າວ່າ ທຸກຢ່າງກຽມພ້ອມໝົດແລ້ວ.

"ມີການແຈ້ງຂອງຣັຖບານ ໃຫ້ແຂວງຊຽງຂວາງ ຂອງພວກເຮົານີ້ແມ່ນໃຫ້ດຳເນີນ ການແຂ່ງຂັນ ວັ ນທີ 22 ເດືອນ 03 ປິ 2020 ເຊິ່ງ ເມື່ອກ່ອນພວກເຮົາ ຈະໄດ້ກະກຽມໃສ່ ປີ 2018 ນັ້ນ ແຕ່ເກີດອຸບັດຕິເຫດກໍວ່າໄດ້ ແລະພັຍທັມມະຊາດຮ້າຍແຮງ ທີ່ເກີດ ຂຶ້ນກັບປະເທດ ຂອງພວກເຮົາ ດັ່ງນັ້ນຣັຖບານຈຶ່ງສັ່ງເລື່ອນ ເລື່ອນໄປແລ້ວເຫັນວ່າເດືອນ 11 ນີ້ອາດຈະບໍ່ເໝາະສົມ ຄືທ້າຍປີຜ່ານມານີ້ນ່າຝົນຕົກຍັງແຮງຢູ່ ດັ່ງນັ້ນເພີ່ນຈຶ່ງເລື່ອນໄປວັນທີ 22 ເດືອນ 3."

ທ່ານ ບູນຕົ້ນ ຈັນທະພອນ ໄດ້ກ່າວຕື່ມວ່າ: ງົບປະມານຂອງຣັຖບານ ເພິ່ນໄດ້ອະນຸມັດໄປແລ້ວເດ ບຸກຄົນເຊິ່ງລົງເຟສບຸກຢາກໃສ່່ຮ້າຍ ປ້າຍສີຣັຖບານເຮົາ ວ່າເນື່ອງຈາກເກີດອຸບັດເຫດ ເຣື່ອງເຂຶ່ອນແຕກຢູ່ອັດຕະປືຫັ້ນແລ້ວ ຣັຖບານບໍ່ມີເງິນໄປແຂ່ງຂັນ ກິລາແຫ່ງຊາດຢູ່ ຊຽງຂວາງຈິ່ງຄ່ອຍ ເລຶ່ອນນັ້ນບໍ່ເປັນມູນຄວາມຈິງ.

ກິລາແຫ່ງຊາດແຂວງຊຽງຂວາງ ເປັນເຈົ້າພາບຖືກເລື່ອນມາແລ້ວສອງຄັ້ງ ໂດຍກ່ອນໜ້ານັ້ນຄັ້ງທຳອິດ ຄາດໝາຍວ່າຈະເປີດໃນ ເດືອນ ພຶສຈິກາ ປີ 2018 ແຕ່ຣັຖບານສັ່ງໃຫ້ໂຈະ ເນື່ອງຈາກເກີດພັຍພິບັດເຂື່ອນແຕກ ທີ່ແຂວງອັດຕະປື ແລະ ທົ່ວ ປະເທດ ອີກບັນຫານຶ່ງກໍ ແມ່ນການສັ່ງກວດກາໂຄງການກໍ່ສ້າງຄືນໃໝ່ເນື່ອງຈາກມີບາງໜ່ວຍງານຂື້ນງົບປະມານສູງເກີນຄວາມເປັນຈິງ.

ສ່ວນການເລື່ອນຄັ້ງທີສອງແມ່ນຣັຖບານໃຫ້ເຫດຜົລວ່າ ການຈັດໃນຣະຫວ່າງ 21-30 ເດືອນ ທັນວາ 2019 ແມ່ນອາກາດໜາວຫຼາຍບໍ່ ເໝາະສົມ ໃຫ້ມາຈັດໃນວັນທີ 22 ເດືອນ ມີນາ 2020ແທນ ແຕ່ກໍຖືກເລື່ອນອອກໄປແມ່ນບໍ່ມີກຳນົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.