ຜູ້ຕິດເຊື້ອໂຄວິດ-19 ຢູ່ລາວ ເພີ່ມອີກ 65 ຄົນ

ອຸ່ນແກ້ວ ສຸກສະຫວັນ
2021.04.23
ຜູ້ຕິດເຊື້ອໂຄວິດ-19 ຢູ່ລາວ ເພີ່ມອີກ 65 ຄົນ ຄະນະສະເພາະກິດ ຄວບຄຸມໂຄວິດ-19 ຖແລງຂ່າວ ປະຈໍາວັນທີ 23 ເມສາ 2021 ກ່ຽວກັບ 65 ກໍຣະນີ ທີ່ຕິດເຊື້ອ ໂຄວິດ-19 ເພີ່ມອີກ
LNTV

ທາງການລາວ ກວດພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມອີກ 65 ຄົນ ຈາກຜົນກວດຫາເຊື້ອ ທັງໝົດຈຳນວນ 1,292 ຄົນ ເຮັດໃຫ້ມີ ໂຕເລຂຜູ້ຕິດເຊື້ອສະສົມ ຢູ່ ທົ່ວປະເທດ ມີທັງໝົດ 159 ຄົນ. ດຣ ສີສະຫວາດ ສຸດທານີລະໄຊ ຕາງໜ້າຄະນະສະເພາະກິຈ ຄວບຄຸມໂຄວິດ-19 ໄດ້ຖແລງຕໍ່ສື່ມວນຊົນ ໃນວັນທີ 23 ເມສາ ວ່າ:

"ສຳລັບການເກັບຕົວຢ່າງຊອກຫາເຊື້ອໂຄວິດ-19 ໃນວັນທີ 22 ເມສາ ນີ້ພວກເຮົາໄດ້ເກັບຕົວຢ່າງ ມາກວດວິເຄາະໝົດນີ້ 1,292 ຄົນ ພວກເຮົາໄດ້ເກັບຕົວຢ່າງ ມາກວດວິເຄາະ ກະແມ່ນພົບເຊື້ອໃໝ່ 65 ຄົນ."

ທ່ານກ່າວຕື່ມວ່າ ສຳລັບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ນີ້ ແມ່ນພົບຢູ່ນະຄອນຫຼວງວຽງຈັນ 60 ຄົນ, ແຂວງຈຳປາສັກ 2 ຄົນ, ແຂວງບໍ່ແກ້ວ 2 ຄົນ ແລະ ແຂວງວຽງຈັນ 1 ຄົນທັງນີ້ ຜູ້ຕິດເຊື້ອໃນຕ່າງແຂວງ ແມ່ນໄດ້ຕິດພັນ ກັບຜູ້ຕິດເຊື້ອຢູ່ ນະຄອນຫຼວງ ວຽງຈັນ ທີ່ເດີນທາງໄປແຂວງດັ່ງກ່າວ ໂດຍຜູ້ຕິດເຊື້ອທັງໝົດ ໄດ້ຮັບການປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍໝົດແລ້ວ.

ປັດຈຸບັນ ຢູ່ປະເທດລາວ ມີຜູ້ໄດ້ຮັບການກວດຫາເຊື້ອ ໂຄວິດ-19 ທັງໝົດປະມານ 150,000 ຄົນ ແລະ ພົບຜູ້ຕິດເຊື້ອສະສົມ 159 ຄົນ ໃນນັ້ນ ປິ່ນປົວເຊົາແລ້ວ 49 ຄົນ ແລະ 110 ຄົນ ກຳລັງປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍ.

ປັດຈຸບັນ ມີການພົບຜູ້ຕິດເຊື້ອ ຢູ່ 8 ແຂວງຄື ນະຄອນຫຼວງວຽງຈັນ, ຈຳປາສັກ, ສວັນນະເຂດ, ຄຳມ່ວນ, ສາລະວັນ, ບໍລິຄຳໄຊ, ບໍ່ແກ້ວ ແລະ ແຂວງວຽງຈັນ. ຂນະທີ່ ດຣ. ພອນປະເສີດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະລະບາດວິທຍາ ກະຊວງສາທາ ຣະນະສຸຂ ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ດຽວກັນ ຍອມຮັບວ່າ ນັບແຕ່ວັນທີ 21-23 ເມສາ ມີປະຊາຊົນກຸ່ມສ່ຽງ ຈຳນວນຫລາຍພັນຄົນ ມາກວດຫາເຊື້ອ ໂຄວິດ-19.

"ມາຮອດວັນທີ 23 ນີ້ ພວກເຮົາເລີ່ມເກັບຕົວຢ່າງ ຈຳນວນຫຼວງຫຼາຍ ລະເຫັນວ່າ ມີຄວາມແອອັດເນາະ ແລ້ວກະທີມງານຜູ້ ເຮັດວຽກຍັງຫຍຸ້ງຍາກຢູ່ເພາະວ່າ ນຶ່ງມາການເກັບຕົວຢ່າງ ຂ້ອນຂ້າງຫຼາຍ ສອງມາທີມເຮັດວຽກຂ້ອນຂ້າງເມື່ອຍ ສະນັ້ນເຮັດໃຫ້ ການເຮັດ ວຽກນີ້ເມື່ອຍແລ້ວກະເຮັດໃຫ້ ຄຸນນະພາບບໍ່ດີປານໃດ."

ທ່ານ ຍັງກ່າວຕື່ມວ່າ ອີກສາເຫດທີ່ເຮັດໃຫ້ ການກວດຫາເຊື້ອ ໄດ້ໜ້ອຍຍ້ອນວ່າ ເຈົ້າໜ້າທີ່ແພດ ແລະ ໝໍມີໜ້ອຍ ພະນັກງານ ທຸກຄົນພາກັນເຮັດວຽກໝົດມື້ໝົດຄືນ ຈົນເມື່ອຍລ້າ ແລະ ອ່ອນແຮງ.

ໃນວັນທີ 22 ເມສາ ກະຊວງສາທາຣະນະສຸຂ ໄດ້ຕັດຕັ້ງໜ່ວຍເຄື່ອນທີ່ ສັກຢາປ້ອງກັນໂຄວິດ-19 ຢູ່ທັງໝົດ 6 ຈຸດ ຄື: ໂຮງໝໍ ມິຕພາບ 150 ຕຽງ, ໂຮງໝໍເສດຖາທິຣາດ, ໂຮງໝໍ ມະໂຫສົດ, ໂຮງໝໍ ແມ່ແລະເດັກເກີດໃໝ່, ໂຮງໝໍແມ່, ໂຮງໝໍເດັກ ແລະ ສູນສຸຂພາບແມ່ແລະເດັກ.

ເຈົ້າໜ້າທີ່ກົມອະນາມັຍ ແລະ ສົ່ງເສີມສຸຂພາບ ກະຊວງສາທາຣະນະສຸຂ ໄດ້ກ່າວວ່າມີການກຳນົດໂຮງໝໍ ທຸກແຫ່ງໃນນະຄອນ ຫຼວງວຽງຈັນ ໃຫ້ເປັນສູນສັກຢາປ້ອງກັນໂຄວິດ-19 ແຕ່ສາມາດສັກວັກຊິນໄດ້ຈຳກັດ ເພື່ອລົດຄວາມແອອັດ ຂອງຄົນທີ່ພາກັນໄປ ສັກວັກຊິນ.

"ວັກຊິນກະທະຍອຍເຂົ້າມາຄືກັນ ເຮົາຈະເປີດໃຫ້ສັກໄດ້ຕາມໂຮງໝໍຕ່າງໆ ເຊັ່ນ ໂຮງໝໍເມືອງ ແລ້ວກະໂຮງໝໍສູນກາງ ຄືເຫັນ ສະພາບເພາະວ່າ ມັນອາດມີຄວາມແອອັດໜ້ອຍນຶ່ງ ທັງນີ້ ທັງນັ້ນ ກໍຈະຕ້ອງອີງຕາມ ຈຳນວນຂອງພະນັກງານ ຫລືວ່າ ຄວາມ ສະດວກທາງໂຮງໝໍ ພ້ອມວ່າ ເພິ່ນຈະຈັດແຈງ ກັນແບບໃດ."

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ ດຽວນີ້ ຍັງບໍ່ທັນມີແຜນ ທີ່ຈະຈັດຕັ້ງໜ່ວຍເຄື່ອນທີ່ ໃນການສັກວັກຊິນປ້ອງກັນ ໂຄວິດ-19 ນອກຈາກສະຖານທີ່ ທາງການກຳນົດໄວ້ ຍ້ອນວ່າ ຕ້ອງອີງໃສ່ບຸຄລາກອນ ສາທາລະນະສຸຂ ທີ່ມີໜ້ອຍ.

ເຈົ້າໜ້າທີ່ປະຈຳສູນຢາ ປ້ອງກັນໂຄວິດ-19 ຢູ່ໂຮງໝໍມະໂຫສົດ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າມີການສັກວັກຊິນ ໃຫ້ກຸ່ມພະນັກງານ ຣັຖທີ່ມີຄວາມສ່ຽງ, ກຸ່ມປະຊາຊົນ ທີ່ມີຄວາມສ່ຽງ ແລະ ຄົນທົ່ວໄປທີ່ສມັກໃຈສັກວັກຊີນ.

"ອັນສັກປັດຈຸບັນນີ້ ແມ່ນຊີໂນຟາມ ເພາະວ່າ ມັນເປັນຢາຊ່ວຍເຫລືອ ເພິ່ນເປີດທົ່ວໄປ ແຕ່ວ່າມື້ນີ້ຕອນເຊົ້າ ໂອ້….ຄົນຫລາຍຢູ່ ເພາະວ່າ ເພິ່ນກະມີຄິວໃຫ້ຂຽນ ບໍ່ໄດ້ເວົ້າວ່າຈັດ ທໍ່ນັ້ນຄິວ ທໍ່ນີ້ຄິວເນາະ ປະຊາຊົນມາເພິ່ນ ກະຄວນປ້ອງກັນ ປະຊາຊົນຢາກ ສັກເນາະ ມື້ເຊົ້ານີ້ເປັນ 1,000 ລະເດ້ ຄົນສັກນະ."

ອີງຕາມການລາຍງານຂອງ ກະຊວງສາທາຣະນະສຸຂ ໃນວັນທີ 22 ເມສາ ພົບວ່າມີຜູ້ທີ່ສັກຢາ ເຂັມທີ 1 [ຫລື ໂດສ ທີ່1] ທັງໝົດ 100,000 ປາຍ ຄົນ ແລະ ຜູ້ທີ່ສັກເຂັມທີສອງ ຈຳນວນ 47,000 ປາຍຄົນ.

ວັກຊິນທີ່ຣັຖບານລາວ ນຳມາສັກໃຫ້ພະນັກງານ ແລະປະຊາຊົນ ເປັນວັກຊິນ ຊິນໂນຟາມ ທີ່ຣັຖບານຈີນ ໄດ້ມອບໃຫ້ຣັຖບານລາວ ຈຳນວນ 1,100,000 ໂດສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ຄົນຕະລາດເຊົ້າ ນະຄອນຫລວງວຽງຈັນ
Apr 24, 2021 11:04 AM

ປະຈຸບັນ ພະຍາດ COVID-19 ໄດ້ຂະຫຍາຍລະບາດຢູ່ ສປປລາວເຮົາຢ່າງວ່ອງໄວ,ສາຍເຫດກໍ່ຄື ຄົນຈິນໄດ້ລັບເຂົ້າລາວຢ່າງສະດວກແລະໄດ້ເດີນທາງເຂົ້າໄປໃນຫລາຍໆແຂວງເພືອຫວັງຈະແຜ່ຂະຫຍາຍ covid-19 ມາຕິດໃສ່ປະຊາຊົນລາວ,ເພາະເຫັນວ່າປະເທດລາວຍັງອ່ອນແອຕໍ່ການເຂົ້າອອກຂອງຄົນຕ່າງດາ້ວ. ໃນມໍ່ໆມານີ້ຄົນໄທຫລາຍຄົນທີ່ຕິດເຊື້ອກໍ່ຂ້າມນຳ້ຂອງມາລາວຢາງສະດວກແລະໄດ້ມາລອດຫລີ້ນຕາມຮ້ານບັນເທິງ,ບ່ອນກິນດືມ,ໂຫພັກຫ້ອງນອນອື່ນໆ, ສ່ວນຫລາຍໄດ້ກັບຄືນປະເທດໄທຕາມແມ່ນຳຂອງແລະອີກສອງຄົນກໍ່ຖືກປະຊາຊົນແຈ້ງການໃຫ້ເຈົ້າໜ້າທີ່ນຳຕົວໄປສືບສວນ,ບໍ່ດັ່ງນັ້ນທັງການສປປລາວກໍ່ບໍ່ຮູ້. ທັງການ ສປປລາວຍັງບໍ່ໄດ້ມີຄວາມຊຳນານໃນການຮັກສາແນວຊາຍແດນເຂົ້າອອກລະຫວ່າງ ໄທ,ພະມ້າແລະສປຈິນ. ດຽວນີ້ປະຊາຊົນລາວມີຜູ້ຕິດເຊື້ອ COVID19 ເກືອບ 200 ຄົນແລ້ວ, ປະເທດລາວຍັງລະຫລັງຕໍ່ການປີ່ນປົວ ສຸຂາພາບ, ຖ້າລັດຖະບານ ສປປລາວເຮົາບໍ່ເອົາໃຈໃສ່ຕໍ່ການສະກັດກັ້ນແທ້, ປະຊາຊົນລາວຈະໄດ້ຮັບຜົນເສຍຫາຍໜັກໃນອານາຄົດອັນໃກ້ນີ້ຢ່າງແນ່ນອນ