ຂ.ຫຼວງນໍ້າທາເຝົ້າຣະວັງ ໄວຣັສ ໂຄໂຣນາ

ສຸພັດຕາ
2020.01.24
F-C-Virus ວັນທີ 24 ມົກກະຣາ 2020, ບັນດາແມ່ຍິງ ທີ່ເຮັດວຽກຕົບແຕ່ງຮ້ານຄ້າ ຕ້ອນຮັບເທສການປີໃໝ່ ຈີນ ຢູ່ຕາມຫ້າງສັພສິນຄ້າ ໃນບາງກອກ ຕ່າງກໍພາກັນໃຊ້ຜ້າປິດ ດັງ-ປາກ ເພື່ອກັນເຊື້ອພຍາດ ໂຄໂຣນາ ໄວຣັສ
Mladen ANTONOV / AFP

ແຂວງຫຼວງນໍ້າທາ ເຝົ້າຣະວັງ ໄວຣັສ ໂຄໂຣນ້າ ສາຍພັນໃໝ່ ຢ່າງເຂັ້ມງວດ ຫຼັງຈາກ ທີ່ກະຊວງສາທາຣະນະສຸຂ ປະກາດເຕືອນ ໃນວັນທີ 20 ມົົກກະຣາ 2020 ນີ້ ວ່າປັດຈຸບັນ ໄວຣັສ ໂຄໂຣນ້າ ສາຍພັນໃໝ່ ກໍາລັງແຜ່ຣະບາດໜັກ ຢູ່ເມືອງ ອູ່ຮັ່ນ ປະເທດຈີນ.

ຊຶ່ງແຂວງຫຼວງນໍ້າທາ ກໍເປັນແຂວງນຶ່ງ ທີ່ຕິດກັບຊາຍແດນຈີນ ມີຄົນຈີນ ເດີນທາງເຂົ້າ-ອອກ ເປັນຈໍານວນຫຼາຍ ໂດຍສະເພາະ ໃນຣະຍະ ກຸດຈີນນີ້, ເຈົ້າໜ້າທີ່ສາທາຣະນະສຸຂແຂວງ ຕ້ອງໄດ້ກວດຄົນ ທີ່ເດີນທາງມາຈາກຈີນ ຢ່າງເຂັ້ມງວດ ຜູ້ທີ່ມີອາການ ໄອ, ຈາມ ຕ້ອງນໍາໄປ ກວດໃຫ້ຄັກແນ່, ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 23 ມົກກະຣາ ນີ້ວ່າ:

“ເຮົາກັນຮ້ອຍເລີຍ ບໍ່ວ່າຄົນຈີນ ຄົນເຂົ້າເມືອງທຸກຄົນ ພວກເຮົາຈະໄດ້ກັນ ອາການຕິດເຊື້ອໂຕນີ້ເລີຍ ຖ້າຜູ້ໃດມີໄຂ້ ພວກເຮົາຈະກັກບໍຣິເວນ ຖ້າຫາກວ່າຢູ່ຈີນ ສິເນາະ ພວກເຮົາກໍຈະໄດ້ສົ່ງກັບ ແຕ່ວ່າບໍ່ມີກະຢ່າ ພວກເຮົາກໍຄຸມເຂັ້ມຫັ່ນແຫຼ້ວ ເພາະວ່າມັນ ຕິດຢູ່ໃກ້ເດ່້.”

ທ່ານກ່າວຕື່ມວ່າ ໃນເບື້ອງຕົ້ນ ເຈົ້າໜ້າທີ່ໄດ້ລົງຊຸກຍູ້ ລົງໂຄສະນາ ວິທີປ້ອງກັນ ໃຫ້ປະຊາຊົນ ຢູ່ເຂດນອກເມືອງ ໃສ່ຜ້າປິດປາກ, ລ້າງມື ໃຫ້ສະອາດທຸກຄັ້ງ ແລະເຕືອນໃຫ້ປະຊາຊົນ ຣະມັດຣະວັງບໍ່ຄວນເດີນທາງໄປຈີນ ໃນຣະຍະນີ້ ແຕ່ຢູ່ຫ່າງໄກ ສອກຫຼີກ ເຈົ້າໜ້າທີ່ຍັງບໍ່ໄດ້ ລົງໄປ ໂຄສະນາ ເທື່ອ ຍ້ອນມີຄວາມຫຍຸ້ງຍາກ ເສັ້ນທາງເຂົ້າໄປບໍ່ເຖິງ.

ເຖິງຢ່າງໃດກໍດີ ຈົນມາຮອດປັດຈຸບັນ ທາງການລາວ ຍັງບໍ່ພົບຜູ້ຕິດເຊື້ອໄວຣັສ ດັ່ງກ່າວນີ້ເທື່ອ ແລະໃນຣະຍະກຸດຈີນນີ້ ທາງການ ແຂວງຫຼວງນໍ້າທາ ກໍຈັດງານກຸດຈີນ ຂຶ້ນຕາມຕົກກະຕິ ແຕ່ຫ້າມ ບໍ່ໃຫ້ປະຊາຊົນ ນໍາສັດປ່າມາກິນ ເພື່ອປ້ອງກັນ ໄວຣັສ ໂຄໂຣນ້າ:

“ເຣື່ອງພຍາດໄວຣັສໂຕນີ້ ທາງລາວ ຍັງບໍ່ມີໃຜພົບເຊື້ອເທື່ອ ແມ່ນຫຼວງນໍ້າທາຍັງບໍ່ທັນມີ ພວກວິທີປ້ອງກັນນິ່ ກະບໍ່ຢາກໃຫ້ຄົນ ທີ່ວ່າໄປ ຊື້ສັດປ່າມາກິນ ຫຼືວ່າໄປລ່າເນື້ອ ລ່າສັດປ່າຫັ່ນ ຫ້າມເນາະ ເພາະວ່າເຊື້ອໂຕນີ້ ມັນມາຈາກສັດປ່າ ຈະຫຼາຍສັດ ທີ່ຂະເຈົ້າຊີ້ແຈງ ຢູ່ໃນ ຈີນຫັ່ນນະເນາະ.”

ອີງຕາມການຣາຍງານຂ່າວ ຊິນຫົວ ຂອງຈີນ ໃນວັນທີ 22 ມົກກະຣາ 2020 ນີ້ ໄວຣັສ ໂຄໂຣນ້າ ສາຍພັນໃໝ່ ຈາກເມືອງ ອູ່ຮັ່ນ ໄດ້ແຜ່ຣະບາດ ເປັນວົງກວ້າງ ມີຜູ້ເສັຽຊີວິດ ຈາກໄວຣັສ ດັ່ງກ່າວ ເພີ້ມເປັນ 9 ຄົນແລ້ວ ຜູ້ເສັຽຊີວິດທັງໝົດ ແມ່ນອາສັຍຢູ່ ເມືອງອູ່ຮັ່ນ ສ່ວນຜູ້ຕິດເຊື້ອ ເພີ່ມຂຶ້ນເປັນ 440 ຄົນ ຢູ່ໃນ 13 ມົນທົນ ຂອງຈີນ ຮວມທັງເມືອງ ປັກກິ່ງ, ເມືອງຊຽງໄຮ ແລະເມືອງເສິນເຈີ້ນ.

ນອກຈາກນີ້ແລ້ວຍັງພົບວ່າ 5 ປະເທດ ມີຜູ້ຕິດເຊື້ອໄວຣັສນີ້ ຄື ປະເທດໄທ ມີຜູ້ຕິດເຊື້ອ 3 ຄົນ, ຍີ່ປຸ່ນ, ເກົາຫຼີໃຕ້, ສະຫະຣັດ ອາເມຣິກາ ແລະ ໃຕ້ຫວັນ ມີຜູ້ຕິດເຊື້ອໄວຣັສ ໂຄໂຣນ້າ ສາຍພັນໃໝ່ ປະເທດລະ ນຶ່ງຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.