ຂ.ຫຼວງນ້ຳທາເລັ່ງກໍາຈັດ ອະຫິວາ ໝູ
2018.10.26
ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງຫລວງນໍ້າທາ ທ່ານນື່ງເວົ້າວ່າ ໂຣກອະຫິວາຫມູ ທີ່ຣະບາດ ຢູ່ແຂວງຫຼວງນ້ຳທາ ນີ້ເຮັດໃຫ້ ໝູຕາຍຫລາຍສິບໂຕ ເມື່ອຫລັງໆມານີ້. ແຕ່ປະຈຸບັນ ໂຣກ ດັ່ງກ່າວ ຖືກຄວບຄຸມ ບໍ່ໃຫ້ມັນແຜ່ລາມໄປເຂດອື່ນ. ດັ່ງທີ່ທ່ານກ່າວຕໍ່ ວິທຍຸ ເອເຊັຍເສຣີໃນຕອນນຶ່ງວ່າ:
“ປະຈຸບັນພຍາດດັ່ງກ່າວ ຍັງຢູ່ໃນຊ່ວງທີ່ວ່າຍັງຄວບຄຸມຢູ່ ຊ່ວງທີ່ວ່າບໍ່ໃຫ້ພຍາດ ແພ່ລາມໄປຫລາຍ ແລະກະໄດ້ລົງເຜີຍແຜ່ ວິທີການ ປ້ອງກັນ ລົງແນະນຳວິທີການຕ່າງໆ ໃນຊ່ວງເວລາ ທີ່ ພຍາດເກີດ ເຮົາຈະເຮັດແນວໃດ."
ໂຣຄດັ່ງກ່າວ ເກີດຂຶ້ນທີ່ເມືອງສິງ ຫລາຍກ່ວາໝູ່, ສ່ວນເມືອງອື່ນໆ ຍັງບໍ່ມີລາຍງານວ່າ ໝູເປັນພຍາດນີ້. ທາງການເປັນຫວ່ງ ຍ້ອນວ່າ ປະຊາຊົນຜູ້ລ້ຽງໝູ ຍັງບໍ່ມີຄວາມຮູ້ພຽງພໍ ໃນການລ້ຽງ ແລະ ອະນາມັຍຫມູ ໃນຟາມຂອງຕົນ ແລະເມື່ອເກີດໂຣຄຣະບາດແລ້ວ ກໍຍັງບໍ່ ຮູ້ວ່າ ຈະເຮັດແນວໃດ ເພື່ອບໍ່ໃຫ້ມັນແພ່ລາມ ອອກໄປ.
ໝູທີ່ຕາຍແລ້ວ ປະຊາຊົນຈໍານວນນຶ່ງກໍເອົາໄປຝັງ ແຕ່ມີບາງຄົນເອົາມາກິນ, ຮ້າຍໄປກ່ວານັ້ນ ຍັງມີການລັກເອົາຊີ້ນໝູ ໄປຂາຍຕາມທ້ອງ ຕລາດ ໂດຍບໍ່ໄດ້ຜ່ານ ການກວດກາຂອງ ເຈົ້າໜ້າທີ່, ດັ່ງທີ່ ທ່ານກ່າວວ່າ:
“ສຳຄັນກໍ່ແມ່ນໃຫ້ປະຊາຊົນ ຮູ້ວ່າພຍາດນີ້ມັນສຳຄັນສໍ່າໃດເນາະ ຫລັງຈາກທີ່ວ່າສັດຕາຍ ແລ້ວເຮົາຈະເຮັດແນວໃດ ຝັງແລ້ວເຮົາຈະມີຢາ ຂ້າເຊື້ອ ແລະສຳຄັນນີ້ແມ່ນ ບໍ່ໃຫ້ເອົາສັດດັ່ງກ່າວ ມາກີນ ຫລືຂາຍຕາມທ້ອງຕະຫລາດ.”
ແຕ່ເຖິງຢ່າງໃດຕາມ ໃນປັດຈຸບັນ ການບໍຣິໂພກຊີ້ນໝູ ແມ່ນຫລຸດລົງຫຼາຍແລ້ວ, ມີການຣະມັດຣະວັງຫລາຍຂື້ນ ໃນຂນະທີ່ປະຊາຊົນ ສ່ວນໃຫຍ່ ຍັງລໍຖ້າແຈ້ງການ ຂອງທາງການ ອີກເທື່ອໃຫມ່ ເພື່ອຢາກຮູ້ວ່າ ໂຣຄອະຫິວາໝູ ນັ້ນໝົດໄປແລ້ວ ຫລືວ່າຍັງຣະບາດຢູ່.