ໂຄງການສະກັດກັ້ນເຊື້ອ HIV-AIDS ຂ.ຫຼວງນໍ້າທາ

ມະນີຈັນ
2018.01.29
F-HIV ໂຄງການພັທນາ ເພື່ອສະກັດກັ້ນເຊື້ອ HIV/AIDS ຢູ່ແຂວງຈໍາປາສັກ ເຊກອງ ສາລະວັນ ແລະ ຫລວງນໍ້າທາ
Courtesy of WHO

ທະນະຄານພັທນາເອເຊັຽຫລື ADB ຍັງໃຫ້ການຊ່ວຍເຫລືອ ແຂວງຫລວງນໍ້າທາ ສະກັດກັ້ນການແຜ່ຂຍາຍຂອງເຊື້ອ HIV-AIDS ຢູ່ຕໍ່ໄປ ໃນຂະນະທີ່ຜູ້ຕິດເຊື້ອ ໃນແຂວງນີ້ ມີແນວໂນ້ມເພີ່ມຂຶ້ນ.

ຂ່າວວຽງຈັນທາມສ ສະບັບວັນທີ 2 ມົກຣາ 2018 ນີ້ຣາຍງານວ່າການຊ່ວຍເຫລືອທີ່ວ່ານັ້ນ ເປັນໂຄງການຊ່ວຍສະກັດກັ້ນ ແລະ ຄວບຄຸມ ເຊື້ອ HIV ຢູ່ແຂວງຫລວງນໍ້າທາ ໂດຍເນັ້ນໃສ່ການສ້າງຄວາມຮູ້ ຄວາມເຂົ້າໃຈ ໂດຍສະເພາະ ກຸ່ມທີ່ສ່ຽງຕໍ່ການທີ່ ຈະຕິດເຊື້ອໄດ້ງ່າຍ ຮວມທັງຄົນຍ້າຍຖີ່ນ ແລະຄົນທີ່ເຄື່ອນຍ້າຍ ຢູ່ຕາມເຂດເສຖກິດຕ່າງໆນໍາດ້ວຍ.

ໂຄງການຊ່ວຍເຫລືອຂອງ ADB ແກ່ລາວດັ່ງກ່າວເລີ່ມມາແຕ່ປີ 2012 ຊຶ່ງກວມເອົາ 8 ແຂວງຄືອັດຕະປື, ຈໍາປາສັກ ສາລະວັນ, ບໍ່ແກ້ວ, ອຸດົມໄຊ, ຫລວງນໍ້າທາ, ຜົ້ງສາລີ ແລະແຂວງຫົວພັນ. ຢູ່ແຂວງຫວງນໍ້າທາ ຕາມຄໍາເວົ້າຂອງທ່ານໝໍ ດ້ານ HIV-AIDS ທ່ານນຶ່ງຕໍ່ RFA, ການຕິດເຊື້ອ HIV ຢູ່ແຂວງນີ້ຢູ່ໃນສະພາບໜ້າເປັນຫ່ວງ ຂະນະທີ່ງົບປະມານ ຂອງທາງການລາວ ເພິ່ນມີໃຫ້ຈໍາກັດ ແລະການຊ່ວຍເຫລືອ ຂອງຕ່າງປະເທດ ກໍມີໜ້ອຍລົງທຸກປີ ເຮັດໃຫ້ຜູ້ຕິດເຊື້ອ ມີແນວໂນ້ມເພີ່ມຂຶ້ນ ຂະນະທີ່ ການໂຄສະນາເຜີຍແຜ່ ຄວາມຮູ້ໃຫ້ປະຊາຊົນເຂົ້າໃຈ ເຖິງຜົລຮ້າຍ ຂອງການຕິດເຊື້ອ HIV ນີ້ບໍ່ທົ່ວເຖິງ ດັ່ງທີ່ທ່ານກ່າວວ່າ:

"ຖ້າທຽບໃສ່ປີກາຍປີກ່ອນ ກະເພີ່ມຂຶ້ນ ປີກາຍມັນກະບໍ່ໄດ້ຫລາຍ ປີນີ້ມັນເພີ່ມຂຶ້ນຮອດ 12 ຄົນພຸ້ນນະ ສາວບໍຣິການພົບຫລາຍປີນີ້ ທຸກມື້ນີ້ ADB ໃຫ້ກະມີແຕ່ອອກທາງ ໂທຣະໂຄ່ງ ແຕ່ລະເມືອງເຮົາກະອອກ ພາສາຊົນເຜົ່າ ເພິ່ນກະເຮັດ ເຮົາກະມີແຕ່ ເຮັດໂຄສະນາ ກັບທາງ ໂທຣະໂຄ່ງ ໃຫ້ຄວາມຮູ້ ລະກະມີອາສາສມັກ ປະຈໍາຢູ່ແຕ່ລະເມືອງ ມີ 4 ເມືອງ ບໍ່ຄົບທຸກບ້ານດອກ ມີແຕ່ບ້ານເປົ້າໝາຍເພິ່ນ ໃຫ້ການ ສນັບສນູນ."

ເວົ້າສະເພາະການກວດຫາຜູ້ຕິດເຊື້ອ HIV-AIDS ຂອງສາທາຣະນະສຸກ ຢູ່ໂຮງຮຽນຝຶກອາຊີບຊົນເຜົ່າແຫ່ງນຶ່ງ ຢູ່ແຂວງຫຼວງນໍ້າທາ ເມື່ອ ໄວໆມານີ້, ຕາມຄໍາເວົ້າຂອງເຈົ້າໜ້າທີ່ແຂວງ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ແລະສຽງ ແລ້ວແມ່ນວ່າ ໃນຈໍານວນນັກຮຽນທັງໝົດ 400 ປາຍ ຄົນ ມີເຖິງ 70 ປາຍຄົນຕິດເຊື້ອ HIV. ການກວດພົບທີ່ວ່ານີ້ ເຮັດໃຫ້ເກີດຄວາມກັງວົນກັນຫລາຍ ຢ້ານວ່າການຕິດເຊື້ອນັ້ນ ຈະຮ້າຍແຮງ ຂຶ້ນ ຫາກຍັງບໍ່ມີການເຜີຍແຜ່ ຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບເຊື້ອໂຣກ ຕິດຕໍ່ທາງເພດສໍາພັນ ນັ້ນຢ່າງທົ່ວເຖິງ ແລະຕໍ່ເນື່ອງ.

ທ່ານເວົ້າຕໍ່ໄປວ່າ ທາງຣັຖບານລາວ ເພິ່ນກໍເອົາໃຈໃສ່ປິ່ນປົວ ເພາະຢາກປະຕິບັດໃຫ້ໄດ້ຕາມເປົ້າໝາຍ ຣະດັບໂລກ. ເຖິງມີສູນປິ່ນປົວ ໂຣກເອສ 1 ແຫ່ງ ໃນແຂວງຫລວງນໍ້າທາ ແຕ່ຍ້ອນຂາດງົບປະມານ ຈຶ່ງມີແຕ່ຈ່າຍຢາ ARV ຕ້ານການຂຍາຍໂຕ ຂອງໂຣກເອສ ໃຫ້ຜູ້ເປັນເອສ ເປັນລະຍະລະຍະ ແລ້ວກໍປ່ອຍໃຫ້ພວກເຂົາ ກັບໄປບ້ານ ບໍ່ຄ່ອຍໄດ້ນອນປົວຢູ່ສູນ ແລະພວກເຂົາເຈົ້າ ກໍບາງເທື່ອມາ ບາງເທື່ອບໍ່ມາຕາມ ເວລາໝໍນັດ:

"ຫລວງນໍ້າທາ ມີສູນໃດ ມີແຕ່ໃຫ້ຂະເຈົ້າມາຮັບຢູ່ແຂວງ ເດືອນນຶ່ງບໍ່ 3 ເດືອນບໍ່ ໃຫ້້ມາຮັບຢາ ເຂົາບໍ່ມາກໍທີມງານເຮົາ ທີມງານໂຮງໝໍ ເຮົາໄປນໍາ."

ແລະການປິ່ນປົວບໍ່ຕໍ່ເນື່ອງ ແມ່ນບໍ່ໄດ້ຮັບຜົລເທົ່າທີ່ຄວນ ແລະທັງເປັນອັນຕຣາຍຕໍ່ຜູ້ອື່ນ. ທາງດ້ານເຈົ້າໜ້າທີ່ ທີ່ບໍ່ປະສົງ ອອກຊື່ແລະສຽງ ທ່ານເດີມ ກໍໄດ້ກ່າວຢ້ອນ ຄືນຫລັງວ່າ ປະມານ 10 ປີກ່ອນ ຊຶ່ງຕອນທີ່ຜູ້ຄົນກັງວົນ ນໍາເຣື່ອງການຕິດເຊື້ອໂຣກ ນີ້ຫຼາຍມີໂຄງການໃຫຍ່ ເຂົ້າມາ, ຢູ່ແຂວງຫລວງນໍ້າທາ ມີການໂຄສະນາຕ້ານໂຣກນີ້ ຢ່າງເອົາຈິງເອົາຈັງ. ຫາກຂຶ້ນຣົດເມທາງໄກ ກໍຈະສັງເກດເຫັນອາສາສມັກ ພາຍຖົງຂຶ້ນຣົດໄປນໍາ ເພື່ອໂຄສະນາ ເຜີຍແຜ່ຄວາມຮູ້ ກ່ຽວກັບຄວາມສ່ຽງ ແລະຜົລຮ້າຍ ຈາກການຕິດເຊື້ອໂຣກນີ້ ໃຫ້ຜູ້ໂດຍສານໄປນໍາ ຣົດນັ້ນນໍາ ພ້ອມທັງແຈກໃບໂຄສະນາ ຫລື poster ແລະແຈກຖົງຢາງອະນາມັຍ ໃຫ້ນໍາດ້ວຍ. ແຕ່ມາດຽວນີ້ ບໍ່ເຫັນເປັນແບບນັ້ນອີກແລ້ວ, ຢູ່ຕາມບ້ານ ຕາມເມືອງ ຕາມໂຮງການ ກໍປາກົດວ່າ ບໍ່ມີໃຜລົງມາ ໂຄສະນາ ສະກັດກັ້ນເຊື້ອ HIV ຄືແຕ່ກ່ອນອີກ.

ເວົ້າເຖິງຜູ້ຕິດເຊື້ອ ສ່ວນຫລາຍກໍແມ່ນແມ່ບ້ານ ຊຶ່ງອາດຕິດຈາກສາມີ ທີ່ມັກທ່ຽວ ຫລືວ່າກັບມາຈາກໄປເຮັດວຽກງານ ຢູ່ບ່ອນອື່ນ. ບາງ ກໍຣະນີກໍແມ່ນເມັຽ ເປັນຜູ້ເອົາເຊື້ອໂຣກ ນັ້ນມາຕິດໃສ່ລູກໃສ່ຜົວ ຊຶ່ງອາດກ່ຽວຂ້ອງ ກັບການຫາຢູ່ຫາກິນ ຂອງນາງ ກ່ອນແຕ່ງດອງ.

ເວົ້າເຖິງການແກ້ໄຂບັນຫາທີ່ວ່ານີ້ ເຈົ້າໜ້າທີ່ລາວ ຜູ້ບໍ່ປະສົງອອກຊື່ແລະສຽງ ທ່ານນີ້ ສລຸບວ່າຄວາມຈິງແລ້ວ ຣັຖບານເພິ່ນກໍເອົາໃຈໃສ່ ຫລາຍ ແຕ່ໄປຄານໍາ ງົບປະມານ. ການຂາດງົບປະມານນັ້ນ ເຮັດໃຫ້ບໍ່ມີການໂຄສະນາເຜີຍແຜ່ ຄວາມຮູ້ແກ່ ປະຊາຊົນ ກ່ຽວກັບຜົລຮ້າຍ ຂອງເຊື້ອ HIV ແລະການປິ່ນປົວຜູ້ຕິດເຊື້ອ HIV-AIDS ຢູ່ແຂວງຫລວງນໍ້າທາ ໄດ້ບໍ່ກວ້າງຂວາງຄືແຕ່ກ່ອນ ອັນອາດຈະເຮັດໃຫ້ຜູ້ຕິດ ເຊື້ອນີ້ ຫລາຍຂຶ້ນແນ່ນອນ ແລະເຖິງຕອນນັ້ນ ຢາທີ່ຍັງມີປິ່ນປົວ ໃນຂະນະນີ້ ກໍອາດຈະບໍ່ ພຽງພໍ ດັ່ງທ່ານໝໍກ່າວວ່າ:

"ຢາ ສໍາລັບດຽວນີ້ກະພໍ ແຕ່ບໍ່ຮູ້ວ່າສິພໍບໍ່ຕໍ່ໜ້າ ເພາະຄົນຕິດກໍນັບມື້ເພີ່ມຂຶ້ນ ການໃຫ້ທຶນກໍຫລຸດລົງຫັ້ນນະ ກໍຈະເພີ່ມຂຶ້ນ ການທ່ອງທ່ຽວ ການເຂົ້າການອອກ ທ່ອງທ່ຽວ ມັນຫລາຍນໍ໊ ບັດນີ້ການເຮັດທຸຣະກິດ ນັ້ນນີ້ມັນກະຫລາຍ ສະຖານທີ່ບັນເທີງເພີ່ມຂຶ້ນ ກະບໍ່ໄດ້ມີການຕວດ."

ຂ່າວຈາກນະຄອນຫລວງວຽງຈັນ ຣາຍງານໂດຍອີງໃສ່ຄໍາເວົ້າຂອງມາດາມ Kaarina Immonen ຜູ້ປະສານງານ ສະຫະປະຊາຊາດ ປະຈໍາລາວວ່າ ເຖິງແມ່ນ ສປປລາວ ຈະເປັນປະເທດ ທີ່ມີອັດຕຣາການຕິດຊື້ອ HIV ຕໍ່າ, ທີມງານ ສະຫະປະຊາຊາດ ນໍາໂດຍອົງການ, ອົງການອະນາມັຍໂລກ ແລະອົງການເພື່ອປະຊາກອນ ສະຫະປະຊາຊາດ ໃຫ້ການສນັບສນູນ ຄູ່ຮ່ວມພັທນາຂອງຣັຖບານລາວ ສຸມໃສ່ ແກ້ໄຂກຸ່ມ ທີ່ມີຄວາມສ່ຽງສູງ ທີ່ຈະຕິດເຊື້ອ ແຕ່ກໍຈະຕ້ອງ ຂຍາຍໄປເຖິງກຸ່ມສ່ຽງອື່ນໆ ຊຶ່ງເປັນ ເປົ້າໝາຍ ຄືຈະບໍ່ປະໃຫ້ຜູ້ໃດ ໄວ້ທາງ ຫລັງນັ້ນ. ຜູ້ມີຄວາມສ່ຽງ ມີຮວມທັງແມ່ຍິງວັຍໜຸ່ມວັຍລຸ້ນ ແລະຄົນຍ້າຍຖິ່ນຊຶ່ງເປັນກຸ່ມທີ່ຈະປະເຊີນ ກັບບັນຫາການໄດ້ຮັບບໍຣິການ ປິ່ນປົວເຊື້ອ HIV ແລະດ້ານສຸຂພາບອື່ນໆ.

ຂ່າວຣາຍງານຕໍ່ໄປວ່າ ຄູ່ຄອງຂອງແມ່ຍິງ ບໍຣິການທາງເພດ ຮວມເຖິງຄົນຍ້າຍຖິ່ນ ເປັນກຸ່ມສ່ຽງຕໍ່ການຕິດເຊື້ອ HIV-AIDS ນັບຕັ້ງແຕ່ປີ 1990 ມາ ແລະຣາຍງານເມື່ອໄວໆມານີ້ກໍເວົ້າວ່າ ໃນກຸ່ມແມ່ຍິງວັຍໜຸ່ມນ້ອຍ ອາຍຸຣະຫວ່າງ 15 ປີຫາ 24 ປີ ຜູ້ຕິດເຊື້ອມີແນວໂນ້ມ ເພີ່ມຂຶ້ນ. ປະເມີນກັນວ່າ ລາວ ຈໍາຕ້ອງລົງທຶນ 5 ລ້ານໂດລາ ສະຫະຣັຖ ຕໍ່ປີ ໃສ່ການແກ້ໄຂບັນຫາ ທີ່ວ່ານີ້ ຮວມທັງການປິ່ນປົວ ຫາກ ລາວປະສົງ ທີ່ຈະບັນລຸເປົ້າໝາຍແຫ່ງຊາດ ໃນປີ 2020 ຊຶ່ງມາຮອດປັດຈຸບັນ ລົງທຶນດ້ານ HIV ພຽງ 2 ລ້ານໂດລາ ທີ່ເກືອບວ່າທັງໝົດ ເປັນການລົງທຶນ ຂອງຕ່າງປະເທດ. ດັ່ງນັ້ນຈຶ່ງຕ້ອງມີທຶນພາຍໃນ ປະເທດລາວ ຫລາຍຂຶ້ນ.

ປະເມີນວ່າ ລາວ ມີຄົນຕິດເຊື້ອ HIV ຢູ່ 11 ພັນ 500 ຄົນ. ໃນນັ້ນປະມານ 65 ເປີເຊັນ ບໍ່ຮູ້ວ່າຕົນຕິດເຊື້ອ. ການບໍ່ຮູ້ວ່າຕົນຕິດເຊື້ອນັ້ນ ທ່ານໝໍລາວ ທ່ານນຶ່ງ ເຄີຍໃຫ້ RFA ສໍາພາດ ວ່າເປັນອັນຕຣາຍຫລາຍ ເພາະອາດນໍາເຊື້ອນັ້ນໄປຕິດ ຄົນອື່ນຕໍ່ໆໄປ ໂດຍບໍ່ຕັ້ງໃຈ. ດັ່ງນັ້ນຈຶ່ງຄວນໄປຫາ ໝໍກວດເລືອດ ເພື່ອໃຫ້ຕົນເອງແນ່ໃຈ, ຫາກວ່າຕົນໄດ້ກະທໍາ ຄວາມສ່ຽງ ກໍບໍ່ຕ້ອງລໍຖ້າໃຫ້ມີອາການ ປາກົດຂຶ້ນກ່ອນ ຈະເປັນການດີກວ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.