ຂ.ຫົວພັນ ອະນຸຍາດ ໃຫ້ເປີດ ໂຮງຂ້າສັດ
2018.07.10

ປັຈຈຸບັນ ຂະແໜງລ້ຽງສັດແລະປະມົງ ແຂວງຫົວພັນ ອະນຸຍາດໃຫ້ໂຮງຂ້າສັດແຕ່ລະແຫ່ງ ສາມາດຂ້າ ງົວ ຄວາຍ ໄດ້ຕາມປົກຕິແລ້ວ ພາຍຫລັງ ໄດ້ສັ່ງຫ້າມ ບໍ່ໃຫ້ຂ້າ ງົວ ຄວາຍ ມາເປັບເວລາ 3 ເດືອນ ຍ້ອນພຍາດປາກເປື່ອຍແຜ່ຣະບາດ ທັງນີ້ກໍເພື່ອ ຕອບສນອງຄວາມ ຕ້ອງການ ຂອງຜູ້ບໍຣິໂພກ ຕາມທ້ອງຕລາດ ເພາະລ່າສຸດນີ້ ທາງເຈົ້າໜ້າທີ່ ສາມາດຄວບຄຸມ ການແຜ່ຣະບາດໄດ້ ໃນຫລາຍພື້ນທີ່ແລ້ວ. ດັ່ງເຈົ້າໜ້າທີ່ຂະແໜງລ້ຽງສັດ ແລະປະມົງ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 10 ກໍຣະກະດາ ນີ້ວ່າ:
“ໂຮງງານຂ້າສັດຢູ່ ແຂວງເຮົາ ກໍອະນຸຍາດ ໃຫ້ຂ້າສັດໄດ້ແລ້ວ ການຕິດເຊື້ອ ກໍບໍ່ເປັນຫລາຍແລ້ວເດ້ ເປັນກໍບາງບ້ານ ບາງເມືອງກໍມີ ປະມານບ້ານນຶ່ງ ສອງບ້ານນີ້ ສັດທີ່ຕາຍຫັ້ນ ມັນກໍສງົບໄປແລ້ວ.”
ທ່ານວ່າ ໃນຣະຍະນີ້ ທາງການໄດ້ແນະນໍາໃຫ້ປະຊາຊົນ ຊື້ຊີ້ນງົວ ຫຼືຊີ້ນຄວາຍຈາກພໍ່ຄ້າ ທີ່ຊື້ຊີ້ນມາຈາກ ໂຮງງານຂ້າສັດເທົ່ານັ້ນ ເພາະ ຮັບປະກັນ ວ່າປອດເຊື້ອພຍາດ ປາກເປື່ອຍລົງເລັບ.
ຢ່າງໃດກໍຕາມ ທ່ານກ່າວຕຶ່ມວ່າຫລ່າສຸດນີ້ ເຈົ້າໜ້າທີ່ ສາມາດຄວບຄຸມເຊື້ອພຍາດ ປາກເປື່ອຍລົງເລັບ ໄດ້ຫລາຍເມືອງແລ້ວ ແຕ່ຍັງມີ ບາງພື້ນທີ່ ຕ້ອງເຝົ້າຣະວັງ ຢ່າງໃກ້ຊິດ ເປັນຕົ້ນເມືອງກ້ວນ ແລະເມືອງຫົວເມືອງ ເພາະເປັນເມືອງທີ່ ມີສັດລ້ຽງຕິດເຊື້ອ ພຍາດດັ່ງກ່າວ ຫລາຍກວ່າເມືອງອື່ນໆ. ສະນັ້ນ ປັຈຈຸບັທາງການຍັງຫ້າມ ປະຊາຊົນຊື້ຂາຍແລະເຄື່ອນຍ້າຍ ງົວ ຄວາຍ ໄປມາ ຈົນກ່ວາເຂດນັ້ນຈະຖຶກ ປະກັນວ່າເປັນເຂດປອດເຊື້ອພຍາດ ປາກເປື່ອຍລົງເລັບ ຄົບ 2 ເດືອນແລ້ວ ຈຶ່ງສາມາດ ຊື້ຂາຍ ແລະ ເຄື່ອນຍ້າຍ ສັດລ້ຽງໄດ້.
ຕາມຣາຍງານ ຂອງເຈົ້າໜ້າທີ່ ຫ້ອງການກະສິກັມແລະປ່າໄມ້ ຂອງທາງການລາວ ກ່າວວ່າ ປັຈຈຸບັນ ຢູ່ເມືອງຫົວເມືອງ ຍັງມີສັດລ້ຽງ ຕິດເຊື້ອພຍາດ ປາກເປື່ອຍລົງເລັບ 1,270 ໂຕ, ຜ່ານມາຕາຍແລ້ວ 42 ໂຕຫລ້າສຸດຍັງເຫລືອ 13 ບ້ານ ທີ່ມີສັດລ້ຽງ ຕິດເຊື້ອພຍາດ ປາກເປື່ອຍ ລົງເລັບ.