ໂຣຄປາກເປື່ອຍລົງເລັບ ຂອງ ສັດລ້ຽງ
2018.01.18

ໃນປັຈຈຸບັນ ໂຣຄປາກເປື່ອຍລົງເລັບກໍາລັງຣະບາດ ໃນ 9 ບ້ານ ຢູ່ເມືອງວຽງໄຊແຂວງຫົວພັນ ເຮັດໃຫ້ສັດລ້ຽງງົວຄວາຍຂອງປະຊາຊົນ ລົ້ມຕາຍໄປແລ້ວ 112 ໂຕ ແລະອີກຈໍານວນ 3,600 ໂຕ ກໍກໍາລັງຕິດເຊື້ອໂຣຄ ດັ່ງກ່າວນີ້ຢູ່ ຊຶ່ງດຽວນີ້ພາກສ່ວນ ກ່ຽວຂ້ອງກໍາລັງເຝົ້າ ຕິດຕາມຢ່າງເຂັ້ມງວດ ພ້ອມທັງແຈ້ງເຕືອນ ບໍ່ໃຫ້ປະຊາຊົນເຄື່ອນຍ້າຍສັດ ເພື່ອສະກັດກັ້ນ ການແຜ່ລາມຂອງເຊື້ອໂຣຄດັ່ງກ່າວ, ດັ່ງ ເຈົ້າໜ້າທີ່ ຂແນງລ້ຽງສັດ ເມືອງວຽງໄຊ ກ່າວໃນວັນທີ 10 ມົກຣາ ນີ້ວ່າ:
"ມີບ້ານທີ່ວ່າມັນກໍາລັງຂຍາຍ ໄປຫັ້ນເນາະ ກໍມີຈໍານວນນຶ່ງ ໂຕຕາຍແທ້ໆສ່ວນຫຼາຍ ກໍຈະເປັນໂຕເກີດໃໝ່ຫັ້ນເນາະ ທີ່ວ່າແມ່ມັນບໍ່ໃຫ້ ກິນນົມ ແລ້ວລູກມັນ ຕິດເຊື້ອຫັ້ນນະ ຍາມນີ້ກໍແມ່ນມີແຕ່ຫ້າມ ຊື້ຫ້າມຂາຍສັດ ສະກັດກັ້ນພຍາດຫັ້ນເນາະ ສີດພົ່ນຢາ.”
ເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ໄປວ່າ ການແຜ່ຣະບາດ ຂອງພຍາດນີ້ເກິດຂຶ້ນ ນັບແຕ່ເດືອນ ພຶສຈິກາປີກາຍ ສາເຫດຕົ້ນຕໍ ເກີດຈາກພຍາດ ຕາມຣະດູການ ແລະອາດມີ ປະຊາຊົນນໍາສັດ ທີ່ມີເຊື້ອ ປາກເປື່ອຍລົງເລັບ ຈາກເມືອງອື່ນ ເຂົ້າມາພາຍໃນເມືອງ, ສໍາລັບງົວຄວາຍ ທີ່ ຕາຍຍ້ອນ ໂຣຄດັ່ງກ່າວນັ້ນ ເຈົ້າໜ້າທີ່ໄດ້ແຈ້ງໃຫ້ ປະຊາຊົນເອົາໄປຝັງດິນ ເພື່ອບໍ່ໃຫ້ເຊື້ອໂຣຄແຜ່ຂຍາຍ ພ້ອມທັງ ສັ່ງບໍ່ໃຫ້ກິນຊີ້ນສັດ ທີ່ຕາຍຢ່າງເດັດຂາດ.
ທ່ານກ່າວວ່າ ປັຈຈຸບັນ ທາງຂແນງລ້ຽງສັດ ກໍາລັງຕ້ອງການ ຢາວັກຊິນ ປ້ອງກັນພຍາດ ປາກເປື່ອຍລົງເລັບ ຈໍານວນຫລາຍຢູ່ ຈຶ່ງຢາກ ຮຽກຮ້ອງ ໃຫ້ທາງກະຊວງກະສິກັມແລະປ່າໄມ້ ເລັ່ງສນອງຢາຊນິດດັ່ງກ່າວ ເພື່ອຈະສາມາດຄວບຄຸມ ການແຜ່ຣະບາດ ຂອງເຊື້ອໂຣຄນີ້ ໃຫ້ຫມົດໄປ ຊຶ່ງມູນຄ່າຄວາມເສັຽຫາຍ ທີ່ໄດ້ຮັບຈາກໂຣຄດັ່ງກ່າວຣະບາດ ໃນປັດຈຸບັນ ຕົກຢູ່ປະມານ 290 ລ້ານກິບ.
ຣາຍງານວ່າ ການແຜ່ຣະບາດຂອງໂຣຄປາກເປື່ອຍ-ລົງເລັບ ຢູ່ເມືອງວຽງໄຊ ໃນເທື່ອນີ້ ນັບເປັນເທື່ອທີ 2 ແລ້ວ ຄັ້ງທໍາອິດເກິດຂຶ້ນ ໃນປີ 2010 ຊຶ່ງໃນເວລານັ້ນມີງົວຕາຍ 15 ໂຕ, ຄວາຍຕາຍ 2 ໂຕ ແລະມີງົວຄວາຍ ຕິດເຊື້ອໂຣຄດັ່ງກ່າວທັງຫມົດ 310 ໂຕ.
ທ່ານ ອຳໄພ ພູນມະໂນລາດ ຮອງຫົວຫນ້າຫ້ອງການ ກະສິກັມແລະປ່າໄມ້ ເມືອງວຽງໄຊ ກ່າວວ່າໂຣຄດັ່ງກ່າວ ເກີດຂຶ້ນກ່ອນຫມູ່ ຢູ່ບ້ານ ສອນເພັດ ແລ້ວລາມໄປໃນບ້ານອື່ນໆ ໃນຈຳນວນ 9 ບ້ານ ຢ່າງວ່ອງໄວ, ບ້ານທີ່ເສັຽຫາຍຫລາຍກວ່າຫມູ່ ແມ່ນບ້ານຊຽງລວງ ມີງົວຕິດ ເຊື້ອໂຣຄຈຳນວນ 1,122 ໂຕ, ຕາຍ 17 ໂຕ ແລະຄວາຍຕິດເຊື້ອ 184 ໂຕ, ຕາຍ 16 ໂຕ. ລອງລົງມາແມ່ນ ບ້ານສອນເພັດ. ຢູ່ບ້ານ ສອນເພັດ ມີງົວຕິດເຊື້ອ 600 ໂຕ, ຕາຍ 49 ໂຕ ຄວາຍຕິດເຊື້ອ 289 ໂຕ, ຕາຍ 16 ໂຕ.
ນອກຈາກນັ້ນກໍຍັງມີອີກ 3 ບ້ານ ທີ່ມີການຕິດເຊື້ອຣາຍໃຫຍ່ເຫມືອນກັນ, ດັ່ງບ້ານນາວິດ ບ້ານໂສຍແລະບ້ານນາສາງ ມີສັດລ້ຽງຕິດເຊື້ອ ໂດຍຮວມຈໍານວນ 748 ໂຕ ໃນນັ້ນຕາຍ 97 ໂຕ.
ເຖິງຢ່າງໃດກໍຕາມ ຫນ່ວຍງານສັດຕະວະແພດ ປະຈຳແຂວງ ກໍໄດ້ລົງໄປກວດກາ ການຕິດເຊື້ອດັ່ງກ່າວ ແລະໄດ້ສີດຢາປ້ອງກັນໂຣຄນີ້ ໃຫ້ແກ່ສັດລ້ຽງຂອງຊາວບ້ານ ໃນເຂດດັ່ງກ່າວ ແຕ່ຍັງບໍ່ທົ່ວເຖິງ ຍ້ອນຂາດງົບປະມານ ແລະຂາດຢາວັກຊິນ ຕ້ານເຊື້ອໂຣຄ ດັ່ງກ່າວນີ້.
ໂຣຄປາກເປື່ອຍລົງເລັບ ເປັນໂຣຄຣະດູການ ໃນແຕ່ລະປີ ໃນລາວຈະມີໂຣຄນີ້ເກີດຂຶ້ນຕລອດ ໂດຍສະເພາະ ຫລັງຣະດູຝົນ ຍ້ອນອາກາດ ໜາວຈັດແລະສັດບາງຊນິດ ກໍເປັນໂຣຄຣະບົບຫາຍໃຈ ບໍ່ເປັນປົກກະຕິ ຈຶ່ງເຮັດໃຫ້ໂຣຄນີ້ເກີດຂຶ້ນ ກາຍເປັນ ໂຣຄປາກເປື່ອຍ-ລົງເລັບ.
ການຣະບາດວ່າງປີຫລັງໆມານີ້ ກໍ່ແມ່ນຢູ່ແຂວງຈຳປາສັກ ເຮັດໃຫ້ງົວຄວາຍ ຢູ່ແຂວງຈຳປາສັກ ຕາຍໄປປະມານ 200 ໂຕ ຍ້ອນພຍາດ ປາກເປື່ອຍ ລົງເລັບ ແລະພຍາດເຕົ້າໂຮມເລືອດ ແລະສະເພາະ ເດືອນມິນາ ເດືອນດຽວໃນປີນັ້ນ ມີງົວຄວາຍ ຕາຍກວ່າ 40 ໂຕ ແລະ ໃນເດືອນອື່ນໆຕໍ່ມາ ຈົນຮອດ 200 ໂຕ.
ໂຣຄປາກເປື່ອຍລົງເລັບ ສ່ວນຫລາຍມັກເກີດຂຶ້ນໃນ ຣະດູຫນາວຍ້ອນອາກາດຫນາວຈັດ ໂດຍສະເພາະໃນແຂວງພາກເຫນືອ.ແຕ່ໃນປີ ທີ່ຜ່ານມາ ກໍມີການຣະບາດຢູ່ແຂວງຈຳປາສັກ ທີ່ເມືອງສຸຂຸມມາ ປະທຸມພອນ, ຮວມໄປຮອດເມືອງໂຂງ ແລະ ເມືອງ ຊະນະສົມບູນ. ນອກຈາກນັ້ນ ກໍຍັງມີການຣະບາດ ໃນແຂວງອື່ນໆທີ່ບໍ່ມີຣາຍງານ.
ການລະບາດຂອງພຍາດປາກເປື່ອຍລົງເລັບ ຢູ່ເມືອງຫີນບູນ ແຂວງຄຳມ່ວນ ເຮັດໃຫ້ມີສັດລ້ຽງ ຂອງປະຊາຊົນ ຕາຍຈຳນວນນຶ່ງແຕ່ບໍ່ໄດ້ ບອກຕົວເລກຢ່າງຊັດເຈນ.
ໃນທີ່ຜ່ານມາ ອົງການພຍາດຣະບາດສາກົນ ໄດ້ໃຫ້ການຊ່ອຍເຫລືອໃນ 8 ແຂວງ ຢູ່ພາກເຫນືອຂອງລາວ ເພື່ອກຳຈັດ ໂຣຄປາກເປື່ອຍ ລົງເລັບ ໃນຝຸງສັດລ້ຽງງົວຄວາຍ, ໂດຍການໃຫ້ຢາວັກຊິນ ຕ້ານເຊື້ອໂຣຄດັ່ງກ່າວ ໃນແຕ່ລະແຂວງ ເນື່ອງຈາກສັດລ້ຽງ ໃນພາກເຫນືອ ມັກຕິດເຊື້ອໂຣຄດັ່ງກ່າວ ໃນຣະດູຝົນ ແລະຣະດູຫນາວ.
ເມື່ອປີ 2015 ອົງການ ໂຣຄຣະບາດສາກົນ ໄດ້ມອບຢາສັກວັກຊິນ ໃຫ້ແກ່ໂຄງການພັທນາ ຄຸນນະພາບຊີວິດ ໃນແຂວງພາກເຫນືອ ເພື່ອ ແຈກຢາຍໃຫ້ຂແນງລ້ຽງສັດ ຕາມແຂວງຕ່າງໆ ປະມານແຂວງລະ 45- 50 ພັນໂດສ ຊຶ່ງບາງແຂວງ ກໍໄດ້ຮັບ ການສນອງໄປແລ້ວ ແລະ ຍັງມີອີກບາງແຂວງ ກຳລັງລໍຖ້າຢູ່ ແຕ່ຈະໃຫ້ຄົບທັງຫມົດ 8 ແຂວງ ໃນຣະຍະຕໍ່ມາ.
ເຖິງຢ່າງໃດກໍຕາມ ທີ່ຜ່ານມາ ງົວຄວາຍ ຈາກແຂວງພາກເຫນືອຂອງລາວ ຕິດເຊື້ອໂຣຄ ປາກເປື່ອຍລົງເລັບ ຫລາຍກວ່າພາກອື່ນໆ ຊຶ່ງ ໃນຣະຍະ 5 ປີຜ່ານມາ ມີງົວຄວາຍທີ່ແຂວງພາກເຫນືອ ລົ້ມຕາຍຍ້ອນໂຣຄດັ່ງກ່າວ ໄປແລ້ວຫລາຍພັນໂຕ ສ້າງຄວາມເດືອດຮ້ອນໃຫ້ແກ່ ຊາວກະສິກອນລ້ຽງສັດຢ່າງໃຫຍ່ຫລວງ.
ຕາມການຄົ້ນຄວ້າພົບວ່າ ໂຣຄປາກເປື່ອຍລົງເລັບ ທີ່ເກີດຂຶ້ນໃນລາວນັ້ນສ່ວນໃຫຍ່ມາຈາກຣະດູການ ແລະຂາດການສັກວັກຊິນປ້ອງກັນ ເຊື້ອໂຣຄດັ່ງກ່າວຈາກທາງການລາວ ແລະຫນ່ວຍງານທີ່ກ່ຽວຂ້ອງ ຈຶ່ງເຮັດໃຫ້ໂຣຄນີ້ຣະບາດຂຶ້ນຕລອດ ໃນແຕ່ລະປີ.
ໂຣຄນີ້ ເກີດກັບສັດລ້ຽງປະເພດງົວຄວາຍ ແລະສັດປະເພດອື່ນໆເຫມືອນກັນ ອາການຂອງໂຣຄດັ່ງກ່າວ ສັດຈະມີສຸຂພາບອ່ອນແອ ຫລືໄຂ້ ແບບຄົນເຮົາມີຂີ້ມຸກໄຫລ ມີນ້ຳລາຍສີຂາວອອກມາຕັນດັງ ແລະຮູຄໍແດງ ສາມາດຕິດຕໍ່ໄປຫາສັດລ້ຽງອື່ນໆໄດ້ ຖ້າບໍ່ມີການສັກຢາວັກຊິນ ຕ້ານໄວ້. ອາການຂອງສັດທີ່ຕິດເຊື້ອ ຈະມີອຸນນະພູມຄວາມຮ້ອນ ໃນຮ່າງກາຍສຸງ ໃນເວລາ 3-5 ວັນຈົນເຖິງ 12 ວັນ, ຫລັງຈາກນັ້ນ ກໍຈະຫລຸດລົງ ແຕ່ຖ້າບໍ່ສັກວັກຊິນ ອາການກໍຈະເພີ້ມຂຶ້ນເລື້ອຍໆ. ສາເຫດສ່ວນໃຫຍ່ມາຈາກ ສະພາບອາກາດຫນາວຈັດ.
ວິທີປ້ອງກັນເຊື້ອໂຣຄດັ່ງກ່າວກໍແມ່ນວ່າ;
1- ຜູ້ລ້ຽງສັດຕ້ອງສັກຢາໃຫ້ສັດລ້ຽງຂອງຕົນ ກ່ອນຣະດູຫນາວຈະເລີ້ມຂຶ້ນ.
2-ສຳລັບປະຊາຊົນຜູ້ທຸກຍາກໃນເຂດຊົນນະບົດ ຫ່າງໄກສອກຫລີກ ທີ່ບໍ່ສາມາດສັດໄປເອົາສັກຢາໄດ້ ກໍຕ້ອງຮັກສາອານາມັຍ ແລະໃຫ້ ສັດລ້ຽງ ຢູ່ໃນສະພາບອາກາດອຸ່ນ ເປັນຕົ້ນການດັງໄຟ ອ້ອມຄອກສັດ ໃນຍາມກາງຄືນ ເພື່ອບໍ່ໃຫ້ສັດມີອາການ ໜາວເກີນໄປ ທີ່ຈະເຮັດ ໃຫ້ເປັນໂຣຄໄຂ້ຫວັດໃຫຍ່ໃນສັດ ຫລື ໂຣຄປາກເປື່ອຍລົງເລັບໄດ້.
ໂຣຄດັ່ງກ່າວເກີດຂຶ້ນໃນຫລາຍປະເທດ ບໍ່ແມ່ນແຕ່ໃນ ສປປລາວ ປະເທດທີ່ຈະເຣີນຂະເຈົ້າຈະສັກຢາວັກຊິນຕ້ານໄວ້ ກ່ອນຣະດູການ ທີ່ ສັດຈະເກີດຕິດເຊື້ອໂຣຄນີ້ ແຕ່ສຳລັບປະເທດທີ່ທຸກຍາກ ກຳລັງພັທນາໃນຫລາຍປະເທດ ບໍ່ເອົາໃຈໃສ່ ໃນການສັກຢາວັກຊິນຫຼາຍປານໃດ ຈຶ່ງພາໃຫ້ໂຣຄດັ່ງກ່າວເກີດຂຶ້ນ ເປັນປະຈຳໃນແຕ່ລະປີ.