ໂຮງໝໍເຊດຖາທິຣາດ ປັບຄວາມ ເຂົ້າໃຈ
2018.12.03
ເມື່ອວັນທີ 23 ພຶສຈິກາ ຜ່ານມາ ມີຊາຍຄົນນຶ່ງໄດ້ກ່າວ ຕຳນິການບໍຣິການ ພະນັກງານຂອງໂຮງໝໍ ເຊດຖາທິຣາຊ ວ່າ ໄດ້ພານ້ອງເມັຽ ໄປກວດ ຢູ່ໂຮງໝໍດັ່ງກ່າວ ແຕ່ລໍຖ້າເປັນເວລາ 9 ຊົ່ວໂມງ ແຕ່ກໍ່ຍັງບໍ່ໄດ້ກວດ ພ້ອມທັງຂໍເງິນຄ່າກວດຄືນ ແຕ່ແພດໝໍ ບໍ່ຍອມຈ່າຍຄືນ ຈົນຜູ້ກ່ຽວປ່ຽນມາກວດຢູ່ໂຮງໝໍ 103 ແລະ ກໍ່ໄດ້ຮັບການປີ່ນປົວ ຈົນນ້ອງເມັຍປອດພັຍ. ດັ່ງຊາຍ ເຈົ້າຂອງຄຣິບກ່າວວ່າ:
"ເຈັບທ້ອງແຮງນັ່ງຖ້າຈົນຈຸກເພິ່ນກໍຍັງບໍ່ເອົາໄປກວດ ຢາກໃຫ້ໜ່ວຍງານກວດກາ ພະນັກງານ ເມື່ອວັນທີ 23 ນີ້ເນາະ ຍື່ນໃບຕັ້ງແຕ່ 11 ໂມງເນາະ ມາຖ້ານີ້ 9 ໂມງແລ້ວຢູ່ຫ້ອງສຸກເສີນເນາະ ເພິ່ນໃຫ້ໄປຖ້າລໍຄີວວ່າ ໃຫ້ຖ້າຄີວເອົາເດີ້ ເປັນຫຍັງເຖິງໃຫ້ຄີວ ທັງໆທີ່ຄົນນັ້ນ ສິຕາຍແລ້ວ ຄືບໍ່ເອັກໂຄເບິ່ງກ່ອນ ວ່າຂ້າງໃນມັນເປັນຫຍັງ ຄັນຫາກຜ່າຕັດຖ້າຄີວຂ້ອຍກໍ່ບໍ່ວ່າ ຢາກຮູ້ວ່າເປັນຫຍັງ ໂຮງໝໍເຊດຖາທິຣາຊ ເດີ້ຢູ່ດອນກອຍເນາະ ຢາກໃຫ້ລົງກວດເບິ່ງແນ່ຈັກນ່ອຍເນາະ."
ຕໍ່ເຫດການນີ້ ທາງຄນະບໍຣິຫານ ໂຮງໝໍເຊດຖາທິຣາດ ໄດ້ອອກມາຖແລງຊີ້ແຈງ ເມື່ອວັນທີ 29 ພຶສຈິກາ ວ່າ:
ຂໍສະແດງຄວາມເສັຍໃຈຕໍ່ເຫດການທີ່ເກີດຂຶ້ນ ໃນຄວາມບໍ່ເພີ່ງພໍໃຈ ການບໍຣິການຂອງພະນັກງານ ແພດໝໍ. ນອກຈາກນີ້ ໄດ້ແຕ່ງຕັ້ງ ຄນະກັມມະການເພື່ອກວດສອບ ທີ່ໄປທີ່ມາຕໍ່ບັນຫານີ້ ແລະ ພຍາຍາມຕິດຕໍ່ຫາຜູ້ກ່ຽວ ພ້ອມທັງໄດ້ສົ່ງ ພະນັກງານ ໄປຢ້ຽມຢາມທີ່ ໂຮງໝໍ 103, ໂຮງໝໍ ລາວ-ວຽດ, ບ້ານດົງໂພນເລົາ ແລະອີກ 4 ບ້ານໃກ້ຄຽງກໍ່ໄດ້ຮັບການຢືນຢັນວ່າ ບໍ່ມີຄົນຊື່ນີ້ ເພື່ອມາປັບຄວາມ ເຂົ້າໃຈ ແລະຊອກຫາສາເຫດ ເພື່ອແກ້ໄຂກັບບັນຫາທີ່ເກີດຂື້ນ.
ຕໍ່ຄຳຖແລງດັ່ງກ່າວ ຊາຍໃນຄລິບກໍ່ໄດ້ອອກມາຕອບໂຕ້ ໂດຍໄດ້ນຳເອົາຫລັກຖານໃບກວດ ຢູ່ໂຮງໝໍອອກມາເຜີຍແຜ່ ແລະ ໃນເວລາ ຕໍ່ມາກໍ່ໄດ້ ເດີນທາງໄປພົບ ຄນະຂອງໂຮງໝໍເຊດຖາທິຣາດ ທີ່ຫ້ອງການໃນຕອນເຊົ້າຂອງ ວັນສຸກ 30 2018 ຊຶ່ງໄດ້ມີການປັບຄວາມ ເຂົ້າໃຈກັນ, ແຕ່ແນວໃດກໍຕາມ ພາຍຫລັງໂອ້ລົມກັນສຳເຣັດ ຊາຍຄູ່ກໍຣະນີ ກໍ່ໄດ້ກ່າວວ່າ:
"ກາລົມກັບເພິ່ນແລ້ວເນາະ ບໍ່ໄດ້ເຂົ້າໃຈກັນເຊັ່ນໃບໜັງສືກວດເອັກໂກນັ້ນ ບໍ່ໄດ້ຍື່ນໃຫ້ພະນັກງານເນາະ ຕ່າງຄົນຕ່າງຖ້າກັນເນາະ, ເພິ່ນ ຖ້າພວກຂ້ອຍ ຂ້ອຍກາຖ້າເພິ່ນ ສ່ວນວ່າເພິ່ນກໍ່ບໍ່ໄດ້ມາຮ້ອງ ແຕ່ວ່າພວກເຮົາກາໄດ້ຖ້າແທ້. ບັນຫາທີສອງ ການຖອນເງິນ ກາຍສາມໂມງໄປ ເປັນມື້ໃໝ່ເພິ່ນກາບໍ່ໄດ້ຈ່າຍເງິນ, ພວກຂ້າພະເຈົ້າກາບໍ່ຮູ້ອັນນີ້ ພວກຂ້າພະເຈົ້າກາຍອມຮັບຜິດຢູ່ ເພາະພວກຂ້າພະເຈົ້າກໍ່ໃຊ້ຄຳເວົ້າ ທີ່ແຮງນ້ອຍນຶ່ງເນາະ."
ທ່ານໄດ້ກ່າວຕື່ມວ່າ, ພາຍຫລັງທີ່ຜ່ານການໂອ້ລົມກັນແລ້ວ ແລະທຳຄວາມເຂົ້າໃຈກັນແລ້ວ ກັບໂຮງໝໍເຊດຖາທິຣາດທັງສອງຝ່າຍ ກໍ່ໄດ້ ລົງບັນທຶກຍອມຮັບ ເພື່ອຍຸຕິເຫດການຄັ້ງນີ້ ເອົາໄວ້ເປັນຫລັກຖານ.