ຜູ້ຕິດເຊື້ອໂຣຄເອສ ຢູ່ ລາວ ເພີ້ມຂຶ້ນ

ຈໍາປາທອງ
2018.08.08
F-HIV ໂຄງການພັທນາ ເພື່ອສະກັດກັ້ນເຊື້ອ HIV/AIDS ຢູ່ແຂວງຈໍາປາສັກ ເຊກອງ ສາລະວັນ ແລະ ຫລວງນໍ້າທາ
Courtesy of WHO

ໃນຣະຍະ 6 ເດືຶອນຕົ້ນປີ 2018 ນີ້ ແຂວງຫົວພັນ ກວດພົບຜູ້ຕິດເຊື້ອ HIV/AIDS ໃໝ່ອີກ 6 ຄົນ. ຂນະທີ່ມາເຖິງ ກາງປີ 2017 ທີ່ ຜ່ານມາ ຢູ່ ສປປລາວ ພຽງແຕ່ໄດ້ກວດເລືອດ ພົລເມືອງລາວ ຈໍານວນ 128,000 ປາຍຄົນ ໃນທົ່ວປະເທສ ພົບວ່າ ມີຄົນລາວ ຕິດເຊື້ອ HIV ເພີ້ມຂຶ້ນຈາກ 0.16% ໃນປີ 2003 ເປັນ 0.3% ໃນກາງປີ 2017 ຄືມີເຖິງ 12,600 ປາຍຄົນ ແລະມີຄົນ ເປັນ AIDS 5,000 ປາຍຄົນ. ໃນນັ້ນເສັຍຊີວິດໄປແລ້ວ ຫລາຍກວ່າ 1,900 ຄົນ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ຂ່າວຂອງທາງການ ສປປລາວ ຣາຍງານວ່າ ທ່ານ ບຸນກອງ ສີຫາວົງ ຣັຖມົນຕຣີກະຊວງ ສາທາຣະນະສຸຂ ຖແລງວ່າ ນັບແຕ່ປີ 1990 ເຖິງກາງປີ 2017 ໄດ້ກວດພົບຜູ້ຕິດເຊື້ອ HIV ຈໍານວນ 12,600 ປາຍຄົນ ຈາກການສຸ່ມກວດເລືອດ ພົລເມືອງລາວ 128,000 ປາຍຄົນໃນທົ່ວປະເທສ. ໃນນັ້ນປາກົດວ່າ ມີຜູ້ທີ່ເປັນ AIDS ແລ້ວຫລາຍກວ່າ 5,000 ຄົນ ແລະເສັຍຊີວິດ ໄປແລ້ວ 1,923 ຄົນ ຂນະທີ່ມີການເຊື່ອກັນວ່າ ໃນຄວາມເປັນຈິງ ອາຈມີຄົນຕິດເຊື້ອ HIV, ເປັນ AIDS ແລະເສັຍຊິດຫລາຍກວ່າ ຈໍານວນທີ່ວ່ານັ້ນ.

ຕາມຣາຍງານຂອງກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຂອງ ສປປລາວ, ຈາກຜົລຂອງການສໍາຣວດ ໃນປີ 2016 ມີ ປະຊາຊົນລາວ ບໍ່ໜ້ອຍ ກວ່າ 11,900 ຄົນ ທີ່ຕິດເຊື້ອ HIV/AIDS. ໃນນັ້ນ 88% ຕິດເຊື້ອຈາກການ ມາເພດສໍາພັນ ແລະ ກຸ່ມທີ່ມີ ຄວາມສ່ຽງສູງທີ່ສຸດ ກໍແມ່ນກຸ່ມຮັກຮ່ວມເພດຊາຍ ດ້ວຍກັນ. ຫລຸດລົງມາກໍແມ່ນແມ່ຍິງ ທີ່ຂາຍບໍຣິການທາງເພດ ຊຶ່ງເພີ້ມຂຶ້ນຢ່າງ ໄວວາ ຮວມໄປເຖິງກຸ່ມແຮງງານ ເຄື່ອນຍ້າຍ ແລະເດັກນ້ອຍ ທີ່ເກີດຈາກແມ່ ເປັນ AIDS. ຂະນະຜູ້ຄົນຈໍານວນ ຫລວງຫລາຍ ທີ່ຢູ່ໃນກຸ່ມສ່ຽງ ຮວມທັງຄົນ ງານເຄື່ອນຍ້າຍບໍ່ໄດ້ຮັບການກວດເລືອດ ຊຶ່ງເຈົ້າໜ້າທີ່ສູນຕ້ານ AIDS ແຂວງ ຫົວພັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 16 ກໍຣະກະດາ 2018 ນີ້ວ່າ:

“ພວກເຮົາກໍໄດ້ລົງກວດເລືອດແບບສມັກໃຈ ໃຫ້ກຸ່ມແຮງງານເຄື່ອນຍ້າຍ ກໍໄດ້ເນັດຢູ່ຜ່ານມາ ແຕ່ວ່າ ປີ 2018 ນີ້ ບໍ່ໄດ້ເຮັດດອກ ເພາະວ່າຄິດວ່າ ບໍ່ມີງົບປະມານ ບໍ່ມີທີ່ວ່າ ອົງການສນັບສນູນ ກໍເລີຍວ່າ ອິງໃສ່ເງິນພາກຣັຖ ກໍມີນ້ອຍ ກໍເລີຍວ່າໄດ້ແຕ່ ອົບຮົມຄັ້ງດຽວ ແລະກໍໝົດເງິນ ກໍເລີຍວ່າ ບໍ່ໄດ້ເຮັດປີນີ້ຫນະ.”

ທ່ານກ່າວວ່າ ສໍາລັບຢູ່ແຂວງຫົວພັນ ໂດຍທົ່ວໄປແລ້ວ ຜູ້ຕິດເຊື້ອ HIV/AIDS ຈະມີອາຍຸໃນຣະຫວ່າງ 25 ຫາ 35 ປີ ຊຶ່ງເມື່ອປີ 2017 ທີ່ຜ່ານມາກວດພົບ ຄົນຕິດເຊື້ອນີ້ໃໝ່ ປະມານ 20 ຄົນ ແລະໃນຣະຍະ 6 ເດືຶອນຕົ້ນປີ 2018 ນີ້ ກວດພົບອີກ 6 ຄົນ. ທຽບໃສ່ປີກ່ອນໆ ຖືວ່າດີຂຶ້ນ ຍ້ອນໄດ້ມີການສຶກສາອົບຮົມໃຫ້ຄວາມຮູ້ ແລະເຂົ້າໃຈເຖິງຜົລຮ້າຍ ແລະອັນຕຣາຍແກ່ຊີວິດ ແລະຮູ້ຈັກ ວິທີປ້ອງກັນກ່ອນມີ ເພດສໍາພັນ.

ທ່ານກ່າວຕື່ມອີກວ່າ ທີ່ຜ່ານມາ ຢູ່ແຂວງນີ້ ກຸ່ມທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ HIV/AIDS ສູງກວ່າໝູ່ ແມ່ນສາວບໍຣິການ, ພວກເສບ ຢາເສບຕິດ ແລະຄົນງານເຄື່ອນຍ້າຍ, ຄາດວ່າໜ້າຈະມີເຖິງ 1,000 ປາຍຄົນ; ດັ່ງທີ່ທ່ານກ່າວວ່າ:

“ຜ່ານມາ ກຸ່ມສາວ ບໍຣິການຫັ້ນ ກໍບໍ່ພົບເທື່ອເນາະ ແລະກໍມີ ແຕ່ກຸ່ມໃຊ້ ສານເສບຕິດເຂົ້າເລືອດເນາະ ແຕ່ວ່າຜ່ານມາກໍມີນ້ອຍ ກໍມີແຕ່ ແຮງງານ ເຂື່ອນຍ້າຍຫັ້ນລະ ກໍສິເປັນໄປໄດ້ຢູ່ ວ່າ ແຕ່ວ່າ ຢູ່ພື້ນມັນຍັງບໍ່ທັຍມີເທື່ອເນາະ ຜ່ານ ມາຫັ້ນນະ ແຮງງານ ເຄື່ອນຍ້າຍມາແຕ່ ວຽດນາມ ຫັ້ນມີຢູ່ ພວກກັມມະກອນ ຫຼືວ່າພວກ ຮ້ານກິນດື່ມອິຫຍັງ ແຕ່ວ່າມາຈາກພາກສ່ວນ ໄທຫັ້ນ ບໍ່ມີເນາະ.”

ສໍາລັບນະຄອນຫລວງວຽງຈັນ ຊຶ່ງເປັນເຂດທີ່ມີຄົນຕິດເຊື້ອ HIV/AIDS ຫລາຍທີ່ສຸດຢູ່ ສປປລາວ ຄືກວມເອົາເຖິງ 40.5% ຂອງຈໍານວນ ຜູ້ຕິດເຊື້ອ ທັງໝົດ. ຮອງລົງມາກໍແມ່ນ ແຂວງສວັນນະເຂດ, ຈໍາປາສັກ, ຫຼວງພະບາງ, ຄໍາມ່ວນ ແລະແຂວງວຽງຈັນ ຊຶ່ງແຕ່ປີ 2014 ຫາ 2016 ມີຄົນເສັຍຊີວິດເປັນ AIDS ຫລາຍກວ່າ 370 ຄົນ ແລະ ສະເພາະໃນຣະຍະ 6 ເດືອນຕົ້ນປີ 2017 ມີຜູ້ຕິດເຊື້ອ HIV ຣາຍໃໝ່ ເຖິງ 720 ປາຍຄົນ.ດັ່ງນັ້ນຈຶ່ງເຊື່ອກັນວ່າ ໃນທ້າຍ ປີ 2017 ທີ່ຜ່ານມາ ອາຈມີຜູ້ຕິດເຊື້ອນີ້ຫຼາຍກວ່າ 13,000 ຄົນແລ້ວ.

ໃນຂະນະດຽວກັນສູນຕ້ານເຊື້ອ HIV/AIDS ແລະພະຍາດຕິດຕໍ່ໃນລາວ ກໍ ຣາຍງານວ່າ ປັດຈຸບັນ ມີປະຊາຊົນລາວ 3 ກຸ່ມ ທີ່ຖືວ່າເປັນກຸ່ມ ປະຊາກອນ ທີ່ມີຄວາມສ່ຽງສູງສຸດ ທີ່ຈະຕິດເຊື້ອນີ້ເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ຊຶ່ງປະກອບດ້ວຍ ກຸ່ມແມ່ຍິງ ທີ່ຂາຍ ບໍຣິການທາງເພດ, ກຸ່ມຮັກຮ່ວມເພດດຽວກັນ ແລະກຸ່ມທີ່ໃຊ້ ຢາເສບຕິດ ດ້ວຍການໃຊ້ເຂັມ ອັນດຽວ ສີດເຂົ້າເສັ້ນເລືອດ ຫລາຍຄົນ. ດ້ວຍເຫດນັ້ນ ທາງການລາວ ຈຶ່ງໃຫ້ຄວາມສໍາຄັນ ເປັນພິເສດຕໍ່ 3 ກຸ່ມດັ່ງກ່າວ ໃນການໂຄສະນາ ສຶກສາອົບຮົມ ຊຶ່ງ ເຈົ້າໜ້າທີ່ອາວຸໂສ ຂອງສູນຕ້ານ AIDS ແຫ່ງຊາດລາວ.

“ການເຮັດວຽກແບ່ງເປັນ 2 ລັກສນະ, ລັກສນະໂຕທີໜຶ່ງ ກໍເພັ່ງເລັງໃສ່ ໃນການຄວບຄຸມກຸ່ມ ທີ່ມີຄວາມສ່ຽງສູງ ໂດຍສະເພາະແມ່ນໄດ້ ຮ່ວມກັບ ບັນດາພວກ NGOs, ພວກອົງການຈັດຕັ້ງທາງສັງຄົມ ທີ່ເຂົາເຈົ້າເຮັດ ວຽກກັບກຸ່ມສາວບໍຣິການ. ກັບກຸ່ມຊາຍ ທີ່ມີເພດ ສໍາພັນກັບຊາຍ. ນອກຈາກນັ້ນ ຍັງມີໂຮງຮຽນ ເຮັດຫລັກສູດການຝຶກອົບຮົມ, ການໂຄສະນາຕ່າງໆ ຖືວ່າເປັນ ຈຸດເດັ່ນຂອງລາວ ໃນການຕອບໂຕ້ ໃນບັນຫາເຣຶ່ອງພະຍາດເອດ.”

ຕາມຄໍາ ເວົ້າຂອງເຈົ້າໜ້າທີ່ອາວຸໂສ ຂອງສູນຕ້ານ AIDS ແຫ່ງຊາດລາວ ທີ່ສື່ມວນຊົນ ທາງການຣາຍງານ.

ແລະມາດຕຣາ 3 ຂອງກົດໝາຍວ່າດ້ວຍການສະກັດກັ້ນ ແລະຕ້ານເຊື້ອ ເຮັສໄອວີ/ພຍາດເອສ ບົ່ງໄວ້ວ່າການສະກັດກັ້ນ ເຊື້ອເຮສໄອວີ/ ພຍາດເອສ ແມ່ນການກັນ, ການໂຄສະນາສຸຂສຶກສາ ແລະການຄວບຄຸມເຊື້ອ ເຮັສໄອວີ/ພຍາດເອສ ເພື່ອບໍ່ໃຫ້ ແພ່ຂຍາຍ ຢູ່ໃນສັງຄົມ; ການຕ້ານເຊື້ອ ເຮັສໄອວີ/ພຍາດເອສ ແມ່ນການປິ່ນປົວ, ການດູແລເບິ່ງແຍງ, ການຊ່ວຍເຫຼືອ, ການອຸດໜູນຜູ້ຕິດເຊື້ອ ເຮັສໄອວີ ແລະຜູ້ເປັນພຍາດເອສ ໃຫ້ມີສຸຂພາບດີຂຶ້ນ.

ເພື່ອປະກອບສ່ວນເຂົ້າໃນການແກ້ໄຂບັນຫາທີ່ວ່ານີ້ ດຣ. ພູທອນ ສຸດທະລັກ ຜູ້ອຳນວຍການສູນຕ້ານ HIV/AIDS ແລະພຍາດຕິດຕໍ່ ທາງເພດສໍາພັນ ແຫ່ງຊາດ ກະຊວງສາທາຣະນະສຸຂ ກ່າວກ່ອນການລົງນາມ ໃນຂໍ້ຕົກລົງກັບທ່ານ Thomas Cai ປະທານບໍຣິສັດ Open Society The chnology ທີ່ນະຄອນຫລວງວຽງຈັນ ເມື່ອເດືອນ ຜ່ານມາ ກ່ຽວກັບໂຄງການຊ່ອຍເຫລືອ 2 ປີ ໂດຍຈະເລັ່ງໃສ່ ສະກັດກັ້ນ ແລະການປິ່ນປົວ ໃນເຂດນະຄອນຫລວງວຽງຈັນ. ທ່ານເວົ້າວ່າ ພາຍໃຕ້ໂຄງການນີ້ ການປິ່ນປົວຈະບໍ່ໄດ້ເສັຽຄ່າ ສຳລັບຄົນທຸກຍາກ ຮວມທັງເດັກນ້ອຍ ທີ່ຕິດເຊື້ອ ແລະໄດ້ຮັບຜົລກະທົບຈາກເຊື້ອ HIV ທີ່ໄດ້ສູນເສັຽພໍ່ແມ່ ຂນະທີ່ຄົນ ຕ່າງປະເທດ ແລະຄົນງານຍ້າຍຖິ່ນ ໃນລາວ ຈະໄດ້ເສັຽຄ່າ ໃນການປິ່ນປົວຕົນເອງ.

ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຣຶ່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຖາມໄປຍັງ ດຣ. ພູທອນ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 17 ກໍຣະກະດານີ້ ແຕ່ບໍ່ສາມາດຕິດຕໍ່ໄດ້.

ແຕ່ເຖິງຢ່າງໃດກໍຕາມ ຈາກການເກັບກໍາຂໍ້ມູນພາກສນາມ ໃນເບື້ອງຕົ້ນເມື່ອບໍ່ ນານມານີ້ ທາງການ ສປປລາວ ພົບວ່າ ແມ່ຍິງລາວ ຫລາຍກວ່າ 15,300 ທີ່ ຂາຍບໍຣິການທາງເພດ ເປັນອາຊີບ ຊຶ່ງໃນນັ້ນ 70% ໄດ້ຮັບການກວດເລືອດ ເປັນປະຈໍາ ໃນຂນະທີ່ຜູ້ຊາຍ ຫລາຍກວ່າ 58,300 ຄົນ ທີ່ຮັກຮ່ວມເພດດຽວ ກັນ ແລະກຸ່ມເສບຢາເສບຄິດ ເປັນປະຈໍາ ເປັນຕົ້ນກຸ່ມທີ່ໃຊ້ຢາເສບຕິດ ດ້ວຍການ ໃຊ້ເຂັມອັນດຽວ ສີດເຂົ້າເສັ້ນເລືອດ ຫລາຍຄົນ ຫລາຍກວ່າ 50,000 ຄົນນັ້ນ ເປັນກຸ່ມປະຊາກອນ ທີ່ຕິດເຊື້ອ HIV/AIDS ເພີ້ມຂຶ້ນ ຢ່າງໄວວາ ທີ່ສຸດ.

ເພື່ອແກ້ໄຂບັນຫາດັ່ງກ່າວ ກະຊວງສາທາຣະນະສຸຂ ເວົ້າວ່າ ຈະເພີ້ມປະສິດທິ ພາບຂອງການໃຫ້ການບໍຣິການປິ່ນປົວ ແລະຮັກສາ ສຸຂພາບຜູ້ຕິດເຊື້ອນັ້ນໃຫ້ທົ່ວ ເຖິງ ແລະພຽງພໍ ແລະທັງຈະສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍໃຫ້ແກ່ ການຕອບໂຕ້ ເຊື້ອ HIV/AIDS ທີ່ມີປະສິດທິຜົລຫລາຍ ໃນປີ 2020 ຕໍ່ໄປ. ແຕ່ໃນປັດຈຸບັນນີ້ ຢູ່ ສປປລາວ ມີຄົນຄິດເຊື້ອ HIV/AIDS ພຽງ 41% ຂອງຈໍານວນ ຜູ້ຕິດເຊື້ອທັງໝົດເທົ່ານັ້ນ ທີ່ມີໂອກາດໄດ້ຮັບຢາຕ້ານເຊື້ອນີ້ຈາກທາງການ ສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.