6 ເດືອນຕົ້ນປີຄົນຕິດເອສ 700 ປາຍຄົນ

ສ່ວນນຶ່ງຂອງຊາວບ້ານ ໃນ ແຂວງຈໍາປາສັກ ພາກັນຮັບຟັງ ການເຜີຍແຜ່ ການປ້ອງກັນ ເຊື້ອ ເຮັສໄອວີ ໃນຊຸມຊົນ
ສ່ວນນຶ່ງຂອງຊາວບ້ານ ໃນ ແຂວງຈໍາປາສັກ ພາກັນຮັບຟັງ ການເຜີຍແຜ່ ການປ້ອງກັນ ເຊື້ອ ເຮັສໄອວີ ໃນຊຸມຊົນ (ນັກຂ່າວພົລເມືອງ)

0:00 / 0:00

ໃນຫົກເດືອນຕົ້ນປີ 2020 ນີ້ ລາວ ມີຜູ້ຕິດເຊືື້ອ HIV/AIDS ຫຼາຍກວ່າ 700 ຄົນ. ໃນຈໍານວນດັ່ງກ່າວ ມີຜູ້ເສັຍຊີວິດໄປແລ້ວ 70 ຄົນ ໃນຂນະທີ່ ໂຕເລຂ ຫົກເດືອນ ທ້າຍປີ ຍັງບໍ່ທັນ ໄດ້ສລຸບອອກມາເທື່ອ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ສູນຕ້ານເອສ ກະຊວງສາທາຣະນະສຸຂ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ພຶສຈິກາ ນີ້:

“ມີການເພີ່ມຂຶ້ນບໍ່ໄດ້ຢູ່ຄົງຕົວ ຕັ້ງແຕ່ 6 ເດືອນຕົ້ນປີ 722 ຄົນເນາະ ເສັຍຊີວິດ 71 ຄົນ ແຕ່ວ່າ ໝົດປີນີ້ ຍັງບໍ່ຮູ້ເນາະ ແຕ່ປີ 2019. 1902 ຄົນ ເສັຍຊີວິດ 121 ຄົນ ໂຕເລຂສະສົມ ທັງໝົດມີ 14 ພັນ ມັນ ເຣີ່ມແຕ່ປີ 1990 ເສັຍກໍມີເສັຍຊີວິດນໍາ.”

ທ່ານກ່າວວ່າ ສ່ວນສາເຫດ ທີ່ມີການຕິດເຊື້ອ ຢູ່ໃນກຸ່ມຊາຍຮັກຊາຍ ຫຼາຍກວ່າໝູ່ ຍ້ອນເປັນເພດ ທີ່ມີອາຣົມຄວາມກ້າຮຸນແຮງ ເຮັດໃຫ້ຄິດວິທີປ້ອງກັນເຫດ ນັ້ນໜ້ອຍ ແລະ ເປັນເພດ ທີ່ມັກປິດບັງໂຕເອງ ເຮັດໃຫ້ບໍ່ໄດ້ຮັບໂອກາດ ທີ່ຈະໄດ້ຮັບຄໍາແນະນໍາ ຈາກ ເຈົ້າໜ້າທີ່:

“ສາເຫດນີ້ ໄດ້ສຶກສາເບື້ອງຕົ້ນເນາະ ກຸ່ມຊາຍຫຼາກຫຼາຍປະເພດ ມີຄວາມກ້າສະດວກ ສະບາຍຫຼາຍກວ່າແມ່ຍິງຫັ່ນນ່າ ໄດ້ທຸກບ່ອນ ຄັນຕອນ ໃນການຄິດກ່ອນຈະເຮັດ ມີເວລາ ຄິດໜ້ອຍ ອຸປກອນໃນການປ້ອງກັນ ອາຈບໍ່ທ່ວງທັນ ຫຼື ບໍ່ທົ່ວເຖິງ ໃນພື້ນທີ່ ທີ່ມັນຫາຍາກ.”

ທ່ານກ່າວຕື່ມອີກວ່າ ຈໍານວນຜູ້ຕິດເຊື້ອໃນ 6 ເດືອນ ຕົ້ນປີ 2020 ມີອາຍຸ ຕັ້ງແຕ່ 25-35 ປີ ສ່ວນປີ 2019 ໃນທົ່ວປະເທດ ມີຜູ້ຕິດເຊື້ອ ທັງໝົດເກືອບ 1,300 ຄົນ ມີຜູ້ເສັຍຊີິວິດ 120 ຄົນ.

ຂນະທີ່ ເຈົ້າໜ້າທີ່ສູນຕ້ານເອສ ແຂວງສວັນນະເຂດ ທ່ານນຶ່ງ ຜູ້ສງວນຊື່ແລະຕໍາແໜ່ງ ກ່າວວ່າ ປັດຈຸບັນ ຢູ່ແຂວງສວັນນະເຂດ ກໍຍັງມີຜູ້ຕິດເຊື້ອ HIV/AIDS ຫຼາຍຢູ່ ແຕ່ຍັງເປີດ ເຜີຍໂຕເລຂບໍ່ໄດ້ ເພາະຍັງຢູ່ໃນຣະຫວ່າງ ການເກັບກໍາຂໍ້ມູນ ຊຶ່ງສ່ວນໃຫຍ່ຈະພົບຜູ້ຕິດເຊື້ອ ກັບແຮງງານເຄື່ອນຍ້າຍ, ດັ່ງທ່ານກ່າວວ່າ:

“ເຮົາຍັງຈັດຕັ້ງປະຕິບັດຢູ່ ຍັງບໍ່ທັນສໍາເຣັດ ແຕ່ກະມີ ແຕ່ກໍຣະນີໃໝ່ທຸກປີຢູ່ ມັນກະຫຼາຍກຸ່ມເນາະ ສ່ວນຫຼາຍແຮງງານ ເຄື່ອນຍ້າຍ ກະຍັງສູງຢູ່ ເຮັດວຽກຕ່າງຖິ່ນ ເຮົາກະເຂົ້າ ບໍ່ເຖິງເຂົາ ໃນການໃຫ້ຂໍ້ມູນຂ່າວສານ ເພາະວ່າ ເຂົາເຈົ້າ ກະບໍ່ໄດ້ຢູ່ສູນເນາະ.”

ທ່ານກ່າວຕື່ມວ່າ ໃນປີນີ້ ແຂວງສວັນນະເຂດ ບໍ່ມີການຈັດຕັ້ງປະຕິບັດ ໃນການຈັດງານຕ້ານເອສ ໂລກ ໃນວັນທີ 1 ທັນວາ ຍ້ອນບໍ່ມີງົບປະມານ.

ດ້ານເຈົ້າໜ້າທີ່ຕ້ານເອສ ໃນແຂວງຈໍາປາສັກ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວວ່າ ໃນປີນີ້ ຍັງເກັບໂຮມໂຕເລຂ ບໍ່ທັນສໍາເຣັດເທື່ອ ຄາດວ່າ ຄົງຈະບໍ່ແຕກຕ່າງຈາກປີ 2019 ປານໃດ ເຊິ່ງກໍຈະມີຜູ້ຕິດເຊື້ອ HIV ຕໍ່ປີ ປະມານ 90 -100 ຄົນ ສ່ວນຫຼາຍແມ່ນຢູ່ໃນກຸ່ມ ຊາຍຮັກຊາຍ ຍ້ອນກຸ່ມຊາຍຮັກຊາຍນີ້ ບໍ່ປ້ອງກັນໂຕເອງດີ ເທົ່າທີ່ຄວນ ສ່ວນຍິງສາວນັ້ນ ບໍ່ຄ່ອຍພົບຜູ້ຕິດເຊື້ອ:

“ສາວນີ້ ຈະບໍ່ຂຶ້ນຫຼາຍ ປານໃດດອກ ຄັນຂຶ້ນກໍຈະຂຶ້ນນໍາກຸ່ມຊາຍຮັກຊາຍ ນີ້ແຫຼະ ມັນກໍຄ້າຍໆ ກັບປີຜ່ານມາແຫຼະ ປີນີ້ກໍຈະພົບ ປະມານ 90-100 ກໍບໍ່ປ້ອງກັນຫັ່ນແຫຼະ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ໃນວັນທີ 1 ທັນວາ ນີ້ ຈະເປັນວັນຕ້ານເອສ ໂລກ ແຂວງຈໍາປາສັກ ກໍຈະມີການຈັດກິຈກັມ ໃນໄລຍະ ວັນທີ 20 ປາຍ ທັນວາ ຢູ່ ເພື່ອໂຄສະນາ ໃຫ້ ປະຊາຊົນຮູ້ຈັກເອສ ແລະ ຮູ້ວິທີປ້ອງກັນນໍາດ້ວຍ.

ຂນະທີ່ ວັຍໜຸ່ມຄົນນຶ່ງ ກ່າວວ່າ ປັດຈຸບັນ ກໍຮູ້ວິທີປ້ອງກັນເຊື້ອເອສ ຢູ່ ແລະ ກໍເຫັນເຈົ້າໜ້າທີ່ ກ່ຽວກັບ ໂຄງການຕ້ານເອສ ເຊີນຊວນໄປກວດເລືອດ ແລະ ແຈກຢາຍຖົງຢາງ ອະນາມັຍ ໃຫ້ນໍາ ແລະ ຍັງກໍມີການ ໂຄສະນາ ໃຫ້ກັບເດັກນ້ອຍນັກຮຽນມັທຍົມ ນໍາດ້ວຍ ໂດຍສະເພາະ ກຸ່ມທີ່ມັກໄປທ່ຽວຫຼີ້ນ ໄປທ່ຽວຕາມສະຖານທີ່ ບໍຣິການ ກໍຕ້ອງໄປກວດເລືອດ ທຸກໆ 3 ເດືອນ:

“ກະເຂົ້າໃຈຢູ່ ກໍຣະນີປ້ອງກັນ ຕ້ານເອສ ເພິ່ນກະມີໂຄງການອິຫຍັງຫັ່ນນ້າ ຈະມີອາສາສມັກ ອິຫຍັງ ທີ່ວ່າ ສົນໃຈກວດ HIV ບໍ່ມີອິຫຍັງຫັ່ນນ່າ ໃຫ້ຕິດຕາມເບິ່ງວ່າ ໃນຊ່ວງ 3 ເດືອນ ໂຕເອງທີ່ມັກໄປຫຼີ້ນໄປທ່ຽວ ມາກວດ.”

ໃນຂະນດຽວກັນ ວັຍໜຸ່ມອີກຄົນນຶ່ງ ເວົ້າວ່າ ສໍາລັບເຣື່ອງເອສ ກໍເຂົ້າໃຈໃນເບື້ອງຕົ້ນເທົ່ານັ້ນ ບໍ່ໄດ້ສຶກສາຄັກແນ່ ແລະ ກໍຮູ້ຈັກປ້ອງກັນໂຕເອງຢູ່ ໂດຍຮູ້ຈາກທາງເຈົ້າໜ້າທີ່ໂຄສະນາ ແລະກໍຈາກທາງອອນລາຍນໍາ:

“ເຂົ້າໃຈຢູ່ ຮູ້ມາຈາກທ່ານໝໍ ໂຄສະນາຫັ່ນແຫຼະ ເຫັນຂ່າວ ຢູ່ຕາມເຟສບຸຄ ກະຮູ້ຢູ່ ກະຍັງບໍ່ໄດ້ສຶກສານ່າ.”

ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ສູນຕ້ານເອສ ກະຊວງສາທາຣະນະສຸຂ ແລ້ວແມ່ນວ່າ ເນື່ອງໃນ ວັນເອສ ໂລກ ທີ່ກົງກັບວັນທີ 1 ທັນວາ ຂອງ ທຸກປີ ທາງການ ຍັງບໍ່ມີການຈັດ ກິຈກັມກ່ຽວກັບການຕ້ານເອສ ເທື່ອ ຍ້ອນຍັງຕິດງານລໍາຣຶກ ວັນຊາດ 2 ທັນວາ ຄົບຮອບ 45 ປີ ແລະ ອາຈມີການຈັດງານ ຕ້ານເອສ ໃນໄລຍະ ປະມານ ວັນທີ 20 ປາຍ ທັນວາ ຢູ່ໃນເຂດນະຄອນຫຼວງວຽງຈັນ ໂດຍມີການເດີນຂະບວນໂຄສະນາ ກ່ຽວກັບການປ້ອງກັນເອສ.

ອີງຕາມການຣາຍງານ ຂອງ ທ່ານ ບຸນກອງ ສີຫາວົງ ຣັຖມົນຕຣີ ກະຊວງສາທາຣະນະສຸຂ ໄດ້ກ່າວໃນກອງປະຊຸມ ທົບທວນ ຄວາມຄືບໜ້າ ວຽກງານສະກັດກັ້ນ ແລະ ຕ້ານເຊື້ອ HIV/AIDS ໃນວັນທີ 27 ສິງຫາ 2020 ຜ່ານມາ ວ່າ ປັດຈຸບັນ ອົງການຈັດຕັ້ງສາກົລ ຜູ້ໃຫ້ທຶນວຽກງານຕ້ານເອສ ນັບມື້ນັບ ໜ້ອຍລົງ ຊຶ່ງເຮັດໃຫ້ ສປປ ລາວ ປະສົບກັບຄວາມ ຫຍຸ້ງຍາກ ທາງດ້ານງົບປະມານ ໃນການຕອບໂຕ້ເຊື້ອ HIV ແລະ ການເຄື່ອນຍ້າຍແຮງງານ ກໍຍັງມີຫຼາຍ ເຮັດໃຫ້ມີຄວາມສ່ຽງ ຕໍ່ການຕິດເຊື້ອ.

ແຕ່ລະປີ ມີຜູ້ຕິດເຊື້ອຫຼາຍກວ່າ 1,000 ຄົນ ໂດຍຊາຍທີ່ມີເພດສັມພັນກັບຊາຍ ຍັງຕິດເຊື້ອສູງ, ການຕິດເຊື້ອ ຈາກແມ່ສູ່ລູກ ກໍເຫັນວ່າສູງຂຶ້ນ, ນໍ້າຢາກວດເລືອດ ຊອກຫາການ ຕິດເຊື້ອ HIV ກໍຍັງບໍ່ພຽງພໍ ຜູ້ຕິດເຊື້ອກໍຍັງຂາດການຕິດຕາມຫຼາຍ ແລະ ການກິນຢາກໍບໍ່ເປັນປົກກະຕິ, ການມາຮັບຢາ, ການບໍຣິການກວດສຸຂພາບ ກໍຍັງພົບຄວາມຫຍຸ້ງຍາກ ເຊິ່ງແຕ່ລະປີ ມີຜູ້ຕ້ອງການ ການປິ່ນປົວດ້ວຍຢາກ ARV ຫຼາຍກວ່າ 7,000 ຄົນ.

ປັດຈຸບັນໃນ ສປປ ລາວ ຍັງມີຜູ້ຕິດເຊື້ອ HIV ເພີ້ມຂຶ້ນຫຼາຍຢູ່ ໂດຍສະເພາະ ກຸ່ມເພດທີ່ສາມ ຈະຕິດຫຼາຍກວ່າກຸ່ມອື່ນ ຮອງລົງມາ ແມ່ນກັມມະກອນເຄື່ອນຍ້າຍ ແລະ ແມ່ຍິງຂາຍ ບໍຣິການ ອີງຕາມໂຕເລຂ ຂອງກະຊວງສາທາຣະນະສຸຂ ຣາຍງານວ່າ ມີຈໍານວນຜູ້ຕິດເຊື້ອ 14,460 ຄົນ ເຊິ່ງເປັນໂຕເລຂສະສົມ ມາແຕ່ປີ 1990 ຫາປີ 2020 ຈໍານວນຜູ້ເສັຍຊີວິດ ປະມານ 4,800 ປາຍຄົນ.