ການປິ່ນປົວຄົນເຈັບ ໃນລາວ


2013.02.22
F-Mahosot ໂຮງໝໍ ມະໂຫສົດ ນະຄອນຫຼວງ ວຽງຈັນ. ຖ່າຽພາບ ວັນທີ 30 ມົກຣາ 2013
RFA/Lanxang

ຣະບົບ ສາທາຣະນະສຸຂ ໃນລາວ ຍັງຂາດ ຄຸນນະພາບ ໂດຍສະເພາະ ໃນເຂດ ຊົນນະບົດ.

ຄົນລາວ ຜູ້ນຶ່ງ ເວົ້າວ່າ ການຮັກສາ ສຸຂພາບ ໃນສປປ ລາວ ຍັງຂາດ ຄຸນນະພາບ ຫລາຍຢູ່ ໂດຍສະເພາະ ໃນເຂດ ຊົນນະບົດ ຫ່າງໄກ ຍັງບໍ່ມີ ສຸຂສາລາ ໂຮງຫມໍ ແລະ ນາຍແພດ, ປະຊາຊົນ ຍັງມີຄວາມ ລຳບາກ ຫລາຍຢູ່, ເລົາເວົ້າວ່າ:

"ບັນຫາ ທີ່ວ່ານັ້ນ ເປັນບັນຫາ ທີ່ຈະຕ້ອງ ແກ້ໄຂ ລະແມ່ນ ອັນນື່ງແມ່ນ ເຣື້ອງ ສຸຂພາບ ທາງກາຍ ເພາະວ່າ ການເຈັບເປັນ ສາທາຣະນະສຸຂ ຕ່າງໆ ແພດຫມໍ ຫລື ວ່າຢາ ການຊ່ອຍເຫລືອ ຈາກ ຣັຖບານ ທາງດ້ານ medicine ນີ້ມັນໜ້ອຍ ເຣື້ອງ ສາທາຣະນູ ປະໂພຄ ທາງດ່້ານ ການແພດ ເຫັນວ່າມັນ ມີບັນຫາ ບາງເທື່ອ ກໍຍ້ອນ ການສົ່ງເສີມ ຂອງ ຣັຖບານ ຍ້ອນ ການພົວພັນ ຍັງບໍ່ທັນ ໄດ້ດີ".

ເລົາເວົ້າ ຕໍ່ໄປວ່າ ໃນປັດຈຸບັນ ເຣື້ອງ ການຮັກສາ ສຸຂພາບ ໃນລາວ ແພງ ແລະ ຂາດ ຄຸນນະພາບ ເມື່ອຂາດ ຄຸນນະພາບ ຈື່ງເຮັດໃຫ້ ຄົນລາວ ຜູ້ທີ່ຮັ່ງມີ ມັກໄປຮັກສາ ສຸຂພາບ ຢູ່ປະເທດ ເພື່ອນບ້ານ ດັ່ງໄທ ແລະ ວຽດນາມ ແຕ່ຜູ້ທີ່ ທຸກຍາກ ນັ້ນ ສຸຂພາບ ກໍເຊື່ອມໂຊມ ເພາະບໍ່ມີເງິນ.

ໃນປັຈຈຸບັນ ຣັຖບານລາວ ກໍໄດ້ວາງແຜນ ໃນການ ແກ້ໄຂ ບັນຫາ ດັ່ງກ່າວ ແຕ່ກໍເປັນພຽງ ນະໂຍບາຍ ເທົ່ານັ້ນ ພາກ ປະຕິບັດ ໂຕຈີງນັ້ນ ບໍ່ມີເລີຍ ຍ້ອນຂາດ ງົບປະມານ ດັ່ງຄົນລາວ ອີກຜູ້ນຶ່ງ ເວົ້າວ່າ:

"ເຣື້ອງການ ວາງແຜນ ປັດຈຸບັນນີ້ ຫມາຍຄວາມວ່າ ມັນກໍມີ ມັນແມ່ນຫລັກ ມັນຍັງບໍ່ແມ່ນ ຄວາມເປັນຈິງ ຖ້າຄວາມເປັນຈິງ ແທ້ນີ້ ກໍແມ່ນຍັງ ບໍ່ທັນໄດ້ ເທື່ອ".

ໃນປີ ທີ່ຜ່ານມາ ຣັຖບານລາວ ໄດ້ຮັບເງິນ ຊ່ອຍເຫລືອ ຈາກ ຕ່່າງປະເທດ ຢ່າງຫລວງຫລາຍ ໄດ້ວາງແຜນ ກ່ຽວກັບ ການຮັກສາ ສຸຂພາບ ໃຫ້ດີຂື້ນ ແຕ່ເທົ່າເຖິງ ປັດຈຸບັນ ແຜນດັ່ງກ່າວ ຍັງບໍ່ຖືກ ປະຕິບັດ ໃຊ້ ຢ່າງຈິງຈັງ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.