ຄໍາສັ່ງສືບສາເຫດການຕາຍ ເດັກນ້ອຍ 3 ຄົນ
2017.10.29

ກະຊວງສາທາຣະສຸກ ສປປລາວ ສັ່ງໃຫ້ກວດສອບ ກໍຣະນີເດັກນ້ອຍ ແມ່ຍິງ 3 ຄົນ ເສັຽຊີວິດ ຢູ່ບ້ານນາປ່າໄຝ່ ເມືອງມື່ນ ແຂວງວຽງຈັນ ຫລັງຈາກກິນ ເຂົ້າຈີ່ປາເຕ້ ຊຶ່ງຜູ້ປົກຄອງຊື້ມາຈາກ ນະຄອນຫລວງວຽງຈັນ ແລະ ໄດ້ຮັບປະທານ ອາຫານແລງນໍາ ນ້ອຍນຶ່ງ ຊຶ່ງເຫດການ ດັ່ງກ່າວເກີດຂຶ້ນ ໃນມື້ວັນທີ 25 ຕຸລາ. ດັ່ງເຈົ້າຫນ້າທີ່ ກະຊວງສາທາຣະນະສຸກ ທີ່ເມືອງມື່ນ ທ່ານນຶ່ງກ່າວໃນມື້ວັນທີ 26 ຕຸລານີ້ວ່າ:
"ເຂົ້າໄປເອົາຂໍ້ມູນຕື່ມເນາະ ເພາະວ່າທາງຫ້ອງການ ກະຊວງສາທາຣະນະສຸກ ກໍໂທເຂົ້າມາ ໃຫ້ເອົາຂໍ້ມູນລະອຽດ ໄປພ້ອມກັນຫມົດສາມຄົນ ເຂົ້າຈີ່ປາເຕ້ ຜູ້ພໍ່ໄປວຽງຈັນແລ້ວຊື້ ໄດ້ກ້ອນນຶ່ງມາ ໃຫ້ລູກສາມຄົນຫັ້ນກິນຊັ້ນນະ".
ທ່ານກ່າວຕື່ມວ່າ ຫລັງຈາກເດັກນ້ອຍທັງສາມຄົນ ກິນເຂົ້າຈີ່ປາເຕ້ແລ້ວ ກໍໄດ້ກິນເຂົ້າແລງ ນໍານ້ອຍນຶ່ງ ພ້ອມກັບຄອບຄົວ ຈາກນັ້ນປະມານ 30 ນາທີ ກໍມີອາການເບື່ອເມົາຢ່າງແຮງ ແລ້ວຜູ້ປົກຄອງ ກໍເອົາໄປໂຮງຫມໍ ເມືອງມື່ນ ແລະ ກໍເສັຽຊີວິດຢູ່ ໂຮງຫມໍ.
ທ່ານວ່າສາເຫດການເສັຽຊີວິດນັ້ນ ຕ້ອງລໍຖ້າເຈົ້າຫນ້າທີ່ ຜູ້ຊ່ຽວຊານສັລສູນສົບກ່ອນວ່າ ອາຫານທີ່ເດັກນ້ອຍກິນນັ້ນ ປົນສານພິດເບື່ອປະເພດ ໃດ ເມື່ອຮູ້ຣາຍລະອຽດແລ້ວ ກໍຈະຊອກຫາ ແຫລ່ງທີ່ມາຂອງອາຫານ ດັ່ງກ່າວວ່າມາຈາກໃສ. ອາຫານປະເພດ ເຂົ້າຈີ່ປາເຕ້ເປັນທີ່ຍອດນິຍົມ ຂາຍທົ່ວໄປໃນແຂວງຕ່າງໆໃນລາວ ປະຊາຊົນ ແລະນັກທ່ອງທ່ຽວ ມັກຊື້ກິນຍ້ອນຣາຄາບໍ່ແພງ ແລະກິນງ່າຍ ແຕ່ຮ້ານ ທີ່ຂາຍເຂົ້າຈີ່ປາເຕ່ ນັ້ນສ່ວນໃຫຍ່ ບໍ່ຜ່ານການກວດກາ ແລະ ຄວາມສະອາດ ຈາກທາງການ ແຕ່ຕ້ອງໄດ້ ລໍຖ້າການກວດສອບ ກ່ອນຈຶ່ງຈະຮູ້ສາເຫດທີ່ແທ້ຈິງ ນັ້ນວ່າ ເປັນຍ້ອນຫຍັງ.