ລາວ ກັງວົນ ໂຄວິດ-19 ສາຍພັນ ເດລຕ້າ

ສິດນີ
2021.07.13
ລາວ ກັງວົນ ໂຄວິດ-19 ສາຍພັນ ເດລຕ້າ ໃນວັນທີ 12 ກໍຣະກະດາ 2021, ອົງການອາຫານ ແລະ ການກະເສດ ຂອງ ສະຫະປະຊາຊາດ ມອບອຸປກອນ ແລະ ເຄື່ອງໃຊ້ ທີ່ຈຳເປັນ ເພື່ອຕອບໂຕ້ພຍາດ COVID-19 ໃຫ້ແກ່ ສປປ ລາວ.
ພາບ: ສູນຂ່າວສານ ການແພດ ສຸຂສຶກສາ

ທາງການລາວປະກາດ ໃນມື້ວັນເສົາ ຜ່ານມາວ່າ ໄດ້ພົບເຫັນຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ເພີ່ມອີກ 93 ຄົນ ໃນນັ້ນສ່ວນໃຫຍ່ ແມ່ນນຳເຂົ້າໂດຍຄົນງານລາວ ທີ່ກັບມາຈາກຕ່າງ ປະເທດ ຊຶ່ງເປັນອັນຕະລາຍ ຕໍ່ການຕິດເຊື້ອໂຄວິດ-19 ສູງທີ່ສຸດໃນມື້ດຽວ ທີ່ນຳເຂົ້າຈາກຕ່າງປະເທດ ເຣີ່ມແຕ່ການຣະບາດຂອງໂຄວິດ-19 ເປັນຕົ້ນມາ ແລະວ່າການຕິດເຊື້ອ ສ່ວນໃຫຍ່ແມ່ນມາຈາກ ຄົນງານລາວ ທີ່ກັບມາຈາກປະເທດໄທຍ ເປັນຜູ້ທີ່ເອົາເຊື້ອມານຳ.

ໃນມື້ວັນອາທິດ ສປປລາວ ກໍໄດ້ກວດພົບຄົນຕິດເຊື້ອໂຄວິດ-19 ເພີ່ມອີກ 89 ຄົນ ໃນນັ້ນສ່ວນຫຼາຍແມ່ນ ມາຈາກຄົນງານລາວ ທີ່ກັບມາແຕ່ໄທຍເຊັ່ນກັນ ເປັນຕົ້ນຢູ່ ແຂວງຄຳມ່ວນ 3 ຄົນ, ແຂວງ ສວັນນະເຂດ 27 ຄົນ ແລະ ແຂວງຈຳປາສັກ 39 ຄົນ.

ໃນວັນຈັນ ວັນທີ 12 ກໍຣະກະດາ ປີ 2021, ກໍມີຣາຍງານຜູ້ຕິດເຊື້ອເພີ່ມອີກ 106 ຄົນ ໃນນັ້ນສ່ວນໃຫຍ່ ແມ່ນນຳເຂົ້າມາຈາກຕ່າງ ປະເທດ ໂດຍຄົນງານລາວ ທີ່ກັບມາຈາກໄທຍ, ດັ່ງ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າຄວບຄຸມພຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ ແລະ ຕາງໜ້າຄະນະສະເພາະກິດ ປ້ອງກັນໂຄວິດ-19 ກ່າວຕໍ່ສື່ມວນຊົນ ໃນມື້ວັນທີ 12 ກໍຣະກະດາ ນີ້ວ່າ:

“ສະພາບການຣະບາດ ຂອງໂຄວິດ-19 ຢູ່ ສປປລາວ ມາຮອດປັດຈຸບັນ ວັນທີ 12 ກໍຣະກະດາ ປີ 2021 ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດແມ່ນ 106 ຄົນຢູ່ໃນນັ້ນ ກໍຣະນີນຳເຂົ້າທັງໝົດ 104 ກໍຣະນີ.”

ທ່ານກ່າວຕື່ມວ່າ ເທົ່າເຖິງປັດຈຸບັນ ມີຜູ້ຕິດເຊື້ອໂຄວິດ-19 ໃນລາວ 2,825 ຄົນ ໃນນັ້ນສ່ວນໃຫຍ່ ຜູ້ຕິດເຊື້ອໃໝ່ ແມ່ນນຳເຂົ້າ ຈາກຕ່າງປະເທດ ແລະ ໃນມື້ວັນທີ 11 ກໍຣະກະດາ ຜ່ານມາ ມີຄົນງານລາວເຂົ້າປະເທດ ແບບຖືກຕ້ອງຕາມກົດໝາຍ ປະມານ 892 ຄົນ ທັງໝົດກັກໂຕ ໃນສູນກັກກັນທົ່ວປະເທດ 50 ແຫ່ງ ຊຶ່ງໃນປັດຈຸບັນ ມີຜູ້ຖືກກັກກັນປະມານ 5,407 ຄົນ.

“ມາຮອດວັນທີ 12 ກໍຣະກະດາ ນີ້ມີຜູ້ເດີນທາງເຂົ້າ ສປປລາວ ຕາມດ່ານຕ່າງໆ ທັງໝົດແມ່ນ 893 ຄົນ ແລະກໍໄດ້ເອົາເຂົ້າໃນສູນ ຈໍາກັດບໍຣິເວນທີ່ກຳນົດໄວ້ ປັດຈຸບັນນີ້ພວກເຮົາ ຍັງນຳໃຊ້ສູນຈຳກັດຢູ່ 50 ສູນ ແລະ ຍັງມີຜູ້ຈຳກັດບໍຣິເວນຢູ່ 5,601 ຄົນ.”

ສຳລັບກໍຣະນີ ຜູ້ຕິດເຊື້ອໃໝ່ 93 ຄົນ ໃນມື້ວັນເສົານັ້ນ 45 ຄົນ ຢູ່ ແຂວງສວັນນະເຂດ ທັງໝົດແມ່ນມາຈາກຄົນງານລາວ ທີ່ກັບ ມາຈາກປະເທດໄທຍ, ແລະ 45 ຄົນ ຢູ່ແຂວງຈຳປາສັກ ໃນນັ້ນ 43 ຄົນ ແມ່ນຈາກຄົນງານລາວ ກັບມາຈາກໄທຍ, 1 ຄົນ ຢູ່ ແຂວງຄຳມ່ວນ ກໍແມ່ນຈາກຄົນງານລາວ ທີ່ ມາຈາກໄທຍ ແລະ 2 ຄົນ ຢູ່ ແຂວງບໍ່ແກ້ວ ກໍແມ່ນມາຈາກຄົນງານ ມາຈາກໄທຍ ເຊັ່ນກັນ ແລະ ຄົນຕິດເຊື້ອໃໝ່ ໃນມື້ວັນເສົາ ຢູ່ແຂວງຈຳປາສັກນັ້ນ ສ່ວນໃຫຍ່ແມ່ນມາຈາກຄົນງານລາວ ທີ່ກັບມາຈາກໄທຍ ຊຶ່ງ ໃນປະເທດໄທຍ ມື້ດຽວໃນອາທິດ ຜ່ານມາ ມີຜູ້ຕິດເຊື້ອໂຄວິດ-19 ກວ່າ 9 ພັນ ກໍຣະນີ ໃນນັ້່ນ ຈຳນວນນຶ່ງແມ່ນ ຕິດສາຍພັນໃໝ່ ເດລຕ້າ.

ແລະໃນມື້ວັນຈັນ ວັນທີ 12 ກໍຣະກະດາ ໃນຈຳນວນຜູ້ຕິດເຊື້ອໃໝ່ 106 ຄົນນ້ນ ສ່ວນໃຫຍ່ ແມ່ນຳເຂົ້າມາຈາກປະເທດເພື່ອນບ້ານ ເຊັ່ນກັນ ຊຶ່ງເປັນຄົນງານລາວ ທີ່ກັບມາຈາກ ປະເທດໄທຍ.

ໃນຂນະດຽວກັນ ເຈົ້າໜ້າທີ່ລາວກໍເພີ່ມມາຕການ ໃນການລາດຕະເວັນ ຕາມເຂດຊາຍແດນຫຼາຍຂຶ້ນ ເພື່ອສະກັດກັ້ນ ຄົນງານລາວ ຂ້າມມາປະເທດແບບບໍ່ຖືກຕ້ອງ ຕາມກົດໝາຍ ດຣ. ສີສະຫວາດ ຍັງໄດ້ຮຽກຮ້ອງ ປະຊາຊົນລາວ ທົ່ວປະເທດໃຫ້ສັກວັກຊິນ ຕ້ານໂຄວິດ-19 ຊຶ່ງເປັນຫົນທາງດຽວ ທີ່ຈະສາມາດຕ້ານການຕິດເຊື້ອໄດ້ ໂດຍສະເພາະສາຍພັນ ເດລຕ້າ ນອກຈາກນັ້ນ ກະຊວງສາທາຣະນະສຸຂ ຍັງໄດ້ຮຽກຮ້ອງໃຫ້ບຸກຄົນ ທີ່ໃກ້ຊິດກັບຜູ້ຕິດເຊື້ອ ຫຼື ບຸກຄົນ ທີ່ບໍ່ຜ່ານການ QUARANTINE 14 ມື້ ໃຫ້ມາສັກວັກຊິນ. ທາງການລາວ ຍັງໄດ້ເລັ່ງລັດໃນການສັກວັກຊິນ ໃຫ້ໄດ້ 50% ຂອງຈຳນວນປະຊາກອນ ທັງໝົດໃນທ້າຍປີນີ້.

ກ່ຽວກັບການຕິດເຊື້ອໂຄວິດ-19 ສາຍພັນໃໝ່ ເຈົ້າຫນ້າທີ່ສາທາຣະນະສຸຂລາວ ຈາກ ນະຄອນຫຼວງວຽງຈັນ ນາງນຶ່ງ ຜູ້ບໍ່ປະສົງ ອອກຊື່ ແລະຕຳແໜ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 12 ກໍຣະກະດາ ປີ 2021 ນີ້ວ່າ:

“ອັນ-ມັນ ກໍໄດ້ແຕ່ນຳເຂົ້າເດ້ ສ່ວນໃຫຍ່ແມ່ນນຳເຂົ້າ, ຊຸມຊົນເຮົາກໍບໍ່ໄດ້ມີໄດ໋ອ້າຍ, ຢູ່ ນະຄອນຫຼວງວຽງຈັນ, ສ່ວນຫຼາຍແມ່ນຢູ່ ແຂວງຈຳປາສັກ, ສວັນນະເຂດ, ນະຄອນຫຼວງມີຢູ່ ໜ້ອຍນຶ່ງ.”

ປະຊາຊົນລາວຫຼາຍຄົນ ກໍມີຄວາມເປັນຫ່ວງກ່ຽວກັບ ບັນຫາດັ່ງກ່າວເຊັ່ນກັນ, ດັ່ງປະຊາຊົນທ່ານນຶ່ງຢູ່ ແຂວງສວັນນະເຂດ ກ່າວຕໍ່ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເອີ, ກໍຢ້ານກົວ ເພາະເປັນສາຍພັນໃໝ່ ຕິດກັນໄດ້ງ່າຍ ຄົນກະຢ້ານກົວແດ່, ຕິດຢູ່ຕ່າງແຂວງພຸ້ນແຫຼະ ທາງພາກໃຕ້.”

ອີງຕາມການຣາຍງານ ຈາກກະຊວງແຮງງານ ແລະສວັດດີການສັງຄົມລາວ ຫຼັງຈາກການຣະບາດຂອງໂຄວິດ-19 ເປັນຕົ້ນມາ ມີຄົນງານລາວທີ່ກັບມາຈາກໄທຍ ແລ້ວປະມານ 246,757 ຄົນ, ໃນນັ້ນ ບາງຄົນຕິດເຊື້ອໂຄວິດ-19 ມານຳ ເປັນຕົ້ນຢູ່ ແຂວງພາກໃຕ້ຂອງລາວ ດັ່ງແຂວງຈຳປາສັກ ແລະ ສວັນນະເຂດ ຊຶ່ງ ເປັນແຂວງທີ່ມີຜູ້ຕິດເຊື້ອ ໂຄວິດ-19 ຫຼາຍກວ່າໝູ່ ແລະ ຍັງມີອີກຈຳນວນຫຼາຍ ທີ່ຍັງຕົກຄ້າງຢູ່ໄທຍ ລໍຖ້າກັບມາລາວ.

ໃນວັນທີ 9 ກໍຣະກະດາ ປີ 2021 ຜ່ານມາ, ກົມພັທນາສີມືແຮງງານ ແລະ ຈັດຫາງານ (ລາວ) ຮ່ວມກັບ ກົມຈັດຫາງານ (ໄທຍ), ໄດ້ຈັດກອງປະຊຸມ ຣະດັບວິຊາການ ລາວ-ໄທຍ ໃນຮູບແບບທາງໄກ ກ່ຽວກັບການບໍຣິຫານ ຈັດການແຮງງານລາວ ໃນປະເທດໄທຍ ໃນໄລຍະທີ່ມີການແຜ່ຣະບາດ ຂອງໂຄວິດ-19 ຮອບສອງ, ຝ່າຍລາວ ເປັນປະທານໂດຍ ທ່ານ ອານຸສອນ ຄຳສິງສະຫວັດ ຫົວໜ້າ ກົມພັທນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສວັດດີການສັງຄົມ, ຝ່າຍໄທຍ ເປັນປະທານໂດຍ ທ່ານ ໄພໂຣດ ໂຊຕິກະສຖຽນ ຫົວໜ້າກົມຈັດຫາງານ, ກະຊວງແຮງງານໄທຍ ພ້ອມດ້ວຍໜ໋ວຍງານກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມ.

ທີ່ປະຊຸມໄດ້ປຶືກສາຫາລືກັນ ໃນການປົກປ້ອງຄົນງານລາວ ໃນໄທຍ ເປັນຕົ້ນການຊ່ອຍເຫຼືອດ້ານການສັກວັກຊິນ, ດ້ານສັງຄົມ ສົງເຄາະ ໃນຍາມເຈັບໄຂ້ ແລະອື່ນໆ. ທາງການລາວ ໄດ້ຮຽກຮ້ອງໃຫ້ ທາງການໄທຍ ສັກວັກຊິນໃຫ້ແກ່ຄົນລາວ ໃນໄທຍ ຫຼື ກັບຄົນງານລາວ ທີ່ຈະກັບມາລາວ ເພື່ອສະກັດກັ້ນ ການແຜ່ຣະບາດເຊື້ອໂຄວິດ-19 ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.