ຊາວບ້ານເຂື່ອນນໍ້າເທີນ 1 ກວດ ສຸຂພາບ

ໄມຊູລີ
2017.11.28
F-Namtheun1 ໃນເຂດ ບໍລິເວນ ການກໍ່ສ້າງ ເຂື່ອນນໍ້າເທີນ 1
Screen captured Hoan Tran video

ເຈົ້າໜ້າທີ່ ກະຊວງສາທາຣະນະສຸກ ລົງກວດສຸຂພາບ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກ ເຂື່ອນໄຟຟ້ານໍ້າເທີນ 1 ຢູ່ບໍຣິເວນ ລຸ່ມເຂື່ອນ 9 ບ້ານ ແລະເຫນືອເຂື່ອນ 7 ບ້ານ ທັງໝົດ ມີປະມານ 406 ຄອບຄົວ ໃນນັ້ນມີບ້ານ ຈະເຣີນ, ບ້ານໄຊ, ບ້ານປາກກະດິງເໜືອ ເມືອງ ປາກກະດິງ ແຂວງບໍຣິຄໍາໄຊ ແຕ່ວັນທີ່ 21 ຫາ 25 ພຶສຈິກາ ເພື່ອກວດ ສຸຂພາບ ຮ່າງກາຍ ແລະຈິດໃຈ ເພື່ອບໍ່ໃຫ້ເກິດ ຄວາມຄຽດ. ດັ່ງເຈົ້າໜ້າທີ່ ກະຊວງ ສາທາຣະນະສຸກ ກ່າວໃນວັນທີ່ 23 ພຶສຈິກາ ນີ້ວ່າ:

”ເວົ້າເຣື້ອງການແຜນກິຈກັມ ຂອງພວກບ້ານທີ່ ຖືກຜົນກະທົບ ລຸ່ມເຂື່ອນ ເໜືອເຂື່ອນ ໂອ້ ກໍຫລາຍຢູ່ໃດ່ ກ່ອນເຂື່ອນນີ້ ປະມານ 9 ບ້ານ ເໜືອເຂື່ອນ ກໍປະມານ 7 ບ້ານ ກະຊວງເຮົາເວົ້າເຣື້ອງສຸຂພາບ ແລະຜົນກະທົບ ພວກເຮົາຈະເອົາ ແຕ່ສຸຂພາບ ຂອງປະຊາຊົນ ກໍຄືກັບ ເຂື່ອນຕ່າງໆ ໃນທຸກເຂື່ອນຊິສ້າງ ເວົ້າຈັ່ງຊັ້ນຊະ.”

ທ່ານກ່າວຕື່ມວ່າ ເປັນຂອງທັມດາທີ່ທຸກປີ ເຈົ້າໜ້າທີ່ຈາກກະຊວງ ສາທາຣະນະສຸກ ຈະລົງໄປກວດຊຸກຍຸ້ ປະຊາຊົນທີ່ໄດ້ຮັບ ຜົນກະທົບ ຈາກການກໍ່ສ້າງເຂື່ອນ ທົ່ວປະເທດ ທັງສຸຂພາບຮ່າງກາຍ ແລະຈິດໃຈ ບໍ່ໃຫ້ມີຄວາມຄຽດ ຍ້ອນວ່າຖືກໂຍກຍ້າຍ ໄປຕັ້ງຖິ່ນຖານ ບ່ອນໃໝ່ ທີ່ທາງການລາວ ຈັດສັນໃຫ້ຢູ່ລຸ່ມເຂື່ອນ ແລະເໜືອເຂື່ອນ ແຕ່ການດໍາຣົງຊີວິດ ຂອງເຂົາເຈົ້າຍັງບໍ່ມີຄວາມສດວກ ດ້ານໂຄງຮ່າງ ພື້ນຖານ 100% ເປັນຕົ້ນຖນົນຫົນທາງ ນໍ້າປະປາ ໄຟຟ້າ ໂຮງຮຽນ ແລະສຸຂສາລາ ນອກນັ້ນຍັງມີ ບ້ານສຸກຕັດ ແລະບ້ານກົກຕົ້ນ ເມືອງວຽງໄຊ ທີ່ຈະຕ້ອງໂຍກຍ້າຍ ໄປຢູ່ ພື້ນທີ່ຈັດສັນ ໃໝ່ນໍາ ແລະຄາດວ່າ ຈະສໍາເຣັດໄປພ້ອມ ກັບການກໍ່ສ້າງໃນປີ 2019 ນີ້.

ຢ່າງໃດກໍຕາມ ໂຄງການເຂື່ອນໄຟຟ້ານໍ້າເທິນ 1  ມີຂນາດ 523 ເມກາວັດ ເຣີ້ມກໍ່ສ້າງມາແຕ່ປີ 2014 ແລະຄາດວ່າຈະສ້າງ ສໍາເຮັ້ດໃນປີ 2019 ໂດຍມີບໍຣິສັດ ຈາກປະເທດ ມາເລເຊັຍຖືຫຸ້ນ 40% ບໍຣິສັດ ຜລິດໄຟຟ້າຈໍາກັດ }n EGCO ຈາກປະເທດໄທ 40% ແລະຣັຖບານ ລາວ 20% ມູນຄ່າກໍ່ສ້າງທັງໝົດປະມານ 700 ລ້ານ ດອນລ່າ ສະຫະຣັັັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.