ບັນຫາສຸຂພາບ ແມ່ແລະເດັກໃນລາວ

ນາງໝໍຈາກສຸຂສາລາ ປະຈໍາທ້ອງຖິ່ນ ອອກໄປກວດອາການ ຂອງຜູ້ທີ່ກໍາລັງ ຄອງມື້ຄອດລູກ
ນາງໝໍຈາກສຸຂສາລາ ປະຈໍາທ້ອງຖິ່ນ ອອກໄປກວດອາການ ຂອງຜູ້ທີ່ກໍາລັງ ຄອງມື້ຄອດລູກ (blogspot)

0:00 / 0:00

ທະນາຄານໂລກ ຣາຍງານວ່າ ລາວ ປະເຊີນ ກັບບັນຫາ ທ້າທາຍ ດ້ານສຸຂພາບ ຂອງ ແມ່ແລະເດັກ ຫລາຍ ທີ່ສຸດ ໃນໂລກ.

ທະນາຄານ ໂລກ ອອກຣາຍງານວ່າ ສປປ ລາວ ຍັງປະເຊີນ ກັບບັນຫາ ດ້ານສຸຂພາບ ຂອງ ແມ່ແລະເດັກນ້ອຍ ຫລາຍທີ່ສຸດ ທັງຢູ່ໃນ ພາກພື້ນ ເອເຊັຽ ຕາເວັນອອກ ແລະ ປາຊີຟິກ ແລະ ໃນໂລກ ເຖິງແມ່ນວ່າ ຈະມີຄວາມ ຄືບໜ້າ ໃນດ້ານນີ້ ແລະ ມີການເຕີບໂຕ ທາງເສຖກິດ ຫລາຍ ກໍຕາມ.

ນັ້ນເປັນຜົລ ຂອງການ ລົງທຶນໃສ່ ບໍ່ພຽງພໍ ແລະ ບໍ່ມີ ປະສິດທິພາບ ຊຶ່ງຣັຖບານ ສປປລາວ ລົງທຶນ ໃນຣະດັບຕໍ່າ ຄື 1 ຈຸດ 1 ເປີເຊັນ ຂອງຜົລຜລິດ ຮວມພາຍໃນ ຫລື GDP ຂອງ ລາວ. ຄ່າບໍຣິການ ສຸຂພາບ ເກືອບທັງໝົດ ແມ່ນຄົນເຈັບ ຫຼື ຄອບຄົວ ເປັນຜູ້ອອກ ຄ່າໃຊ້ຈ່າຍ ອັນເຮັດໃຫ້ ປະຊາຊົນ ບໍ່ຄ່ອຍໃຊ້ ບໍຣິການ ດ້ານສຸຂພາບ ເທົ່າທີ່ຄວນ.

ທະນາຄານໂລກ ເວົ້າອີກວ່າ ການ ບໍຣິຈາກ ຂອງ ນາໆຊາດ ມີສ່ວນທີ່ ສໍາຄັນຍິ່ງ ໃນການ ລົງທຶນໃສ່ ດ້ານນີ້ ແຕ່ເຖິງແນວໃດ ກໍດີ ແຫລ່ງທຶນ ດັ່ງກ່າວ ກໍບໍ່ແນ່ນອນ ຫຼື ສມໍ່າສເມີ. ຣັຖບານລາວ ຂະນະນີ້ ກໍາລັງມີແຜນ ເພີ່ມຣາຍຈ່າຍ ທາງດ້ານ ສຸຂພາບ ຈາກ ງົບປະມານ ຂອງຣັຖບານ 4 ຈຸດ 3 ເປີເຊັນ ມາເປັນ 9 ເປີເຊັນ.

ບັນຫາທ້າທາຍ ຕົ້ນຕໍ ສໍາລັບ ຣັຖບານລາວ ກໍຄື ເງິນງົປນີ້ ຈະຖືກນໍາໃຊ້ ເພື່ອປັບປຸງ ຄຸນນະພາບ ແລະ ການເຂົ້າເຖິງ ການບໍຣິການ ສຸຂພາບ ໃນທົ່ວປະເທດ ໂດຍສະເພາະ ພວກຄົນທຸກຍາກ ແລະ ຢູ່ຫ່າງໄກ ຈາກຕົວເມືອງ. ດ້ວຍການ ຮັບປະກັນ ໃຫ້ເດັກນ້ອຍ ຫລາຍ ເພີ່ມຂຶ້ນ ໄດ້ສີດວັກຊິນ ປ້ອງກັນພຍາດ ແລະ ໃຫ້ຜູ້ຍິງ ຖືພາມານ ໄດ້ຮັບສິດ ໃນການ ບໍຣິການ ສຸຂພາບ, ໃນຍາມເກີດລູກ ນັ້ນ ຣັຖບານລາວ ກໍຈະສາມາດ ບໍາຣຸງ ສຸຂພາບ ແມ່ແລະເດັກນ້ອຍ ໄດ້ຢ່າງມີ ປະສິດທິພາບ.