ອີກ 113 ຄົນຕິດໂຄວິດ-19 ຢູ່ທົ່ວ ສປປລາວ

ສິດນີ
2021.04.26
ອີກ 113 ຄົນຕິດໂຄວິດ-19 ຢູ່ທົ່ວ ສປປລາວ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທຍາ ຖແລງຂ່າວກ່ຽວກັບຜູ້ຕິດເຊື້ອ ໃນນະຄອນຫຼວງວຽງຈັນ
ສູນຂ່າວສານການແພດສຸຂສຶກສາ

ໃນມື້ວັນທີ 25 ເມສາ 2021 ນີ້ ທາງການລາວ ໄດ້ກວດເຫັນຜູ້ຕິດເຊື້ອໂຄວິດ-19 ເພີ້ມອີກ 113 ຄົນ ຈາກການກວດວິເຄາະຫາ ເຊື້້ອໂຄວິດ-19 ຈຳນວນ 2,682 ຄົນ ຮອດປະຈຸບັນ ມີຜູ້ຕິດເຊື້ອ ໂຄວິດ-19 ທັງຫມົດ 436 ຄົນ ທົ່ວປະເທດ ໃນນັ້ນຕິດໃນມື້ ວັນເສົາ 88 ຄົນ ແລະ ວັນອາທິດ 76 ຄົນ ຊຶ່ງເປັນການກວດພົບຜູ້ຕິດເຊື້ອ ເກີນ 100 ຄົນ ເປັນເທື່ອທຳອິດ ນັບຕັ້ງແຕ່ເກີດການ ລະບາດ ຂອງໂຄວິດ-19 ໃນລາວ. ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວຫນ້າກົມ ຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ແລະ ຕ່າງຫນ້າຄະນະ ສະເພາະກິດ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວລຊົນລາວ ໃນມື້ວັນທີ 26 ເມສາ ນີ້ວ່າ:

“ຕົວຢ່າງມາກວດວິເຄາະ ທັງຫມົດ 2,682 ຄົນ ຄົ້ນຄວ້າວິເຄາະທັງຫມົດ ແມ່ນພົບຜູ້ຕິດເຊື້ອໃຫມ່ 113 ຄົນ ມາຮອດປັດຈຸບັນ ຕົວເລກຕິດເຊື້ອສະສົມ ຂອງ ສປປລາວ ມີທັງຫມົດ 436 ຄົນ ບໍ່ມີຜູ້ເສັຽຊິວິດ.”

ທ່ານກ່າວຕື່ມວ່າຜູ້ຕິດເຊື້ອໂຄວິດ-19 ໃນຈຳນວນ 113 ຄົນ ນີ້ຢູ່ນະຄອນຫຼວງວຽງຈັນ 31 ຄົນ, ຈຳປາສັກ 54 ຄົນ, ສວັນນະເຂດ 13 ຄົນ, ບໍ່ແກ້ວ 7 ຄົນ, ອຸດົມໄຊ 2 ຄົນ, ຜົ້ງສາລີ 2 ຄົນ, ວຽງຈັນ 1 ຄົນ, ຫລວງພຣະບາງ 1 ຄົນ, ໄຊຍະບູລີ 1 ຄົນ ແລະ ເຊກອງ 1 ຄົນ.

ໃນຂນະດຽວກັນ ດຣ. ພູທອນ ເມືອງປາກ ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ແລະຕ່າງຫນ້າຄະນະສະເພາະກິດປ້ອງກັນ ໂຄວິດ-19 ກໍກ່າວໃນພິທີຖແລງຂ່່າວ ໃນມື້ດຽວກັນ ນີ້ວ່າ ການຣະບາດຂອງ ໂຄວິດ-19 ໃນລາວ ໄດ້ແຜ່ລາມໄປແລ້ວໃນ 13 ແຂວງທົ່ວປະເທດ ແລະ ແຂວງທີ່ມີຄວາມສ່ຽງສຸງທີ່ສຸດ ແມ່ນນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ ຊຶ່ງເປັນແຂວງ ທີ່ມີ ຄົນຕິິດເຊື້ອ ຫຼາຍກວ່າຫມູ່ໃນລາວ ຈະຕ້ອງເລັ່ງລັດໃນການຄວບຄຸມ ແລະ ປ້ອງກັນເພື່ອບໍ່ໃຫ້ເຊື້່ອລະບາດ ໄປໃສ່ຊຸມຊົນ ແລະ ຈະຍາກໃນການປ້ອງກັນ.

“ອັນສຳຄັນຜູ້ຕິດເຊື້ອນີ້ໄດ້ ກະຈ່າຍໄປເຖິງ 13 ແຂວງ ໃນຂອບເຂດທົ່ວປະເທດ ຂອງພວກເຮົາ ອັນນີ້ ເປັນອັນທີ່ພວກເຮົາຈະຕ້ອງ ໄດ້ເອົາໃຈໃສ່ ໄດ້ຣະມັດຣະວັງ ໂດຍສະເພາະຢູ່ ນະຄອນຫລວງວຽງຈັນ ແລ້ວກະຢູ່ໃນ ແຂວງຈຳປາສັກ ຊື່ງວ່າອາດຈະມີຄວາມ ສ່ຽງສູງ ຈະຂຍາຍໄປສູ່ຊຸມຊົນ.”

ເຈົ້າຫນ້າທີ່ ຄະນະສະເພາະກິດ ປ້ອງກັນໂຄວິດ-19 ອີກທ່ານນຶ່ງກ່າວຕໍ່ ເອເຊັຽເສຣີວ່າ ການກວດຊອກຫາເຊື້ອໂຄວິດ-19 ໃນ ອາທິດນີ້ ແຕ່ລະສູນກວດ ມີຄົນມາກວດໜ້ອຍລົງ ບໍ່ແອອັດເຫມືອນອາທິດ ຜ່ານມາ ຊຶ່ງວ່າງອາທິດຜ່ານມາ ຄາດວ່າ ມີຄົນມາ ກວດເຊື້ອໂຄວິດ-19 ຢູ່ນະຄອນຫລວງວຽງຈັນ ເກືອບຮອດ 10 ພັນ ຄົນ ຖືວ່າຄົນຕື່ນໂຕກັນຫລາຍ.

ຢ່າງໃດກໍຕາມ ທຸກສູນກວດ ທັງໃນລະດັບກາງ, ເມືອງແລະຕ່າງແຂວງ ຍັງໄດ້ເລັ່ງຊອກຫາ ຜູ້ຕິດເຊື້້ອໃຫ້ໄວທີ່ສຸດ ເພື່ອບໍ່ໃຫ້ເກີດ ການລະບາດໃນວົງກວ້າງ ແລະ ດ້ວຍສະພາບ ການແຜ່ຣະບາດຂອງເຊື້ອ ໂຄວິດ-19 ໃນນະຄອນຫຼວງວຽງຈັນ ຍັງຫນ້າເປັນຫ່ວງ ທາງການລາວຈຶ່ງໄດ້ ກະຕຽມໂຮງຫມໍ ພາກສນາມເພື່ອຮັບຮອງຈຳນວນ ຜູ້ຕິດເຊື້ອໂຄວິດ-19 ໃນ 2 ຈຸດ ຄື; ອາຄານສຳນັກງານ ໃຫຍ່ ຂອງສະຫະພັນເຕະບານ ແຫ່ງ ປະເທດລາວ ທີ່ເມືອງຈັນທະບູລີ ແລະ ສູນຝຶກເຕະບານ ຂອງ ສະຫະພັນເຕະບານ ແຫ່ງຊາດ ຫລັກ 16 ຮວມຕຽງນອນ ທັງຫມົດປະມານ 200 ຕຽງ.

“ກວດຊອກຫາເຊື້ອໂຄວິດ-19 ແຕ່ລະມື້ນີ້ ກະຫຼາຍບໍ່ຕ່ຳກວ່າພັນແຫລະ ເຮົາກະຈະພຍາຍາມເກັບຈຳນວນ ທີ່ພົບເຊື້ອຕຽມ ໂຮງຫມໍເຂົາເອີ້ນວ່າ ໂຮງຫມໍພາກສນາມເນາະ ເຂົາຊ່ອຍ.”

ສ່ວນສະຖານະການປີ່ນປົວ ແລະ ຕິດຕາມອາການຂອງ ຜູ້ຕິດເຊື້ອໂຄວິດ-19 ໃນລາວ ເຈົ້າຫນ້າທີ່ໂຮງຫມໍ ມິຕພາບ 150 ຕຽງທ່ານນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີ ວ່າຜູ້ຕິດເຊື້ອ ໂຄວິດ-19 ໃນລາວ ຍັງບໍ່ມີກໍຣະນີໃດຮຸ່ນແຮງ ທີ່ຖືກປີ່ນປົວຢູ່ ຫ້ອງສຸກເສີນ ແຕ່ ສິ່ງທີ່ຫນ້າເປັນຫວ່ງໃນເວລານີ້ ຄື ຖ້າຫາກມີຜູ້ຕິດເຊື້້ອ ໂຄວິດ-19 ຫຼາຍເກີນໄປ ໂຮງຫມໍຫລາຍແຫ່ງ ໃນລາວ ຈະບໍ່ມີຕຽງພໍ ຮ່ວມທັງໂຮງຫມໍ ມິຕພາບ 150 ຕຽງ ທີ່ຍັງເຫລືອຕຽງຮອງຮັບ ຜູ້ຕິດເຊື້ອບໍ່ຮອດ 100 ຕຽງ.

“ທົ່ວປະເທດ ບໍ່ມີອາການຮຸ່ນແຮງ ເຮົາຮັບຄົນເຈັບໃຫມ່ ຫມົດແລ້ວ ຢູ່ຕຶກໂຮງຫມໍມິຕພາບຂຍາຍ 300 ຕຽງ ເຮົາຍັງວ່າງຢູ່ແຕ່ ປະມານ 80 ຕຽງນີ້.”

ເຈົ້່າຫນ້າທີ່ໂຮງຫມໍ ແຂວງບໍ່ແກ້ວ ທ່ານນຶ່ງເວົ້າວ່າປັດຈຸບັນ ແຂວງບໍ່ແກ້ວ ມີຄົນຕິດເຊື້ອໂຄວິດ-19, 13 ຄົນ ໂດຍຜູ້ປ່ວຍທັງຫມົດ ຍັງປີ່ນປົວປົກກະຕິ ແລະບໍ່ມີອາການຮຸ່ນແຮງ ແຕ່ຢ່າງໃດ.

“ແມ່ນແລ້ວ ປົກກະຕິ ກໍເພາະວ່າ ກະຍັງເຫັນເຂົາຍັງປົກກະຕິ ອາການຍັງບໍ່ທັນໄດ້ອອກຫຼາຍ ແມ່ນຫຍັງຫັ້ນນ່າ.”

ທາງການລາວ ຄາດວ່າຈະມີຜູ້ຕິດເຊື້ອໂຄວິດ-19 ໃນລາວເຖິງ 2,000 ຄົນສ່ວນສະຖານະການ ເຝົ້າຣະວັງການຣະບາດໄປ ແຂວງ ອື່ນນັ້ນ ກໍພາກັນເພີ້ມການເອົາໃຈໃສ່ໃນມາຕການ ສະກັດກັ້ນ ແລະຄວບຄຸມ ປ້ອງກັນຢ່າງເຂັ້ມງວດ ເປັນຕັ້ນ ແຂວງຫລວງພຣະບາງ ກໍມີການສັ່ງຫ້າມ ຄົນພາຍໃນແຂວງເດີນທາງ ໄປຕ່າງແຂວງ ແລະ ຫ້າມຄົນຕ່າງແຂວງ ເຂົ້າມາ ແຂວງຫລວງພຣະບາງ ໃນໄລຍະນີ້້ ຫ້າມອອກເຮືອນ ແລະ ຫ້າມຊຸມແຊວເປັນກຸ່ມ.

ແຂວງອຸດົມໄຊ ກໍສັ່ງໂຈະ ການຮຽນ-ການສອນ ທຸກສະຖາບັນ ແລະ ໂຮງຮຽນຊົ່ວຄາວ ຫ້າມຄົນພາຍນອກເຂົ້່າມາແຂວງ ແລະ ຫ້າມຄົນພາຍໃນອອກໄປແຂວງອື່ນ ແລະ ຫ້າມເດີນທາງໄປ ເມືອງຕໍ່ເມືອງ ບ້ານຕໍ່ບ້ານ ຍົກເວັ້ນຜູ້ທີ່ມີໃບອະນຸຍາດ ຈາກ ທາງການ ແລະ ຫ້າມອອກບ້ານ ເລີ້ມແຕ່ເວລາ 9 ໂມງ 30 ຕອນເຊົ້າ ຮອດ ເວລາ 6 ໂມງແລງ ຍົກເວັ້ນເຫດຈຳເປັນ ແລະ ອຸບັດຕິເຫດ ຫລື ໄດ້ຮັບອະນຸຍາດ ຈາກທາງການ.

ສ່ວນຄວາມຄືບຫນ້າກ່ຽວກັບ ການສັກວັກຊີນນັ້ນ ດຣ. ພອນປະເສດີ ອຸມາພົມ ຫົວຫນ້າກົມອະນາມັຍ ແລະ ສົ່ງເສີມສຸຂພາບ ກະຊວງສາທາຣະນະສຸຂ ກ່າວໃນພີທີຖແລງຂ່າວ ໃນມື້ດຽວກັນນັ້ນວ່າ ກະຊວງສາທາຣະນະສຸຂ ຕັ້ງເປົ້າສັກຢາປ້ອງກັນ ໂຄວິດ-19 ພາຍໃນປີ 2021 ໃຫ້ໄດ້ 22% ຂອງ ຈຳນວນ ປະຊາກອນທັງຫມົດ ໃນທົ່ວປະເທດ ໃນນັ້ນ ປະກອບດ້ວຍ ເຈົ້າຫນ້າທີ່ພັກ-ຣັດ, ປະຊາຊົນກຸ່ມທີສ່ຽງ ແລະ ປະຊາຊົນ ຜູ້ສມັກໃຈສັກ.

“ກະຊວງສາທາຣະນະສຸຂ ຈະຕ້ອງໃຫ້ທຸກຄົນນີ້ ໄດ້ສາມາດເຂົ້າເຖິງການສັກວັກຊິີນ ໃຫ້ມັນໄດ້ໃນປີ 2021, 22% ເນາະຣັຖບານ ກໍໄດ້ ເອົາໃຈໃສ່ ໃນການຈັດສັນຫາຊອກຫາວັກຊິນ ມາເພື່ອເຮົາແຮໄວ້ ແລ້ວກະສາມາດສັກໃຫ້ກັບຄົນ ໃນສັງຄົມພວກເຮົານີ້້ໄດ້.”

ມາຮອດປັດຈຸບັນ ປະເທດລາວ ມີຜູ້ໄດ້ຮັບການສັກຢາ ເຂັມ 1 ແລ້ວ 126,072 ຄົນ ແລະເຂັມ 2 ແລ້ວ 58,315 ຄົນ. ແລະມີຜູ້ໄດ້ຮັບ ການກວດເຊື້ອແລ້ວ ທັງຫົມດ 157,872 ຄົນ ໃນນັ້ນ ພົບຜູ້ຕິດເຊື້ອສະສົມ 436 ຄົນ ປີ່ນປົວເຊົາ 49 ຄົນ ກຳລັງປີ່ນປົວ ຢູ່ໂຮງຫມໍຈຳນວນ 387 ຄົນ ແລະ ບໍ່ມີຄົນເສັຽຊິວິດເທື່ອ.

ລ່າສຸດໃນມື້້ວັນທີ 26 ເມສາ 2021 ຫ້ອງການສຳນັກງານ ນາຍົກຣັຖມົນຕຣີ ໄດ້ອອກແຈ້ງການດ່ວນ ໂດຍໃຫ້ທິດທາງ ການຊີ້ນຳໃນ ການສືບຕໍ່ ຈັດຕັ້ງປະຕິບັດ ຕາມຄຳສັັ່ງຂອງ ທາງການ ໃນໄລຍະໂຄວິດ-19 ຣະບາດເປັນຕົ້ນ ສືບຕໍ່ກະຕຽມສະຖານທີ່ ກັກກັ່ນ ແລະ ປີ່ນປົວໃຫ້ພຽງພໍ, ເພີ້ມການລາດຕະເວັນ ຕາມເຂດຊາຍແດນ ແລະ ກວດກາ ສະຖານທີ່ ຕ່າງໆທີ່ຖືກຫ້າມບໍ່ໃຫ້ເປີດ ເປັນຕົ້ນ ຮ້ານນວດ ກາຣະໂອເຄະ ແລະອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.