ພະນັກງານຣັຖ ກຸ່ມສ່ຽງ ທຸກແຂວງ ຈະໄດ້ສັກຢາ ປ້ອງກັນ ໂຄວິດ-19
2021.03.03

ທາງການລາວ ຕຽມສັກຢາປ້ອງກັນໂຄວິດ-19 Sinopharm ຂອງຈີນ ໃຫ້ກັບກຸ່ມສ່ຽງ ທົ່ວປະເທດ ຈໍານວນ 3 ແສນໂດສ. ສ່ວນ ປະຊາຊົນລາວທົ່ວໄປ ແລະຄົນຕ່າງປະເທດ ທີ່ ອາສັຍຢູ່ໃນລາວ ຈະໄດ້ສັກຕາມພາຍຫຼັງ, ດັ່ງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 03 ມິນາ ນີ້ວ່າ:
“ກຸ່ມຄົນທີ່ມີຄວາມສ່ຽງກ່ອນ ໃຫ້ບັນດາແຂວງທົ່ວປະເທດ, ຍັງບໍ່ທັນມີແຈ້ງການ ວ່າໃຫ້ພາກສ່ວນ ທີ່ບໍ່ຢູ່ໃນກຸ່ມສ່ຽງສີດເທື່ອ.”
ທ່ານກ່າວຕື່ມວ່າ ການສັກຢາປ້ອງກັນໂຄວິດ-19 ຈະມີກຸ່ມສ່ຽງ ທັງໝົດ 148,000 ຄົນ ທົ່ວປະເທດໄດ້ສັກເຂັມທໍາອິດຈະເລີ່ມສັກ ຣະຫວ່າງ ວັນທີ 5-12 ມິນາ 2021 ແລະເຂັມທີ່ 2 ຣະຫວ່າງ ວັນທີ 5-10 ເມສາ 2021.
ກຸ່ມສ່ຽງ ມີທັງໝົດ 3 ກຸ່ມເປົ້າໝາຍ ປະກອບມີ 1-/ ກຸ່ມພະນັກງານແພດ ແລະໝໍ ຜູ້ທີ່ເຮັດວຽກໃກ້ຊິດກັບຄົນເຈັບ ທີ່ຕິດເຊື້ອ ໂຄວິດ-19 ຢູ່ແຕ່ລະໂຮງໝໍ, 2-/ ກຸ່ມຄົນທີ່ປະຕິບັດໜ້າທີ່ ຢູ່ຕາມຈຸດຜ່ານແດນ ສາກົລຕ່າງໆ ແລະ 3-/ ກຸ່ມຄົນທີ່ເຮັດວຽກ ສູນກັກໂຕ ນັບແຕ່ພະນັກງານ ອະນາມັຍສະຖານທີ່ ຈົນຮອດຜູ້ບໍຣິຫານ.
ວັກຊິນ Sinopharm ຈໍານວນ 3 ແສນໂດສ ທີ່ຣັຖບານລາວ ຈັດໃຫ້ 18 ແຂວງທົ່ວປະເທດນັ້ນ ຈະເບິ່ງຕາມຄວາມເໝາະສົມ ແລະຣະດັບຄວາມສ່ຽງ ຂອງແຕ່ລະພື້ນທີ່, ແຂວງທີ່ໄດ້ ສັກຫຼາຍທີ່ສຸດ ແມ່ນນະຄອນຫຼວງວຽງຈັນ 29,300 ຄົນ ຮອງລົງມາແມ່ນ ແຂວງສວັນນະເຂດ 22,200 ຄົນ ແລະ ແຂວງຈໍາປາສັກ 16,600 ຄົນ. ໜ້ອຍທີ່ສຸດແມ່ນ ແຂວງໄຊສົມບູນ 1,700 ຄົນ ແລະ ແຂວງເຊກອງ 2,000 ຄົນ.
ພະນັກງານປະຈໍາຢູ່ໂຮງໝໍ ແຂວງສວັນນະເຂດ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າດຽວນີ້ ທາງແຂວງສວັນນະເຂດ ກໍກໍາລັງຕຽມສັກຢາປ້ອງກັນ ໂຄວິດ-19 ໃຫ້ ກັບກຸ່ມສ່ຽງ ໃນທົ່ວແຂວງໂຕເອງ ກໍຮູ້ສຶກຕື່ນເຕັ້ນ ທີ່ຈະໄດ້ຮັບການສັກຢາປ້ອງກັນ ໂຄວິດ-19 ໂດຍຫວັງວ່າ ຫຼັງຈາກສັກຢາດັ່ງກ່າວ ໄປແລ້ວ ຈະບໍ່ເກີດຜົນຂ້າງຄຽງ ໃດໆຕາມມາ:
“ພ້ອມສີດແລ້ວສໍາລັບໂຕເອງ ເພາະວ່າຢູ່ໂຮງໝໍ ກໍາລັງເລີ່ມຊຸດທີ່ 1, ຊຸດທີ່ 2, ຊຸດທີ່ 3 ມັນຈະມີຜູ້ທີ່ວ່າໃກ້ຊິດ ທີ່ວ່າພົວພັນ ກັບວຽກໂຕນີ້ ແລ້ວເພິ່ນຈະສັກໃຫ້ກ່ອນເນາະ, ແລ້ວຕໍ່ໄປ ກະຊິເປັນຕາມຂັ້ນຕອນ ພະນັກງານພວກເຮົາ ເພິ່ນຈະສັກໃຫ້ໝົດ.”
ເຈົ້າໜ້າທີ່ປະຈໍາດ່ານສາກົລ ແຂວງຄໍາມ່ວນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ດຽວນີ້ ຕົນກໍຖືກຂຶ້ນບັນຊີຢູ່ໃນ ກຸ່ມສ່ຽງ ທີ່ໄດ້ຈະໄດ້ສັກຢາປ້ອງກັນໂຄວິດ-19 ໂດຍບໍ່ໄດ້ຮູ້ສຶກກັງວົນໃຈ ແຕ່ຢ່າງໃດ ຍ້ອນເຫັນວ່າ ທາງເຈົ້າໜ້າທີ່ຣະດັບສູງ ກໍໄດ້ພາກັນສັກໃຫ້ເຫັນແລ້ວ:
“ກໍາລັງຂຶ້ນບັນຊີສີດເດ້ ເພາະວ່າ ເພິ່ນເປັນຊຸດໆເດ້, ແຕ່ວ່າ ມາເບິ່ງແລ້ວ ເຣື່ອງຜົລຂ້າງຄຽງ ມັນກະບໍ່ມີ ມັນກະດີໜ້ອຍນຶ່ງ.”
ຂນະທີ່, ປະຊາຊົນຈໍານວນນຶ່ງຍັງບໍ່ກ້າ ທີ່ຈະສັກຢາປ້ອງກັນໂຄວິດ-19 ຂອງບໍຣິສັດຈີນ ຍ້ອນກັງວົນເຣື່ອງຄວາມປອດພັຍ ແລະ ຜົລຂ້າງຄຽງທີ່ອາຈເກີດຂຶ້ນ ພາຍຫຼັງທີ່ໄດ້ ສັກຢາ ນັ້ນແລ້ວ. ເຖິງແມ່ນວ່າ ເຈົ້າໜ້າທີ່ ຈະສັກໃຫ້ເຫັນໄປແລ້ວກໍຕາມ ແຕ່ວັກຊິນ ດັ່ງກ່າວ ກໍຍັງບໍ່ປ້ອງກັນໄດ້ແບບ 100%:
“ແບບສັກແລ້ວ ມີຄວາມສ່ຽງຢ່າງໃດ ແນ່ເນາະ, ບໍ່ກ້າຊິສັກ ຢ້ານແບບຄື ໄດ້ຍິນຂະເຈົ້າເວົ້າເນາະ ວ່າ ມີໂຣຄປະຈໍາໂຕ ສັກບໍ່ໄດ້ ຫຍັງຫັ້ນນ່າ ກະເລີຍຄິດແບບວ່າ ກະເລີຍຕອບໄປ ຕາມຄວາມເຂົ້າໃຈ ບໍ່ກ້າສັກ ໄດ້ຍິນຂະເຈົ້າແໜ່ ກະຄິດຢ້ານນ່າ.”
ກ່ຽວກັບເຣື່ອງນີ້ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາມັຍ ແລະສົ່ງເສີມສຸຂພາບ ກະຊວງສາທາຣະນະສຸຂ ໃຫ້ສັມພາດຕໍ່ ສື່ ມວນຊົນລາວ ເມື່ອວັນທີ 2 ມິນາ ນີ້ວ່າ: ວັກຊີນ Sinopharm ຖືວ່າໄດ້ຜ່ານການທົດລອງສັກ ໃຫ້ເຈົ້າໜ້າທີ່ມາແລ້ວ ບໍ່ເກີດຜົນ ຂ້າງຄຽງໃດໆ, ມີແຕ່ປວດເມື່ອຍຮ່າງກາຍ ເລັກໜ້ອຍ ເຊິ່ງເປັນອາການປົກກະຕິ ຂອງຄົນສັກຢາ ສະນັ້ນ, ເມື່ອຣັຖບານເຫັນວ່າ ວັກຊິນດັ່ງກ່າວ ບໍ່ເກີດຜົນຂ້າງຄຽງ ແລະເຮັດໃຫ້ພູມຕ້ານທານດີຂຶ້ນ ຈຶ່ງຕັດສິນໃຈ ສັກຢານີ້ໃຫ້ກັບກຸ່ມສ່ຽງກ່ອນ:
“ທາງກະຊວງສາທາຣະນະສຸຂ ຈຶ່ງເຫັນໄດ້ວ່າ ວັກຊິນດັ່ງກ່າວນີ້ ແມ່ນມີປໂຍດ ແລະ ກະມີພູມຕ້ານທານຂຶ້ນ ໃນຄົນທີ່ໄດ້ຮັບການ ສັກແລ້ວ, ໂດຍສະເພາະຂ້າພະເຈົ້າເອງ ກະແມ່ນໄດ້ສັກຄົບທັງ 2 ເຂັມ ເນາະ ສັກ Sinopharm ສະນັ້ນ, ຜ່ານການສັກ ເຫັນວ່າ ບໍ່ມີອາການຜິດປົກກະຕິ ອິຫຍັງ. ສະນັ້ນແຫຼະ ຕໍ່ເຫດການດັ່ງກ່າວນີ້ ທາງກະຊວງສາທາຣະນະສຸຂ ຈຶ່ງໄດ້ຕັດສິນໃຈ ສົ່ງວັກຊິນ ດັ່ງກ່າວນີ້ ລົງໄປໃຫ້ແຕ່ລະທ້ອງຖິ່ນ ໃນ 18 ແຂວງ ທົ່ວປະເທດ.”
ກ່ຽວກັບເຣື່ອງວັກຊີນ ປ້ອງກັນໂຄວິດ-19 ຂອງປະເທດລາວ ທ່ານບຸນໂຈມ ອຸບົນປະເສີດ ຮອງຣັຖມົນຕຣີ ກະຊວງການເງິນ ໃຫ້ ສັມພາດຕໍ່ວິທຍຸກະຈາຍສຽງແຫ່ງຊາດລາວ ໃນມື້ວັນທີ 9 ກຸມພາ ຜ່ານມານີ້ວ່າ ຣັຖບານລາວ ໄດ້ກູ້ຢືມເງິນ ຈາກທະນາຄານໂລກ ແລະ ທະນາຄານພັທນາອາຊີ ຮວມປະມານ 10 ຕື້ກີບ ປັດຈຸບັນ ພວມເລັ່ງ ເຈຣະຈາ ຊື້ວັກຊີນ ຈາກຫຼາຍໆປະເທດ ທີ່ເປັນຜູ້ຜລິດ ວັກຊິນ ເປົ້າໝາຍກໍເພື່ອ ສັກໃຫ້ພົລເມືອງລາວ ທົ່ວປະເທດ.