ທາງການຫ້າມໂຄສະນາ ສິ່ງມຶນເມົາ
2019.05.03
ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ໄດ້ອອກແຈ້ງການໃຫ້ທຸກພາກສ່ວນ ທັງຣັຖວິສາຫະກິຈ ແລະ ເອກdະຊົນໃນທົ່ວປະເທສ ຍຸດຕິການໂຄສະນາກ່ຽວກັບ ເຄື່ອງດື່ມທີ່ມີທາດເຫຼົ້າ ທຸກປະເພດ ເພື່ອສົ່ງເສີມໃຫ້ພາບລັກຂອງປະເທສລາວ ໃນເຣື້ອງສິ່ງມຶນເມົາດີຂຶ້ນ ແລະ ຫຼຸດຜ່ອນການກິນດື່ມ ສິ່ງມຶນເມົາໃນກຸ່ມປະຊາຊົນລາວ. ດັ່ງຄວາມເວົ້າຂອງເຈົ້າໜ້າທີ່ ຫ້ອງການກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນວັນທີ 03 ພຶສພາ ນີ້ວ່າ:
“ຄືທີ່ຜ່ານມາ ມັນອາຈບໍ່ໄດ້ອອກແບບແຈ້ງການຫ້າມຈັ່ງຊີ້ເລີຍເນາະ, ແຕ່ວ່າເຮົາກໍມີເຣື້ອງກົດໝາຍສຸຣາ ເອົາກົດໝາຍຫຼາຍໆອັນ. ແຕ່ວ່າ 2-3 ມື້ມາ ອອກແຈ້ງການເປັນທາງການ ແລ້ວກໍເປັນຫຼັກການມາ ເປັນເພາະວ່າຣາຍງານຫຼາຍໆອັນ ເປີເຊັນຄົນດື່ມເບັຽຫຼາຍ ມັນເຮັດໃຫ້ ພາບລັກ ຂອງປະເທສລາວ ອອກໄປໃນທາງທີ່ບໍ່ດີຫຼາຍ.”
ແຈ້ງການສະບັບເລຂທີ 196/ກວທ ອອກໂດຍກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວໃນມື້ວັນທີ 24 ເມສາຜ່ານມາ, ເຊິ່ງເນື້ອໃນ ຂອງແຈ້ງການແມ່ນ ສັ່ງໃຫ້ບໍຣິສັດຕ່າງໆ ທັງພາກຣັຖ ແລະ ເອກກະຊົນ, ຜູ້ປະກອບການຮ້ານອາຫານ ແລະ ສຖານທີ່ບັນເທິງ, ຜູ້ຜລິດແລະ ບໍຣິສັດນຳເຂົ້າ-ສົ່ງອອກ ເຄື່ອງດື່ມທີ່ມີທາດເຫຼົ້າ ຍຸດຕິການໂຄສະນາ ເຄື່ອງດື່ມທີ່ມີທາດເຫຼົ້າ ທຸກປະເພດ ທັງຮູບແບບປ້າຍໂຄສະນາ ຕາມຫົນທາງ, ສະຖານທີ່ຕ່າງໆ ລວມໄປເຖິງສື່ມວນຊົນທຸກປະເພດ.
ນອກຈາກນີ້, ຍັງໃຫ້ຍຸຕິ ກິຈກັມສົ່ງເສີມການຂາຍ ເປັນຕົ້ນ ສາວເຊັຽເບັຽ ທີ່ເປັນການຊັກຊວນໃຫ້ມີການດື່ມນຳ, ໂດຍການໃຫ້ຂແນງ ຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ເອົາໃຈໃສ່ກວດກາ ແລະ ຕິດຕາມ ເພື່ອແກ້ບັນຫາໃຫ້ໝົດໄປ. ຫາກມີການຣະເມີດ ກໍໃຫ້ ດຳເນີນການ ຕາມຣະບຽບຂອງຣັຖ.
ເຈົ້າໜ້າທີ່ ກ່າວມ້ວນທ້າຍວ່າ ການອອກກົດຣະບຽບນີ້ ຍ້ອນປະຊາຊົນລາວ ພາກັນດື່ມສິ່ງມຶນເມົາຫຼາຍ ເປັນອັນດັບ 1 ໃນອາຊ້ຽນ, ອີງຕາມ ຜົລສຳຣວດ ຂອງອົງການອະນາມັຍໂລກ ຫຼື WHO ໃນປີ 2013, ເຊິ່ງຄົນລາວດື່ມເບັຽສເລັ່ຽ 7 ລິດຕໍ່ໍ່ຄົນ ຕໍ່ປີ ທັງຍັງມີ ການຂາຍ ເຄື່ອງດື່ມມຶນເມົາ ໃຫ້ເດັກນ້ອຍ ອາຍຸຕ່ຳກວ່າ 10 ປີ. ນອກຈາກນີ້, ຕາມເສັ້ນທາງຕ່າງໆ ໃນທົ່ວປະເທດ ກໍມີປ້າຍໂຄສະນາ ກ່ຽວກັບ ເຄື່ອງດື່ມທີ່ມີທາດເຫຼົ້າ ຫຼາຍເກີນໄປ ແລະ ປ້າຍເຫຼົ່ານີ້ ກໍເຮັດຂຶ້ນມາ ແບບບໍ່ມີຣະບຽບ ຄືມີຂນາດໃຫຍ່ເກີນໄປ ເຮັດໃຫ້ພາບລັກ ຂອງປະເທສ ບໍ່ໂສພາ.
ເມື່ອບໍ່ດົນມານີ້, ໃນມື້ບຸນບ້ານທາດ, ເມືອງທົ່ງມີໄຊ ແຂວງໄຊຍະບູລີ, ພຽງມື້ດຽວ ກໍມີການດື່ມເບັຽ ເຖິງ 1,000 ປາຍລັງ ແລະ ໃນໄລຍະ ບຸນປີໃໝ່ລາວ ໃນປີ ພສ. 2562 ນີ້ ຣະຫວ່າງ ວັນທີ 13-17 ເມສາ, ກໍມີອຸບັດຕິເຫດເກີດຂຶ້ນ ເຖິງ 303 ຄັ້ງ, ເຊິ່ງໃນນັ້ນ ມີຄົນເສັຽຊີວິດ 37 ຄົນ ແລະ ສ່ວນຫຼາຍ ກໍມີສາເຫດ ມາຈາກການດື່ມສິ່ງມຶນເມົາ ແລ້ວຂັບຣົດ.