ຣັຖບານລາວປິດເມືອງ ອີກ 14 ມື້

ສະຖານີຣົດເມ ຕລາດເຊົ້າວຽງຈັນ ທີ່ຣົດເມໂດຍສານ ປະຈຳທາງ ຕລາດເຊົ້າ-ດົງໂດກ ຕ້ອງຖືກຈອດປະໄວ້ ງົດໃຫ້ບໍຣິການ ໃນໄລຍະປ້ອງກັນ ເຊື້ອໄວຣັສ ໂຄວິດ-19D ຖ່າຍເມື່ອ: ວັນທີ 09 ເດືອນ ເມສາ 2020
ສະຖານີຣົດເມ ຕລາດເຊົ້າວຽງຈັນ ທີ່ຣົດເມໂດຍສານ ປະຈຳທາງ ຕລາດເຊົ້າ-ດົງໂດກ ຕ້ອງຖືກຈອດປະໄວ້ ງົດໃຫ້ບໍຣິການ ໃນໄລຍະປ້ອງກັນ ເຊື້ອໄວຣັສ ໂຄວິດ-19D ຖ່າຍເມື່ອ: ວັນທີ 09 ເດືອນ ເມສາ 2020 (RFA/TS)

0:00 / 0:00

ຣັຖບານລາວ ຂຍາຍເວລາການປະຕິບັດ ຄໍາສັ່ງເລກທີ 6 ຂອງຕົນໄປຕື່ມອີກ 14 ມື້ ຄືໄປຮອດວັນທີ 3 ພຶສພາ 2020, ອີງຕາມການຣາຍ ງານຂອງ ວຽງຈັນໃໝ່ ວັນທີ 15 ເມສານີ້.

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມັນຕຣີ ໄດ້ຖແລງຂ່າວຕໍ່ສື່ມວນຊົນ ໃນມື້ວັນທີ 15 ເມສານີ້ວ່າ ປັດຈຸບັນ ສະພາບການແພ່ຣະບາດຂອງ ເຊື້ອໂຄວິດ-19 ຍັງມີທ່າອ່ຽງເພິ່ມຂຶ້ນ, ມີຜູ້ຕິດເຊື້ອແລ້ວ 19 ກໍຣະນີ ແລະສາມາດປິ່ນປົວຫາຍດີ 1 ກໍຣະນີ.

ແຕ່ເຖິງແນວໃດກໍດີ ສະພາບການແພ່ເຊື້ອອາຈຂຍາຍກວ້າງ, ສະນັ້ນ ຣັຖບານຈຶ່ງໄດ້ຕົກລົງໃຫ້ມີການສືບຕໍ່ປະຕິບັດ ຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມຄໍາສັ່ງເລກທີ 6/ນຍ ລົງວັມທີ 29 ມິນາ 2020 ແລະ ບັນດານິຕິກໍາ ຂໍ້ແນະນໍາຂອງຄະນະສະເພາະກິດ ໃນການປ້ອງກັນ ສະກັດກັ້ນ ແລະແກ້ໄຂການຣະບາດຂອງ ໂຄວິດ-19 ໄປຕື່ມອີກ 14 ມື້ ຄືຈົນຮອດວັນທີ 3 ພຶສພາ 2020 ແລະຖ້າມີການປ່ຽນແປງ ແນວໃດ ຣັຖບານຈະແຈ້ງຕື່ມ ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:

”ຂ້າພະເຈົ້າໃນນາມຕາງໜ້າຣັຖບານ ຈຶ່ງຂໍໃຫ້ທຸກໆຄົນໃນທົ່ວປະເທດ ທົ່ວສັງຄົມ ສືບຕໍ່ປະຕິບັດຢ່າງເຂັ້ມງວດ ແລະຖືກຕ້ອງຕາມຄໍາສັ່ງ ເລກທີ 06/ນຍ ລົງວັນທີ 29 ມິນາ 2020, ບັນດານິຕິກັມ ຂໍ້ແນະນໍາ ຂອງຄະນະສະເພາະກິດ ໃນການປ້ອງກັນ ສະກັດກັ້ນ ແລະແກ້ໄຂ ການຣະບາດຂອງຖຄວິດ-19 ແກ່ຍາວໄປຕື່ມອີກ 14 ວັນ ຈົນຮອດວັນທີ 3 ເດືອນພຶສພາ 2020.”

ກ່ຽວກັບການອອກຄໍາສັ່ງຂຍາຍ ການປະຕິບັດຄໍາສັ່ງເລກທີ 6 ຂອງຣັຖບານ ໄປຕື່ມອີກ 14 ມື້ນີ້ຊາວເມືອງປາກກະດິງ ແຂວງ ບໍຣິຄໍາໄຊ ທ່ານ ນຶ່ງກ່າວວ່າ ສຸດແລ້ວແຕ່ທາງການເພິ່ນ ເພິ່ນຈະປິດເປັນເດືອນ ເປັນປີ ກໍບໍ່ມີຫຍັງຮຽກຮ້ອງ ດັ່ງທີ່ທ່ານກ່າວວ່າ:

“ກະບໍ່ຮຽກຮ້ອງຫຍັງ ແຕ່ກະວ່າສ່ວນຫຼາຍ ເຂົາກະແມ່ນ ກະຢ້ານແຫຼະນໍ໊ ຍ້ອນຢ້ານຫັ້ນແຫຼະ ກະວ່າປິດກໍປິດ ເພິ່ນປິດເປັນເດືອນກະປິດ ປິດເປັນ ປີກະປິດ ບ້ານເຮົານີ້ ຊາພວກເຮົາຫາກບໍ່ພາກັນ ເຮັດອັນ ນີ້ແລ້ວ ຢ້ານມັນເປັນມາແລ້ວ ເອີຖືກໃຜກະສິບໍ່ດີ ເຮົາກະຢູ່ໃນສະພາບ ຢ້ານຫັ້ນແຫລະ ສູ່ມື້ນີ້ກະດາຍ ເວົ້າແທ້ ຫລະ.”

ແລະຊາວນະຄອນຫລວງວຽງຈັນທ່ານນຶ່ງ ທີ່ຕິດຕາມເຣຶ່ອງການຣະບາດຂອງ ໂຄວິດ-19 ຢູ່ລາວບໍ່ໄດ້ຂາດນັ້ນ ກ່າວວ່າ ການອອກຄໍາສັ່ງ ຂຍາຍການປະຕິບັດຄໍາສັ່ງເລກທີ 6 ຂອງ ຣັຖບານ ໄປຕື່ມອີກ 14 ມື້ນີ້ ເປັນການດີ ມີເຫດຜົນ ບໍ່ພຽງແຕ່ສໍາລັບການປ້ອງກັນບໍ່ໃຫ້ເຊື້ອ ພຍາດນີ້ຂຍາຍ ວົງກ້ວາງອອກໄປຕື່ມອີກເທົ່ານັ້ນ ແຕ່ຫາກຍັງເປັນການຈໍາກັດ ບໍ່ໃຫ້ມີການຊຸມແຊວ ກິນເຫລົ້າເມົາຢາກັນ ເປັນຕົ້ນໃນໄລຍະ ການສລອງບຸນປີໃໝ່ລາວນີ້ ດັ່ງທີ່ທ່ານກ່າວວ່າ:

”ຂ່າວດີຢູ່ ມີເຫດມີຜົລ.”

ທ່ານກ່າວຕື່ມວ່າ ເຖິງແມ່ນກິດຈະການ ຮ້ານຄ້າ ຮ້ານຂາຍຕ່າງໆ ຈະໄດ້ຮັບຜົນກະທົບ ແຕ່ນັກທຸຣະກິດ ກໍຈໍາເປັນ ທີ່ຈະຕ້ອງໄດ້ປະຕິບັດ ຕາມຢ່າງເຄັ່ງຄັດ ແຕ່ສໍາລັບທ່ານເອງ ບໍ່ໄດ້ຄ້າບໍ່ໄດ້ຂາຍ ກໍຍິ່ງມີເວລາ ອົບອຸ່ນຢູ່ກັບຄອບຄົວຫລາຍຂຶ້ນ.

ກ່ຽວກັບສືບຕໍ່ປະຕິບັດຄໍາສັ່ງເລກທີ 6 ຂອງນາຍົກຣັຖມົນຕຣີຄືທີ່ວ່ານັ້ນ ທ່ານ ພູທອນ ເມືອງປາກ ຮອງຣັຖມົນຕຣີກະຊວງສາທາຣະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ກ່າວໃນມື້ວັນທີ 15 ເມສາ ນີ້ ຕອນນຶ່ງວ່າ:

"ເຊົ້າມື້ນີ້ ກໍໄດ້ຣາຍງານຕໍ່ກອງປະຊຸມຂອງທ່ານນາຍົກ ແລະທ່ານຮອງນາຍົກ ເພື່ອພິຈາຣະນາຜ່ອນຜັນບາງມາດຕະການ ແລະສືບຕໍ່ ປະຕິບັດ ຄໍາສັ່ງເລກທີ 06 ຕໍ່ໄປອີກໄລຍະນຶ່ງ. ພ້ອມກັນນັ້ນ ທ່ານກໍໄດ້ຮຽກຮ້ອງ ໃຫ້ປະຊາຊົນ ສືບຕໍ່ຮ່ວມມືເປັນເຈົ້າການ ຮ່ວມກັນ ປະຕິບັດບັນດາຂໍ້ແນະນໍາຕ່າງໆ ຢ່າງເຂັ້ມງວດ ເພື່ອໃຫ້ສະພາບການຣະບາດ ຂອງພຍາດ ໂຄວິດ-19 ຜ່ອນຄາຍລົງ."

ຢູ່ປະເທດລາວ ນັບແຕ່ເດືອນມົກກະຣາ ຮອດວັນທີ 14 ເມສານີ້ ໄດ້ເກັບຕົວຢ່າງມາກວດທັງໝົດ 1,265 ຄົນ, ກວດພົບຜູ້ຕິດເຊື້ອ 19 ຄົນ ແລະປິ່ນປົວ ຫາຍດີແລ້ວ 1 ຄົນ.