ອະນາມັຍໂລກຊ່ອຍ ວັກຊິນ ຕ້ານໂຄວິດ-19

ຈໍາປາທອງ
2021.03.26
ອະນາມັຍໂລກຊ່ອຍ ວັກຊິນ ຕ້ານໂຄວິດ-19 ສປປ ລາວ ໄດ້ຮັບ ໂຄວິດ-19 ວັກຊິນ ເພີ່ມຈາກອົງການ ອະນາມັຍໂລກ.
ນັກຂ່າວພົລເມືອງ

ລາວ ໄດ້ຮັບວັກຊິນປ້ອງກັນ ໂຄວິດ-19 ຈາກໂຄງການ ການຮ່ວມມື ເພື່ອວັກຊິນກັນໂຄວິດ-19 COVAX Facility ຂອງອົງການ ອະນາມັຍໂລກ ເປັນຄັ້ງທໍາອິດຈໍານວນ 132 ພັນ ໂດສ, ເປັນວັກຊິນທີ່ມີຊື່ວ່າ ແອສຕຣາເຊເນກາ ຊຶ່ງຫຼາຍປະເທດ ເປັນຜູ້ຜລິດ.

ວັກຊິນປ້ອງກັນໂຄວິດ-19 ທີ່ລາວໄດ້ຮັບເທື່ອນີ້ ແມ່ນຈາກສະຖາບັນເຊລໍ້າ ຂອງປະເທດອິນເດັຍ ເປັນຜູ້ຜລິດ ແລະຣັຖບານລາວ ຈະສືບຕໍ່ແຈກຢາຍ ໄປຍັງກຸ່ມສ່ຽງ ແລະປະຊາຊົນ ທົ່ວໄປ ດັ່ງທີ່ ທ່ານ ບຸນກອງ ສີຫາວົງ ຣັຖມົນຕຣີກະຊວງສາທາຣະນະສຸຂ ໃຫ້ສັມພາດສື່ມວນຊົນລາວ ໃນມື້ວັນທີ 20 ມິນານີ້ ຕອນນຶ່ງວ່າ:

“ພວກເຮົາໄດ້ຮັບວັກຊິນ ແອດຕຣາເຊເນກາ 132 ພັນໂດສ ຂອງອິນເດັຽ. ພວກເຮົາຈະຕ້ອງໄດ້ແຈກໄປໃຫ້ໝົດທຸກແຂວງຫຼັງຈາກ ພວກເຮົາໝົດ ກຸ່ມສ່ຽງຫລາຍທີ່ສຸດນີ້ແລ້ວ ຈະສືບຕໍ່ໄປຫາກຸ່ມສ່ຽງຕໍ່ໄປ ເຊັ່ນວ່າພວກຂັບຣົດໂດຍສານບໍ໋ ແມ່ນຫຍັງຕ່າງໆອັ້ນນີ້ ແລ້ວກະໄປຫາພໍ່ແມ່ປະຊາຊົນ ໝົດທຸກຄົນ.”

ວັກຊິນ 132 ພັນໂດສ ທີ່ວ່ານີ້ ເປັນສ່ວນນຶ່ງຂອງການຊ່ອຍເຫລືອລ້າ ທີ່ຈະມີຈໍານວນທັງໝົດ 480 ພັນໂດສ ທີ່ອົງການອະນາມັຍ ໂລກ ຈະຊ່ອຍເຫລືອລາວ ຜ່ານໂຄງການ COVAX Facility ໃນປີນີ້.

ປະເທດລາວໄດ້ຮັບການຊ່ອຍເຫລືອລ້າ ດ້ານວັກຊິນປ້ອງກັນໂຄວິດ-19 ໃນຕົ້ນປີ 2021 ນີ້ທັງໝົດ 435 ພັນໂດສ ຄື 2 ພັນໂດສ ຈາກ ຊີໂນຟາມຂອງຈີນ ເມື່ອຕົ້ນເດືອນມົກກະຣາ. 3 ແສນໂດສ ຈາກ ຊີໂນຟາມຂອງຈີນ ໃນວັນທີ 8 ກຸມພາ. 1 ພັນໂດສ ຈາກ Sputnik V ຂອງ ຣັຖເຊັຽ ໃນຕົ້ນເດືອນມົກກະຣາ. 132 ພັນໂດສຈາກໂຄງການ COVAX Facility ຂອງອົງການອະນາມັຍ ໂລກ ໃນວັນທີ 20 ມິນາ ນີ້.

ສໍາລັບວັກຊິນ Sputnik V ຂອງຣັຖເຊັຽ ໄດ້ເລີ່ມທົດລອງສັກ ໃຫ້ເຈົ້າໜ້າທີ່ ບຸຄລາກອນການແພດ ແລະ ພົລເມືອງລາວ ກຸ່ມສ່ຽງ. ປັດຈຸບັນ 500 ຄົນ ຢູ່ໃນຣະຫວ່າງການເຝົ້າຣະວັງ ອາການ ແລະຜົລຂ້າງຄຽງ.

ການສັກວັກຊິນປ້ອງກັນໂຄວິດ-19 ຈະມີກຸ່ມສ່ຽງທັງໝົດ 148,900 ຄົນໃນທົ່ວປະເທດ ໂດຍເຂັມທໍາອິດໄດ້ເລີ່ມສັກ ຣະຫວ່າງວັນທີ 5 ຫາ ວັນທີ 12 ມິນາ, ແລະເຂັມທີ 2 ຣະຫວ່າງ ວັນທີ 5 ຫາວັນທີ 10 ເມສາ. ແຕ່ມາຮອດປັດຈຸບັນ ກະຊວງສາທາຣະນະສຸກ ຍັງບໍ່ໄດ້ຣາຍງານວ່າ ໄດ້ສັກໃຫ້ເທົ່າໃດຄົນແລ້ວ.

ເວົ້າສະເພາະແຂວງບໍ່ແກ້ວ ໄດ້ຮັບວັກຊິນປ້ອງກັນ ໂຄວິດ-19 9,800 ໂດສ ເປັນຂອງຊີໂນຟາມ ຂອງຈີນ ທີ່ ທາງຣັຖບານ ແຈກຢາຍໃຫ້ ແຂວງ ໂດຍຈະສັກໃຫ້ 4,900 ຄົນ. ແລະ ກຸ່ມສ່ຽງທີ່ຍັງບໍ່ທັນໄດ້ສັກ ຈະເປັນກຸ່ມຄົນ ທີ່ມີອາຍຸ 60 ປີ ຂຶ້ນໄປ. ສໍາລັບຜູ້ທີ່ມີໂຣກປະຈໍາຕົວ ຕ້ອງລໍຖ້າວັກຊິນ ໂຕໃໝ່ ຊຶື່ງທາງຣັຖບານ ກໍຫາໄດ້ຮັບມາຈາກ ອົງການອະນາມັຍ ໂລກ.

ເຈົ້າໜ້າທີ່ສາທາຣະນະສຸກ ແຂວງບໍ່ແກ້ວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 26 ມີນານີ້ວ່າ:

“ກະມີຈໍານວນນຶ່ງ ທີ່ເຂົາເຈົ້າກະຢາກສັກ ບໍ່ຢູ່ໃນເງື່ອນໄຂເນາະ ແມ່ນເຮົາໄດ້ໂຕໃໝ່ມາ ແມ່ນຈະສັກໃຫ້ແຕ່ໂຣກແຊກຊ້ອນ ເຮົາ ກໍຈັ່ງຄ່ອຍສັກໃຫ້ເຂົາເຈົ້າ ແຕ່ວ່າສູນກາງເພິ່ນກໍຄືວ່າ ຮັບແລ້ວຫັ້ນນ່າ ແມ່ນສາມາດໃຊ້ໄດ້ໃນຜູ້ ທີ່ມີອາຍຸ 60 ປີ ຂຶ້ນເມືອເນາະ ແລະກໍຜູ້ທີ່ເປັນພະຍາດ ຊໍາເຮື້ອອິຫຍັງຕ່າງໆ ທີ່ສາມາດສັກນັ້ນຫັ້ນ.”

ທີ່ແຂວງອຸດົມໄຊ ເຈົ້າໜ້າທີ່ສາທາຣະຮະສຸກ ແຂວງ ທ່ານນຶ່ງທີ່ຂໍສງວນຊື່ ແລະຕໍາແໜ່ງ ຄືກັນນັ້ນ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນ ແຂວງອຸດົມໄຊ ຍັງໃຊ້ ວັກຊິນ ຂອງ ຊີໂນຟາມ ຂອງຈີນ ຢູ່ຄືກັນ, ເປົ້າໝາຍໃນກຸ່ມສ່ຽງ ຈໍານວນ 5 ພັນຄົນ ຊຶ່ງເຂັມທໍາອິດ ກໍໃກ້ຈະສັກສໍາເຣັດແລ້ວ ແລະ ຕົນເອງກໍໄດ້ສັກແລ້ວ ບໍ່ມີອາການຂ້າງຄຽງ ແຕ່ຢ່າງໃດ:

"ເພິ່ນສັກ 59 ປີອາຍຸຫັ້ນນ່າ ຕໍ່ໄປກໍອາຈສັກ ເພາະຢາເຮົາຍັງບໍ່ທັນຫຼາຍເທື່ອເດ໋. ພວກກຸ່ມສ່ຽງວ່າຊັ້ນສາເນາະ ນຶ່ງຈະແມ່ນກຸ່ມສ່ຽງ ແພດໝໍ ພວກທີ່ວ່າປົວໂຄວິດ ພວກຢູ່ດ່ານນໍາຄົນ ເຂົ້າມາ ພວກທີ່ວ່າຢູ່ສູນກັກກັນບໍ໋ ສັກບໍ່ເຈັບຈັກໜ່ອຍ ຮູ້ສຶກໜ້ອຍດຽວ ແລ້ວກະ ສິມີອາການ ສີໆໄຂ້ໆໜ້ອຍນຶ່ງ ເທົ່ານັ້ນແຫລະ.”

ສໍາລັບຜູ້ທີ່ຍັງບໍ່ສາມາດສັກວັກຊິນ ປ້ອງກັນໂຄວິດ-19 ໄດ້ຄືຜູ້ທີ່ເປັນພະຍາດຊໍາເຮື້ອ, ນອນ ປິ່ນປົວຢູ່ໂຮງໝໍ, ມີໄຂ້ສູງ ຫລື ກໍາລັງກິນຢາປິ່ນປົວ, ຜູ້ຖືພາ, ຜູ້ທີ່ກໍາລັງລ້ຽງລູກດ້ວຍ ນົມແມ່, ຜູ້ເປັນພູມແພ້, ຜູ້ທີ່ເຄີຍເປັນລົມບ້າໝູ ແລະ ຜູ້ເຄີຍມີປວັດຊັກ ເພື່ອປ້ອງກັນບໍ່ໃຫ້ເກີດ ຜົລຂ້າງຄຽງ ຕາມມາພາຍຫລັງ. ເຈົ້າໜ້າທີ່ສາທາຣະນະສຸກ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ອີກທ່ານນຶ່ງ ກ່າວກ່ຽວກັບເຣື່ອງນີ້ວ່າ:

“ພວກເຮົາມີການກັ່ນກອງ ຄັກແນ່ກ່ອນຈະສັກ ໄດ້ເລືອກປວັດ ຂອງຄົນມີອາການແພ້ຢາບໍ໋ ການເປັນພຍາດຊໍາເຮື້ບໍ໋ ເປັນຫຍັງຕ່າງໆ. ຄັນບໍ່ຢູ່ໃນເງື່ອນໄຂ ພວກເຮົາກະບໍ່ສັກເນາະ ກະບໍ່ໄດ້ຂຶ້ນວ່າ ວັກຊິນຈະປ້ອງກັນໄດ້ 100% ເນາະ ຕ້ອງໄດ້ສືບຕໍ່ ໃນການປ້ອງກັນ ຕົນເອງ ເປັນຫລັກເນາະ.”

ເວົ້າເຖິງເຣື່ອງການຊື້ວັກຊິນປ້ອງກັນ ໂຄວິດ-19 ທ່ານ ບຸນໂຈມ ອຸບົນປະເສີດ ຮອງຣັຖມົນຕຣີກະຊວງການເງິນ ໃຫ້ສັມພາດຕໍ່ ວິທຍຸ ກະຈາຍສຽງແຫ່ງຊາດລາວ ໃນມື້ວັນ 9 ກຸມພາ ຜ່ານມາວ່າ ຣັຖບານລາວ ໄດ້ຢືມເງິນ ຈາກ ທະນາຄານໂລກ ແລະ ທະນາຄານພັທນາ ເອເຊັຍ ຮວມທັງໝົດປະມານ 10 ຕື້ກີບ ແລະ ປັດຈຸບັນ ກໍກໍາລັງເຈຣະຈາ ຊື້ວັກຊິນ ກັບຫລາຍ ປະເທດ ຜູ້ຜະລິດວັກຊິນ ເພື່ອໃຫ້ປະຊາຊົນ ໄດ້ຮັບວັກຊິນນັ້ນຢ່າງທົ່ວເຖິງ.

ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາມັຍ ແລະສົ່ງເສີມສຸຂພາບ ກະຊວງສາທາຣະນະສຸກ ໄດ້ຖແລງວ່າ ວັກຊິນປ້ອງກັນ ໂຄວິດ-19 ຈໍານວນ 3 ແສນໂດສ ໄດ້ແຈກຢາຍ ໃຫ້ທຸກແຂວງ ເພື່ອໃຫ້ປະຊາຊົນໄດ້ສັກໂດຍບໍ່ໄດ້ເສັຍຄ່າ ຮວມທັງແຂວງອັດຕະປື 4 ພັນຄົນ, ແຂວງຜົ້ງສາລີ 4,800 ຄົນ, ນະຄອນຫລວງວຽງຈັນ 29,300 ຄົນ, ສູນແມ່ ແລະເດັກ ຫລັກສາມ 1,700 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.