ລາວຫຼຸດຂັ້ນເຣື້ອງເດັກນ້ອຍ ຍັງຂາດ ສານອາຫານ

ມະນີຈັນ
2018.07.23
F-MALNUTRITION ເດັກນ້ອຍ ຢູ່ເມືອງຊານໄຊ ແຂວງ ອັດຕະປື
RFA/OK

ສປປລາວ ຍັງປະເຊີນກັບບັນຫາເດັກນ້ອຍອາຍຸ ຫລຸດ 5 ປີ ຂາດສານອາຫານ ແລະມີຕົນໂຕຕໍ່າເຕັ້ຽ ເຕີບໂຕບໍ່ສົມອາຍຸ ໂດຍສະເພາະ ຢູ່ເຂດຊົນນະບົດ.

ຣາຍງານຂອງອົງການ Save the Children ທີ່ຖືກເຜີຍແຜ່ໃນເດືອນພຶສພາ 2018 ພາຍໃຕ້ຫົວຂໍ້ “The Many Faces of Exclusion” ຊຶ່ງເປັນຣາຍງານການຈັດອັນດັບດັຊນີ ກ່ຽວກັບສະພາບ ຊີວິດການເປັນຢູ່ຂອງເດັກນ້ອຍ ຊຶ່ງຮວມທັງເຣື່ອງການ ຂາດສານ ອາຫານ, ຕົນໂຕຕໍ່າເຕັ້ຽບໍ່ສົມອາຍຸ, ການແຕ່ງດອງ ແລະການຖືພາມານ ແຕ່ອາຍຸຍັງນ້ອຍ ຈັດ ສປປລາວ ຢູ່ອັນດັບທີ 132 ຄືຫລຸດ 2 ຂັ້ນທຽບໃສ່ປີກາຍ ສ່ວນປະເທດເພື່ອນບ້ານ ຄືໄທ ຢູ່ອັນດັບທີ 85, ວຽດນາມ ຢູ່ຂັ້ນທີ 96, ແລະ ຟີລິບປິນ ຢູ່ອັນດັບທີ 104 ໃນຈໍານວນ 175 ປະເທດໃນໂລກ.

ຕາມຂໍ້ມູນລ່າສຸດໃນຣາຍງານນັ້ນ ຢູ່ລາວ ອັດຕຣາເດັກນ້ອຍອາຍຸຫລຸດ 5 ປີເສັຽຊີວິດເກືອບຮອດ 64 ຄົນ ຕໍ່ການເກີດມີຊີວິດ 1 ພັນຄົນ ແລະອັດຕຣາ ການມີຕົນໂຕຕໍ່າເຕັ້ຽ ເຕີບໂຕບໍ່ສົມອາຍຸຂອງເດັກນ້ອຍ ອາຍຸຫລຸດ 5 ປີ ກໍມີປະມານ 44 ເປີເຊັນ. ປະມານ 19 ເປີເຊັນ ຂອງເດັກນ້ອຍ ວັຍຮຽນປະຖົມແລະມັທຍົມ ບໍ່ໄດ້ເຂົ້າໂຮງຮຽນ, ແລະມີ 10 ເປີເຊັນປາຍຂອງເຍົາວະຊົນ ອາຍຸຣະຫວ່າງ 5 ຫາ 17 ປີ ເປັນແຮງງານເດັກນ້ອຍ. ນອກນັ້ນຣາຍງານຍັງຣະບຸວ່າ 1 ສ່ວນ 4 ຂອງເດັກນ້ອຍວັຍຊອນສາວ ອາຍຸແຕ່ 15 ປີ ຫາ 19 ປີແຕ່ງດອງ, ແລະເດັກນ້ອຍວັຍຊອນສາວ ທີ່ເກີດລູກ ກໍມີ 64 ໃນຈໍານວນເດັກນ້ອຍແມ່ຍິງ ແຕ່ລະ 1 ພັນຄົນ.

ຣາຍງານເວົ້າວ່າ ອຸປສັກທີ່ເຮັດໃຫ້ເດັກນ້ອຍແມ່ຍິງ ບໍ່ໄດ້ເຂົ້າໂຮງຮຽນ ແມ່ນກ່ຽວຂ້ອງກັບວັທນະທັມ ຮວມໄປເຖິງຄວາມທຸກຍາກ, ການ ແຕ່ງດອງແບບບັງຄັບ, ການຖືພາມານແຕ່ຍັງນ້ອຍ, ການໃຊ້ຄວາມຮຸນແຮງ ບົນພື້ນຖານທາງດ້ານເພດ ນໍາດ້ວຍ.

ປະເມີນວ່າເດັກນ້ອຍແມ່ຍິງ ຊົນເຜົ່າສ່ວນນ້ອຍ ທີ່ບໍ່ໄດ້ເຂົ້າໂຮງຮຽນ ໃນປະເທດຕ່າງໆທົ່ວໂລກມີຮອດ 2 ສ່ວນ 3. ສະເພາະຢູ່ ສປປລາວ ຣາຍງານນັ້ນເວົ້າວ່າຊົນເຜົ່າມົ້ງ ປາກົດວ່າບໍ່ໄດ້ເຂົ້າໂຮງຮຽນ ຊັ້ນປະຖົມ ຫລາຍເຖິງ 3 ເທົ່າ ຫາກປຽບທຽບໃສ່ ເດັກນ້ອຍແມ່ຍິງ ລາວລຸ່ມ.

ມາດາມ Deborah Leaver ຜູ້ອໍານວຍການອົງການ Save the Children ປະຈໍາລາວ ກ່າວໃນຣາຍງານທີ່ອອກ ຜ່ານເວັບໄຊ the Laotian Times ວ່າການມີຕົນໂຕຕໍ່າເຕັ້ຽ ແລະອັດຕຣາການເສັຽຊີວິດ ຂອງເດັກນ້ອຍ ຍັງເປັນບັນຫາທ້າທາຍ ອັນໃຫຍ່ຫລວງ ສໍາລັບ ສປປລາວ.

ອົງການ Save the Children ເຮັດວຽກຢູ່ລາວເປັນເວລານານເຖິງ 30 ປີປາຍແລ້ວ ແລະພວກທ່ານກໍໄດ້ເຫັນ ສະພາບທີ່ຖືກປັບປຸງ ໃຫ້ດີຂຶ້ນໃນປັດຈຸບັນນີ້. ແຕ່ກໍຍັງມີວຽກເຮັດຫລາຍຂຶ້ນຕື່ມ ແລະພວກທ່ານກໍຈະປັບປຸງ ສະພາບຊີວິດ ການເປັນຢູ່ຂອງ ເດັກນ້ອຍໃນລາວ ຢູ່ຕໍ່ໄປ -ມາດາມ ກ່າວ.

ຢ່າງໃດກໍຕາມ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ໂພຊນາການ ແມ່ແລະເດັກ ກະຊວງສາທາຣະນະສຸກ ຂອງລາວ ຕໍ່ RFA ໃນມື້ວັນທີ 9 ກໍຣະກະດາ 2018 ທີ່ອ້າງອີງໃສ່ຕົວເລກ ການສໍາຣວດຂອງທາງກະຊວງແລ້ວແມ່ນວ່າ ອັດຕຣາເດັກນ້ອຍລາວ ອາຍຸຫລຸດ 5 ປີ ທີ່ຕົນໂຕຕໍ່າເຕັ້ຽນັ້ນ ໄດ້ຫລຸດລົງ ຈາກເມື່ອກ່ອນ 44 ເປີເຊັນ ເຫລືອ 33 ເປີເຊັນ ໃນປີ 2017. ແລະແຂວງທີ່ມີ່ມີອັດຕຣາ ການຂາດ ສານອາຫານ ສູງກໍຫລຸດລົງຈາກ 9 ແຂວງ ມາເຫລືອ 8 ແຂວງ:

"ປັດຈຸບັນນີ້ ແຂວງທີ່ອັດຕຣາຂາດສານອາຫານ ຣະດັບສູງໄດ້ຫລຸດລົງ ຈາກ 9 ແຂວງ ຍັງເຫລືອຜິກ 8 ແຂວງເນາະ ທີ່ວ່າຍັງໜ້າ ເປັນຫ່ວງ ເຊັ່ນວ່າແຂວງຜົ້ງສາລີ ເຊກອງ ຊຽງຂວາງ ໄຊສົມບູນ ສາຣະວັນ ອຸດົມໄຊ ຫລວງພຣະບາງ ແລະຫົວພັນ."

ທ່ານເວົ້າວ່າສາເຫດສໍາຄັນ ອັນນຶ່ງທີ່ເຮັດໃຫ້ເດັກນ້ອຍໃນລາວ ຂາດສານອາຫານ ແລະມີຕົນໂຕຕໍ່າເຕັຽ ນັ້ນແມ່ນຍ້ອນພຶດຕິກັມ ຂອງການ ກິນຢູ່ ແລະການຂາດຄວາມຮູ້ ຂອງພໍ່ແມ່ຫລືຜູ້ປົກຄອງ ກ່ຽວກັບ ເຣື່ອງອາຫານການກິນ ເຮັດໃຫ້ລູກນ້ອຍບໍ່ໄດ້ຮັບ ສານອາຫານພຽງພໍ ເວົ້າງ່າຍໆກໍຄືມີອາຫານ ແຕ່ບໍ່ຮູ້ຈັກເຮັດໃຫ້ລູກກິນ.

ເພື່ອແກ້ໄຂບັນຫານີ້ທາງການຈຶ່ງມີແຜນປະຕິບັດງານ ແຕ່ປີ 2016 ຫາ 2020 ຊຶ່ງທາງກະຊວງສຶກສາທິການແລະກິລາ ຈະສຶກສາອົບຮົມ ແລະໃຫ້ອາຫານທ່ຽງ ແກ່ເດັກນ້ອຍນັກຮຽນ ແລະກະຊວງກະສິກັມແລະປ່າໄມ້ ກໍຈະຊຸກຍູ້ໃຫ້ຊາວບ້ານ ລ້ຽງສັດ ເປັນຕົ້ນເປັດ-ໄກ່ ເພື່ອເປັນ ອາຫານໃນຄອບຄົວ ແລະເຮັດສວນຄົວປູກຝັງ -ທ່ານກ່າວ

"ຊຶ່ງວ່າພວກເຮົາວາງ 22 ມາຕການ ໃນການຈັດຕັ້ງປະຕິບັດ ແລະ 4 ມາຕການຂອງກະຊວງສຶກສາ ເຂົາຈະມີອາຫານທ່ຽງໃນໂຮງຮຽນ ເຣື່ອງເອົາຫລັກສູດການຮຽນການສອນ ໃຫ້ຢາຂ້າແມ່ທ້ອງ ໃຫ້ທາດເຫລັກແກ່ເດັກນ້ອຍວັຍຮຽນ ແລະກໍມີຂອງ ກະສິກັມອີກ ເຂົາຈະສົ່ງເສີມ ການປູກພືດສວນຄົວ ໃນໂຮງຮຽນຫລືວ່າ ຢູ່ໃນບ້ານ ແລະເວົ້າເຣື່ອງການເກັບຢູ່ເກັບກິນ ກິນອາຫານຫລາກຫລາຍ ໃນແຕ່ລະມື້."

ນອກຈາກ ສປປລາວ ແລ້ວຣາຍງານຂອງອົງການ Save the Children ຍັງໄດ້ຈັດອັນດັບສໍາລັບປະເທດອື່ນໆຮວມທັງໝົດ 175 ປະເທດ ດ້ວຍກັນ ຊຶ່ງມີທັງປະເທດທີ່ຊີວິດວັຍເດັກນ້ອຍ ຖືກຂົ່ມຂູ່ຫຼາຍທີ່ສຸດແລະຂົ່ມຂູ່ໜ້ອຍທີ່ສຸດ ຍ້ອນສຸຂພາບບໍ່ດີ, ຂາດສານອາຫານ, ເຮັດໃຫ້ ບໍ່ເຂົ້າເຖິງການສຶກສາ, ເປັນແຮງງານເດັກ, ແຕ່ງດອງແຕ່ອາຍຸເຍົາວັຍ, ຖືພາແຕ່ຍາມນ້ອຍ ແລະການໃຊ້ຄວາມຮຸນແຮງເກີນເຫດ.

ສິງກະໂປ ແລະ Slovenia ເປັນ 2 ປະເທດ ທີ່ຢູ່ໃນອັນດັບທີ 1 ຮ່ວມກັບປະເທດ Norway, Sweden, ແລະ Finland ເປັນ 5 ປະເທດ ອັນດັບຕົ້ນ. 8 ໃນ 10 ປະເທດທີ່ຢູ່ອັນດັບ ລຸ່ມສຸດເປັນປະເທດ ໃນທະວີບ Africa ພາກ ຕາເວັນຕົກ ແລະພາກກາງ ໂດຍມີ Nigeria ຢູ່ອັນດັບສຸດທ້າຍ ໝູ່ມາແລ້ວ 2 ປີຕິດຕໍ່ກັນ.

ອົງການ Save the Children ຮຽກຮ້ອງໃຫ້ຣັຖບານ ປະເທດຕ່າງໆທົ່ວໂລກ ຮັບປະກັນບໍ່ໃຫ້ມີເດັກນ້ອຍ ເສັຽຊີວິດຍ້ອນພຍາດ ທີ່ສາມາດສະກັດກັ້ນໄດ້ ຫລື ປິ່ນປົວໄດ້ ຫລືຕົກເຂົ້າສູ່ສະພາບ ການກະທໍາຮຸນແຮງ ເກີນຂອບເຂດ; ຖືກປຸ້ນອະນາຄົດ ຍ້ອນການຂາດ ສານອາຫານ, ການຖືກບັງຄັບໃຫ້ແຕ່ງດອງ ແຕ່ຍັງນ້ອຍ, ການຖືພາກ່ອນວັຍ, ຫລຶການຖືກບັງຄັບໃຊ້ແຮງງານ, ແລະໃຫ້ພວກເຂົາເຈົ້າ ເຂົ້າເຖິງການສຶກສາ ທີ່ມີຄຸນນະພາບ.

ເວົ້າສະເພາະ ສິງກະໂປ ຣາຍງານຂອງອົງການ Save the Children ຊຶ່ງເປັນອົງການ NGO ທີ່ບໍ່ຂຶ້ນກັບຣັຖບານ ຂອງສະຫະຣັຖ ອາເມຣິກາ ເວົ້າວ່າຄືກັນກັບ Slovenia ຊຶ່ງເປັນປະເທດທີ່ດີທີ່ສຸດ ສໍາລັບການເຕີບໂຕ ຂອງເດັກນ້ອຍ ມີດັຊນີ ທີ່ດີໃນທັງ 8 ດ້ານ ຄືໃນດ້ານ ອັດຕຣາການເສັຽຊີວິດ ຂອງເດັກນ້ອຍອາຍຸຫລຸດ 5 ປີ, ເດັກນ້ອຍຕົນໂຕຕໍ່າເຕັ້ຽ ບໍ່ສົມອາຍຸ, ເດັກນ້ອຍ-ເຍົາວະຊົນ ບໍ່ໄດ້ ເຂົ້າໂຮງຮຽນ, ອັດຕຣາການເກີດລູກ ຂອງເດັກນ້ອຍວັຍລຸ້ນ, ອັດຕຣາການຍ້າຍຖິ່ນຖານ ຂອງພົລເມືອງ ຍ້ອນຂໍ້ ຂັດແຍ່ງ, ແລະອັດຕຣາ ການໃຊ້ຄວາມຮຸນແຮງໃນຄອບຄົວ.

ສິງກະໂປ ທີ່ນໍາໜ້າຫລາຍປະເທດຢູໂຣບ ເຊັ່ນ Norway, Sweden ແລະ Findland ນັ້ນ ໄດ້ຄະແນນ 987 ຈາກຄະແນນເຕັມ 1 ພັນ ຄະແນນນັ້ນ ມີດັຊນີ ຊີ້ວັດສະພາບຊີວິດວັຍເດັກ, ແລະເຮັດໄດ້ດີໃນຂົງເຂດ ວຽກງານຕ່າງໆ ເປັນຕົ້ນ ອັດຕຣາການ ເກີດລູກ ຂອງເດັກນ້ອຍວັຍລຸ້ນ ອາຍຸຣະຫວ່າງ 15 ຫາ 19 ປີ ຕໍ່າ ຄືບໍ່ເຖິງ 4 ຄົນຕໍ່ເດັກນ້ອຍ ແຕ່ລະ 1 ພັນຄົນ ປຽບທຽບໃສ່ອັດຕຣາສະເລັ່ຽ ຂອງໂລກປະມານ 50 ຄົນ. ແລະສິງກະໂປ ໄດ້ຄະແນນສູງກວ່າ ອັດຕຣາສະເລັ່ຽ ການເສັຽຊີວິດຂອງເດັກນ້ອຍ ອາຍຸຫລຸດ 5 ປີຂອງໂລກ ນໍາດ້ວຍ.

ນີ້ເປັນການກ້າວກະໂດດຂັ້ນ ຂອງສິງກະໂປໃນດັຊນີ ຊີ້ວັດ ສະພາບຂອງວັຍເດັກ ຈາກທີ່ຢູ່ໃນອັນດັບທີ 33 ຂຶ້ນມາເປັນອັນດັບທີ 1. ແລະຫລາຍປະເທດ ໃນເອເຊັຽທີ່ເຮັດໄດ້ດີ ຄືເກົາຫລີໃຕ້ ຢູ່ໃນອັນດັບທີ 8, ແລະຍີ່ປຸ່ນ ທີ 19, ຈີນ ທີ 40, ມາເລເຊັຽ ທີ 67.

ທ່ານ Hassan Noor Saadi ຜູ້ອໍານວຍການ ອົງການ Save the Children ປະຈໍາພາກພື້ນເອເຊັຽ ເວົ້າວ່າສິງກະໂປ ເປັນບ່ອນ ສໍາລັບການເຕີບໃຫຍ່ຂອງເດັກນ້ອຍ ໂດຍໄດ້ຮັບການສຶກສາ ສູງແລະມີຄຸນນະພາບ ແລະມີການບໍຣິການ ດ້ານການແພດດີ ເປັນປະເທດ ນຶ່ງທີ່ປອດພັຍທີ່ສຸດ. ພັຍຂົ່ມຂູ່ຕ່າງໆຕໍ່ເດັກນ້ອຍ ທີ່ມີໃນປະເທດອື່ນໆ ເຊັ່ນການແຕ່ງດອງ ແຕ່ຍາມນ້ອຍ ການໄດ້ຮັບການສຶກສາ ແລະສິ່ງກີດກັນເດັກນ້ອຍ ຢູ່ສິງກະໂປ ແມ່ນບໍ່ມີເລີຍ, ຫາກມີກໍແມ່ນມີໜ້ອຍ ເຕັມທີ່.

ໃນຂນະທີ່ປະເທດເອເຊັຽ ສ່ວນໃຫຍ່ໄດ້ປັບປຸງຄະແນນຂອງຕົນ ໃຫ້ດີຂຶ້ນນັ້ນ ກໍມີ 4 ປະເທດໃນເຂດນີ້ ຢູ່ໃນ 10 ປະເທດ ທີ່ມີດັຊນີ ຊີ້ວັດ ຂັ້ນຕໍ່າສໍາລັບອັດຕຣາເດັກນ້ອຍ ອາຍຸຫລຸດ 5 ປີ ທີ່ມີຕົນໂຕຕໍ່າເຕັ້ຽ ນັ້ນກໍມີ ສປປລາວ ຮວມຢູ່ດ້ວຍ ຄືໄດ້ດັຊນີ ຊີ້ວັດ 44 ເປີເຊັນ, ປາກິສຖານ -45 ເປີເຊັນ, New Guini ແລະຕີມໍຕາເວັນອອກ ຫລື Timor Leste -50 ເປີເຊັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.