ການພັທນາເຍົາວະຊົນໃນ ສປປລາວ
2014.11.03
ເຈົ້າໜ້າທີ່ ສູນກາງ ຊາວໜຸ່ມ ລາວ ເປີດເຜີຍ ວ່າ ການພັທນາ ເຍົາວະຊົນ ລາວ ປັຈຈຸບັນ ນີ້ ຕ້ອງປະເຊີນ ກັບ ບັນຫາ ຫຍູ້ງຍາກ ເປັນ ຢ່າງຍິ່ງ ຍ້ອນ ບໍ່ສາມາດ ຈັດຕັ້ງ ປະຕິບັດ ໄດ້ ຕາມແຜນ ທີ່ ວາງອອກ ໃນທຸກໆ ດ້ານ. ຍິ່ງໄປກວ່າ ນັ້ນ ການພັທນາ ເຍົາວະຊົນ ລາວ ຍັງມີ ຄຸນນະພາບ ຕ່ຳທີ່ສຸດ ໃນ ອາຊຽນ ອີກດ້ວຍ. ທ່ານ ກ່າວວ່າ:
"ໃນແມ່ຍິງ 10 ຄົນໃດ ມີ ປະມານ 4 ຄົນ ທີ່ ກາຍເປັນແມ່ ຫລື ຖືພາ ຜູ້ທຳອິດ ໃນອາຍຸ 19 ປີ 30 ເປີເຊັນ ຂອງ ວັຍໜຸ່ມ ໃນ ເກນ ອາຍຸ ເຂົ້າຮຽນ ຊັ້ນ ມັທຍົມ ນີ້ ບໍ່ໄດ້ ເຂົ້າຮຽນ ເປັນປົກກະຕິ ແລະ ວັຍໜຸ່ມ ປະມານ 7 ເປີເຊັນ ຢູ່ເຂດ ຕົວເມືອງ ໃນ ປັຈຈຸບັນ ນີ້ ກະແມ່ນ ບໍ່ມີ ວຽກເຮັດ ງານທຳ ມີຄວາມ ແຕກໂຕນ ຣະຫວ່າງ ວັຍໜຸ່ມ ໃນດ້ານ ບົດບາດ ຍິງ-ຊາຍ ຢູ່ໃນ ບັນດາເຜົ່າ ຍັງມີຢູ່ ໃນ ຣະດັບ ສູງ".
ພ້ອມດຽວກັນ ການ ເສັຽຊີວິດ ຂອງ ແມ່ຍິງລາວ ໃນ ຂນະຖືພາ ຫລື ອອກລູກ ກໍຍັງມີ ອັຕຣາ ສເລັ່ຽ ສູງທີ່ສຸດ ໃນ ອາຊຽນ ນຳອີກ. ເຖິງແມ່ນວ່າ ອັຕຣາ ການ ເສັຽຊີວິດ ຈະຫລຸດລົງ ຈາກ 650 ຄົນ ຕໍ່ 1 ແສນ ຄົນ ໃນປີ 1995 ມາເປັນ 339 ຄົນ ໃນ ປັຈຈຸບັນ ນີ້ ກໍຕາມ. ແຕ່ ການທີ່ ຈະເຮັດໃຫ້ ບັນລຸ ເປົ້າໝາຍ ທີ່ ວາງໄວ້ ໃນ ອັຕຣາ ສເລັ່ຽ 260 ຄົນ ຕໍ່ 1 ແສນ ຄົນ ໃນປີ 2015 ນັ້ນ ກໍຍາກ ທີ່ຈະ ເຮັດໄດ້.
ຍິ່ງໄປ ກວ່ານັ້ນ ການທີ່ ແມ່ຍິງລາວ ບໍ່ໄດ້ຮັບ ການເບິ່ງແຍງ ທີ່ດີພໍ ໃນຂນະທີ່ ຖືພາມານ ຢູ່ນັ້ນ ກໍເປັນ ສາເຫດ ສຳຄັນ ທີ່ນໍາໄປສູ່ ການເກີດ ບັນຫາ ຂາດສານ ອາຫານ ໃນກຸ່ມ ເດັກນ້ອຍ ລາວ ອາຍຸ ຫລຸດ 5 ປີ.
ປັຈຈຸບັນ ເດັກນ້ອຍ ລາວ ໃນວັຍ ດັ່ງກ່າວ ມີນ້ຳໜັກ ແລະ ຄວາມສູງ ຕ່ຳກວ່າ ເກນ ມາຕຖານ ເຖິງ 38 ເປີເຊັນ. ທັງໝົດນີ້ ເປັນບັນຫາ ທ້າທາຍ ໃນການ ບໍຣິຫານ ງານ ຂອງ ທາງການລາວ.