ໂຣຄຕ່າງໆທີ່ເກີດຈາກການ ສູບຢາ
2018.03.01
ໂຣກຮ້າຍແຮງຕ່າງໆ ຮວມທັງມະເຮັງໃນປອດ, ມະເຮັງເສັ້ນເລືອດ ອຸດຕັນຫົວໃຈ-ສມອງ, ພຍາດຊໍາເຮື້ອ ຣະບົບຫາຍໃຈ, ຣະບົບລະລາຍ, ຣະບົບປະສາດ, ຄວາມດັນສູງ ກາຍເປັນອໍາມະພຶກ ອໍາມະພາດ ແລະພຍາດອື່ນໆ ຕົ້ນຕໍແລ້ວກໍແມ່ນ ເກີດຈາກ ການສູບຢາ ທັງຜູ້ສູບເອງ ແລະທັງກະທົບ ຕໍ່ຄົນອ້ອມຂ້າງທີ່ໄດ້ຮັບຄວັນຢາ; ໂດຍສະເພາະແມ່ຍິງແລະເດັກນ້ອຍ ຊຶ່ງມີຄວາມສ່ຽງສູງ ຕໍ່ການທີ່ຈະເປັນພຍາດເຫຼົ່ານັ້ນ ອັນຈະນຳໄປສູ່ ການເສັຽຊີວິດໄດ້.
ດັ່ງນັ້ນຈຶ່ງມີຄວາມຈໍາເປັນ ທີ່ຈະຕ້ອງເຮັດໃຫ້ຜູ້ຄົນເຊົາສູບຢາ. ແຕ່ມັນກໍບໍ່ເປັນ ເຣຶ່ອງພໍເທົ່າໃດ ກ່ອນທີ່ຈະບັນລຸເປົ້າໝາຍນັ້ນໄດ້ ຊຶ່ງຕາມ ຄໍາເວົ້າ ຂອງສາສດາຈານ ດຣ. ວ່າງຈື້ ປະທານ ສະມາຄົມແພດ ຫົວໃຈລາວ, ຫົວໜ້າສູນຫົວໃຈລາວ ລຸກຊຳບວກ ໂຮງໝໍມະໂຫສົດ ແລ້ວແມ່ນວ່າ ມີແຕ່ຄວາມຕັດສິນໃຈ ເທົ່ານັ້ນ ທີ່ຈະຢຸດເຊົາການສູບຢາໄດ້:
ສາສດາຈານ ດຣ. ວ່າງຈື້ ກ່າວເຖິງຜົລການຄົ້ນຄວ້າ ທີ່ລົງເລີກເຖິງຜົລສະທ້ອນ ຂອງຢາສູບຕໍ່ ສຸຂພາບ ຂອງຜູ້ຄົນຢູ່ປະເທສລາວ ໃນ ຣະຫວ່າງໃຫ້ສຳພາດ ວິທຍຸເອເຊັຍເສຣີ ຈາກ ນະຄອນຫຼວງວຽງຈັນ ຜ່ານທາງ ໂທຣະສັບ ໃນມື້ວັນທີ 28 ກຸມພາ 2018 ວ່າ:
ຊຶ່ງກ່ອນໜ້ານີ້ທາງການລາວ ກໍຣາຍງານວ່າ ຖ້າບໍ່ມີມາຕການ ທີ່ມີປະສິດທິພາບ ໃນການຄວບຄຸມຢາສູບ ຢ່າງແທ້ຈິງແລ້ວ, ຢູ່ ສປປລາວ ຄົນຈະເສັຍຊີວິດຍ້ອນພຍາດ ທີ່ເກີດຈາກຢາສູບ ເພີ່ມຂຶ້ນ 2 ເທົ່າໃນປີ 2020.