ເຈົ້າໜ້າທີ່ ເປັນຫ່ວງ ໂຄວິດ-19 ກັບມາຣະບາດຮອບໃໝ່

ຊາວລາວຫຼາຍຄົນ ເຣີ່ມໃຊ້ຊີວິດ ແບບປົກກະຕິ ຫຼາຍຂຶ້ນ ແຕ່ບາງຄົນ ກໍບໍ່ເອົາໃຈໃສ່ ປະຕິບັດຕາມມາຕການປ້ອງກັນ ເຊື້ອໂຄວິດ-19 ເທົ່າທີ່ຄວນ ໂດຍມີການ ຊຸມແຊວ ດື່ມເຫຼົ້າ ດື່ມເບັຍຕາມຮ້ານບັນເທີງ ແລະຮ້ານກິນດື່ມ ຕ່າງໆ.

ປະຊາຊົນລາວ ເຂົ້າຮັບການສັກ ວັກຊິນ ປ້ອງກັນເຊື້ອໂຄວິດ-19 ຮູບພາບ: ສູນຂ່າວສານການແພດ ສຸຂສຶກສາ

ປັດຈຸບັນ ຊາວລາວຫຼາຍຄົນ ເຣີ່ມໃຊ້ຊີວິດແບບປົກກະຕິຫຼາຍຂຶ້ນ ແຕ່ບາງຄົນກໍບໍ່ເອົາໃຈໃສ່ ປະຕິບັດຕາມມາຕການປ້ອງກັນເຊື້ອໂຄວິດ-19 ເທົ່າທີ່ຄວນ ໂດຍມີການຊຸມແຊວ ດື່ມເຫຼົ້າດື່ມເບັຍຕາມຮ້ານບັນເທີງ ແລະຮ້ານກິນດື່ມຕ່າງໆ ບໍ່ໄດ້ມີການເວັ້ນໄລຍະຫ່າງ ແລະຍັງບໍ່ໃສ່ຜ້າອັດປາກອັດດັງນໍາດ້ວຍ ເຊິ່ງກໍຖືວ່າສ່ຽງທີ່ເຊື້ອໂຄວິດ-19 ຈະກັບມາແຜ່ຣະບາດຮອບໃໝ່ ສະນັ້ນ ຈຶ່ງຢາກໃຫ້ຫຼາຍຄົນຢ່າຖືເບົາ ຕ້ອງຮູ້ຈັກປ້ອງກັນໂຕເອງ ເຖິງແມ່ນວ່າໂຕເລຂການຕິດເຊື້ອໂຄວິດ-19 ຢູ່ລາວ ຈະຫຼຸດລົງກໍຕາມ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ:

“ກະເປັນຫ່ວງເຣື່ອງກັບມາຣະບາດອີກ ແຕ່ວ່າ ກະແຈ້ງໃຫ້ທຸກຄົນຫັ້ນ ເປັນເຈົ້າການນໍາກັນຫັ້ນລະ ດຽວນີ້ກະຖືວ່າດໍາຣົງຊີວິດ ແບບປົກກະຕິແລ້ວເນາະ ຕ່າງແຕ່ວ່າທຸກຄົນ ຕ້ອງມີສະຕິປ້ອງກັນໂຕເອງຫັ້ນນ່າ ແຕ່ວ່າກຸ່ມສ່ຽງຄືຮ້ານບັນເທີງ ຍັງບໍ່ອະນຸຍາດໃຫ້ເປີດ ພວກລັກເປີດ ຄັນເຂົາເຈົ້າຮູ້ເບາະ ຫຼືວ່າມີຫາງສຽງ ມີເບາະແສ ລົງໄປເຫັນ ໄດ້ຫຼັກຖານຂໍ້ມູນໂຕຈິງ ກະປັບໃໝຫັ້ນແຫຼະ.”

ທ່ານກ່າວຕື່ມວ່າ ໃນຕໍ່ໜ້າ ທາງການກໍມີທ່າທີ່ວ່າ ຈະປຶກສາຫາລືກັນຢູ່ວ່າ ຈະໃຫ້ບັນດາຮ້ານບັນເທີງ ຮ້ານກິນດື່ມ ແລະຮ້ານຄາຣາໂອເກະຈໍານວນນຶ່ງ ທີ່ຖືກຕ້ອງ ຫຼືຮ້ານທີ່ມີມາຕການປ້ອງກັນໂຄວິດ-19 ແບບເຂັ້ມງວດ ເຂົ້າຮ່ວມໂຄງການທ່ອງທ່ຽວສີຂຽວນໍາດ້ວຍ ເພື່ອຮອງຮັບນັກທ່ອງທ່ຽວ.

ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງສວັນນະເຂດ ທ່ານນຶ່ງ ກໍກ່າວວ່າ ປັດຈຸບັນນີ້ ປະຊາຊົນຫຼາຍຄົນ ໃຊ້ຊີວິດປົກກະຕິກັນແລ້ວ ເຊິ່ງກໍແນ່ນອນ ກໍຕ້ອງມີກຸ່ມຄົນຈໍານວນນຶ່ງ ຖືເບົາບໍ່ເອົາໃຈໃສ່ໃນການປ້ອງກັນເຊື້ອໂຄວິດ-19 ກໍຖືວ່າເປັນກຸ່ມສ່ຽງ ທີ່ຈະຕິດເຊື້ຶອເພີ່ມຂຶ້ນ ເພາະຍັງພົບການຕິດເຊື້ອໂຄວິດ-19 ໃນແຕ່ລະມື້ຢູ່ ເຖິງແມ່ນບໍ່ຫຼາຍກໍຕາມ ເຈົ້າໜ້າທີ່ກໍຮູ້ສຶກເປັນຫ່ວງ ບໍ່ຢາກໃຫ້ຖືເບົາ ເຊິ່ງທີ່ຜ່ານມາເຈົ້າໜ້າທີ່ກໍບໍ່ໄດ້ປ່ອຍປະເລີຍ ຍັງມີມາຕການປ້ອງກັນຢູ່ ແຕ່ບໍ່ເຄັ່ງຄັດຄືແຕ່ກ່ອນ ເພາະປະຊາຊົນຕ້ອງທໍາມາຫາກິນ, ດັ່ງທ່ານກ່າວວ່າ:

“ເປັນຫ່ວງກະເປັນຫ່ວງຫັ້ນແຫຼະ ແຕ່ການດໍາຣົງຊີວິດຂອງແຕ່ລະຄອບຄົວ ຂອງແຕ່ລະຄົນ ມັນກະຕ້ອງໄດ້ດິ້ນຣົນຫາຫັ້ນນ່າ ເຈົ້າໜ້າທີ່ມັນບໍ່ແມ່ນວ່າເພິ່ນປ່ອຍປະລະເລີຍ ເພິ່ນກໍແຈ້ງການໃສ່ກົດໝາຍບັງຄັບຢູ່ ແຕ່ວ່າບາງຄົນນີ້ແຫຼ້ວ ມັນບໍ່ຢາກຟັງຫັ້ນນ່າ ປະຊາຊົນບາງກຸ່ມ ກະບໍ່ໄດ້ເອົາໃຈໃສ່ຫັ້ນແຫຼະ ພາກັນກິນເຫຼົ້າຊຸມແຊວ ກະບອກແລະກະປັບໃໝ.”

ປັດຈຸບັນ ຊາວລາວຫຼາຍຄົນບໍ່ຢ້ານເຊື້ອໂຄວິດ-19 ຄືແຕ່ເກົ່າແລ້ວ ແລະຮູ້ຈັກປັບໂຕ ໃນການໃຊ້ຊີວິດແບບໃໝ່ໄດ້ຫຼາຍຂຶ້ນ ແລະເຈົ້າໜ້າທີ່ ກໍບໍ່ໄດ້ເຄັ່ງຄັດຄືແຕ່ກ່ອນ ຈຶ່ງເຮັດໃຫ້ຫຼາຍຄົນ ກັບມາທໍາມາຫາກິນ ໃຊ້ຊີວິດແບບປົກກະຕິ ຮວມເຖິງບັນດາຮ້ານບັນເທີງຕ່າງໆ ກໍເຣີ່ມກັບມາເປີດໃໝ່ຄືນ.

ດັ່ງຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:

“ມັນມີຫຼາຍຮ້ານ ພາກສ່ວນທີ່ວ່າເພິ່ນເປີດເດ້ ຫຼາຍແດ່ຫັ້ນລະ ເວົ້າເຣື່ອງເຂົາເຈົ້າເຮັດເນາະ ກະບໍ່ຕິການທຸຣະກິຈເຂົາເຈົ້າ ສ່ຽງໄປໝົດລະນ່ານີ້ນ່າ ກະຫັັ້ນແຫຼະ ກະປ້ອງກັນໂຕເອງ ທຸກຄົນຢູ່ນໍາມັນໄດ້ແລ້ວ ບໍ່ຢ້ານຄືແຕ່ເກົ່າແລ້ວວ່າຊິສາ ໃຊ້ຊີວິດປົກກະຕິ ແຕ່ວ່າມາຕການປ້ອງກັນ ກະຄືເກົ່າຫັ້ນແຫຼະ.”

ຊາວລາວໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງກໍກ່າວວ່າ ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ກໍບໍ່ໄດ້ເຄັ່ງຄັດຫຼາຍຄືແຕ່ກ່ອນ ເພາະເຈົ້າໜ້າທີ່ເຂົ້າໃຈວ່າ ປະຊາຊົນຕ້ອງທໍາມາຫາກິນ ຈຶ່ງເຮັດໃຫ້ຫຼາຍຄົນ ໄປມາຫາສູ່ກັນ ໃຊ້ຊີວິດປົກກະຕິ ເຈົ້າໜ້າທີ່ເພິ່ນຈະຫ້າມ ກໍເປັນເຣື່ອງຍາກ ແຕ່ວ່າທຸກຄົນກໍຄວນປ້ອງກັນໂຕເອງ ແລະຮັບຜິດຊອບຕໍ່ສັງຄົມນໍາດ້ວຍ.

“ດຽວນີ້ກະປົກກະຕິລະ ຄັນເພິ່ນເຂັ້ມງວດ ຈັ່ງຊັ້ນຈັ່ງຊີ້ ລະຜູ້ບໍ່ມີອັນກິນເດ້ ຈະເຮັດຈັ່ງໃດ ກະເປັນຕາຢ້ານ ແຕ່ກະຢາກໃຊ້ຊິດທົ່ວໄປຫັ້ນນ່າ ມັນກໍສ່ຽງໄປຫັ້ນແຫຼະ ແຕ່ວ່າທຸກຄົນ ກະຕ້ອງປ້ອງກັນເອົາ ຄວນປ້ອງກັນໂຕເອງ ບໍ່ໃຫ້ແບບວ່າ ເອີ່ຮູ້ວ່າໂຕເອງຕິດແລ້ວ ບໍ່ແມ່ນວ່າຈະໄປແຜ່ເຊື້ອຫັ້ນນ່າ.”

ສໍາລັບບັນດາຮ້ານບັນເທີງ ແລະຮ້ານກິນດື່ມ ຫຼາຍຮ້ານກໍເຣີ່ມກັບມາເປີດກັນຫຼາຍຂຶ້ນ ແຕ່ຮ້ານກໍມີມາຕການປ້ອງກັນເຊື້ອໂຄວິດ-19 ຢູ່ ໂດຍທຸກຄົນທີ່ຈະມາໃຊ້ບໍຣິການ ຈະຕ້ອງສັກວັກຊິນໃຫ້ຄົບສອງໂດສ ແລະພາຍໃນຮ້ານ ກໍມີເຈວລ້າງມື ເຄື່ອງວັດແທກອຸນຫະພູມ ແລະກໍບໍ່ໃຫ້ລູກຄ້າທີ່ມາກຸ່ມດຽວກັນ ໄປນັ່ງປົນກັບກຸ່ມອື່ນ.

ດັ່ງເຈົ້າຂອງຮ້ານບັນເທີງ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ:

“ມີມາຕການປ້ອງກັນ ຕ້ອງສັກຢາຄົບ ມີການກວດໂຄວິດພະນັກງານ ມີເຈວລ້າງມື ແບບວ່າກຸ່ມໃດມາ ເຂົາເຈົ້າຈະຢູ່ແຕ່ໃນຫ້ອງ.”

ເຈົ້າຂອງຮ້ານກິນດື່ມ ອີກແຫ່ງນຶ່ງ ກໍກ່າວວ່າ ກໍເຫັນຫຼາຍຮ້ານເປີດແລ້ວ ຮ້ານຕົນເອງ ຈຶ່ງກັບມາເປີດປົກກະຕິ ເຊິ່ງກໍເຮັດຕາມມາຕການປ້ອງກັນເຊື້ອໂຄວິດ-19 ຢູ່.

“ກະເປີດປົກກະຕິນີ້ແຫຼະ ເຂົາກະເປີດໝົດແລ້ວ ກະຮອດ 12 ໂມງ ແລ້ວກະມອດຊິນ່າ ເພິ່ນກະບໍ່ໄດ້ມາສັ່ງປິດ.”

ເຖິງຢ່າງໃດກໍຕາມ ໃນຄວາມເປັນຈິງແລ້ວ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ອະນຸຍາດໃຫ້ເປີດຮ້ານກິນດື່ມ ແລະຮ້ານບັນເທີງເທື່ອ ອີງຕາມແຈ້ງການຂອງຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີ ໃນວັນທີ່ 20 ມົກກະຣາ 2022 ວ່າ ຣັຖບານ ຍັງບໍ່ອະນຸຍາດ ໃຫ້ເປີດຮ້ານບັນເທີງ ຮ້ານກິນດື່ມ ແລະຮ້ານຄາຣາໂອເກະ ແລະສະຖານທີ່ອື່ນໆ ທີ່ມີຄວາມສ່ຽງຕໍ່ການແຜ່ຣະບາດ ຂອງເຊື້ອໂຄວິດ-19 ຍ້ອນວ່າ ປັດຈຸບັນ ຍັງມີຜູ້ຕິດເຊື້ອພາຍໃນປະເທດຫຼາຍຮ້ອຍຄົນ ແລະຍັງມີຜູ້ເສັຍຊີວິດທຸກມື້ ຈາກເຊື້ອໂຄວິດ-19 ຢູ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org