ຄລີນິກ ຈົ່ງຊານ ມີ ປະຕັງ ແຕ່ໝົດອາຍຸ

ສຸພັດຕາ
2017.12.14
F-Jongxan ຄລີນິກຈົ່ງຊ່ານຂອງຈີນ ທີ່ ຕັ້ງຢູ່ບ້ານໂພນທັນ ນະຄອນຫລວງວຽງຈັນ
Public Domain

ໃນກໍຣະນີທີ່ມີຂ່າວໃນວັນທີ 7 ທັນວາ 2017, ເຈົ້າໜ້າທີ່ກະຊວງ ສາທາຣະນະສຸຂ ໄດ້ມີຄຳສັ່ງໃຫ້ ຄລີນິກ ຈົ່ງຊານຂອງຈີນ ທີ່ຕັ້ງຢູ່ ບ້ານໂພນທັນ ນະຄອນຫລວງວຽງຈັນ ປິດກິຈການ ພາຍໃນວັນທີ 30 ທັນວາ ນີ້ ຍ້ອນວ່າ ຄລີນິກດັ່ງກ່າວ ເປີດບໍຣິການ ແບບບໍ່ໄດ້ ຮັບອະນຸຍາດ ຈາກກະຊວງສາທາລະນະສຸຂ ແລະເຄື່ອນໄຫວບໍ່ຖືກຕ້ອງ, ແຕ່ເຈົ້າໜ້າທີ່ປະຈຳຄລີນິກ ນັ້ນເວົ້າວ່າ ເປັນການສັ່ງປິດຊົ່ວຄາວ ແລະກຳລັງຢູ່ໃຊ້ຊ່ວງລໍຖ້າ ການຕໍ່ໃບອະນຸຍາດ ຈາກກະຊວງສາທາລະນະສຸກ ເພື່ອທີ່ຈະເປີດຄືນໃໝ່. ດັ່ງເຈົ້າໜ້າທີ່ ປະຈຳຄລີນິກ ຈົ່ງຊ່ານ, ກ່າວໃນວັນທີ 14 ທັນວາ ນີ້ວ່າ:

“ໂອໂຕນີ້ນີ ໃບປະຕັງຫັ້ນມັນໝົດກຳນົດ ແລ້ວໃບຕໍ່ໃບປະຕັງ ກໍຂະເຈົ້າຍັງບໍ່ທັນ ອະນຸມັດໃຫ້ຫັ້ນນະ ໄປຕໍ່ແລ້ວຂະເຈົ້າຍັງບໍ່ ອະນຸມັດ ແລ້ວພວກສາທາຂະເຈົ້າມາກວດເນາະ ຊ້ວງນີ້ກະເລີຍຖືກແບບວ່າ ແບບວ່າບໍ່ໄດ້ມີໃບອະນຸຍາດ ຂະເຈົ້າກະເລີຍວ່າ ລົງຂ່າວ.”

ນອກຈາກນີ້ ເຈົ້າໜ້າທີ່ຈາກກົມປິ່ນປົວ ກະຊວງສາທາຣະນະສຸກ ອະທິບາຍວ່າ ບໍ່ເປັນການສັ່ງປິດ ແຕ່ເປັນການກວດກາຄືນ, ດັ່ງທ່ານກ່າວ ໃນວັນທີ 14 ທັນວາ ວ່າ:

“ກໍບໍ່ໄດ້ວ່າສັ່ງຢຸດເນາະ ພຽງແຕ່ເຮົາໃຫ້ເຂົາກວດກາຄືນ ເພາະວ່າເຂົາບໍ່ຜ່ານ ກະຊວງສາທາ ແທ້ເດ່, ສາທານິຈະກວດເວົ້າເຣື້ອງກວດກາ ການນຳເຂົ້າມາ ອຸປກອນຮັບໃຊ້ ເປັນເຄື່ອງມືອິຫຍັງຕ່າງໆ ໄດ້ຜ່ານກະຊວງສາທາບໍ່ ກະຊວງສາທາຍິນດີແລ້ວບໍ ໄດ້ອະນຸມັດແລ້ວບໍ ເວົ້າເຣື່ອງການລົງທຶນ ຂອງຕ່າງປະເທດເດ ເຈົ້າຕ້ອງການຜ່ານ ກະຊວງສາທາແຫຼະ.”

ເມື່ອເດືອນຕຸລາ ທີ່ຜ່ານມາ ກະຊວງສາທາຣະນະສຸຂ ກໍມີຄຳສັ່ງບໍ່ຕໍ່ ໃບອະນຸຍາດໃຫ້ຄລີນິກ 195 ແຫ່ງ ທົ່ວປະເທດ ຈາກຈຳນວນຄລີນິກ ທັງໝົດປະມານ 1 ພັນ ແຫ່ງ ໂດຍໃຫ້ຢຸດການບໍຣິການ ນັບແຕ່ວັນທີ 20 ຕຸລາ ເປັນຕົ້ນໄປ ຍ້ອນຄລີນິກ ທັງໝົດນັ້ນ ບໍ່ມີແພດໝໍ ທີ່ຊ່ຽວຊານ ໃນການປິ່ນປົວພຍາດ ໂດຍກົງປະຈຳຢູ່ ເຮັດໃຫ້ປະຊາຊົນ ທີ່ເຈັບປ່ວຍເຂົ້າມາປິ່ນປົວແລ້ວ ບໍ່ດີຂຶ້ນ.

ອີງຕາມຂໍ້ມູນຈາກກະຊວງສາທາລະນະສຸຂ, ໃນຈຳນວນ ຄລິີນິກຈຳນວນ 195 ແຫ່ງ ທີ່ຖືກສັ່ງໃຫ້ປິດ ບໍຣິການນັ້ນ ສ່ວນຫຼາຍແມ່ນຈະຕັ້ງ ຢູ່ແຂວງ ສວັນນະເຂດ ຮອງລົງມາ ກໍແມ່ນແຂວງຄຳມ່ວນ, ແຂວງຫຼວງພຣະບາງ, ຫຼວງນໍ້າທາ ແລະນະຄອນຫຼວງ ວຽງຈັນ. ສ່ວນໃຫຍ່ ຈະເປັນຄລີນິກ ຈາກປະເທດວຽດນາມ ແລະ ຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.