ເຮັດແທ້ງລູກ ເສັຽຊີວິດ ຄລີນິກ ຍອມຈ່າຍ
2017.06.01
ຄລີນິກຈີນ ຢູ່ເມືອງແປກ ແຂວງຊຽງຂວາງ ທີ່ເອົາລູກອອກ ໃຫ້ແມ່ຍິງຄົນນຶ່ງ ເມື່ອຕົ້ນເດືອນ ພຶສພາ 2017 ແລ້ວເສັຽຊີວິດນັ້ນ ໄດ້ໃຫ້ເງິນ ຄ່າຊົດເຊີຍແກ່ຄອບຄົວ ຜູ້ເສັຽຊີວິດຈໍານວນ 170 ລ້ານກີບ ເພື່ອແລກກັບ ການບໍ່ຟ້ອງຮ້ອງຄລີນິກ ຊຶ່ງທາງຄອບຄົວ ກໍຍອມຮັບເອົາ ແລະ ບໍ່ເອົາຜິດນໍາ. ແຕ່ທາງການ ຍັງຈະດໍາເນີນ ການສອບສວນ ໃນເຣື່ອງນີ້ຢູ່ຕໍ່ໄປ, ດັ່ງເຈົ້າໜ້າທີ່ ຜແນກ ສາທາຣະນະສຸກ ແຂວງຊຽງຂວາງ ໄດ້ກ່າວ:
"ພີ່ນ້ອງຂອງຜູ້ເສັຽຊີວິດ ກັບເຈົ້າຂອງ ຄລີນິກຫັ້ນ ຂະເຈົ້າບໍ່ຮ້ອງຟ້ອງ ກັນແລ້ວ ຂະເຈົ້າໄກ່ເກັ່ຽ ຢູ່ໃນຖານະຄອບຄົວ ແລ້ວໄດ້ເສັຽເງິນໃຫ້ ກັນ 170 ລ້ານ ຝ່າຍຄຸ້ມຄອງ ພວກເຮົາເນາະ ສິໄດ້ດໍາເນີນ ໄປຕາມລະບຽບ ຂອງສາຍຕັ້ງ ຂອງພວກເຮົາ".
ທ່ານກ່າວຕື່ມວ່າ ພາກສ່ວນທີ່ກ່ຽວຂ້ອງ ຂອງທາງການ ກໍາລັງຫາຣືກັນ ເຣື່ອງການເອົາຜິດກັບ ທາງຄລີນິກ ແລະຈະສົ່ງເຣື່ອງໄປ ໃຫ້ທາງ ແຂວງເປັນຜູ້ພິຈາຣະນາ ຕາມຂັ້ນຕອນ ເພາະການເອົາລູກອອກ ເປັນເຣື່ອງທີ່ ຜິດກົດໝາຍ ຂັ້ນຮ້າຍແຮງ ແລະຄລີນິກ ນັ້ນກໍໄດ້ເປິດແບບ ບໍ່ມີອະນຸຍາດ ປັດຈຸບັນ ໄດ້ປິດແລ້ວ ແລະຜູ້ເປັນເຈົ້າຂອງ ກໍບໍ່ໄດ້ໄປໃສ.
ທ່ານເວົ້າວ່າ ຕາມຂໍ້ມູນ ທີ່ໄດ້ຮັບຣາຍງານ ໃນເບື້ອງຕົ້ນ ຣະບຸວ່າຄລີນິກແຫ່ງນີ້ ເຄີຍເຮັດໃຫ້ແມ່ຍິງ ທີ່ໄປເອົາລູກອອກ ເສັຽຊີວິດ 1 ຄົນ ຍ້ອນເລືອດໄຫລ ບໍ່ເຊົາ. ສ່ວນອີກ 3 ຄົນ ທີ່ເຄີຍໄປເອົາ ລູກອອກ ມີອາການໝົດລູກ ອັກເສບ ແຕ່ບໍ່ເສັຽຊີວິດ.
ປັດຈຸບັນ ເຈົ້າໜ້າທີ່ ສາທາຣະນະສຸກ ແຂວງຊຽງຂວາງ ໄດ້ປະກາດ ບໍ່ໃຫ້ແມ່ຍິງ ທົ່ວແຂວງ ໄປເອົາລູກອອກ ຢູ່ຄລີນິກຈີນ ເພາະມີຄວາມ ສ່ຽງຕໍ່ຊີວິດ ແລະທັງໄດ້ຕິດຕາມ ການເຄື່ອນໄຫວ ຂອງຄລີນິກຢ່າງໃກ້ຊິດ ຈົນກວ່າວ່າ ທາງແຂວງ ຈະມີຄໍາສັ່ງວ່າ ໃຫ້ປິດຄລີນິກ ນັ້ນຕໍ່ໄປ ຫລືຈະໃຫ້ເປີດ ບໍຣິການ ຄືນອີກ.