ສູນເລືອດແຫ່ງຊາດກໍາລັງ ຂາດເຂີນ ເລືອດ
2021.05.06
ສູນເລືອດແຫ່ງຊາດລາວ ກໍຄືໂຮງໝໍ ໃນທົ່ວປະເທດລາວ ຂາດເຂີນເລືອດ ເພາະໃນຍາມໂຄວິດ-19 ກຳລັງຣະບາດ ປະຊາຊົນບໍ່ ໄດ້ອອກໄປບໍຣິຈາກເລືອດ. ປັດຈຸບັນສູນເລືອດ ແຫ່ງຊາດ ແລະສູນເລືອດຂອງຫຼາຍໆແຂວງ ກຳລັງປະສົບກັບບັນຫາຂາດເຂີນ ເລືອດຢ່າງໜັກ; ຕົວຢ່າງ ສູນເລືອດແຫ່ງຊາດ ທີ່ ນະຄອນຫລວງວຽງຈັນ ມີເລືອດຢູ່ໃນຕູ້ເຢັນ ພຽງແຕ່ 150 ຖົງ ຫລຸດລົງເຖິງ ເຄິ່ງນຶ່ງ ຊຶ່ງກ່ອນໂຄວິດຣະບາດແຮງ ສູນເລືອດແຫ່ງຊາດ ຈະມີເລືອດສຳຮອງຢູ່ຢ່າງໜ້ອຍ 300 ຖົງ.
ໃນຂນະນີ້ ໂຮງໝໍຫລາຍແຫ່ງໃນທົ່ວປະເທດ ຂາດເຂີນເລືອດແຮງ ເຖິງຂັ້ນຈຳເປັນຕ້ອງຂໍເລືອດ ກັບຍາດຕິພີ່ນ້ອງຂອງຄົນເຈັບທີ່ ນອນໂຮງໝໍຢູ່ ເພື່ອນຳໄປໃຊ້ກັບຄົນເຈັບອື່ນໆ.
ອີກສາເຫດນຶ່ງ ທີ່ເຮັດໃຫ້ການບໍຣິຈາກເລືອດ ຫຼຸດໜ້ອຍລົງ ກໍແມ່ນປະຊາຊົນລາວຫລາຍຄົນ ກໍໄດ້ສັກຢາປ້ອງກັນໂຣກໂຄວິດ-19 ຫລື ວັກຊີນ. ຕາມຫລັກວິທຍາການແພດ ຜູ້ຖືກສັກຢາວັກຊິນໃໝ່ໆ ຈະບໍ່ສາມາດບໍຣິຈາກເລືອດໄດ້ ຢ່າງໜ້ອຍເປັນເວລາເຈັດມື້ ຫລືວັກຊີນບາງຢ່າງ ກໍຕ້ອງລໍຖ້າເຖິງ 28 ມື້ ຈຶ່ງສາມາດບໍຣິຈາກເລືອດໄດ້. ທັງໝົດນີ້ ເປັນຄຳເວົ້າຂອງ ເຈົ້າໜ້າທີ່ ສູນເລືອດ ແຫ່ງຊາດລາວ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະຕຳແໜ່ງ. ເຈົ້າໜ້າທີ່ທ່ານນີ້ອະທິບາຍສາເຫດ ການຂາດເຂີນເລືອດ ຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 30 ເດືອນເມສາ 2021 ນີ້ວ່າ:
“ຫລັງຊ່ວງປີໃໝ່ລາວ ຖືວ່າຂາດວິກິດເພາະວ່າ ຄວາມຕ້ອງການເລືອດ ຂອງຜ່ານໆມາເນາະ ມັນ 150-300 ຖົງຕໍ່ວັນ; ປັດຈຸບັນນີ້ ພວກເຮົາກໍໃຫ້ພີ່ນ້ອງຄົນເຈັບ ມາເອົາເລືອດອອກ ໃຫ້ຄົນເຈັບ ແບບລັກສນະໝູນວຽນ ກັນເນາະ ໝູນວຽນຖົງເລືອດເນາະ ສາມາດ ນູນວຽນຢູ່ໃນຣະດັບທີ່ໄດ້ມື້ນຶ່ງ ປະມານ 150 ຖົງ; ຖ້າຫາກວ່າເປັນ Sinovac ເຈັດມື້ບໍຣິຈາກໄດ້ເນາະ ແຕ່ຫາກເປັນ AstraZeneca 28 ມື້ ບໍ່ວ່າຈະເປັນເຂັມທີ່ນຶ່ງ ຫລື ທີ່ສອງຄືກັນ ບາງຄົນຫາກໍສັກ ກໍເປັນສາເຫດນຶ່ງ ທີ່ບໍ່ສາມາດມາບໍຣິຈາກໄດ້.”
ເຈົ້າໜ້າທີ່ສູນເລືອດແຫ່ງຊາດ ທ່ານນີ້ກ່າວອີກວ່າ ສາເຫດທີ່ສຳຄັນອີກຢ່າງນຶ່ງ ກໍແມ່ນນັບແຕ່ໂຄວິດ-19 ເລິ້ມຣະບາດແຮງຫຼືນັບແຕ່ ຫລັງຈາກບຸນປີໃໝ່ລາວ ຈຳນວນຜູ້ຕິດໂຄວິດ-19 ຫຼາຍຂຶ້ນ, ທາງການກໍປະກາດປິດບ້ານປິດເມືອງ, ປະຊາຊົນກໍກັກໂຕເອງຢູ່ເຮືອນ ແລະບໍສາມາດໄປບໍຣິຈາກເລືອດໄດ້. ເມື່ອວັນສຸກທີ່ແລ້ວ ທາງສູນເລືອດແຫ່ງຊາດ ກໍໄດ້ປະກາດໃຫ້ປະຊາຊົນ ໂດຍສະເພາະຜູ້ທີ່ເຄີຍ ບໍຣິຈາກ ເລືອດແລ້ວ ໃຫ້ໄປບໍຣິຈາກເລືອດອີກ ເພື່ອຊ່ວຍເຫລືອໂຮງໝໍ ແລະຄົນເຈັບ.
ຢູ່ແຂວງຫົວພັນ ໂຮງໝໍກໍຂາດເຂີນເລືອດຢ່າງແຮງ; ເຈົ້າໜ້າທີ່ສູນເລືອດ ແຂວງຫົວພັນ ກ່າວວ່າປັດຈຸບັນ ແຂວງຫົວພັນ ມີເລືອດ ຢູ່ໃນຕູ້ເຢັນພຽງແຕ່ສິບຖົງ ແລະເລືອດທັງສິບຖົງ ທີ່ມີຢູ່ ກໍໃກ້ຈະໝົດອາຍຸໃນໄວໆນີ້. ຕາມປົກກະຕິແລ້ວ ສູນເລືອດແຂວງຫົວພັນ ຈະມີເລືອດແຮຢູ່ຢ່າງໜ້ອຍ 80 ຖົງ. ສາເຫດໃຫຍ່ ກໍແມ່ນ ທາງສູນເລືອດ ແຂວງຫົວພັນ ບໍ່ສາມາດ ອອກໄປຣະດົມປະຊາຊົນ ໃຫ້ບໍຣິຈາກເລືອດໄດ້ ກໍຍ້ອນເປັນຣະຍະ ເວລາປິດບ້ານປິດເມືອງນີ້ແຫຼະ. ເຈົ້າໜ້າທີ່ສູນເລືອດ ແຂວງຫົວພັນ ອະທິບາຍຕື່ມວ່າ:
“ຫົວພັນນີ້ຖືວ່າ ເປັນຊ້ວງທີ່ຂາດແຄນຢູ່ຫັ່ນແຫຼະ ເພາະວ່າທຸກມື້ນີ້ພວກເຮົາຊ່ວຍ ກໍຊ່ວຍເຫຼືອຈາກທີ່ເຮົາ ຈາກເດືອນແລ້ວຢູ່ກໍຍັງ ມີແຕ່ສິບປາຍຖົງ, ເຮົາກໍໄປປຸກຣະດົມບໍ່ໄດ້ ແລ້ວກໍຄົນສ່ວນໃຫຍ່ ເພິ່ນກຳລັງເກັບໂຕຢູ່ ເພິ່ນຍັງບໍທັນອອກ ມາຊ່ວຍສັງຄົມເທື່ອ. ບັນຫາຢູ່ອີກຢ່າງນຶ່ງ ຊ່ວງນີ້ ພວກເຮົາກໍຳລັງສັກຢາ ປ້ອງກັນໂຄວິດ-19 ຫັ່ນໜ໋າ ມັນກໍແມ່ນ ເດືອນນຶ່ງພຸ້ນແຫຼະ ຈັ່ງບໍຣິຈາກ ເລືອດໄດ້ຫັ່ນໜ໋າ ມັນກໍເປັນບັນຫາອີກຢ່າງນຶ່ງ ທີ່ຈະບໍມີຄົນເຂົ້າມາ ບໍຣິຈາກຊ່ວຍພວກເຮົານະ.”
ເຈົ້າໜ້າທີ່ນາງນີ້ ກ່າວອີກວ່າ ທາງສູນເລືອດ ແຂວງຫົວພັນ ໄດ້ແຈ້ງໃຫ້ໂຮງໝໍແຂວງ ຮູ້ແລ້ວວ່າຖ້າບໍຈຳເປັນ ໝໍກໍບໍ່ຕ້ອງຜ່າຕັດ ຄົນເຈັບໃນເວລລານີ້, ໃຫ້ໂຈະ ຫຼື ເລື່ອນການຜ່າຕັດ ອອກໄປກ່ອນ ເພາະຂາດເຂີນເລືອດ; ໃນຂນະດຽວກັນ ທາງສູນເລືອດ ແຂວງຫົວພັນ ກໍໄດ້ຣາຍງານການຂາດເຂີນນີ້ ຂຶ້ນໄປຫາສູນເລືອດ ແຫ່ງຊາດລາວແລ້ວ.
ຢູ່ແຂວງຈຳປາສັກ ທ່ານໝໍ ທ່ານນຶ່ງກ່າວວ່າ ໂຮງໝໍແຂວງຈຳປາສັກ ກຳລັງປະສົບກັບບັນຫາຂາດເຂີນເລືອດ ເຖິງຂັ້ນວິກິດຄືກັນ ກັບໂຮງໝໍອື່ນໆ ເພາະປັດຈຸບັນ ທາງໂຮງໝໍ ມີເລືອດຢູ່ໃນຕູ້ເຢັນພຽງແຕ່ ສອງຮ້ອຍຖົງເທົ່ານັ້ນ ໜ້ອຍກວ່າມາຕຖານ 600 ຖົງ ຕໍ່ເດືອນ ທີ່ທາງໂຮງໝໍຄວນມີ ເປັນເຫດໃຫ້ມີຄົນ ເສັຍຊີວິດຍ້ອນຂາດເລືອດ ຫລາຍຄົນແລ້ວ.
ປັດຈຸບັນ ໂຮງໝໍແຂວງຈຳປາສັກ ມີເລືອດໃຊ້ພຽງແຕ່ເຈັດຖົງຕໍ່ມື້ ແຕ່ຄວາມຕ້ອງການ ສູງເຖິງ 20 ຖົງຕໍ່ມື້ ຖືວ່າເປັນຂັ້ນວິກິດ. ດັ່ງທ່ານໝໍທ່ານນີ້ໄດ້ກ່າວວ່າ:
“ໂອ່ຍ, ວິກິດຄືກັນ ມື້ນຶ່ງນີ່ ໂຮງໝໍແຂວງຈຳປາສັກ ນີ່ ຕ້ອງໃຊ້ເລືອດຢູ່ຢ່າງໜ້ອຍ ແມ່ນສິບຖົງ ຢ່າງຫລາຍແມ່ນຊາວຖົງຕໍ່ວັນ ຄົນເຈັບເຮົາເປັນຫຍັງ ຕ້ອງມາໃຊ້ຫລາຍແທ້ ເພາະວ່າມັນສີ່ແຂວງພາກໃຕ້ ມາຢູ່ນຳເຮົານີ້ໝົດ ຣົດປີ້ນຣົດລົ້ມ ເສັ້ນເລືອດຂາດ ໂຕຢ່າງໃນເງື່ອນໄຂ ຂອງສຸກເສີນໃນການໃຊ້ເລືອດວ່າຊັ່ນສະ.”
ຊາວບ້ານຄົນນຶ່ງ ຢູ່ເມືອງວຽງໄຊ ແຂວງຫົວພັນ ເວົ້າວ່າລາວເອງບໍສາມາດ ໄປບໍຣິຈາກເລືອດໄດ້ໃນຣະຍະນີ້ ເພາະທາງການປິດ ບ້ານປິດເມືອງໝົດ ໃຫ້ປະຊາຊົນກັກໂຕຢູ່ເຮືອນ:
“ຢ້ານ ບໍ່ໄດ້ໄປທາງໃດຊ່ວງນີ້; ບັນຫານຶ່ງ ເຮົາກໍຕຽມເຮື່ອຕຽມແຮງລົງທົ່ງລົງນາເນາະ; ບັນຫາສອງ ມີສະພາບໂຄວິດ-19 ຣະບາດ ຫັ່ນ ຣະດູເຮັດນາແລ້ວເດ໋ ລົງໄຖນາແລ້ວ ຖ້າວ່າເຮົາລົງທົ່ງ ລົງນາແລ້ວ ເຮົາໄປບໍຣິຈາກເລືອດຫັ່ນໜ໋າ ເຮົາຢ້ານມັນກະທົບ ສຸຂພາບເນາະ.”
ຊາວບ້ານອີກນຶ່ງຄົນນີ້ ຢູ່ເມືອງໄຊທານີ ໃນເຂດນະຄອນຫລວງວຽງຈັນ ກໍກ່າວວ່າ ເຂົາຈະລໍຖ້າສະຖານະການ ການແຜ່ຣະບາດ ຂອງໂຄວິດ-19 ຜ່ອນຄາຍລົງກ່ອນ ຈຶ່ງຈະໄປ ບໍຣິຈາກເລືອດ; ປັດຈຸບັນ ບໍ່ສາມາດອອກໄປໃສໄດ້ ຕ້ອງປະຕິບັດ ຕາມຄຳສັ່ງ ຂອງຂັ້ນເທິງ ໃນການປ້ອງກັນ ການແຜ່ຣະບາດຂອງ ໂຄວິດ-19 ທີ່ກຳລັງຣະບາດ ຢ່າງແຮງຢູ່ລາວ.
“ຫ່ວຍເພິ່ນປິດໝົດ ຊິໄປໄດ້ຈັ່ງໃດເນາະ ມີແຕ່ໄປກະສິກັມ ໄປເຮັດໄຮ່ ເຮັດນາເທົ່ານັ້ນ ຄົນໃນເມືອງ ກໍເຂົ້າບ້ານເຮົາບໍ່ໄດ້ ໃຫ້ມັນ ຜ່ອນຄາຍລົງຈັກໜ້ອຍເນາະ.”
ເມື່ອວັນສຸກ ທີ່ຜ່ານມາ ສູນເລືອດແຫ່ງຊາດລາວ ໄດ້ປະກາດຮຽກຮ້ອງ ໃຫ້ປະຊາຊົນ ບໍຣິຈາກເລືອດດ່ວນ ເພາະໂຮງໝໍກຳລັງ ຂາດເຂີນເລືອດ ຕ້ອງການເລືອດຫລາຍ ເພື່ອປິ່ນປົວຄົນເຈັບ ໃນນັ້ນລວມທັງຄົນປ່ວຍ ຍ້ອນໂຄວິດ-19ນັ້ນນຳ. ປະຊາຊົນຜູ້ໃດ ແຂງແຮງດີ ສາມາດໄປບໍຣິຈາກເລືອດໄດ້ ຢູ່ສູນເລືອດ ຢູ່ນະຄອນຫລວງວຽງຈັນ ແລະຢູ່ສູນເລືອດ ແຂວງທຸກໆແຂວງ.