ຄລີນິກວ່າຈ້າງແມ່ຍິງຖືພາ
ເຈົ້າຫນ້າທີ່ ທາງການລາວ ຈະກວດຫາ ຄລີນິກ ທີ່ ຈ້າງແມ່ຍິງ ຖືພາ ໃຫ້.
-
ສິດນີ
2016-12-06 -
-
-
Your browser doesn’t support HTML5 audio
ເມື່ອບໍ່ດົນມານີ້ ອົງການ ຕ້ານການຈ້າງ ແມ່່ຍິງຖືພາໃຫ້ ໄດ້ຣາຍງານວ່າ ກຸ່ມຄົນຕ່າງຊາດ ທີ່ເຮັດວຽກ ກ່ຽວກັບ ການວ່າຈ້າງ ແມ່ຍິງ ຖືພາໃຫ້ ທີ່ ກຳພູຊາ ຖືກສັ່ງຫ້າມ ບໍ່ໃຫ້ດຳເນີນ ກິຈການ ຢູ່ທີ່ນັ້ນ, ແລະ ກຸ່ມດັ່ງກ່າວ ໄດ້ຍ້າຍ ມາເປີດຄລີນິກ 2 ແຫ່ງຢູ່ ນະຄອນຫຼວງ ວຽງຈັນ ແຕ່ບໍ່ໄດ້ ຣະບຸວ່າ ຄລີນິກນັ້ນ ຕັ້ງຢູ່ໃສ.
ເຈົ້າຫນ້າທີ່ ກະຊວງ ປ້ອງກັນ ຄວາມສງົບ ທ່ານນຶ່ງ ເວົ້າວ່າ ທາງການລາວ ຍັງບໍ່ຮູ້ ກ່ຽວກັບ ເຣື້ອງນີ້ ເທື່ອ ແຕ່ຈະສັ່ງໃຫ້ ເຈົ້າຫນ້າທີ່ ຫນ່ວຍ ສະເພາະກິຈ ລົງໄປ ກວດກາ ເພື່ອທໍາການ ຈັບກຸມ ຍ້ອນວ່າ ພືດຕິກັມ ດັ່ງກ່າວ ຜີດກົດຫມາຍ ໃນລາວ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງວ່າ:
"ບໍ່ຮູ້ເຣື້ອງນີ້ຊ້ຳໃດ ບໍ່ຮູ້ວ່າຕັ້ງຢູ່ ສະຖານທີ່ ແນວໃດ ຊື່ຄລີນິກ ແນວໃດ ກວດກາ ເບິ່ງກ່ອນ ຖ້າວ່າລາວຮູ້ ເຂົາກະບໍ່ໃຫ້ ເຮັດດອກ ຖ້າເຂົາບໍ່ລັກ ເຮັດນະ".
ໃນຂນະດຽວກັນ ເຈົ້າຫນ້າທີ່ ຈາກອົງກອນ ເດັກນ້ອຍ ໃນລາວ ທີ່ບໍ່ຂຶ້ນກັບ ຣັຖບານ ກໍເວົ້າ ແບບດຽວກັນວ່າ ຍັງບໍ່ຮູ້ ກ່ຽວກັບ ເຣື້ອງນີ້ ບໍ່ຮູ້ວ່າມີ ຊາວຕ່າງຊາດ ມາລັກເປີດ ຄລີນິກ ຈ້າງແມ່ຍິງ ຖືພາໃຫ້ ຜ່ານມາບໍ່ມີ ກໍຣະນີ ດັ່ງກ່າວ ເກີດຂຶ້ນ ໃນລາວ:
"ອັນນີ້ເຮົາ ກໍບໍ່ຮູ້ຄັກເນາະ ແຕ່ສ່ວນຫຼາຍ ກະບໍ່ມີນະ ທີ່ນີ້ວ່າໃຫ້ ຖືພາໃຫ້ ຄົນຕ່າງປະເທດ ເອົາໄປ ເພາະວ່າ ມັນຈະແລ່ນ ຫນັງສື ຫຍຸ້ງຍາກ ຫຼາຍ".
ເຖິງຢ່າງໃດກໍຕາມ ກ່ອນຫນ້ານີ້ ຢູ່ລາວ ເຄີຍມີ ກໍຣະນີ ດັ່ງກ່າວ ເກີດຂຶ້ນແລ້ວ ເມື່ອປີ 2012, ມີເຈົ້າຫນ້າທີ່ ບຳນານ ຄົນນຶ່ງ ໃນ ນະຄອນຫຼວງ ວຽງຈັນ ຮັບເດັກນ້ອຍ ຈາກຕ່າງແຂວງ ມາລ້ຽງ ເປັນລູກບຸນທັມ ແລ້ວຂາຍໃຫ້ ຄົນຕ່າງຊາດ ໃນຣາຄາ ປະມານ 1,500 ຫາ 5 ພັນ ໂດລາ. ຫລັງຈາກ ທາງການ ຮູ້ຂ່າວ ກໍເຊົາເຮັດ. ເຈົ້າຫນ້າທີ່ ຕຳຣວດ ເວົ້າວ່າ ອາດມີ ການພົວພັນ ກັບການ ຄ້າມະນຸດ ຈຶ່ງຕ້ອງມີ ການສືບສວນ ໃນເຣື້ອງນີ້.