ສັ່ງຫ້າມ ນໍາໝູເຂົ້າ ຈາກຈີນ ເດັດຂາດ

ໄຊຍາ
2018.10.04
F-PORK ທາງການລາວ ຫ້າມນໍາເຂົ້າ ຊີ້ນໝູ ໂຕໝູ ຈາກ ປະເທດຈີນ ເດັດຂາດ ເພື່ອຄວາມປອດພັຍ ແລະປ້ອງກັນ ການແພ່ຣະບາດ ຂອງພຍາດ ອະຫິວາໝູ ອາຟິກາ.
RFA

ທາງການລາວ ອອກແຈ້ງການເຕືອນ ຄັ້ງທີ 2 ຫ້າມນໍາຊີ້ນໝູ ແລະ ໝູ ເຂົ້າປະເທດ ຈົນກວ່າ ຈະມີແຈ້ງການປ່ຽນແປງ ຈາກທາງການ ເພື່ອປ້ອງກັນ ພຍາດອະຫິວາໝູ ແອັຟຟຣິກາ ຣະບາດມາຍັງປະເທດລາວ, ໂດຍສະເພາະ ຊີ້ນໝູ ມາຈາກປະເທດຈີນ ຫ້າມນໍາເຂົ້າ ຢ່າງເດັດຂາດ ເນື່ອງຈາກ ເປັນພື້ນທີ່ຣະບາດ ຂອງພຍາດໝູ ແອັຟຟຣິກາ ຢູ່ໃນຂນະນີ້, ດັ່ງເຈົ້າໜ້າທີ່ ກົມປີ່ນປົວ ກະຊວງສາທາຣະນະສຸຂ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ນີ້ວ່າ:

“ເອີແຈ້ງການ ຫ້າມນໍາເຂົ້າໝູ ຫ້າມເດັດຂາດ ທາງກະຊວງກະສິກັມ ແຈ້ງມາແລ້ວແນ່ນອນ ທັງຊີ້ນໝູທັງໂຕໝູໂຕເປັນ ຫັ້ນແຫຼະ ທັງໂຕ ທັງຊີ້ນຫ້າມເດັດຂາດ ບໍ່ໆນັບແຕ່ ເພີ່ນຮູ້ ກໍແຈ້ງມາເລີຍ ຫ້າມເດັດຂາດເລີຍ.”

ທ່ານກ່າວຕື່ມວ່າ ມື້ວັນທີ 5 ເດືອນກັນຍາຜ່ານມາ ທາງການລາວ ໄດ້ແຈ້ງການ ໄປຍັງດ່ານສາກົລ ແລະ ດ່ານປະເພນີ ໃນທົ່ວປະເທດ ໃຫ້ສັ່ງໂຈະ ຊົ່ວຄາວ ການນຳເຂົ້າຜລິດຕະພັນຊີ້ນໝູ ທຸກຊນິດ ເຂົ້າມາຍັງ ສປປລາວ ຈົນກ່ວາ ຈະມີແຈ້ງການປ່ຽນແປງ ຈາກທາງການ ຍ້ອນວ່າ ພຍາດອະຫິວາໝູ ແອັຟຟຣິກາ ຣະບາດໜັກ ຢູ່ເມືອງຫຼຽວໜິງ ປະເທດຈີນ.

ກົມລ້ຽງສັດ ແລະ ປະມົງ ກະຊວງກະສິກັມ ແລະ ປ່າໄມ້ ໃຫ້ການຢືນຢັນ ຂນະນີ້ ສັດລ້ຽງທຸກຊນິດ ແລະ ຜລິດຕະພັນຈາກຊີ້ນໝູ ໃນທົ່ວປະເທດ ປາສະຈາກ ພຍາດອະຫິວາໝູ ແອັຟຟຣິກາ ປະຊາຊົນສາມາດ ຊື້-ຂາຍ ໄດ້ເປັນປົກກະຕິ.

ພຍາດອະຫິວາໝູ ແອັຟຟຣິກາ ສາມາດຕິດຕໍ່ໄດ້ ຈາກ ການສັມຜັດ ກັບໝູ ຕິດເຊື້ອໂດຍກົງ ຫຼື ທາງອ້ອມ ໂດຍຜ່ານຄົນ, ອຸປກອນ ຂ້າສັດ, ພາຫະນະ, ອາຫານສັດ ແລະ ຜ່ານພາຫະ ນໍາເຊື້ອ ຈຳພວກເຫັບ, ເຫົາ, ຫາກມີສັດ ຫຼື ຄົນ ທີ່ຕິດເຊື້ອພຍາດ ອະຫິວາໝູ ແອັຟຟຣິກາ ຈະມີໄຂ້ສູງ, ໂຕແດງ, ຮ້ອນເຖິງ 42 ອົງສາ ແລະ ພາຍໃນ 48-72 ຊົ່ວໂມງ ຈະເຮັດໃຫ້ ເສັຽຊີວິດ ຢ່າງກະທັນຫັນ.

ອີງຕາມການຣາຍງານ ອົງການສຸຂພາບສັດສາກົນ, ພຍາດອະຫິວາໝູ ແອັຟຟຣິກາ ຖ້າຄົນໃດ ຕິດເຊື້ອ ຈະມີອັດຕຣາ ການຕາຍສູງເຖິງ 90% ແລະ ຍັງບໍ່ມີຢາປ້ອງກັນ ແລະ ປີ່ນປົວ ໃຫ້ເຊົາຂາດໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.