ໂຮງໝໍສະໜາມໄຊ ຂາດຢາ
2019.01.15
ໂຮງໝໍເມືອງສະໜາມໄຊ ແຂວງອັດຕະປື ປະສົບບັນຫາ ຢາປົວພຍາດບໍ່ພຽງພໍ ພາຍຫລັງທີ່ ການຊ່ອຍເຫລືອ ຈາກຫລາຍປະເທດຖອນຕົວ. ຢາທີ່ຂາດ ກໍ່ມີຢາແກ້ປວດ, ຢາແກ້ໄຂ້ຫວັດ ແລະຢາແກ້ຖອກທ້ອງ. ດັ່ງເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງ ອັດຕະປື ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 15 ມົກກະຣາ ນີ້ວ່າ:
"ຢາຢູ່ໂຮງໝໍເມືອງເຮົາ ຫລືວ່າຢາຢູ່ປະຈຳແຕ່ລະຈຸດນັ້ນ ພຽງພໍກໍບໍ່ພຽງພໍ ກໍແບ່ງໃຊ້ແບ່ງຈ່າຍ ຊໍ້າທີ່ວ່າຂັ້ນກໍຊ່ອຍເຮົາ ທາງໄທຊ່ອຍເນາະ ທາງເກົາຫລີເຮົາ ແລະພີ່ນ້ອງທາງອື່ນໆ ແຕ່ກໍ່ດົນແລ້ວພໍເຂົາເມືອ ກໍຫລຸດຜ່ອນຢາໝົດ ຂ້ອນຂ້າງຍາກໝົດແລ້ວ."
ປະຈຸບັນ ຜແນກສາທາຣະນະສຸຂແຂວງ ໄດ້ໃຫ້ໝໍ 1-2 ຄົນ ປະຈຳຢູ່ເຮືອນພັກຊົ່ວຄາວ ທັງໝົດ 5 ຈຸດ ເຊິ່ງພົບວ່າຜູ້ປະສົບພັຍ ເຂົ້າມາຮັບ ການປີ່ນປົວ ທຸກມື້ ໃນຂນະທີ່ ຢາທີ່ຈຳເປັນໃຊ້ປີ່ນປົວ ນັບມື້ນັບຫລຸດນ້ອຍລົງ. ໄລຍະ 1-2 ເດືອນຜ່ານມາ ຜູ້ປະສົບພັຍ ທີ່ອາສັຍຢູ່ເຮືອນ ພັກຊົ່ວຄາວ ບ້ານປີ່ນດົງ ແລະ ບ້ານບົກ ບາງຄົນໄປຫາໝໍ ແຕ່ໝໍ ບໍ່ມີຢາຈ່າຍໃຫ້.
"ບາງຈຸດກໍ່ພຽງພໍ ບາງຈຸດກໍ່ບໍ່ພຽງພໍ ຢາດຽວນີ້ບໍ່ຄ່ອຍພຽງພໍ ແຕ່ລະປີທັມມະດາ ຄັນບໍ່ມີປັນຫາ ກໍບໍ່ຄ່ອຍໄດ້ໃຊ້ຢາຫລາຍປານນີ້ ອັນນີ້ຄືວ່າ ທຽວເຂົ້າທຽວອອກ ເຂົ້າໆອອກໆ ຄືວ່າເຮັດໃຫ້ແພດໝໍເຮົາ ກໍພົບຄວາມຫຍຸ້ງຍາກ ບໍ່ມີເວລາພັກຜ່ອນຢ່ອນອາລົມ ຈັ່ງຊັ້ນເວົ້າເຣື່ອງຢາ ການໃຊ້ຢາ ກໍ່ບໍ່ຄ່ອຍພຽງພໍແລ້ວ."
ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງອັດຕະປື ເວົ້າຕື່ມວ່າຜ່ານມາ ຢາປີ່ນປົວພຍາດ ກະຊວງສາທາຣະນະສຸຂ ສົ່ງມາໃຫ້ ແລະ ໄດ້ຮັບການຊ່ອຍເຫລືອ ຈາກປະເທດເກົາຫລີໃຕ້, ວຽດນາມ ແລະ ໄທ. ຢາທຸກຊນິດມີຄວາມຈຳເປັນຫລາຍ ໃນເຂດເມືອງ ສະໜາມໄຊ ຍ້ອນວ່າຜູ້ປະສົບພັຍ ມີຄວາມສ່ຽງ ທີ່ຈະເປັນພຍາດ ເພາະສະພາບການເປັນຢູ່ແອອັດ ຄັບແຄບ ໂດຍຫລັກສຸຂອະນາມັຍ ບໍ່ຮັບປະກັນ.