ການຕ້ານເອດ​ສ໌ ໃນລາວ ຍັງມີສິ່ງທ້າທາຍ ຫຼາຍຢ່າງ

ນາງພຍາບານ ໃນສູນບໍາບັດ ໂຣຄເອດສ ກໍາລັງອະທິບາຍ ກ່ຽວກັບ ວິທີຮັກສາ ຕົນເອງ ໃນເວລາທີ່ຕິດເຊື້ອ ວາຍຣັສ ໂຣຄເອດສ ເພື່ອຊ່ວຍ ຫຼຸດຜ່ອນ ການແພ່ຂຍາຍ ໄປສູ່ ຄົນອື່ນ (ພາບທີ່ເຫັນ ແມ່ນ ສູນສູນ ບໍາບັດ ໃນແຂວງ ສວັນນະເຂດ)
ນາງພຍາບານ ໃນສູນບໍາບັດ ໂຣຄເອດສ ກໍາລັງອະທິບາຍ ກ່ຽວກັບ ວິທີຮັກສາ ຕົນເອງ ໃນເວລາທີ່ຕິດເຊື້ອ ວາຍຣັສ ໂຣຄເອດສ ເພື່ອຊ່ວຍ ຫຼຸດຜ່ອນ ການແພ່ຂຍາຍ ໄປສູ່ ຄົນອື່ນ (ພາບທີ່ເຫັນ ແມ່ນ ສູນສູນ ບໍາບັດ ໃນແຂວງ ສວັນນະເຂດ) (HIV/AIDS training/education national staff patient medical)

0:00 / 0:00

ວຽກງານໃນການ ຕ້ານເອດສ໌ ຢູ່ປະເທສລາວ ຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຫຼາຍຢ່າງ ເປັນຕົ້ນວ່າ ເຣື່ອງງົບປະມານ ໃນການປຸກຣະດົມໂຄສະນາ ເພື່ອສ້າງຄວາມເຂົ້າໃຈ ໃຫ້ກັບສັງຄົມ ຍັງບໍ່ກວ້າງຂວາງ ເຮັດໃຫ້ຜູ້ທີ່ຕິດເຊື້ອ ບໍ່ໃຫ້ຄວາມສຳຄັນ ຕໍ່ການເຂົ້າມາປິ່ນປົວ ຍ້ອນຢ້ານ ສັງຄົມລັງກຽດ.

ນອກຈາກນີ້, ກຸ່ມທີ່ກວດພົບວ່າ ມີເຊື້ອຈຳນວນນຶ່ງ ຍັງບໍ່ສາມາດເຂົ້າເຖິງ ຢາຕ້ານເຊື້ອເອດສ໌ ໄດ້ຫຼາຍເທົ່າທີ່ຄວນ ດັ່ງເຈົ້າໜ້າທີ່ ສູນຕ້ານ ເອດສ໌ ທ່ານນຶ່ງ ທີ່ແຂວງຈຳປາສັກ ໄດ້ກ່າວວ່າ:

“ຄົນລາວ ທີ່ວ່າລົງທະບຽນແລ້ວ, ແຕ່ບໍ່ທັນໄດ້ຮັບຢາກໍມີຢູ່ ແນະນຳເຂົ້າມາແລ້ວ ຍັງບໍ່ທັນເຂົ້າມາ ບາງຄົນແຂງແຮງແດ່ ບ້ານຢູ່ໄກແດ່ ສະພາບຄອບຄົວ ເສຖກິຈກໍບໍ່ດີແດ່, ກໍຢ້ານເຂົາລັງກຽດແດ່ ປະມານນັ້ນແຫຼະ. ຄວາມຫຍຸ້ງຍາກຫຼັກໆ ກໍຂ້ອນຂ້າງວ່າ ເຮົາບໍ່ມີງົບ ທີ່ວ່າ ຈະຮັບໃຊ້ປົກກະຕິຫັ້ນລະ ຄືງົບຍົກຣະດັບ ພວກເຮົາ ກໍບໍ່ມີ ກອງປະຊຸມພວກເຮົາກໍບໍ່ຄ່ອຍມີ.”

ກ່ຽວກັບເຣື່ອງນີ້, ທ່ານ ທອງແດງ ສີລາກຸນ, ຜູ້ຈັດການ ຫ້ອງການ ສະຫະປະຊາຊາຕ ຕ້ານເອດສ ປະຈຳປະເທສລາວ, ໄດ້ກ່າວຕໍ່ ສື່ມວນຊົນທ້ອງຖິ່ນລາວ ເມື່ອບໍ່ດົນ ມານີ້ວ່າ ປັດຈຸບັນ ຢູ່ໃນລາວ ມີຜູ້ຕິດ ເຊື້ອເອດສ໌ ປະມານ 12,000 ຄົນ. ໃນນັ້ນ, ປະມານ 48% ສາມາດເຂົ້າເຖິງ ການປິ່ນປົວ ດ້ວຍຢາຕ້ານເຊື້ອ, ເຊິ່ງຖືວ່າ ເປັນໂຕເລຂ ທີ່ຕ່ຳຢູ່ ຖ້າທຽບໃສ່ ປະເທສໃກ້ຄຽງ ຍົກໂຕຢ່າງ ປະເທສໄທ. ອີງຕາມຂໍ້ມູນ ຂອງສຳນັກງານ ຫຼັກປະກັນສຸຂພາບ ປະເທສໄທ, ໃນປີ 2017 ມີຜູ້ຕິດເຊື້ອເອດສ ໃນໄທ ສາມາດເຂົ້າເຖິງຢາຕ້ານເຊື້ອ ປະມານ 55% ຂອງຜູ້ຕິດເຊື້ອທັງໝົດ 67,000 ປາຍຄົນ.

ນອກຈາກນີ້, ເຈົ້າໜ້າທີ່ສູນ ຕ້ານເອດສ໌ ທີ່ແຂວງຈຳປາສັກ ໄດ້ກ່າວຕື່ມວ່າ ໃນປີນີ້ ສາມາດກວດພົບ ກຸ່ມຕິດເຊື້ອໃໝ່ ປະມານ 90 ຄົນ ທີ່ມີອາຍຸ ຣະຫວ່າງ 25-35 ປີ, ເຊິ່ງທຽບໃສ່ ປີ 2017 ຖືວ່າ ຍັງມີຈຳນວນໃກ້ຄຽງກັນຢູ່. ແຕ່ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ຈະພຍາຍາມ ເອົາໃຈໃສ່ ແລະ ສືບຕໍ່ແກ້ໄຂ ໃນກຸ່ມສ່ຽງ ຕໍ່ການຕິດເຊື້ອເອດສ໌ ເພີ້ມຕື່ມອີກ, ໂດຍສະເພາະ ກຸ່ມຜູ້ຊາຍ ທີ່ມີເພດສັມພັນ ກັບຜູ້ຊາຍ ດ້ວຍກັນ ເພາະຖືເປັນກຸ່ມສ່ຽງສູງ ທີ່ຈະແພ່ຣະບາດ ແລະ ສ່ຽງຕໍ່ການຮັບເຊື້ອ ດັ່ງທ່ານ ໄດ້ກ່າວຕື່ມວ່າ:

“ພົບຜູ້ຕິດເຊື້ອໃໝ່, ແຕ່ວ່າ ອາຈຕິດມາດົນແລ້ວ ບໍ່ໝາຍວ່າ ຕິດມາແຕ່ປີນີ້ນາ. ປີນີ້ ກໍມີປະມານ 90 ຄົນ ແລ້ວເດ່, ແຜນການພວກເຮົາ ກໍຊິເອົາໃຈໃສ່ກຸ່ມ M ກຸ່ມຕິດເຊື້ອໃໝ໋ ກໍກຸ່ມ ສາວບໍຣິການ ພວກເຮົາ ກໍຈະສືບຕໍ່ ໂຄງການໂຄສະນາ ໃນກຸ່ມສະຖານທີ່ ກິນດື່ມບັນເທີງ ເຮົາກໍຊິພຍາຍາມ ຍົກຣະດັບ ເຣື້ອງຜູ້ໃຫ້ຄຳປຶກສາ ຊອກບັນຫາວ່າ ມັນເປັນຍ້ອນຫຍັງ ເຫຕຜົລນຳໃຜແທ້ໆ ໃຫ້ເຂົາໄດ້ເຂົ້າໃຈ ກ່ຽວກັບ ຫຼັກການ ຂອງການດູແລປິ່ນປົວ ທີ່ວ່າພົບເຊື້ອແລ້ວ."

ໄລຍະຜ່ານມາ ທົ່ວປະເທສລາວ ມີຜູ້ເສັຽຊີວິຕຈາກໂຣຄເອດສ ມີຈຳນວນສະສົມຮອດປະຈຸບັນ 2,000 ປາຍຄົນແລ້ວ, ໂດຍແຂວງ ທີ່ມີຜູ້ຕິດເຊື້ອ ຫຼາຍກ່ອນໝູ່ ແມ່ນນະຄອນຫຼວງວຽງຈັນ, ສວັນນະເຂດ, ຈຳປາສັກ ແລະ ແຂວງຄຳມ່ວນ ຕາມລຳດັບ.