ເດັກນ້ອຍລາວ 40% ບໍ່ໄດ້ ປ້ອງກັນ ໂປລີໂອ
2018.11.27
ເດັກນ້ອຍລາວອາຍຸຫຼຸດ 15 ປີ 40 ສ່ວນຮ້ອຍ ໃນທົ່ວປະເທດລາວ ຊຶ່ງສ່ວນຫລາຍຈະເປັນເດັກນ້ອຍ ໃນເຂດຊົນນະບົດ ທີ່ຍັງບໍ່ໄດ້ຮັບການ ຢອດຢາປ້ອງກັນໂປລີໂອ. ສຳລັບແຂວງເຊກອງ ເຈົ້າໜ້າທີ່ຜແນກສາທາຣະນະສຸຂແຂວງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ພຶສຈິກາ ນີ້ວ່າ ການລົງພື້ນທີ່ ຢອດຢາປ້ອງກັນ ໂປລີໂອ ໃຫ້ເດັກນ້ອຍ ພາຍໃນແຂວງນີ້ ຍັງບໍ່ທົ່ວເຖິງ ຍ້ອນບັນຫາ ຊາວຊົນເຜົ່າ ທີ່ມັກຈະຍ້າຍ ບ່ອນຢູ່ ອາສັຍໃໝ່ເລື້ອຍໆແລະ ທັງການເດີນທາງເຂົ້າໄປຫາ ກໍຍັງຫຍຸ້ງຍາກ:
"ກໍມີບາງເມືອງກໍໄດ້ ບາງເມືອງກໍບໍ່ໄດ້ 100 ເປີເຊັນເນາະ ປະຊາຊົນຂະເຈົ້າ ມັນມີການເຄື່ອນໄຫວ ຍ້າຍແດ່ເດ໊ ບາງເທື່ອຂະເຈົ້າກໍບໍ່ຮູ້ ຊ່ວງທໍາການຜລິດ ຂະເຈົ້າໄປຢູ່ສນາມແດ່."
ໃນຂນະດຽວກັນ ເຈົ້າໜ້າທີ່ກົມປິ່ນປົວ ກະຊວງສາທາຣະນະສຸຂ ກໍກ່າວໃນມື້ດຽວກັນນີ້ວ່າ ນັບແຕ່ປີ 2015 ສປປລາວຢອດຢາປ້ອງກັນ ໂປລີໂອ ໃຫ້ເດັກນ້ອຍ ອາຍຸຫລຸດ 15 ປີ ທັງໝົດ 8 ຄັ້ງ ແລະຢອດໄດ້ 60 ສ່ວນຮ້ອຍ ຊຶ່ງສ່ວນຫຼາຍກໍເປັນ ເດັກນ້ອຍທີ່ອາສັຍ ຢູ່ໃນ ເຂດຕົວເມືອງ ຍ້ອນມີຄວາມສະດວກ ໃນການເດີນທາງ.
ແຕ່ຫາກເວົ້າເຖິງບາງເມືອງ ເປັນຕົ້ນເມືອງຕະໂອ້ຍ ແຂວງສາລະວັນ, ເມືອງກະລຶມ, ເມືອງດາກຈຶງ ແຂວງເຊກອງ, ເມືອງຊຽງຄໍ້, ເມືອງແອດ ແລະເມືອງສົບເບົາ ແຂວງຫົວພັນນັ້ນ ການຢອດຢາປ້ອງກັນ ໂປລີໂອ ໃຫ້ເດັກນ້ອຍ ຍັງບໍ່ທົ່ວເຖິງ ຍ້ອນບັນຫາ ຫຍຸ້ງຍາກ ໃນການເດີນທາງ ດັ່ງທ່ານກ່່າວວ່າ:
"ຕາມສະຖິຕິກໍຢອດ ໝົດທຸກບ້ານຫັ້ນແລ້ວ ແຕ່ບາງຄັ້ງຄາວ ມັນອາດຈະບໍ່ທົ່ວເຖິງ ບ່ອນເຂດໄກໆ ນີ້ດອກ ບາງເມືອງກໍໄດ້ 95-97 ເປີເຊັນ ບໍ່ເຖິງ 100 ເປີເຊັນ ບາງເທື່ອມັນກໍໄປບໍ່ໄດ້."
ສປປລາວ ມີພື້ນທີ່ ທີ່ມີການຄອບຄຸມ ການຣະບາດຂອງໂຣຄ ໂປລີໂອ 60 ສ່ວນຮ້ອຍ, ສ່ວນອີກ 40 ສ່ວນຮ້ອຍ ຍັງຖືວ່າເປັນພື້ນທີ່ ທີ່ມີຄວາມສ່ຽງສູງ ແລະການກວດກາໂຣຄ ໂປລີໂອ ຂອງເຈົ້າໜ້າທີ່ ກໍຍັງບໍ່ມີປະສິດທິພາບ ເຮັດໃຫ້ເດັກນ້ອຍ ເປັນໂຣຄ ໂປລີໂອ ນີ້ຫຼາຍຢູ່.
ເມື່ອວັນທີ 13 ມົກກະຣາ 2016 ຣັຖບານລາວ ໄດ້ປະກາດການຣະບາດຂອງໂຣຄໂປລິໂອ ເປັນພາວະສຸກເສີນມາແລ້ວ ແລະກໍານົດໃຫ້ ເດັກນ້ອຍ ອາຍຸຫຼຸດ 15 ປີ ຕ້ອງໄດ້ຢອດຢາປ້ອງກັນໂຣຄນີ້ ຢ່າງໜ້ອຍ 3 ຄັ້ງ. ສ່ວນຜູ້ທີ່ມີອາຍຸ 15 ປີຂຶ້ນໄປ ກໍຕ້ອງໄດ້ຢອດໃຫ້ ຢ່າງໜ້ອຍ 1 ຄັ້ງ.
ຜ່ານມາ ກໍມີຣາຍງານວ່າ ໃນຣະຍະເດືອນກັນຍາ 2016 ມີເດັກນ້ອຍ ເສັຽຊີວິດຈາກເຊື້ອໂຣຄ ໂປລີໂອ ຢູ່ເມືອງບໍຣິຄັນ ແຂວງບໍລິຄໍາໄຊ ເປັນຜູ້ຊາຍອາຍຸ 8 ປີ.