ອັບເດດໂຄວິດ-19 ແລະ ເຂດ ເສຖກິດ ພິເສດ
2021.08.12

ຈາກຜົລຂອງການກວດວິເຄາະ ຫາເຊື້ອໂຄວິດ-19; 2,413 ຄົນ ໃນມື້ວັນທີ 11 ສິງຫາ 2021 ນີ້ທາງການລາວກວດພົບຜູ້ຕິດເຊື້ອ ໂຄວິດ-19 ໃໝ່ ຕື່ມອີກ 202 ຄົນ, ເຮັດໃຫ້ມີຜູ້ຕິດ ເຊື້ອສະສົມ 9,363 ຄົນ ແລະມີຜູ້ເສັຍຊີວິດເພິ່ມອີກ 1 ຄົນ ຢູ່ແຂວງຈໍາປາສັກ ເປັນຄົນທີ 9, ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ, ຕາງໜ້າຄະນະ ສະເພາະກິດ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 12 ສິງຫາ ນີ້ວ່າ:
“ສະພາບການຣະບາດ ພຍາດໂຄວິດ-19 ຢູ່ສປປລາວ ໄດ້ກວດວິເຄາະທັງໝົດແມ່ນ 2413 ຄົນ, ຢູ່ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ ທັງໝົດແມ່ນ 202 ຄົນ ຢູ່ໃນນັ້ນມີກໍຣະນີ ເສັຽຊີວິດ ໃໝ່ ຈາກ ແຂວງຈໍາປາສັກ 1 ຄົນ.”
ທ່ານກ່າວຕື່ມອີກວ່າ ໃນຈໍານວນ 202 ຄົນ ທີ່ຕິດເຊື້ອໃໝ່ນັ້ນ ມີຄົນຕິດເຊື້ອໃນຊຸມຊົນ 12 ຄົນ ແລະ ນໍາເຂົ້າ 190 ຄົນ. ຢູ່ແຂວງ ຈໍາປາສັກຕິດ 120 ຄົນ, ນະຄອນຫລວງວຽງຈັນ 35 ຄົນ, ສວັນນະເຂດ 33 ຄົນ, ສາລະວັນ 8 ຄົນ, ບໍລິຄໍາໄຊ 3 ຄົນ, ວຽງຈັນ 2 ຄົນ ແລະ ແຂວງເຊກອງ 1 ຄົນ.
ສໍາລັບຜູ້ເສັຍຊີວິດຕື່ມອີກ 1 ຄົນ ນັ້ນເປັນແມ່ຍິງອາຍຸ 28 ປີ, ນາງຖືພາໄດ້ 5 ເດືອນປາຍ, ນາງ ເປັນຄົນບ້ານສົ້ມໂຮງ ເມືອງໂຂງ ແຂວງຈໍາປາສັກ ເປັນກັມມະກອນຢູ່ປະເທດໄທຍ ແລະໄດ້ກັບຄືນມາລາວ ຜ່ານດ່ານຊ່ອງເມັກ-ວັງເຕົ່າ ໃນມື້ວັນທີ 17 ກໍຣະກະດາ 2021, ນາງ ຖືກກວດຫາເຊື້ອ ຕາມຣະບຽບການ ກ່ອນຈະຖືກນໍາໄປກັກຕົວ ຢູ່ສູນໂພນທອງ.
ຕໍ່ມາວັນທີ 19 ກໍຣະກະດາ ຜົລການກວດວິເຄາະ ອອກມາວ່າ ຕິດເຊື້ອໂຄວິດ-19 ແລະ ນາງຖືກນໍາຕົວໄປປິ່ນປົວຢູ່ໂຮງໝໍ. ຮອດ ວັນທີ 1 ສິງຫາ ນີ້ ນາງເລິ້ມມີອາການໄຂ້ ໄອ ຫາຍໃຈຝືດ, ປອດ ແລະ ຕັບຕິດເຊື້ອຮຸນແຮງ ແລະ ມາເຖິງມື້ວັນທີ 8 ສິງຫາ ລູກໃນທ້ອງຂອງນາງ ບໍ່ເໜັງຕີງ ຊຶ່ງ ແພດແລະໝໍ ເຫັນວ່າ ລູກນັ້ນເສັຽຊີວິດແລ້ວ.
ຕໍ່ມາ ວັນທີ 10 ສິງຫາ ນາງ ມີຄວາມດັນເລືອດຕໍ່າ ແລະໄດ້ເສັຽຊີວິດໄປໃນຕອນເຊົ້າຂອງມື້ວັນທີ 11 ສິງຫາ ນີ້, ດັ່ງ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວໃນພິທີຖແລງຂ່າວ ນັ້ນວ່າ:
“ກໍຣະນີຜູ້ເສັຽຊີວິດ ຈາກ ແຂວງຈໍາປາສັກ ຊຶ່ງເປັນແຮງງານ ທີ່ກັບມາຈາກປະເທດໄທຍ ຜູ້ກ່ຽວຖືພາອາຍຸ 5 ເດືອນ ອາການຂອງ ຜູ້ກ່ຽວກໍຊຸດໂຊມລົງເລື້ອຍໆ ການຊ່ອງປອດເຫັນວ່າ ເນື້ອປອດຖືກທໍາຣາຍຢ່າງຮຸນແຮງທັງ 2 ຂ້າງ ໜ້າທີ່ການຂອງຕັບຖືກທໍາລາຍ ຈົນຮອດເວລາ 6 ໂມງເຊົ້າ ຂອງວັນທີ 11 ສິງຫາ ຜູ້ກ່ຽວກະໄດ້ເສັຽຊີວິດ.”
ເຣື່ອງຄວາມຄືບໜ້າກ່ຽວກັບ ຄົນງານຕ່າງປະເທດ ເປັນຕົ້ນຄົນງານພະມ້າ ແລະຄົນງານລາວ ທີ່ເຮັດວຽກໃນເຂດເສຖກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ຕ້ອງການ ອອກຈາກເຂດນັ້ນ ມາເຖິງປັດຈຸບັນ ມີຄົນງານຈໍານວນນຶ່ງໄດ້ໄປລົງ ທະບຽນ ນໍາເຈົ້າໜ້າທີ່ຄະນະສະເພາະກິດ ໃນເຂດດັ່ງກ່າວແລ້ວ ແຕ່ກໍຍັງບໍ່ຮູ້ວ່າ ຈະໄດ້ອອກມື້ໃດ.
ຄົນງານລາວຜູ້ນຶ່ງ ທີ່ເຮັດວຽກຢູ່ໃນ ເຂດເສຖກິດພິເສດ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 12 ສິງຫາ ນີ້ວ່າ ລໍຖ້າອອກມາຫລາຍ ເດືອນແລ້ວ ແຕ່ກໍຍັງບໍ່ໄດ້ອອກຈັກເທື່ອ ແລະບໍ່ຮູ້ວ່າ ເປັນຍ້ອນຫຍັງ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ຈຶ່ງບໍ່ບອກໃຫ້ຮູ້ວ່າຈະໄດ້ອອກ ໄປມື້ໃດ. ທ່ານເວົ້າວ່າ ຊີວິດການເປັນຢູ່ ໃນເຂດເສຖກິດພິເສດ ສາມຫລ່ຽມຄໍາ ນີ້ລໍາບາກບໍ່ຈັກວ່າ ຈະເຮັດແນວໃດ:
“ຂ້ອຍກະບໍ່ຮູ້ວ່າ ເຂົາສິເຮັດຣະບົບໃດຫັ້ນນ່າ ຍັງຖ້າຟັງເບິ່ງຢູ່ ອັນນີ້ກະຢາກອອກຄືກັນແຫຼະ ອັນນີ້ກະຍັງຢູ່ໃນຄືກັນແຫຼະ ຈັກສິວ່າ ແນວໃດ. ຍົກໂຕຢ່າງວ່າ ຄັນພະມ້າມັນບໍ່ປະທ້ວງ ນະ ເຂົາຄືສິບໍ່ມາຫາ ເອົາອາຫານມາບໍຣິຈາກ ເອົາອາຫານມາໃຫ້ ແຕ່ກີ້ 2-3 ເດືອນ ບໍ່ເຫັນສິເອົາອາຫານມາໃຫ້.”
ທ່ານເວົ້າຕື່ມວ່າ ຄົນງານຢາກອອກໄປຈາກເຂດນີ້ ອີກສາເຫດນຶ່ງກໍແມ່ນວ່າ ຖ້າຕິດເຊື້ອໂຄວິດ-19 ຂຶ້ນມາກໍຈະຫຍຸ້ງຍາກ ເພາະ ປະຈໍາຢູ່ສູນກັກຕົວ ແລະ ຢູ່ໂຮງໝໍໃນເຂດ ເສຖກິດ ພິເສດ ສາມຫລ່ຽມຄໍາ ມີແຕ່ ແພດແລະໝໍ ທີ່ເປັນຄົນຈີນທັງໝົດ.
ຄົນລາວອີກຜູ້ນຶ່ງ ທີ່ເຮັດວຽກໃນເຂດນັ້ນ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຄົນງານລາວ ແລະຕ່າງປະເທດຫຼວງຫຼາຍ ບໍ່ໄດ້ເຮັດວຽກມາຫຼາຍເດືອນແລ້ວ, ເງິນກໍຍັງເຫຼືອ ໜ້ອຍລົງ, ຢາກຮຽກຮ້ອງໃຫ້ທາງການລາວ ພາອອກໄປກັກຕົວ ຢູ່ນອກເຂດນີ້ ແລະ ອໍານວຍຄວາມສະດວກ ໃນການກັບຄືນບ້ານ:
“ກັກໂຕນີ້ເຂົາໃຫ້ກັກຕລອດ ຕັ້ງແຕ່ມາຢູ່ນີ້ບໍ່ສະດວກ ເຣື່ອງຢູ່ເຣື່ອງກິນນີ້ແຫຼະອ້າຍ, ບາງຄົນເຂົາບໍ່ໄດ້ເຮັດວຽກເປັນເດືອນ 2 ເດືອນ ເນາະ ໄປໃສກະບໍ່ໄດ້ ອີກຢ່າງນຶ່ງ ກໍວຽກກະບໍ່ໄດ້ ເຮັດມີແຕ່ຊື້ ຊື້ກິນຢ່າງດຽວ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ແຂວງບໍ່ແກ້ວ ທ່ານນຶ່ງກ່າວຕໍ່ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນ ກໍາລັງຮິບໂຮມຂໍ້ມູນ ຈາກຄົນງານຢູ່ໃນເຂດ ເສຖກິດພິເສດ ທີ່ໄດ້ລົງທະບຽນ ຂໍອອກຈາກເຂດນັ້ນ, ຍັງບໍ່ທັນຮູ້ວ່າມີໜ້ອຍຫຼາຍເທົ່າໃດ ແລະມີສັນຊາດ ໃດແດ່, ແຕ່ກໍຄາດວ່າ ໄວທີ່ສຸດທີ່ຈະອອກໄປໄດ້ ແມ່ນປະມານ ວັນທີ 18-19 ສິງຫາ ນີ້:
“ກະຊາວງອັນນີ້ ກະໃຫ້ລົງທະບຽນໄວ້ ເພາະວ່າອີງໃສ່ການຊີ້ນໍາຂອງແຂວງ ປະມານ ວັນທີ 18-19 ສິງຫາ ນີ້ແຫຼະໃຫ້ຄົນອອກ ແຕ່ບໍ່ທັນເປັນທາງການເທື່ຶອ.”
ສ່ວນວ່າເຣື່ອງການຢູ່ ການກິນຂອງຄົນງານ ໃນເຂດນັ້ນ, ທ່ານເວົ້າວ່າ ຫາກເປັນຄົນງານ ຂອງບໍຣິສັດ ຫລື ມີນາຍຈ້າງກໍຈະໄດ້ຮັບ ການຊ່ອຍເຫລືອໃນເຣື່ອງການຢູ່ ການກິນ. ແຕ່ຖ້າຫາກເປັນຄົນງານທົ່ວໄປ ກໍໃຫ້ຕິດຕໍ່ຫາເຈົ້າໜ້າທີ່ ຄະນະສະເພາະກິດຄຸ້ມຄອງເຂດ ເສຖກິດພິເສດ ສາມຫລ່ຽມຄໍາ ເພື່ອຂໍຄວາມຊ່ອຍເຫລືອ ຊຶ່ງຈະມີເຂົ້າກ່ອງ ນໍ້າດື່ມ ໝີ່ ສໍາເຣັດຮູບ ປາກະປ໋ອງ ໃຫ້ໄປຈົນກວ່າວ່າ ຈະໄດ້ອອກຈາກເຂດນັ້ນ.
ອີງຕາມການຣາຍງານ ຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ໃນ ມື້ວັນທີ 12 ສິງຫາ 2021 ນີ້, ມາເຖິງປະຈຸບັນຢູ່ລາວມີ ຜູ້ໄດ້ຮັບການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 348,891 ຄົນ, ມີຜູ້ຕິດເຊື້ຶອສະສົມ 9,363 ຄົນ, ປິ່ນປົວດີແລ້ວ 5,267 ຄົນ, ກໍາລັງປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ 4,087 ຄົນ. ເສັຍຊີວິດ 9 ຄົນ. ມາເຖິງມື້ວັນທີ 12 ສິງຫາ ນີ້ ມີຜູ້ໄດ້ຮັບການສັກ ວັກຊິນ ປ້ອງກັນໂຄວິດ-19 ເຂັມທີ 1 ແລ້ວ 1,524,924 ຄົນ ແລະ ໄດ້ສັກເຂັມທີ 2 ແລ້ວ 1,346,697 ຄົນ.