02 ສິງຫາ ມີຜູ້ຕິດໂຄວິດ-19 ອີກ 250 ຄົນ

ທາງການລາວ ເລັ່ງສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ໃຫ້ພົລເມືອງ ເພາະເປັນຫ່ວງຢ້ານ ເຊື້ອໂຄວິດ-19 ສາຍພັນເດລຕ້າ ທີ່ອາດຈະ ແຜ່ຂຍາຍໃນຊຸມຊົນ.
ທາງການລາວ ເລັ່ງສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ໃຫ້ພົລເມືອງ ເພາະເປັນຫ່ວງຢ້ານ ເຊື້ອໂຄວິດ-19 ສາຍພັນເດລຕ້າ ທີ່ອາດຈະ ແຜ່ຂຍາຍໃນຊຸມຊົນ. (ພາບຈາກ: ວີດີໂອ ຂ່າວສານປະເທດລາວ)

0:00 / 0:00

ທາງການລາວກວດພົບ ຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ ເພີ່ມອີກ 250 ຄົນ ຈາກຜົນການກວດ ວິເຄາະຫາເຊື້ອ ທັງໝົດ 1,951 ຕົວ ຢ່າງ ຂອງມື້ວັນທີ 2 ສິງຫາ 2021 ໃນນັ້ນ ພົບຜູ້ຕິດເຊື້ອຢູ່ນະຄອນຫຼວງວຽງຈັນ 78 ຄົນ, ແຂວງ ສວັນນະເຂດ 67 ຄົນ, ແຂວງ ຈໍາປາສັກ 48 ຄົນ, ແຂວງຄໍາມ່ວນ 30 ຄົນ, ແຂວງສາຣະວັນ 16 ຄົນ, ແຂວງວຽງຈັນ 6 ຄົນ, ແຂວງບໍ່ແກ້ວ 4 ຄົນ ແລະແຂວງ ຫຼວງນໍ້າທາ 1 ຄົນ, ດັ່ງ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ກ່າວໃນ ພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 3 ສິງຫາ ນີ້ວ່າ:

"ມາຮອດວັນທີ 2 ສິງຫາ 2021 ພວກເຮົາໄດ້ກວດວິເຄາະ ທັງໝົດ 1,950 ຄົນ ຢູ່ໃນນັ້ນ ໄດ້ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດແມ່ນ 250 ຄົນ ເຊິ່ງຕິດເຊື້ອຢູ່ໃນຊຸມຊົນ ແມ່ນມີ 13 ຄົນ.”

ທ່ານກ່າວຕື່ມວ່າ ຜູ້ຕິດເຊື້ອ ໂຄວິດ-19 ໃນຊຸມຊົນ 13 ຄົນ ດັ່ງກ່າວນີ້ ແມ່ນມີຢູ່ແຂວງ ວຽງຈັນ 4 ຄົນ, ແຂວງບໍ່ແກ້ວ 4 ຄົນ, ແຂວງ ຫຼວງນໍ້າທາ 1 ຄົນ, ແຂວງສວັນນະເຂດ 4 ຄົນ ຢູ່ໃນນັ້ນມີພະນັກງານຢູ່ດ່ານ 1 ຄົນ ສໍາລັບກໍຣະນີນໍາເຂົ້າ ແມ່ນມີ 237 ຄົນ.

ກ່ຽວກັບກໍຣະນີ ທາງການແຂວງຈໍາປາສັກ ສັ່ງໂຈະການສັກວັກຊິນປ້ອງກັນໂຄວິດ-19 ຍີ່ຫໍ້ Johnson & Johnson ນັ້ນ ເຈົ້າໜ້າທີ່ ຢູ່ແຂວງຈໍາປາສັກ ທ່ານນຶ່ງ ຊີ້ແຈງວ່າ ແຂວງຈໍາປາສັກ ຍັງສືບຕໍ່ການສັກວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ Johnson & Johnson ຄືເກົ່າ ພຽງແຕ່ວ່າ ຈະບໍ່ສັກໃຫ້ກຸ່ມຄົນ ທີ່ມີອາຍຸ ຕໍ່າກວ່າ 40 ປີ ຍ້ອນ ພົບວ່າ ມີກຸ່ມວັຍຣຸ້ນ ຫຼື ວັຍໜຸ່ມຈໍານວນນຶ່ງ ມີຜົນຂ້າງຄຽງ ພາຍຫຼັງສັກວັກຊິນດັ່ງກ່າວ ເຊິ່ງບາງຄົນ ກໍມີອາການວິນຫົວ, ຮາກ, ອ່ອນເພັຽ ແລະເປັນລົມ, ແຕ່ອາການກໍບໍ່ຮຸນແຮງ, ດັ່ງທ່ານໝໍ ຢູ່ແຂວງຈໍາປາສັກ ທີ່ຂໍສງວນຊື່ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 03 ສິງຫາ ນີ້ວ່າ:

“ສ່ວນຫຼາຍກໍບໍ່ຫຼາຍແຮງເນາະ ແຕ່ວ່າຜ່ານມາ ເຮົາສັກມາຫຼາຍມື້ ເຫັນແຕ່ຢູ່ໃນກຸ່ມວັຍຣຸ້ນເນາະ ເປັນກໍຣະນີເບົາບາງ ວິນຫົວ ປວດ ຮາກ ເມື່ອຍເນາະ ກະລາຍຕາອິຫຍັງນີ້ແຫຼະ ເຮົາໂຈະວັຍຣຸ້ນວ່າຊັ້ນສາເນາະ, ແຕ່ວ່າ 40 ປີຂຶ້ນເມືອ ເຮົາກໍສັກໃຫ້ ສັກໄດ້ວ່າຊັ້ນສາ ຢານີ້ມັນເປັນຢາສໍາລັບຜູ້ເຖົ້າ ຜູ້ມີພຍາດຊໍ້າເຮື້ອເນາະ.”

ທ່ານກ່າວຕື່ມວ່າ ການສັກວັກຊິນປ້ອງກັນໂຄວິດ-19 ຍີ່ຫໍ້ Johnson & Johnson ທໍາອິດແມ່ນຈະສັກໃຫ້ສະເພາະ ຜູ້ທີ່ມີອາຍຸ 60 ປີຂຶ້ນໄປ, ແຕ່ມາເບິ່ງສະພາບການແລ້ວ ເຫັນວ່າ ຜູ້ທີ່ມີອາຍຸ 40 ປີຂຶ້ນໄປ ກໍສາມາດສັກວັນຊິນຍີ່ຫໍ້ດັ່ງກ່າວນີ້ໄດ້.

ຂນະທີ່ ທ່ານວຽງສີ ສຸພັກດີ ຫົວໜ້າຜແນກສາທາຣະນະສຸຂ ແຂວງຈໍາປາສັກ ກໍໄດ້ຖແລງຂ່າວ ຕໍ່ສື່ມວນຊົນໃນມື້ວັນທີ 3 ສິງຫາ ນີ້ວ່າ ສໍາລັບທີ່ໄດ້ຖແລງຂ່າວ ໄປມື້ວານນີ້ ວ່າທາງການ ແຂວງຈໍາປາສັກ ໂຈະການສັກວັກຊິນປ້ອງໂຄວິດ-19 ຍີ່ຫໍ້ Johnson & Johnson ນັ້ນ ກໍເປັນເຣື່ອງເຂົ້າໃຈຜິດ ບໍ່ໄດ້ໝາຍຄວາມວ່າ ຈະບໍ່ສັກວັກຊິນຍີ່ຫໍ້ດັ່ງກ່າວເລີຍ ເຊິ່ງທາງແຂວງຈໍາປາສັກ ກໍຍັງສືບຕໍ່ ການສັກວັກຊິນປ້ອງກັນໂຄວິດ-19 ຍີ່ຫໍ້ Johnson & Johnson ຕໍ່ໄປຄືເກົ່າ ພຽງແຕ່ບໍ່ສັກ ໃຫ້ກຸຸ່ມວັຍຣຸ້ນເທົ່ານັ້ນ ເຫດຜົນກໍຍ້ອນ ໂຕເລຂການສັກວັກຊິນ ຂອງຜູ້ສູງອາຍຸ ຢູ່ແຂວງຈໍາປາສັກຍັງຕໍ່າຫຼາຍ ຖ້າຫາກເກີດການຣະບາດຕິດເຊື້ອໃນຊຸມຊົນ ກຸ່ມຜູ້ສູງອາຍຸ ດັ່ງກ່າວ ກໍຈະສ່ຽງທີ່ຈະຕິດເຊື້ອຫຼາຍ ແລະ ເສັຽຊີວິດ ຈຶ່ງເນັ້ນສັກໃຫ້ກັບຜູ້ສູງອາຍຸກ່ອນ, ດັ່ງທ່ານກ່າວວ່າ:

“ເຫດຜົນອັນທີ່ນຶ່ງ ເຮົາສັ່ງໂຈະ ສໍາລັບຜູ້ໜຸ່ມ ແມ່ນຍ້ອນວ່າ ເຮົາມາເບິ່ງ ຈໍານວນຜູ້ອາຍຸສູງ ອັດຕາການສັກວັກຊິນມັນຕໍ່າຫຼາຍ ຖ້າ ສົມມຸດວ່າ ມີການຕິດເຊື້ອຢູ່ໃນຊຸມຊົນ ກໍຈະເຮັດໃຫ້ກຸ່ມດັ່ງກ່າວຫັ້ນເສັຽຊີວິດຫຼາຍ ບໍ່ໝາຍວ່າ ເຮົາຊິໄປສັ່ງໂຈະທັງໝົດ.”

ທ່ານກ່າວຕື່ມວ່າ ສ່ວນກໍຣະນີ ທີ່ມີກຸ່ມວັຍຣຸ້ນ ຫຼືວັຍໜຸ່ມ ມາສັກວັກຊິນປ້ອງກັນໂຄວິດ-19 ຍີ່ຫໍ້ Johnson & Johnson ແລ້ວມີຜົນ ຂ້າງຄຽງຈໍານວນນຶ່ງນັ້ນ ກໍຖືວ່າ ເປັນເຣື່ອງປົກກະຕິ ຂອງການສັກວັກຊິນປ້ອງກັນໂຄວິດ-19 ຢູ່ແລ້ວ ເພາະວັກຊິນທຸຸກຊນິດ ກໍມີຜົນ ຂ້າງຄຽງໃນລັກສະນະດຽວກັນ ເຊິ່ງປະສິດທິພາບຂອງວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ Johnson & Johnson ຖືວ່າມີປະສິດ ທິພາບດີ ຄືກັບວັກຊິນຊນິດອື່ນ:

“ສ່ວນຫຼາຍແມ່ນວ່າ ອາການຂ້າງຄຽງ ທີ່ຂ້າພະເຈົ້າ ສເນີມື້ວານນີ້ ມັນກະຄືກັນກັບວັກຊິນຊນິດອື່ນໆເນາະ ເປັນຕົ້ນ ມັນມີອາການ ເຈັບປວດ, ວິນຫົວ, ຮາກ, ອາການໄຂ້ ມີຜື່ນແດງ ບໍຣິເວນສັກ ກະປວດຕາມຕົນໂຕ ອັນນີ້ແມ່ນອາການຂ້າງຄຽງ ບໍ່ແມ່ນວ່າ ມີແຕ່ Johnson ຢ່າງດຽວ, ແຕ່ຂ້າພະເຈົ້າຍົກໃຫ້ເຫັນມື້ວານນີ້ ກໍເພື່ອວ່າ ບໍ່ຢາກໃຫ້ຜູ້ໜຸ່ມຫັ້ນມາແຫຍ້ນໍາຜູ້ເຖົ້າ ອັນນັ້ນແມ່ນເປົ້າໝາຍ ຫຼັກໆ.”

ໃນມື້ວັນທີ 2 ສິງຫາ 2021 ທີ່ຜ່ານມານີ້ ຢູ່ແຂວງສວັນນະເຂດ ກໍມີກໍຣະນີຄົນງານລາວ ທີ່ກັບມາຈາກປະເທດໄທຍ ເສັຽຊີວິດ 1 ຄົນ ຢູ່ໂຮງໝໍໃນແຂວງສວັນນະເຂດ ເຊິ່ງເປັນເພດຊາຍ ອາຍຸ 45 ປີ, ເປັນຄົນບ້ານ ກາຈຸ ເມືອງໄຊບູຣີ ແຂວງສວັນນະເຂດ.

ເບື້ອງຕົ້ນ ຜູ້ເສັຽຄົນດັ່ງກ່າວນັ້ນ ແມ່ນກັບມາຈາກປະເທດໄທຍ ຊຶ່ງກໍມີໂຣຄປະຈໍາໂຕຢູ່ແລ້ວ ຈຶ່ງໄດ້ເຂົ້າໄປປິ່ນປົວ ຢູ່ໂຮງໝໍແຂວງ ແລ້ວຕໍ່ມາກໍເສັຽຊີວິດ ປັດຈຸບັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງລໍຖ້າຜົນກວດຢູ່ ວ່າຜູ້ເສັຽຊີວິດດັ່ງກ່າວນີ້ ຈະຕິດເຊື້ອໂຄວິດ-19 ຫຼືບໍ່ ຖ້າຫາກຕິດເຊື້ຶອໂຄວິດ-19 ເຈົ້າໜ້າທີ່ກໍຈະຣາຍງານ ໃຫ້ທາງການຮັບຊາບ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງສວັນນະເຂດທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຈຸດກັກໂຕ ອາການຕ່າງໆເຮົາຈະບໍ່ຮູ້ຂໍ້ມູນ ເພິ່ນຢູ່ຣະຫວ່າງຕ້ອງສົງສັຍ ມີແຕ່ລໍຖ້າຜົນກວດເຊື້ອຢູ່ ເພິ່ນຍັງບໍ່ທັນຖແລງ.”

ສໍາລັບຜູ້ທີ່ເສັຽຊີວິດ ຢູ່ແຂວງສວັນນະເຂດຜູ້ນີ້ ຍັງບໍ່ແນ່ນອນວ່າ ແມ່ນເສັຽຊີວິດ ຍ້ອນໂຄວິດ-19 ຫຼືບໍ່ ຖ້າຫາກແມ່ນ ກໍຈະເປັນ ຜູ້ເສັຽຊີວິດຜູ້ທີ່ 8 ໃນ ສປປລາວ ຊຶ່ງປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງ ຍັງລໍຖ້າຜົນກວດອອກມາຢູ່.

ສ່ວນການສັກວັກຊິນ ປ້ອງກັນໂຄວິດ-19 ໃນແຂວງສວັນນະເຂດ ຍັງດໍາເນີນການສັກໃຫ້ຢູ່ຕໍ່ໄປ ສໍາລັບຜູ້ທີ່ມີອາຍຸຕັ້ງແຕ່ 18 ປີ ຂຶ້ນໄປ ແລະມີໂຣຄປະຈໍາໂຕ ກໍສາມາດເຂົ້າໄປສັກໄດ້, ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ແຂວງສວັນນະເຂດ ທ່ານດຽວກັນນີ້ ກ່າວຕື່ມວ່າ:

“ວັກຊິນ Johnson ຫັ້ນ ກໍສັກຢູ່ເດ້ ຢູ່ສວັນກໍສັກຫຼາຍເຕີບ ຄົນຕື່ນຕົວຫຼາຍຫັ້ນນ່າ ທາງເພິ່ນແຈ້ງກໍແມ່ນວ່າ ໃຫ້ຜູ້ 18 ຂຶ້ນ ຜູ້ມີໂຣຄປະຈໍາໂຕ.”

ນອກຈາກນີ້ ໃນມື້ວັນທີ 2 ສິງຫາ 2021 ນີ້ ຣັຖບານລາວ ກໍຮັບວັກຊິນປ້ອງກັນໂຄວິດ-19 ຈາກຣັຖບານອັງກິດ ຜ່ານໂຄງການ ໂຄແວັກ ຍີ່ຫໍ້ ແອັດຕ້າເຊນິກ້າ ຈໍານວນ 415,000 ໂດສ ເພື່ອຊ່ວຍໃຫ້ຣັຖບານລາວ ບັນຫຼຸການສັກວັກຊິນປ້ອງກັນໂຄວິດ-19 ໃຫ້ແກ່ປະຊາຊົນ ກວມເອົາ 50% ໃນທ້າຍປີ 2021 ນີ້.

ອີງຕາມການຣາຍງານ ຂອງຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນມື້ວັນທີ 3 ສິງຫາ 2021 ນີ້ຣາຍງານວ່າ ມາຮອດປັດຈຸບັນ ມີຜູ້ໄດ້ຮັບການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 323,280 ຄົນ ໃນນັ້ນ ພົບຜູ້ຕິດເຊື້ອສະສົມ 7,015 ຄົນ, ເສັຽຊີວິດ 7 ຄົນ, ປິ່ນປົວເຊົາແລ້ວ 3,616 ຄົນ, ກໍາລັງປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ 3,392ຄົນ.