12 ຄົນ ຕິດເຊື້ອໂຄວິດ-19 ເພີ້ມອີກ
2021.05.27

ທາງການລາວກວດພົບເຫັນ ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 12 ຄົນ ຈາກຜົລຜູ້ຕິດເຊື້ອທັງຫມົດ 1,990 ໂຕຢ່າງ ຂອງ ມື້ວັນທີ 26 ພຶສພາ ປີ 2021 ສົ່ງຜົລໃຫ້ປະເທດລາວ ມີຜູຸ້ຕິດ ເຊື້ອສະສົມເປັນ 1,895 ຄົນ.
ດັ່ງ ດຣ ລັດຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຕ່າງຫນ້າຄະນະສະເພາະກິຈຕ້ານ ໂຄວິດ-19 ກ່າວຕໍ່ສື່ມວນຊົນ ໃນພິທີຖແລງຂ່າວ ໃນມື້ວັນທີ 27 ພຶສພາ ນີ້ວ່າ:
“ແມ່ນໄດ້ເກັບຕົວຢ່າງທັງຫມົດ ໃນຂອບເຂດທົ່ວປະເທດ 1,990 ຕົວຢ່າງ ມີຜູ້ຕິດເຊື້ອໃຫມ່ທັງຫມົດ 12 ຄົນ ຈື່ງເຮັດໃຫ້ ສປປລາວ ເຮົານີ້ ມີຜູ້ຕິດເຊື້ອສະສົມ ທັງຫມົດ 1,895 ຄົນ.”
ທ່ານກ່າວຕື່ມວ່າ ຜູ້ຕິດເຊື້ອໂຄວິດ-19 ໃຫມ່ ນີ້ 4 ຄົນ ແມ່ນຢູ່ນະຄອນຫຼວງວຽງຈັນ, 5 ຄົນ ຢູ່ແຂວງຈຳປາສັກ ແລະ 3 ຄົນຢູ່ ແຂວງສວັນນະເຂດ ທັງຫມົດໄດ້ຮັບການປີ່ນປົວ ຢູ່ໂຮງຫມໍຫມົດແລ້ວ. ເຖິງແມ່ນວ່າໂຕເລກ ການຕິດເຊື້ອໄດ້ຫລຸດລົງ ຢ່າງຕໍ່ເນື່ອງ ແຕ່ຍັງບໍ່ສາມາດຄວບຄຸມໄດ້ 100 ເປີເຊັນ ຈຶ່ງຢາກຮຽກຮ້ອງໃຫ້ ພາກສ່ວນສັງຄົມ ປະຕິບັດ ຕໍ່ມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ.
ເນືື່ອງຈາກມີຄົນໃນສັງຄົມ ຈຳນວນນຶ່ງ ໄປຊື້ເຄື່ອງກວດຫາເຊື້ອໂຄວິດ-19 ຈາກຕລາດ ຫຼືອອນລາຍດ້ວຍໂຕເອງ ດຣ. ພອນປະດິດ ສັງໄຊຍະລາດ ຫົວຫນ້າສູນວິເຄາະ ແລະ ຣະບາດວິທຍາ ກະຊວງສາທາຣະນະສຸຂ ກ່າວຕໍ່ສື່ມວນຊົນ ໃນມື້ວັນທີ 26 ພຶສພາ ວ່າ ເຄື່ອງດັ່ງກ່າວ ມີມາຕຖານຕ່ຳ ບໍ່ມີຄຸນນະພາບ ແລະ ບໍ່ອະນຸຍາດ ໃຫ້ຂາຍໃນລາວ.
“ສຳລັບເຄື່ອງກວດໂດຍ RDT (RAPID TEST) ນີ້ນ່າ ແມ່ນເຄື່ອງກວດ ທີ່ນຳໃຊ້ແບບໄວ ແຕ່ປະເດັ່ນກະຄື ເຄື່ອງກວດທີ່ເວົ້າມານີ້ ແມ່ນມັນມີຄວາມຈຳເພາະສາມາດໃຫ້ເຊື້ອໄດ້ຕ່ຳ ຄວາມສາມາດກໍບໍ່ດີຢູ່ແລ້ວ ມັນກໍຍິ່ງເຮັດໃຫ້ພວກເຮົານັ້ນ ມີຄວາມສ່ຽງຄິດຜົລຜິດ ພາດ ສະນັ້ນແລ້ວ ໃນໄລຍະຜ່ານມາ ທາງຣັຖມົນຕຣີ ກໍມີຄຳສັ່ງຫ້າມນຳໃຊ້ ແລະ ຫ້າມຈຳຫນ່າຍ ແລ້ວຢູ່ໃນ ສປປລາວ.”
ສ່ວນເຣື່ອງການສັກວັກຊິນປ້ອງກັນ ໂຄວິດ-19 ນັ້ນຫລ້າສຸດ ນະຄອນຫຼວງວຽງຈັນ ແລະຕ່າງແຂວງ ເລີ່ມຢຸດການສັກເຂັ້ມທີ່ນຶ່ງແລ້ວ ຈົນກວ່າ ຈະໄດ້ຮັບວັກຊິນຊຸດໃຫມ່ ເນື່ອງຈາກ ວັກຊິນທີ່ມີຢູ່ໃນປັດຈຸບັນ ທີ່ຫຼາຍປະເທດບໍຣິຈາກໃຫ້ລາວ ໃກ້ຈະຫມົດແລ້ວ ແລະ ຕ້ອງສຳຮອງໄວ້ ສຳລັບສັກຄົນທີ່ຍັງລໍຖ້າ ເຂັມທີສອງຢູ່.
ທາງການຄາດການວ່າ ການສັກວັກຊິນເຂັມທີສອງ ຈະມີຂື້ນໃນປາຍເດືອນ ມິຖຸນາ ຫລື ເດືອນກໍຣະກະດາ ປີນີ້ ຂຶ້ນຢູ່ກັບວັກຊິນ ຊຸດໃຫມ່ ຈະມາເຖິງປະເທດລາວມື້ໃດ ເຈົ້າຫນ້າທີ່ ສະເພາະກິດໂຄວິດ-19 ຢູ່ສູນສັກວັກຊິນ ແຫ່ງນຶ່ງເວົ້າວ່າ.
“ສວ່ນວ່າ ຜູ້ທີ່ເລີ່ມສັກໃຫມ່ ອັນຢາເຮົາຫມົດແລ້ວດຽວນີ້ນ່າ ເພາະວ່າ ຢາຍັງບໍ່ທັນອອກມາເທື່ອ ປະມານເດືອນຫົກນີ້ແຫຼະເພາະວ່າ ຢາເພິ່ນສະຕອ໊ກໄວ້ສັກ ພາກທີ່ວ່າເຄີຍສັກ ເຂັມນຶ່ງແລ້ວ ຊິສັກໃຫ້ເຂັມສອງ.”
ສຳລັບແຂວງສວັນນະເຂດ ຊຶ່ງເປັນແຂວງ ທີ່ມີປະຊາຊົນລາວອາສັຍ ຢູ່ຫຼາຍກວ່າຫມູ່ໃນລາວນັ້ນ ເຈົ້າຫນ້າທີ່ ສະເພາະກິດເວົ້າວ່າມາ ຮອດປັດຈຸບັນ ສາມາດສັກວັກຊິນຕ້ານ ໂຄວິດ-19 ໃຫ້ແກ່ກຸ່ມທີ່ສ່ຽງ ແລະປະຊາຊົນແລ້ວປະມານ 50 ພັນຄົນ ຂອງປະຊາກອນ ທັງຫມົດໃນແຂວງ ຊຶ່ງໃນແຕ່ລະມື້ ຈະມີປະຊາຊົນໂທເຂົາມາ ສອບຖາມ ແລະມາລົງທະບຽນ ເພື່ອຢາກສັກວັກຊິນ ຫຼາຍພັນຄົນ ດ້ວຍຄວາມຈຳເປັນຍ້ອນວັກຊິນມີຫນ້ອຍ ຈຶ່ງສາມາດສັກໄດ້ມື້ລະ 300 ຫາ 500 ຄົນ ເທົ່ານັ້່ນ.
ຫລ້າສຸດ ທາງການແຂວງສວັນນະເຂດ ຈະຢຸດສັກວັກຊິນ ເຂັ້ມທີນຶ່ງ ໃນມື້ວັນທີ 28 ພຶສພາ ນີ້ ເພື່ອສຳຮອງວັກຊິນທັງຫມົດໄວ້ສັກ ໃຫ້ກັບຄົນລໍຖ້າສັກເຂັມທີສອງ ແລະລໍຖ້າຈົນກວ່າ ວັກຊິນຊຸດໃຫມ່ຈະສົ່ງມາລາວ.
“ບໍ່ວັກຊິນເຮົານີ້ແມ່ນຫຍັງ ເພາະວ່າເປັນຫຍັງເພິ່ນຈັ່ງປິດເນາະ ເພິ່ນວ່າຊິສືບຕໍ່ໃຫ້ມັນສັກ ຫມົດພວກເຂັມທີສອງນີ້ເນາະ ຄ່າສະເລັ່ຽ ໃສ່ຈຳນວນວັກຊິນເຮົາຫັ້ນແຫຼະເນາະ ຢ້ານບໍ່ພໍ ເຂັມສອງຫັ້ນນ່າເນາະ.”
ຕໍ່ສະພາບການຣະບາດໂຄວິດ-19 ພາຍໃນແຂວງສັວນະນເຂດ ທີ່ເລີ້ມຫລຸດລົງເລື້ອຍໆ ຊາວບ້ານ ທ່ານນຶ່ງຢູ່ເມືອງໄກສອນ ພົມວິການ ກ່າວວ່າ ທາງການຍັງໃຫ້ ປະຊາຊົນປະຕິບັດ ຕາມມາຕການປ້ອງກັນ ໂຄວິດ-19 ເຫມືອນເດີມ ຫ້າມເດີນທາງໄປຕ່າງ ເມືອງຕ່າງແຂວງ ໂດຍບໍ່ໄດ້ຮັບອະນຸຍາດ ຍົກເວັ້ນອອກໄປຊື້ສີ່ງຂອງໃນຕລາດ ແລະ ຮ້ານຂາຍເຄື່ອງຍ່ອຍ.
“ຍັງລ໊ອກຄືເກົ່າຫັ້ນແຫຼະ ແບບວ່າ ເປີດແຕ່ພາຍໃນແຂວງເຮົາຫັ້ນນ່າ ມີແຕ່ເມືອງ ເມືອງຕໍ່ເມືອງ ແຕ່ວ່າຖ້າອອກໄປ ຕ່າງແຂວງເຮົາ ກະຍັງໄດ້ມີດ່ານຄືເກົ່າຕ້ອງໄດ້ກວດ ແຂວງຕໍ່ແຂວງ ເຮົາກະຍັງຕ້ອງໄດ້ກວດ ເອກສານຄືເກົ່າ.”
ຊາວບ້ານອີກທ່ານນຶ່ງ ຢູ່ນະຄອນຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ປະຊາຊົນຍັງໃຊ້ຊິວິດ ຢູ່ເຮືອນໃຜມັນຢູ່ ທາງການຫ້າມບໍ່ໃຫ້ອອກໄປໃສ ແລະ ປະຕິບັດຕາມມາຕການ ປ້ອງກັນໂຄວິດ-19 ຕາມເດີມ.
“ເພິ່ນກະລ໊ອກຢູ່ຫັ້ນແຫຼະ ແຕ່ກະວ່າ ຕາມແຈ້ງການທີ່ເພິ່ນ ອອກລົງຕາມສື່ ຕາມຫຍັງຫັ້ນແຫຼະ ຄັນຊິໄປກະຕ້ອງມີປະກອບເອກສານ ໄປຫາຄະນະສະເພາະກິດເພິ່ນ.”
ຕາມຣາຍງານຂອງ ຄະນະສະເພາກິດ ປ້ອງກັນໂຄວິດ-19 ໃນມື້ວັນທີ 27 ພຶສພາປີ 2021 ມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ທັງໝົດ 1,895 ຄົນ ເສັຽຊີວິດ 2 ຄົນ ປົວເຊົາ 1,281 ຄົນ ຍັງປີ່ນປົວຢູ່ ໂຮງພຍາບານ 612 ຄົນ.