ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 12 ຄົນ ຢູ່ລາວ

ໄຊຍາ
2021.05.21
ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 12 ຄົນ ຢູ່ລາວ ບັນຍາກາດໃນວັນທີ 21 ພຶສພາ 2021, ທີ່ ໂຮງໝໍມະໂຫສົດ, ເຊິ່ງເປັນຈຸດນຶ່ງ ທີ່ສັກວັກຊີນ ປ້ອງກັນໂຄວິດ-19 ໃນນະຄອນຫຼວງວຽງຈັນ
RFA

ຄະນະສະເພາະກິຈປ້ອງກັນ ຄວບຄຸມ ແລະ ແກ້ໄຂເຊື້ອໂຄວິດ-19 ຖແລງໃນວັນທີ 20 ພຶສພາ ຈາກຜົລກວດວິເຄາະຫາເຊື້ອທັງ ໝົດ 1,815 ໂຕຢ່າງ ພົບວ່າມີຜູ້ຕິດເຊື້ອຣາຍໃໝ່ 12 ກໍຣະນີ ເຮັດໃຫ້ຈຳນວນຜູ້ຕິດເຊື້ອສະສົມ ເພີ່ມຂຶ້ນເປັນ 1,763 ຄົນ. ດັ່ງ ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ໄດ້ຖແລງເມື່ອວັນທີ 21 ພຶສພາ ມີບາງຕອນທ່ານໄດ້ກ່າວວ່າ.

"ໄດ້ເກັບໂຕຢ່າງມາກວດວິເຄາະທັງໝົດ 1,815 ຄົນ ພົບຜູ້ຕິດເຊື້ອໃໝ່ທັງໝົດ 12 ຄົນ ມາຮອດປັຈຈຸບັນຈຳນວນຜູ້ຕິດເຊື້ອສະສົມ ທົ່ວປະເທດ 1,763 ຄົນ."

ທ່ານໄດ້ກ່າວຕື່ມວ່າ ຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ນີ້ແມ່ນພົບຢູ່ ນະຄອນຫຼວງວຽງຈັນ 4 ຄົນ, ສວັນນະເຂດ 5 ຄົນ, ຈຳປາສັກ 2 ຄົນ ແລະ ອຸດົມໄຊ 1 ຄົນ. ໂດຍຜູ້ຕິດເຊື້ອໃໝ່ ທັງ 12 ຄົນ ໄດ້ຮັບການປີ່ນປົວ ແລະ ຕິດຕາມຢູ່ໂຮງໝໍທັງໝົດແລ້ວ. ສະເພາະ ຜູ້ຕິດເຊື້ອໃໝ່ ໃນນະຄອນຫຼວງວຽງຈັນ ເປັນການຕິດເຊື້ອ ຢູ່ໃນເຂດຊຸມຊົນ.

ໃນຂນະທີ່ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມພຍາດຕິດຕໍ່ ໄດ້ແຈ້ງໃຫ້ຮູ້ຕື່ມວ່າເຊື້ອໂຄວິດ-19 ໄດ້ເຣີ້ມຣະບາດຢູ່ ໃນສຳນັກງານອົງການຣັຖ, ບໍຣິສັດ, ໂຮງຈັກ-ໂຮງງານ ເນື່ອງຈາກສັມພັດໃກ້ຊິດກັບຜູ້ຕິດເຊື້ອ ແລ້ວບໍ່ປະຕິບັດຕາມມາຕການຈຳກັດ ຕົນເອງເຂັ້ມງວດ.

ປັຈຈຸບັນຄະນະສະເພາະກິຈ ໃຊ້ມາຕການເຂັ້ມງວດລ໊ອກດາວ ສະເພາະຈຸດທີ່ມີການຣະບາດຫຼາຍ ໂດຍຈະກຳນົດເປັນເຂດພື້ນທີ່ ສີແດງ ແລະ ສີເຫລືອງ ໄປຈົນເຖີງຕົ້ນເດືອນ ມິຖຸນາ ໃນຂອບເຂດທົ່ວປະເທດ ໃນນີ້ນະຄອນຫລວງ ວຽງຈັນມີ 28 ບ້ານ ໃນ 6 ເມືອງ. ການກຳນົດຈຸດດັ່ງກ່າວ ກໍ່ແມ່ນຜ່ອນຜັນເພື່ອໃຫ້ ປະຊາຊົນໄດ້ອອກມາທໍາມາຫາກິນ ແຕ່ກໍຕ້ອງໄດ້ ປະຕິບັດມາຕການ ປ້ອງກັນຢ່າງເຂັ້ມງວດ.

ຕໍ່ກັບມາຕການຜ່ອນຜັນ ນີ້ຫ້ອງການຣັຖ, ໂຮງຈັກ-ໂຮງງານ ແລະ ບໍຣິສັດ ໄດ້ກັບມາເປີດຄືນໃໝ່ ແຕ່ກໍຕ້ອງອີງໃສ່ຣະບຽບການ ຂອງຄະນະສະເພາະກິຈ. ດັ່ງເຈົ້າໜ້າທີ່ຫ້ອງວ່າການ ນະຄອນຫຼວງວຽງຈັນ ຕ້ອງໄດ້ມາປະຈຳການ ເພາະເປັນວຽກທີ່ຕ້ອງແກ້ໄຂ ດ່ວນໄດ້ ກ່າວວ່າ:

"ໄປຍາກໄດ້ໄປຫັ້ນໄປນີ້ເຂົາບໍ່ໃຫ້ໄປ ແຕ່ວ່າມາຫ້ອງການນີ້ ກະມີບັດອະນຸຍາດໃຫ້ມາ ສະເພາະບຸກຄົນທີ່ມາເຮັດວຽກ ຈຳເປັນເດ້ ວຽກກາປະບໍ່ໄດ້."

ສ່ວນເຈົ້າໜ້າທີ່ ອຸດສາຫະກັມ ແລະ ການຄ້າທ່ານນຶ່ງ ບໍ່ປະສົງອອກສື່ໄດ້ກ່າວຕໍ່ ເອເຊັຽເສຣີວ່າ ມາຮອດປັຈຈຸບັນ ຍັງບໍ່ມີບໍຣິສັດ, ໂຮງຈັກ-ໂຮງງານໃດ ໃນນະຄອນຫຼວງວຽງຈັນ ກວດພົບຜູ້ຕິດເຊື້ອ ໂຄວິດ-19 ແລະ ຍັງບໍ່ມີຄຳສັ່ງໃຫ້ປິດ ໂຮງຈັກ-ໂຮງງານໃດ ແຕ່ຕ້ອງໄດ້ໃຊ້ມາຕການປ້ອງກັນ ຢ່າງເຂັ້ມງວດ ດັ່ງ ຮັກສາໄລຍະຫ່າງ, ບໍ່ໃຫ້ກິນເຂົ້າຮ່ວມກັນ ແລະ ຊຸມແຊວ.

ແຕ່ໃນກໍຣະນີໂຮງງານໃດ ທີ່ຢູ່ໃນພື້ນທີ່ສີແດງ ເຊິ່ງເປັນພື້ນທີ່ຄວບຄຸມສູງສຸດ ນັ້ນທາງຄະນະສະເພາະກິຈ ຈະໄດ້ລົງໄປປະເມີນ ຄວາມສ່ຽງໃຫ້ ຖ້າພົບວ່າມີຄວາມສ່ຽງສູງ ຈະສັ່ງໃຫ້ ປິດຊົ່ວຄາວ.

"ຢູ່ໃນໂຮງານພວກເຮົາ ກະຕ້ອງໄດ້ວາງມາຕການໃຫ້ເຂັ້ມງວດ. ເພິ່ນກະບໍ່ໃຫ້ປິດເພິ່ນກາວ່າບັນດາ ໂຮງງານ ທີ່ຢູ່ໃນບ້ານເປົ້າ ໝາຍທີ່ມີການແຜ່ເຊື້ອໂດຍສະເພາະ ແມ່ນບ້ານແດງ, ສີເຫລືອງເບາະ ເພິ່ນກະຢາກໃຫ້ເບິ່ງວ່າຄັນວ່າພຍາດດັ່ງກ່າວ ມັນຫາກ ຣະບາດຢູ່ໃສ ແລະຄະນະສະເພາະກິຈ ຂະເຈົ້າຊິໄປຈະປະເມິນວ່າ ມັນຢູ່ໃນຣະດັບໃດ."

ສ່ວນຂ່າວທີ່ວ່າມິຄົນງານລາວ ຈຳນວນນຶ່ງທີ່ເຮັດວຽກຢູ່ ໂຮງງານຕັດຫຍິຍ ທຣີໂອລາວ ໃນເມືອງນາຊາຍທອງ ນະຄອນຫຼວງ ວຽງຈັນຕິດເຊື້ອໂຄວິດ-19 ນັ້ນ. ເຈົ້າໜ້າທີ່ໂຮງງານ ຕັດຫຍິບດັ່ງກ່າວໄດ້ຕອບຕໍ່ນັກຂ່າວວ່າ ບໍ່ແມ່ນຄວາມຈິງຄົນງານທຸກຄົນ ຍັງເຮັດວຽກຕາມປົກກະຕິ.

"ແມ່ນໆ ແຕ່ວ່າຢຸດການຮັບຄົນເພາະດຽວນີ້ ມີແຕ່ຄົນໃສ່ຮ້າຍພວກເອື້ອຍ ພວກເອື້ອຍກະລຳຄານຫັ້ນນ່າ ກະເລີຍວ່າຊ່ວງນີ້ຢາກ ປິດແນ່ບາດມັນເສັຽມັນເສັຽພາບລັກ ຫັ້ນນ່າ."

ສ່ວນຂ່າວທີ່ວ່າມີຜູ້ລັກລອບໜີ ອອກຈາກສູນກັກບໍຣິເວນ ຢູ່ເມືອງສິງ ແຂວງຫຼວງນໍ້າທາ ໃນຕອນກາງຄືນ ວັນທີ 19 ພຶສພາ ມາເຖິງ ປັຈຈຸບັນ ເຈົ້າໜ້າທີ່ໄດ້ເອົາຜູ້ກ່ຽວ ເຂົ້າມາຢູ່ສູນ ແລ້ວ. ເຈົ້າໜ້າທີ່ບອກວ່າຜູ້ກ່ຽວ ເປັນຄົນເລ່ລ້ອນຍັງບໍ່ຮູ້ວ່າ ຢູ່ບ້ານໃດ ເມືອງໃດ ແຂວງໃດ ເພາະ ຜູ້ກ່ຽວບໍ່ເວົ້ານຳໃຜຈັກຄົນ ເພື່ອເປັນການປ້ອງກັນ ຈຶ່ງໄດ້ນຳເອົາຜູ້ກ່ຽວມາກັກ ໄວ້ກ່ອນ ແລະ ກວດພົບວ່າຜູ້ກ່ຽວ ບໍ່ຕິດເຊື້ອໂຄວິດ-19.

"ເປັນຄົນເລ່ລ່ອນມາແລ້ວ ກະຈັບມາແລ້ວມາກັກໂຕ ເດິນມາກະໜີໄປບໍ່ມີເຊື້ອ ເທື່ອເພາະວ່າກວດແລ້ວບໍ່ມີເຊື້ອ."

ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ຄວາມຄືບໜ້າຂອງການຣະບາດນັ້ນ ມີຜູ້ຕິດເຊື້ອສະສົມ ຢູ່ທີ່ 475 ຄົນ. ໂດຍທາງການໄທຍໄດ້ປະສານ ໄປຍັງເຂດເສຖກິຈພິເສດສາມຫຼ່ຽມຄຳ ທີ່ມີຄົນໄທຍ ເຮັດວຽກຢູ່ໃຫ້ສອບຖາມວ່າ ມີຄົນໄທຍຄົນໃດຕ້ອງການກັບ ກໍໃຫ້ປະສານມາຍັງ ທາງການໄທຍ. ເຊິ່ງເຈົ້າໜ້າທີ່ ຂອງແຂວງບໍ່ແກ້ວ ກໍໄດ້ກ່າວຕໍ່ນັກຂ່າວວ່າ ຍັງບໍ່ທັນ ມີໃຜຕ້ອງການກັບ.

"ກະຍັງບໍ່ມີການແຈ້ງຈຸດປະສົງເທື່ອກໍ, ມີການກວດເຊື້ອແລ້ວ ກະມີການສັກວັກຊິນກັນນີ້ແຫຼະ ຢູ່ພາຍໃນເຂດກະດາຍ."

ຕາມການຣາຍງານ ເມື່ອວັນທີ 21 ພຶສພາ ຂອງໜັງສືພີມບໍ່ແກ້ວ ຄົນງານທີ່ເຮັດວຽກຢູ່ໃນເມືອງຕົ້ນເຜິ້ງໂດຍສະເພາະຄົນງານຈາກ ຕ່າງເມືອງ, ຕ່າງແຂວງ ທີ່ມາເຮັດວຽກຢູ່ ໂຮງງານ, ໃນເຂດເສຖກິິຈພິເສດ ແລະ ສວນໝາກຖົ່ວເຫລືອງ ປະມານ 1,000 ຄົນ ພາກັນອອກຈາກເມືອງຕົ້ນເຜິ້ງ ພາຍຫລັງທີ່ໄດ້ຮັບເງິນຈາກນາຍຈ້າງຈີນ. ເນື່ອງຈາກໄລຍະນີ້ ຖ້າຈະອອກຈາກເຂດນີ້ຕ້ອງໄດ້ ຮັບການຢັ້ງຢືນເຈົ້າໜ້າທີ່ທ້ອງຖິ່ນ.

ໂດຍຈຸດທີ່ຄົນງານ ມາຂໍອະນຸຍາດແມ່ນຈຸດດ່ານຕຳຣວດ ນໍ້າເກິ່ງຜ່ານໄປສອງມື້ແລ້ວຄົນງານລາວ ຍັງກັບບໍ່ໝົດ ຍັງລໍຖ້າໃຫ້ ເຈົ້າໜ້າທີ່ ປະສານງານ ແລະ ອະນຸຍາດຄາດວ່າຈະໃຊ້ ເວລາຢ່າງນ້ອຍ 5 ມື້ຈຶ່ງແກ້ໄຂໄດ້ໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.