ຜູ້ຕິດໂຄວິດ-19 ອີກ 33 ຄົນ ວັນທີ 3 ພຶສພາ

ດຣ. ພອນປະເສີດ ໄຊຍະມົງຄຸນ (ຊ້າຍ) ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ, ໄດ້ຣາຍງານສະພາບການ ຜູ້ຕິດເຊື້ອໂຄວິດ-19 ໃນວັນທີ 02 ພຶສພາ 2021
ດຣ. ພອນປະເສີດ ໄຊຍະມົງຄຸນ (ຊ້າຍ) ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ, ໄດ້ຣາຍງານສະພາບການ ຜູ້ຕິດເຊື້ອໂຄວິດ-19 ໃນວັນທີ 02 ພຶສພາ 2021 (ຂອບໃຈພາບ: ຂປລ)

0:00 / 0:00

ຈາກຜົລຂອງການກວດວິເຄາະ ຫາເຊື້ອໂຄວິດ-19 ທັງໝົດ 1,810 ຄົນ ໃນມື້ວັນທີ 2 ພຶສພາ 2021 ນີ້ ທາງການລາວພົບຜູ້ຕິດ ໂຄວິດ-19 ຕື່ມອີກ 33 ຄົນ, ເຮັດໃຫ້ລາວມີຜູ້ຕິດເຊື້ອ ສະສົມ 966 ຄົນ, ດັ່ງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ, ຫົວໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການ ຣະບາດຂອງໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວລຊົນ ໃນມື້ວັນທີ 3 ພຶສພາ ນີ້ວ່າ:

“ສໍາລັບຢູ່ໃນ ສປປລາວ ເຮົາຮອດປັດຈຸບັນ ມີຣາຍງານຜູ້ຕິດເຊື້ອທັງໝົດ ຮອດມື້ນີ້ແມ່ນ 966 ຊຶ່ງໃນນັ້ນກໍຣະນີໃໝ່ທີ່ພົບໃນມື້ວານ ນີ້ແມ່ນ 33 ຄົນ ແຕ່ບໍ່ມີຜູ້ເສັຽຊີວິດ. ໃນຈໍານວນ ຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວ ຫາຍດີແລ້ວ 60 ຄົນ.”

ຍານາງ ກ່າວຕື່ມວ່າ ຜູ້ຕິດໂຄວິດ-19 ຣາຍໃໝ່ນີ້ ແມ່ນກວດພົບຢູ່ນະຄອນຫຼວງວຽງຈັນ 16 ຄົນ, ແຂວງບໍ່ແກ້ວ 7 ຄົນ, ຈໍາປາສັກ 4 ຄົນ, ອຸດົມໄຊ 3 ຄົນ ແລະ ແຂວງສວັນນະເຂດ 3 ຄົນ. ທັງໝົດໄດ້ຮັບການປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ.

ຄະນະສະເພາະກິດປ້ອງກັນໂຄວິດ-19 ສູນກາງ ຂໍຄວາມຮ່ວມມືນໍາ ປະຊາຊົນທົ່ວປະເທດ ທີ່ສໍາຜັດ ແລະໃກ້ຊິດກັບຜູ້ຕິດໂຄວິດ-19 ໃຫ້ກັກຕົວ 14 ມື້ ແລະ ສັງເກດອາການຂອງຕົນເອງ, ຫາກຜິດປົກກະຕິ ຫຼື ມີຄວາມກັງວົນບໍ່ໝັ້ນໃຈ ກໍໃຫ້ໄປກວດຫາເຊື້ອຢູ່ສູນ ກວດປະຈໍາເມືອງ ແລະແຂວງທີ່ຕົນຢູ່ ເຖິງແມ່ນວ່າຈະໄດ້ໄປກວດມາແລ້ວ ແລະ ຕ້ອງຮັກສາໄລຍະຫ່າງ ຢ່າງເຂັ້ມງວດ ແລະ ໃສ່ຜ້າອັດປາກອັດດັງ ຕລອດເວລາ.

ເຈົ້າໜ້າທີ່ຄະນະສະເພາະກິດ ປ້ອງກັນໂຄວິດ-19 ສູນກາງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ມາຮອດປັດຈຸບັນ ໄດ້ຮຽກຕົວກຸ່ມສ່ຽງ ທີ່ໄດ້ສໍາພັດ ແລະ ໃກ້ຊິດກັບ ຜູ້ຕິດເຊື້ອໂຄວິດ-19 ທັງໝົດຫຼາຍພັນຄົນ ມາກວດວິເຄາະຫາເຊື້ອແລ້ວ ແລະ ຢູ່ໃນຣະຫວ່າງການກັກຕົວ 14 ມື້ ຢູ່ສູນຈໍາກັດບໍຣິເວນ ທີ່ທາງການກໍານົດໃຫ້. ແຕ່ເຖິງຢ່າງໃດກໍຕາມ ຄະນະສະເພາະກິດ ປ້ອງກັນ ໂຄວິດ-19 ສູນກາງກໍຍັງກັງວົນວ່າ ໃນຈໍານວນຄົນທີວ່ານັ້ນ ບາງຄົນອາຈຕິດເຊື້ອໂຄວິດ-19 ແຕ່ບໍ່ສະແດງອາການອອກມາ ຫຼືອາຈ ສະແດງອາການ ອອກມາຊ້າ, ດັ່ງນັ້ນຈຶ່ງຕ້ອງໄດ້ເຝົ້າຣະວັງ ຢ່າງເຂັ້ມງວດໃນໄລຍະນີ້, ດັ່ງ ທີ່ທ່ານກ່າວວ່າ:

“ກະມື້ນີ້ກະຖືວ່າຫຼຸດລົງຫຼາຍແລ້ວ ຈາກມື້ວານນີ້ 100 ປາຍ ກະຖືວ່າຫຼາຍສົມຄວນແລ້ວ ຄົນເຂົ້າມາກວດຫາເຊື້ອ ແຕ່ວ່າມັນໝົດບໍ່ ຫັ້ນນ່າ ໂຕທີ່ແຈ້ງຂໍ້ມູນວ່າ ມີຄວາມສ່ຽງນັ້ນ ຮ້ອງມາໝົດແລ້ວ ຢ້ານແຕ່ວ່າ ຜູ້ທີ່ເຮົາບໍ່ຮູ້ຂໍ້ມູນ ບາງເທື່ອເຂົາໄປແລ້ວໃຫ້ຂໍ້ມູນບໍ່ຄົບ.”

ເຈົ້າໜ້າທີ່ຄະນະສະເພາະກິດ ປ້ອງກັນໂຄວິດ-19 ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 3 ພຶສພານີ້ວ່າ ໄລຍະນີ້ ການຣະບາດຂອງໂຄວິດ-19 ຢູ່ ນະຄອນຫຼວງ ຍັງຖືວ່າໜ້າເປັນຫ່ວງ, ດັ່ງນັ້ນຈຶ່ງຮຽກຮ້ອງ ໃຫ້ປະຊາຊົນ ຮ່ວມມືໃນການ ປະຕິບັດມາຕການ ທີ່ທາງຄະນະສະເພາະກິດ ປ້ອງກັນໂຄວິດ-19 ສູນກາງ ວາງອອກຢ່າງ ເຂັ້ມງວດ, ບໍ່ໃຫ້ອອກຈາກເຮືອນ ຖ້າບໍ່ຈໍາເປັນ ແລະໃຫ້ນາຍບ້ານທຸກບ້ານ ເປັນຫູເປັນຕາເຝົ້າຣະວັງ ລູກບ້ານຂອງຕົນ ບໍ່ໃຫ້ຕັ້ງວົງຊຸມແຊວ, ດັ່ງ ທີ່ທ່ານກ່າວວ່າ:

“ດຽວນີ້ຂັ້ນເທິງ ເພິ່ນກໍກໍາຊັບໃຫ້ແຕ່ລະບ້ານ ແຕ່ລະເຊົ້າຕ້ອງໄດ້ເປີດໂທຣະໂຄ່ງ ເອົາການຖແລງ ຂອງຄະນະສະເພາະກິດ ຂັ້ນສູນກາງຫັ້ນແຈ້ງໃຫ້ປະຊາຊົນ ແຕ່ລະບ້ານເພື່ອ ຕິດຕາມ ແລ້ວກະທັ້ງອະທິບາຍ ໃຫ້ເຂົ້າໃຈໃນການຮັກສາຕົວເອງ.”

ກ່ຽວກັບເຣື່ອງການຕິດຕາມຫາ ທ້າວ ວຽງໄຊ ອາຍຸ 20 ປີ ທີ່ເດີນທາງອອກຈາກ ນະຄອນຫຼວງວຽງຈັນ ໄປ ແຂວງອະດົມໄຊ ໃນມື້ ວັນທີ 22 ເມສາ ທີ່ຜ່ານມາ, ຜູ້ກ່ຽວໄດ້ຖືກກວດຫາ ເຊື້ອໂຄວິດ-19 ຕາມຂັ້ນຕອນ ແລະ ຜົລການກວດວິເຄາະ ອອກມາໃນມື້ວັນ 23 ເມສາ ວ່າຜູ້ກ່ຽວຕິດໂຄວິດ-19, ແຕ່ຕິດຕໍ່ຫາບໍ່ໄດ້. ຈົນມາເຖິງວັນທີ 2 ພຶສພາ ນີ້ ຄະນະສະເພາະກິດ ປ້ອງກັນໂຄວິດ-19 ແຂວງອຸດົມໄຊ ຈຶ່ງໄດ້ຊອກພົບ ທ້າວ ວຽງໄຊ ທີ່ມາພັກຢູ່ເຮືອນພີ່ນ້ອງ ຢູ່ບ້ານກໍນ້ອຍ ເມືອງໄຊ ແລະ ໄດ້ພາຜູ້ກ່ຽວໄປປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ ແຂວງອຸດົມໄຊ, ເບື້ອງຕົ້ນຜູ້ກ່ຽວມີອາການໄຂ້, ດັ່ງ ເຈົ້າໜ້າທີ່ຄະນະສະເພາະກິດ ປ້ອງກັນໂຄວິດ-19 ແຂວງອຸດົມໄຊ ທ່ານນຶ່ງກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນ ນີ້ວ່າ:

“ຫາກໍໄດ້ຕົວລາວມື້ວານນີ້ ປິ່ນປົວຢູ່ພີ້ກ່ອນແຫຼະ ໂຮງໝໍແຂວງອຸດົມໄຊ. ທີມງານຂະເຈົ້າກໍາລັງໄປອີກມື້ນີ້ ກະມີແຕ່ລາວເປັນໄຂ້ ຫັ້ນແຫຼະ ຫຼາຍໆດຽວນີ້ກໍາລັງແຕ່ງທີມ ລົງເອົາຂໍ້ມູນຢູ່ ຍັງບໍ່ທັນລະອຽດເທື່ອ.”

ທ່ານກ່າວຕື່ມວ່າ ສິ່ງທີ່ໜ້າກັງວົນໃນຕອນນີ້ ແມ່ນເຣື່ອງການຕິດຕາມ ບ່ອນທີ່ ທ້າວ ວຽງໄຊ ໄປວ່າມີຈັກບ່ອນ ແຕ່ລະບ່ອນມີຜູ້ ໃກ້ຊິດ ແລະໄດ້ສໍາພັດກັບຈັກຄົນ ຊຶ່ງຂນະນີ້ຢູ່ໃນ ຣະຫວ່າງການຮິບໂຮມຂໍ້ມູນ, ສ່ວນເຣື່ອງການລົງວິນັຍ ຜູ້ກ່ຽວນັ້ນຍັງບໍ່ຮູ້ເທື່ອ.

ອໍານາດການປົກຄອງເມືອງໄຊ ໄດ້ອອກຄໍາສັ່ງ ບໍ່ໃຫ້ປະຊາຊົນ 3 ບ້ານ ຄືບ້ານກໍນ້ອຍບ້ານຫ້ວຍປໍ ແລະ ບ້ານຫ້ວຍຄໍາ ບໍ່ໃຫ້ເຂົ້າ- ອອກບ້ານ ແຕ່ວັນທີ 3 ຫາວັນທີ 10 ພຶສພາ ນີ້ ເນື່ອງຈາກເປັນບ້ານທີ່ ທ້າວ ວຽງໄຊ ໄດ້ເດີນທາງເຂົ້າ-ອອກ ໃນໄລຍະຕິດ ໂຄວິດ-19 ນີ້.

ຍ້ອນການຣະບາດຂອງໂຄວິດ-19 ຢູ່ປະເທດລາວແຮງ ຣັຖບາລວຽດນາມ ໄດ້ສົ່ງທະຫານຂອງຕົນໄປຊາຍແດນ ທີ່ຕິດກັບລາວ ເພື່ອ ລາດຕະເວນ ບໍ່ໃຫ້ຄົນລັກລອບເຂົ້າວຽດນາມ.

ອີງຕາມການຣາຍງານ ຂອງຄະນະສະເພາະກິດປ້ອງກັນໂຄວິດ-19 ໃນວັນທີ 3 ພຶສພາ ນີ້, ມາຮອດປັດຈຸບັນ ມີຜູ້ໄດ້ຮັບການກວດ ວິເຄາະຫາເຊື້ອໂຄວິດ-19 ທັງໝົດ 179, 135 ຄົນ. ໃນນັ້ນ ມີຜູ້ຕິດເຊື້ອສະສົມ 966 ຄົນ, ປິ່ນປົວຫາຍແລ້ວ 60 ຄົນ, ກໍາລັງ ປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍ 906, ຍັງບໍ່ມີຜູ້ເສັຍຊີວິດ.

ມາເຖິງປັດຈຸບັນ ມີຜູ້ໄດ້ຮັບການສັກຢາປ້ອງກັນ ໂຄວິດ-19 ຈໍານວນ 294,360 ຄົນ. ໃນນັ້ນມີຜູ້ໄດ້ສັກເຂັມທີ 1 – 221,194 ຄົນ ແລະ ເຂັມທີ 2 – 73,166 ຄົນ.