ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 65 ຄົນ ຢູ່ລາວ

ການປະຕິບັດໜ້າທີ່ ຂອງແພດປິ່ນປົວພຍາດໂຄວິດ-19 ທີ່ໂຮງໝໍ ພາກສນາມ ຫ້ວຍຫົງ
ການປະຕິບັດໜ້າທີ່ ຂອງແພດປິ່ນປົວພຍາດໂຄວິດ-19 ທີ່ໂຮງໝໍ ພາກສນາມ ຫ້ວຍຫົງ (ສູນຂ່າວສານການແພດສຸຂສຶກສາ)

0:00 / 0:00

ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 65 ຄົນ ຈາກຜົລການກວດ ວິເຄາະຫາເຊື້ອ ທັງໝົດ 4,134 ຕົວຢ່າງ ໃນ ວັນທີ 12 ພຶສພາ 2021 ສົ່ງຜົນໃຫ້ປະເທດລາວ ມີຜູ້ຕິດເຊືິ້ອສະສົມ ໃນປັດຈຸບັນແມ່ນ 1,482 ຄົນ, ດັ່ງ ດຣ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ແລະ ຕາງໜ້າຄະນະສະເພາະກິຈ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນໃນວັນທີ 13 ພຶສພາ ນີ້ວ່າ:

“ພວກເຮົາໄດ້ເກັບໂຕຢ່າງ ມາກວດວິເຄາະທັງໝົດ 4,134 ຕົວຢ່າງ ແລ້ວກໍຜົລກວດວິເຄາະ ທີ່ພົບເຊື້ຶອໃໝ່ ແມ່ນ 65 ຕົວຢ່າງ ມາຮອດປັດຈຸບັນ ມີຣາຍງານ ຜູ້ຕິດເຊື້ອທັງໝົດ 1,482 ຄົນ.”

ທ່ານກ່າວຕື່ມວ່າ ຜູ້ຕິດເຊື້ອໂຄວິດ-19 ກໍຣະນີໃໝ່ນີ້ ແມ່ນພົບຢູ່ນະຄອນຫຼວງວຽງຈັນ 26 ຄົນ, ແຂວງບໍ່ແກ້ວ 24 ຄົນ, ຈໍາປາສັກ 12 ຄົນ ແລະ ສວັນນະເຂດ 3 ຄົນ ຊຶ່ງທັງໝົດ ແມ່ນໄດ້ຮັບການປິ່ນປົວ ແລະຕິດຕາມອາການ ຢູ່ຕາມໂຮງໝໍຕ່າງໆໝົດແລ້ວ.

ຂນະທີ່ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ຣະບາດວິທຍາ ກະຊວງສາທາຣະນະສຸຂ ກ່າວໃນພິທີຖແລງ ຂ່າວຕໍ່ສື່ມວນຊົນ ໃນມື້ວັນທີ 12 ພຶສພາ ນີ້ວ່າ ໄລຍະຜ່ານມາ ສະພາບການຣະບາດ ຂອງເຊື້ອໂຄວິດ-19 ໃນລາວ ຈະມາຈາກ ກຸ່ມສ່ຽງ ທີ່ໄດ້ສັມຜັດແລະໃກ້ສິດ ກັບຜູ້ຕິດເຊື້ອຕາມຮ້ານນວດ, ຮ້ານອາຫານ ແລະສະຖານທີ່ບັນເທີງ ຕ່າງໆ, ແຕ່ປັດຈຸບັນເຫັນວ່າ ຄົນໃນຄອບຄົວທີ່ເປັນຜູ້ສູງອາຍຸ ຕິດເຊື້ອໂຄວິດ-19 ເພີ້ມຂຶ້ນຈາກລູກຫຼານ ທີ່ເປັນກຸ່ມສ່ຽງ ເຊິ່ງອອກຈາກເຮືອນໄປຊື້ເຄື່ອງຊື້ຂອງ ຫຼື ໄປເຮັດວຽກ.

ສະນັ້ນແລ້ວ ສາເຫດທີ່ເຮັດໃຫ້ເຊື້ອໂຄວິດ-19 ເກີດການຣະບາດໄປຫາຄົນໃນຄອບຄົວນັ້ນ ຍ້ອນກຸ່ມສ່ຽງທີ່ຖືກ ຈໍາກັດບໍຣິເວນ ບາງ ຄົນບໍ່ປະຕິບັດຕາມມາຕການຢ່າງເຂັ້ມງວດ ເພາະມີການໄປນັ່ງກິນເຂົ້າ, ໄປນັ່ງຊຸມແຊວກັນກັບ ຄົນໃນຄອບຄົວ ແລະຍາດພີ່ນ້ອງ ເຮັດໃຫ້ຄົນໃນຄອບຄົວ ມີໂອກາດທີ່ຈະຕິດເຊື້ອໂຄວິດ-19 ຂ້ອນຂ້າງສູງ, ດັ່ງທ່ານກ່າວວ່າ:

“ເນື່ອງຈາກວ່າ ພວກເຮົາບໍ່ມີການຈໍາກັດ ບໍຣິເວນ ຢ່າງເຄັ່ງຄັດຮັດກຸມ ລະເຮັດໃຫ້ສະມາຊິກ ໃນຄອບຄົວ ແມ່ນຕິດເຊື້ອນໍາກັບຫຼາຍ ຂຶ້ນເນາະ ອັນນີ້ມັນສະແດງໃຫ້ເຫັນວ່າ ການຈໍາກັດບໍຣິເວນຂອງພວກເຮົາ ບໍ່ໄດ້ເຄັ່ງຄັດເທົ່າທີ່ຄວນ.”

ເຈົ້າໜ້າທີ່ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເຖິງ ແມ່ນວ່າສະພາບການຣະບາດຂອງເຊື້ອ ໂຄວິດ-19 ຈະຣະບາດເພີ້ມຂຶ້ນກັບຄົນໃນຄອບຄົວ ໂດຍສະເພາະຜູ້ສູງອາຍຸ, ແຕ່ທາງການ ກໍບໍ່ໄດ້ມີນະໂຍບາຍ ທີ່ຈະລົງໄປສຸ່ມກວດຕາມບ້ານ ຕາມເຮືອນຂອງປະຊາຊົນໂດຍຕົງ, ແຕ່ຖ້າຫາກວ່າ ບຸກຄົນໃດກັງວົນ ຍ້ອນພັກ ອາສັຍກັບກຸ່ມສ່ຽງ ຫຼືສັມຜັດໃກ້ສິດກັບກຸ່ມສ່ຽງ ກໍໃຫ້ໄປກວດຫາເຊື້ອໂຄວິດ-19 ຢູ່ສູນກວດຕາມໂຮງໝໍຕ່າງໆ ແລະ ສູນກວດ ສະເພາະກິຈ ກໍໄດ້ເຊັ່ນກັນ, ດັ່ງທີ່ທ່ານກ່າວວ່າ:

“ບໍ່ ມີແຕ່ໄປຫາຂະເຈົ້າເດີ້ ມີແຕ່ຄັນຮູ້ສຶກວ່າເນາະ ສົງສັຍວ່າຕົວເອງຊິຕິດຢູ່ໃນກຸ່ມສ່ຽງ ມີແຕ່ໄປນໍາຢູ່ສູນເນາະ ມັນຈະມີຈຸດມັນ ໄປກວດແລ້ວຂະເຈົ້າ ຈະແນະນໍາເນາະ ວິທີກັກຕອກກັກໂຕແມ່ນຫຍັງ.”

ກ່ຽວກັບເຣື່ອງນີ້ ຊາວລາວໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຢູ່ເຮືອນນໍາກັນສອງຄົນ ຜົວເມັຽ ອາຍຸກໍຫຼາຍແລ້ວ ບໍ່ໄດ້ມີລູກມີຫຼານຢູ່ ເຮືອນນໍາ, ແຕ່ກໍພາກັນກັງວົນ ຢ້ານຕິດເຊື້ອໂຄວິດ-19 ກໍພາກັນຣະວັງໂຕເອງຢູ່ ໂດຍໃສ່ຜ້າອັດປາກອັດດັງ ແລະ ລ້າງມືດ້ວຍອາລກໍຮໍ ຕລອດເວລາ:

“ສອງເຖົ້າ ບໍ່ຢາກລອດ ຈົນຢາກເປັນແນວອື່ນ (ການຣະບາດ) ມັນຫາກທົ່ວໝົດເດ້ ວຽງຈັນເມືອງນ້ອຍໆນຶ່ງ ເຮົາກະປິດໜ້າປິດ ດັັງຢູ່ລ້າງມືຢູ່.”

ຊາວລາວ ໃນນະຄອນປາກເຊ ແຂວງຈໍາປາສັກ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ນັບແຕ່ມື້ເກີດການຣະບາດ ຂອງເຊື້ອໂຄວິດ-19 ຂຶ້ນໃນແຂວງຈໍາປາສັກ ຕົນ ກໍໄດ້ອອກໄປຊື້ອາຫານການກິນ ມາກັກຕຸນໄວ້ເປັນຈໍານວນຫຼາຍ ໂດຍສະເພາະ ເຂົ້າສານ, ມີ່ ແລະໄຂ່ ເພື່ອຫຼຸດຜ່ອນການອອກຈາກເຮືອນ ຖ້າບໍ່ຈໍາເປັນ, ດັ່ງທ່ານກ່າວວ່າ:

“ຊື້ມີ່ຊື້ໄຂ່ມາໄວ້ ແນວນັ້ນແຫຼະ ບໍ່ໄດ້ໄປໃສແຫຼະ ມີແຕ່ຢູ່ເຮືອນດຽວນີ້ຫະ ນັ່ງເລັ່ນນັ່ງຫົວຢູ່ແຖວເຮືອນນີ້ແຫຼະ ບໍ່ໄດ້ໄປໃສ ກັບອ້າຍ ກັບນ້ອງນໍາໝູ່ນີ້ແຫຼະ.”

ແລະຊາວລາວອີກທ່ານນຶ່ງ ໃນແຂວງບໍ່ແກ້ວ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໄລຍະນີ້ ບໍ່ມີຄົນລາວ, ຄົນໄທຍ ຂ້າມ ປະເທດມາ ກໍຮູ້ສຶກປອດພັຍຂຶ້ນ, ແຕ່ກໍປ້ອງກັນ ໂຕເອງຫຼາຍຂຶ້ນ ຄືບໍ່ພົບພໍ້ຜູ້ຄົນ ຫຼືອອກໄປຊຸມແຊວກັບໃຜ ເວລາຈະເວົ້າຈະລົມ ກັບຜູ້ໃດ ກໍໄດ້ເວັ້ນໄລຍະຫ່າງ:

“ແກ່ຕົວຄືພໍ່ກະແຫ່ງຮັກສາສຸຂພາບແຫຼະ ບໍ່ໄດ້ໄປໃສ ຢູ່ນານີ້ ບໍ່ເປັນຫຍັງດອກ ເພາະວ່າບ້ານເຮົາ ກະຖືວ່າ ບໍ່ມີໃຜມາແຕ່ໄທຍ ໃນຊ້ວງນີ້ ບໍ່ມີ.”

ອີງຕາມການຣາຍງານ ຂອງຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນມື້ວັນທີ 13 ພຶສພາ 2021 ນີ້ວ່າ ມາຮອດປັດຈຸບັນ ມີຜູ້ໄດ້ ຮັບການກວດວິເຄາະ ຫາເຊື້ອໂຄວິດ-19 ທັງໝົດ 212,173 ຄົນ ໃນນັ້ນ ພົບຜູ້ຕິດເຊື້ອສະສົມ 1,482 ຄົນ ເສັຽຊີວິດເພີ້ມອີກ 1 ຄົນ ເປັນ 2 ຄົນ, ປິ່ນປົວເຊົາແລ້ວ 431 ຄົນ, ກໍາລັງປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍຕ່າງໆ ຈໍານວນ 1,050 ຄົນ.

ຫຼ້າສຸດນີ້ ອີງຕາມການຣາຍງານ ຂອງສື່ທ້ອງຖິ່ນຢູ່ລາວ ໃນວັນ 13 ພຶສພາ ນີ້ວ່າ ຜູ້ເສັຽຊີວິດ ຈາກການຕິດເຊື້ອໂຄວິດ-19 ນຶ່ງຄົນ ກໍຣະນີໃໝ່ນີ້ ແມ່ນເປັນຄົນລາວ ຊຶ່ງມີພູມລຳເນົາ ຢູ່ແຂວງສວັນນະເຂດ, ຂຶ້ນມາປິ່ນປົວຢູ່ໂຮງໝໍ 103 ແຕ່ໂຄວິດລົງປອດ ທ່ານໝໍ ຊ່ອຍສຸດຄວາມສາມາດແລ້ວ, ແຕ່ກໍບໍ່ສາມາດຊ່ອຍໄດ້.