ໂຄວິດ-19 ແຜ່ລາມເກືອບທົ່ວ ປະເທດລາວ
2021.04.27
ຄະນະສະເພາະກິດ ຄວບຄຸມພຍາດ ໂຄວິດ-19 ໄດ້ຖແລງຂ່າວປະຈຳວັນ ຕໍ່ສື່ມວລຊົນວ່າພົບຜູ້ຕິດເຊື້ອ ເພີ່ມອີກສະເພາະວັນທີ 27 ເມສາ 75 ກໍຣະນີ ອີງຕາມຜົລການກວດ ໃນວັນທີ 26 ເມສາ ຜ່ານມາ. ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ໄດ້ຖແລງຢັ້ງຢືນ ວ່າ.
"ໄດ້ເກັບໂຕຢ່າງມາກວດວິເຄາະທັງໝົດ 2,646 ຄົນໃນນັ້ນພົບຜູ້ຕິດເຊື້ອໃໝ່ທັງໝົດ 75 ຄົນ ດັ່ງນັ້ນຈຶ່ງເຮັດໃຫ້ໂຕເລກຕິດເຊື້ອ ສະສົມຂອງປະເທດພວກເຮົາ ແມ່ນມີທັງໝົດ 511 ຄົນ ແລະ ບໍ່ມີຜູ້ເສັຽຊີວິດ."
ທ່ານໄດ້ກ່າວຕື່ມວ່າ ຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ນີ້ແມ່ນຢູ່ ນະຄອນຫຼວງວຽງຈັນ 59 ຄົນ, ຈຳປາສັກ 8 ຄົນ, ແຂວງວຽງຈັນ 4 ຄົນ, ສວັນນະເຂດ 1 ຄົນ, ຫຼວງພຣະບາງ 1 ຄົນ ແລະ ແຂວງບໍ່ແກ້ວ 2 ຄົນ. ໂດຍຜູ້ຕິດເຊື້ອ ທັງໝົດໄດ້ຮັບການປີ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍແລ້ວ.
ປັຈຈຸບັນເຊື້ອພຍາດໂຄວິດ-19 ໄດ້ແຜ່ຣະບາດໄປແລ້ວທັງ ໝົດ 15 ແຂວງ ທົ່ວປະເທດລາວ ຍັງເຫລືອພຽງແຕ່ ແຂວງຫົວພັນ, ໄຊສົມບູນ ແລະ ແຂວງອັດຕະປື ທີ່ຍັງບໍ່ພົບຜູ້ຕິດ ເຊື້ອໂຄວິດ-19.
ໃນການຖແລງຂ່າວ ສາສດາຈານ ດຣ. ພູທອນ ເມືອງປາກ ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ໄດ້ກ່າວວ່າ. ການຣະບາດ ໄດ້ແຜ່ລາມໄປຫຼາຍແຂວງ ໃນຂອບເຂດທົ່ວປະເທດ ດັ່ງນັ້ນເພື່ອໃຫ້ການສະກັດກັ້ນ ການຣະບາດມີປະຕິຜົລຂຶ້ນຕື່ມ ປະຊາຊົນຕ້ອງ ມີສະຕີຕື່ນໂຕ ປ້ອງກັນໂຕເອງຕາມມາຕການ ປ້ອງກັນທີ່ໄດ້ແຈ້ງການ.
"ຮຽກຮ້ອງໃຫ້ທົ່ວສັງຄົມ ເປັນເຈົ້າການມີສ່ວນຮ່ວມ ເຊິ່ງເລີ່ມຈາກໂຕເອງ, ເລີ່ມຈາກຄອບຄົວເຮົາ ຜູ້ທີ່ໄດ້ສຳພັດໃກ້ຊິດກັບຜູ້ຕິດເຊື້ອ ກໍຕ້ອງຈຳກັດບໍຣິເວນຫ່າງ ຈາກຜູ້ອື່ນ ປະຕິບັດ ມາຕການຕ່າງໆ."
ພາຍຫຼັງທີ່ແຂວງສວັນນະເຂດ ໄດ້ພົບຜູ້ຕິດເຊື້ອພຍາດໂຄວິດ-19 ສະພາບພາຍໃນ ແຂວງສວັນນະເຂດ ກໍງຽບເຫງົາດັ່ງພາຍໃນ ນະຄອນໄກສອນ ພົມວິຫານ ຜູ້ຄົນປິດປະຕູ ເຮືອນຊານບ້ານຊ່ອງ ບໍ່ອອກໄປໃສ ຈົນກວ່າສະຖານະການຈະດີຂຶ້ນ. ດັ່ງປະຊາຊົນ ນະຄອນໄກສອນ ພົມວິຫານ ກ່າວວ່າ:
"ກະເລີ່ມຫຼາຍແນ່ມື້ວານນີ້ກະ 13 ຄົນ ພວກເຮົາຈົນບໍ່ໄດ້ອອກຈາກເຮືອນ, ຮ້ານອາຫານ ກະໃຫ້ປິດໝົດ ເຂົາກະຢ້ານແຫຼະໃຜ ກະຢ້ານ. ຄັນນຊິອອກຈາກເຮືອນ ແຕ່ລະຊຸມຊົນນຶ່ງ ແຕ່ລະບ້ານນຶ່ງ ຂ້າມໄປອີກບ້ານນຶ່ງ ເຂົາກາກວດອຸນຫະພູມເຈົ້າ ກວດຫຍັງ ເຈົ້າຄັກແນ່ໝົດ."
ແຂວງຈຳປາສັກ ກໍເປັນອີກແຂວງນຶ່ງ ທີ່ມີຜູ້ຕິດເຊື້ອພຍາດໂຄວິດ-19 ເປັນຈຳນວນຫຼາຍ ສົ່ງຜົລເຮັດໃຫ້ ບັນຍາກາດພາຍໃນ ແຂວງ ຈຳປາສັກ ກໍງຽບເຫງົາ ຄືກັນກັບແຂວງອື່ນໆ ທີ່ມີການປະກາດປິດເມືອງ. ທາງການຈະອະນຸຍາດ ໃຫ້ອອກໄປຊື່ຂອງກິນ ແລະ ເຄື່ອງໃຊ້ທີ່ຈຳເປັນ. ດັ່ງຊາວຈຳປາສັກ ໄດ້ກ່າວວ່າ.
"ປິດໝົດການສັນຈອນ ດຽວນີ້ຣັຖບານເພິ່ນກະໃຫ້ ຢູ່ບ້ານປິດໂຕຢູ່ບ້ານໝົດ ອອກໄດ້ກະລັກສນະວ່າ ຖ້າໄປຊື້ຢູ່ຊື້ກິນ ກະອອກໄດ້ຢູ່ ແຕ່ວ່າກະໃສ່ຜ້າປິດປາກປິດດັງ."
ໃນຂນະທີ່ ເຈົ້າໜ້າທີ່ສະເພາະກິດ ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າປັຈຈຸບັນຢູ່ໂຮງໝໍແຂວງ ຍັງມີຄົນມາກວດຫາເຊື້ອ ພຍາດໂຄວິດ-19 ປະມານ 300-1000 ຄົນຕໍ່ມື້. ສ່ວນມາຕການ ເຝົ້າຣະວັງ ກໍໄດ້ເຂັ້ມງວດທີ່ສຸດ ຫ້າມປະຊາຊົນອອກຈາກເຮືອນ ຂອງຕົນ ຖ້າບໍ່ຈຳເປັນ.
ສ່ວນກໍຣະນີເດັກນ້ອຍ ຢູ່ແຂວງບໍ່ແກ້ວ ຕິດເຊື້ອພຍາດໂຄວິດ-19 ນັ້ນ ປັຈຈຸບັນເຈົ້າໜ້າທີ່ ຄະນະສະເພາະກິດ ແຂວງບໍ່ແກ້ວ ໄດ້ນໍາ ໄປປີ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ ແຂວງບໍ່ແກ້ວແລ້ວ. ເບື້ອງຕົ້ນເດັກນ້ອຍທັງ 2 ຄົນຍັງບໍ່ມີອາການຮຸນແຮງ ແລະໄດ້ແຍກ ປ່ຽວປີ່ນປົວຕາມຂັ້ນຕອນ ປົກກະຕິ.
"ແມ່ນແລ້ວເດັກນ້ອຍ ຫັ້ນຜູ້ນຶ່ງເຈົ້າ ເປັນລູກຊາຍ ຂອງຜູ້ຕິດເຊື້ອ ພໍ່ຕິດ ກ່ອນແລ້ວຈັ່ງແມ່ນລູກ ລູກແລ້ວຈັ່ງແມ່ນແມ່ ຫັ້ນນ່າ ນຳກັນມາໆ ທາງຄົນເຈັບຂະເຈົ້າກະ ເອົາລົງວ່າອາການ ປົກກະຕິ."
ມາຮອດວັນທີ 27 ເມສາ 2021 ໃນລາວມີຜູ້ຕິດເຊື້ອສະສົມ ທັງໝົດ 511 ຄົນ ຈາກການ ກວດຫາເຊື້ອ ທັງໝົດ 160,518 ຄົນ. ກຳລັງປີ່ນປົວ 462 ຄົນ. ໃນນີ້ຜູ້ຕິດເຊື້ອ ໃນ ນະຄອນຫຼວງວຽງຈັນ ເປັນອັນດັບ 1 ຕິດເຊື້ອສະສົມ 331 ຄົນ, ຮອງລົງມາ ຈຳປາສັກ 70 ຄົນ. ສວັນນະເຂດ 19 ຄົນ , ບໍ່ແກ້ວ 14 ຄົນ, ວຽງຈັນ 8ຄົນ, ສາລະວັນ 6 ຄົນ, ຫຼວງນໍ້າທາ 4 ຄົນ, ຫຼວງພຣະບາງ ຜົ້ງສາລີ ອຸດົມໄຊ ແຂວງລະ 02 ຄົນ ແລະ ໄຊຍະບູລີ ຊຽງຂວາງ ຄຳມ່ວນ ເຊກອງ ບໍລິຄຳໄຊ ແຂວງລະ 1 ຄົນ, ສ່ວນແຂວງ ຍັງບໍ່ມີຜູ້ຕິດເຊື້ອ ອັດຕະປື, ໄຊສົມບູນ ແລະ ຫົວພັນ.
ຂໍ້ມູນປະຈຳວັນທີ 27 ເມສາ 2021 ຈາກສູນຂ່າວສານການແພດ ສຸຂສຶກສາຣະບຸວ່າ ມີຜູ້ໄດ້ຮັບການສັກຢາ ຕ້ານເຊື້ອພຍາດ ໂຄວິດ-19 ເຂັມທຳອິດ 140,938 ຄົນ ແລະ ຜູ້ທີ່ໄດ້ຮັບ ສັກວັກຊິນໂຄວິດ-19 ເຂັມທີສອງ ຈຳນວນ 60,680 ຄົນ.
ໃນນີ້ວັກຊິນ ທີ່ທາງການໄດ້ສັກ ໃຫ້ກັບປະຊາຊົນ ປະກອບໄປດ້ວຍ ວັນຊີນ ຊີໂນຟາມ ຈາກ ຈີນ ເຊິ່ງໄດ້ຮັບການຊ່ອຍເຫລືອ ຈາກຣັຖບານຈີນ ທັງໝົດ 1,400,000 ໂດສ.
ນອກຈາກນີ້ ຍັງໄດ້ຮັບການຊ່ອຍເຫລືອ ວັກຊິນຈາກໂຄງການ COVAX ເປັນວັກຊິນ ແອັສຕຣາເຊນິກາ 132,000 ໂດສ ແລະ ວັກຊິນ ສະປຸດນິກ ຈາກ ຣັດເຊັຽ 1.000 ໂດສ.