22 ສິງຫາ ຜູ້ຕິດໂຄວິດ-19 ເພີ່ມອີກ 152 ຄົນ
2021.08.23

ຈາກຜົລຂອງການກວດວິເຄາະຫາເຊື້ອໂຄວິດ-19 2,427 ຄົນ ໃນມື້ວັນທີ 22 ສິງຫາ 2021 ນີ້ ທາງການລາວ ກວດພົບຜູ້ຕິດເຊື້ອ ໂຄວິດ-19 ໃໝ່ເພີ່ມຕື່ມອີກ 152 ຄົນ. ໃນນັ້ນ ຕິດໃນຊຸມຊົນ 65 ຄົນ ແລະ ນໍາເຂົ້າ 87 ຄົນ, ເຮັດໃຫ້ມີຜູ້ຕິດເຊື້ອສະສົມ 12,621 ຄົນ ແລະ ມີຜູ້ເສັຽຊີວິດ 11 ຄົນ. ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ, ຕາງ ໜ້າຄະນະສະເພາະກິຈປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວຕໍ່ສື່ມວນຊົນ ໃນມື້ວັນທີ 23 ສິງຫານີ້ວ່າ:
“ພວກເອົາໄດ້ກວດທັງໝົດ 2427 ຄົນ ກວດພົບຜູ້ຕິດເຊື້ອໃໝ່ 152 ຄົນ ຊຶ່ງຕິດເຊື້ອໃນຊຸມຊົນ ສູງເຖິງ 65 ຄົນ ສວັນນະເຂດ ມີ 43 ຄົນ ບໍ່ແກ້ວ 18 ຄົນ ນະຄອນຫຼວງ 3 ຄົນ ຫຼວງນໍ້າທາ 1 ຄົນ. ສ່ວນກໍຣະນີນໍາເຂົ້ານັ້ນ ມີທັງໝົດ 87 ຄົນ.”
ໃນຈໍານວນ 152 ຄົນທີ່ຕິດເຊື້ອໃໝ່ນັ້ນ ຕິດຢູ່ແຂວງສວັນນະເຂດ 64 ຄົນ, ຄໍາມ່ວນ 25 ຄົນ, ແຂວງຈໍາປາສັກ 22 ຄົນ, ນະຄອນ ຫຼວງວຽງຈັນ 18 ຄົນ, ບໍ່ແກ້ວ 18 ຄົນ, ສາ ຣະວັນ 2 ຄົນ; ບໍຣິຄໍາໄຊ, ຫຼວງນໍ້າທາ ແລະໄຊຍະບູຣີ ແຂວງລະ 1 ຄົນ.
ຢູ່ແຂວງຈໍາປາສັກ ທາງການກໍໄດ້ອອກແຈ້ງການຍົກເລີກການປິດບ້ານປິດເມືອງ ນະຄອນປາກເຊ ໃນມື້ວັນທີ 20 ສິງຫານີ້ ຍ້ອນວ່າ ບໍ່ພົບຜູ້ຕິດໂຄວິດ-19 ໃນຊຸມຊົນ, ແຕ່ກໍຍັງປະ ຕິບັດມາຕການປ້ອງກັນເຊື້ອນັ້ນຢູ່ຄືເກົ່າ, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຈໍາປາສັກ ເວົ້າວ່າ:
“ເພາະການຣະບາດ ມີແຕ່ການນໍາເຂົ້າ ມັນບໍ່ມີໃນຊຸມຊົນຕິ໋ ເປັນແນວນັ້ນແຫຼະ.”
ກ່ຽວກັບເຣື່ອງນີ້ ປະຊາຊົນຢູ່ນະຄອນປາກເຊເວົ້າວ່າ ພາຍຫຼັງທາງການປະກາດຍົກເລີກການປິດບ້ານປິດເມືອງ ໃນນະຄອນປາກເຊ ແລ້ວ ການໄປມາກໍສະດວກຫຼາຍຂຶ້ນ ແຕ່ກໍຍັງປະຕິບັດມາຕການ ປ້ອງກັນໂຄວິດ-19 ຄືເກົ່າຢູ່, ບໍ່ໃຫ້ປະຊາຊົນ ໄປນັ່ງກິນອາຫານ ຢູ່ໃນຮ້ານ, ຕ້ອງສັ່ງໄປກິນຢູ່ບ້ານ, ອອກໄປໃສ່ຕ້ອງໃສ່ຜ້າອັດປາກອັດດັງ, ລ້າງມື:
“ໄປມາສັນຈອນ ເພິ່ນກໍຍັງໃຫ້ມີກົດຣະບຽບຢູ່ 9 ໂມງນີ໋ ປິດການສັນຈອນ ຮ້ານອາຫານບໍ່ທັນໄດ້ເປີດ ຮ້ານກິນດື່ມແຕ່ລະບ່ອນ ບໍ່ໃຫ້ ນັ່ງກິນຄືເກົ່າ ມີແຕ່ໃຫ້ຊື້ມາກິນເຮືອນ ແຕ່ວ່າເປີດໃຫ້ໄປໄດ້ສະດວກຊື່ໆ ແຕ່ໃຫ້ຮັກສາເອົາ.”
ແລະປະຊາຊົນ ຢູ່ນະຄອນປາກເຊອີກຜູ້ນຶ່ງ ກໍເວົ້າຄືກັນວ່າ ການໄປມາສະດວກຂຶ້ນ ແຕ່ກໍຍັງມີມາຕການປ້ອງກັນໂຄວິດ-19 ຢູ່ຄືເກົ່າ, ບໍ່ໃຫ້ໄປຊຸມແຊວກັນ ໄປໃສມາໃສກໍຕ້ອງໄດ້ປ້ອງກັນຕົວເອງ:
“ປົດລ໊ອກ ໄປກໍຕ້ອງໃສ່ຜ້າອັດປາກຄືເກົ່າ ລ້າງເຈວລ້າງມື ບໍ່ມີຄວາມຈໍາເປັນກໍຢູ່ເຮືອນຢູ່ຊານ ຄ້າຂາຍນີ໋ການຊຸມແຊວອິຫຍັງຫັ້ນ ນັ່ງ ກິນເຫຼົ້າກິນເບັຽບໍ່ໄດ້ເດ໋ ຊື້ກິນຢູ່ເຮືອນໄດ້.”
ເມື່ອກ່ອນໜ້ານັ້ນ ແຕ່ວັນທີ 17 ຫາວັນທີ 19 ສິງຫານີ້ ທາງການແຂວງສວັນນະເຂດ ກໍໄດ້ກວດພົບນັກໂທດຢູ່ຄ້າຍຄຸມຂັງ ນະຄອນ ໄກສອນ ພົມວິຫານ ຕິດເຊື້ອໂຄວິດ-19 95 ຄົນ, ແລະຕໍ່ມາວັນທີ 23 ສິງຫານີ້ ທາງການລາວ ກໍປະກາດວ່າ ກວດພົບຜູ້ຕິດເຊື້ອ ຕື່ມອີກ 34 ຄົນ ຈາກຈໍານວນ 43 ຄົນທີ່ຕິດເຊື້ອໃນຊຸມຊົນ ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ ກ່າວໃນພິທີຖແລງຂ່າວນັ້ນວ່າ:
“ສໍາລັບແຂວງສວັນນະເຂດ ທີ່ຕິດເຊື້ອໃນຊຸມຊົນ 43 ຄົນ ໃນນັ້ນ ແມ່ນພົບຢູ່ໃນສະຖານທີ່ຄຸມຂັງ 34 ຄົນ.”
ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ແຂວງສວັນນະເຂດ ເວົ້າໃນມື້ດຽວກັນນັ້ນວ່າ ປັດຈຸບັນ ມີແຕ່ຢູ່ໃນຄ້າຍຄຸມຂັງທີ່ນະຄອນໄກສອນ ພົມວິຫານ ແຫ່ງດຽວນີ້ເທົ່ານັ້ນ ມີນັກໂທດຕິດໂຄວິດ-19 ຍ້ອນເຈົ້າໜ້າທີ່ ທີ່ຄ້າຍຄຸມຂັງຕິດເຊື້ອມາຈາກທາງນອກ ແບບບໍ່ຮູ້ຕົວ ແລະ ໄດ້ແຍກ ນັກໂທດທີ່ເປັນກຸ່ມສ່ຽງ ໄປຂັງໄວ້ບ່ອນໃໝ່ ໃນຄ້າຍຄຸມຂັງນັ້ນ ແຕ່ທ່ານບໍ່ເປີດເຜີຍຈໍານວນ ແລະ ຈໍານວນນຶ່ງທີ່ຖືກກັກຕົວ ກໍຍັງລໍຖ້າ ຜົລການກວດຢູ່, ດັ່ງທີ່ທ່ານກ່າວວ່າ:
“ກະມີນັກໂທດນໍາ ກະມີເຈົ້າໜ້າທີ່ນໍາ ກະໂຕເລຂມາຈາກນັກໂທດຫັ້ນແຫຼະ ມີແຕ່ຢູ່ນະຄອນໄກສອນ ຍ້ອນວ່າເຈົ້າໜ້າທີ່ໄປຕິດ ຢູ່ ຂ້າງນອກ ມັນບໍ່ສະແດງອາການ ຕິດແລ້ວບໍ່ຮູ້ຕົວ ເຂົາກໍປ່ຽນກັນປະຈໍາການຫັ້ນແຫຼະ ເຂົາກໍແຍກຕ່າງຫາກເປັນໂຊນ ບໍ່ໃຫ້ໃກ້ກັນ ໃຊ້ຫ້ອງນໍ້າຫ້ອງຫຍັງໃກ້ກັນ.”
ຍານາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງແຂວງສວັນນະເຂດ, ຫົວໜ້າຄະນະສະ ເພາະກິຈປ້ອງກັນໂຄວິດ-19 ແຂວງຣາຍງານ ໃນມື້ວັນທີ 20 ສິງຫາ 2021, ສາເຫດທີ່ເຮັດໃຫ້ນັກໂທດຕິດເຊື້ອໂຄວິດ-19 ຕໍ່ເນື່ອງ ກໍຍ້ອນມີເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທີ່ຮັບຜິດຊອບ ຄ້າຍຄຸມຂັງໄດ້ຕິດໂຄວິດ-19 ມາຈາກພາຍນອກ ໂດຍບໍ່ຮູ້ຕົວ ຊຶ່ງໃນມື້ວັນທີ 9 ສິງຫານີ້ ຜູ້ກ່ຽວໄດ້ໄປສັກວັກຊິນປ້ອງກັນໂຄວິດ-19. ຕໍ່ມາຄືວັນທີ 10 ສິງຫາ ຜູ້ກ່ຽວຮູ້ສຶກປວດເມື່ອຍຕາມຕົນຕົວ, ແລະມື້ຕໍ່ມາອີກ ກໍໄປກວດຫາເຊື້ອໂຄວິດ-19, ຜົລອອກມາໃສນມື້ວັນທີ 12 ສິງຫາວ່າ ຕິດເຊື້ອນີ້ ຊຶ່ງກ່ອນໜ້ານັ້ນ ມີນັກໂທດຫຼາຍຄົນຕິດເຊື້ອ ຈາກຜູ້ກ່ຽວແລ້ວ.
ອີງຕາມການຣາຍງານ ຂອງຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນມື້ວັນທີ 23 ສິງຫາ 2021 ນີ້, ມາເຖິງປັດຈຸບັນ ຢູ່ລາວ ມີຜູ້ ໄດ້ຮັບການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 377,692 ຄົນ, ມີຜູ້ຕິດເຊື້ຶອສະສົມ 12,621 ຄົນ, ປິ່ນປົວຫາຍແລ້ວ 8,305 ຄົນ, ກໍາລັງປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ 4,305 ຄົນ. ເສັຽຊີວິດ 11 ຄົນ. ມາເຖິງມື້ວັນທີ 22 ສິງຫານີ້ ມີຜູ້ໄດ້ຮັບການ ສັກວັກຊິນປ້ອງກັນໂຄວິດ-19 ເຂັມທີ 1 ແລ້ວ 2,109,937 ຄົນ ແລະ ໄດ້ສັກເຂັມທີ 2 ແລ້ວ 1,664,137 ຄົນ.