11 ມິຖຸນາ ຜູ້ຕິດເຊື້ອໂຄວິດ-19 ມີອີກ 4 ຄົນ

ທາງການປິດອາຄານ ຮ້ານຄ້າຫຼາຍຂແນງ  ແຕ່ບໍ່ປິດໂອກາດ ການສ່ຽງໂຊກ ຊິງຣາງວັນ.
ທາງການປິດອາຄານ ຮ້ານຄ້າຫຼາຍຂແນງ ແຕ່ບໍ່ປິດໂອກາດ ການສ່ຽງໂຊກ ຊິງຣາງວັນ. (RFA)

0:00 / 0:00

ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ ເພີ່ມອີກ 4 ຄົນ ຈາກຜົນການກວດວິເຄາະຫາເຊື້ອທັງໝົດ 1,826 ຕົວຢ່າງ ຂອງມື້ວັນທີ 10 ມິຖຸນາ 2021 ນີ້, ສົ່ງຜົລໃຫ້ປະເທດລາວ ມີຜູ້ຕິດເຊື້ອສະສົມທັງໝົດ 1,979 ຄົນ, ດັ່ງທ່ານ ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ແລະຕາງໜ້າຄະນະສະເພາະກິຈປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 11 ມິຖຸນາ ນີ້ວ່າ:

“ສໍາລັບຢູ່ ສປປລາວ ຂອງພວກເຮົາ ຮອດວັນທີ 10 ມິຖຸນານີ້, ພວກເຮົາໄດ້ເກັບຕົວຢ່າງ ມາກວດທັງໝົດ ແມ່ນ 1,826 ຕົວຢ່າງ. ກວດພົບຜູ້ຕິດເຊື້ອໃໝ່ ກະແມ່ນ 4 ກໍຣະນີ. ຈາກນະຄອນຫຼວງວຽງຈັນ 2 ກໍຣະນີ, ສວັນນະເຂດ 2 ກໍຣະນີ.”

ທ່ານກ່າວຕື່ມວ່າ ກ່ຽວກັບເຫດການ ທີ່ມີຄົນອັ່ງອໍກັນໄປສັກວັກຊິນ ປ້ອງກັນໂຄວິດ-19 ທີ່ຈຸດສັກວັກຊິນ ດົງໂພສີ ແລ້ວມີຄວາມ ແອອັດນັ້ນ, ແມ່ນເຫດການ ຂອງການເຣີ່ມສັກວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ໄຟເຊີ້ ໃຫ້ແກ່ເຈົ້າໜ້າທີ່ແພດ ແລະ ໝໍ ຜູ້ທີ່ຍັງ ບໍ່ທັນໄດ້ສັກ ຈາກຊຸດທີ່ຜ່ານມາ ແລະ ມີກຳນົດສັກ ໃນວັນທີ 10 ຫາ 11 ມິຖຸນາ, ຈຶ່ງເຮັດໃຫ້ມີເຈົ້າໜ້າທີ່ແພດ ແລະ ໝໍ ຫຼາຍຄົນ ພາກັນຟ້າວໄປສັກວັກຊິນ ໃຫ້ທັນເວລາ.

“ສັກຢາເຂັມທີ 1 ທີ່ວ່າເປັນອັນຟົດເດືອດ ຢູ່ໃນສັງຄົມປັດຈຸບັນນີ້, ກະແມ່ນຢາໄຟເຊີ້. ປັດຈຸບັນນີ້, ພວກເຮົາໄດ້ສັກໃຫ້ພະນັກງານ ແພດ ແລະ ໝໍ ທີ່ໄດ້ຕົກຄ້າງ ບໍ່ໄດ້ສັກຜ່ານມາຫັ້ນ, ຈະສັກຢູ່ສະຖານທີ່ກະແມ່ນ ດົງໂພສີ. ລະວັນເວລາພວກເຮົາສັກກະແມ່ນ ວັນທີ 10 ຫາ 11 ມິຖຸນາ. ມື້ນີ້ກະຖືວ່າ ສັກໃຫ້ພະນັກງານສາທາຣະນະສຸຂ.”

ນອກຈາກນີ້, ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ສູນກາງ ຍັງໄດ້ປະກາດວ່າ ສຳລັບຜູ້ທີ່ລໍຖ້າສັກວັກຊິນ ປ້ອງກັນໂຄວິດ-19 ເຂັມທີ 1 ໃນຮອບໃໝ່ນັ້ນ, ແມ່ນໃຫ້ລໍຖ້າສັກວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ຊິໂນຟາມ ທີ່ທາງຣັຖບານຈີນ ຈະມອບໃຫ້ແກ່ ຣັຖບານລາວ ຈຳນວນ 500,000 ໂດສ ໃນມໍ່ໆນີ້ ແລະ ມີກຳນົດສັກ ໃຫ້ແກ່ປະຊາຊົນທົ່ວໄປ ເຣີ່ມແຕ່ວັນທີ 1 ກໍຣະກະດາ 2021 ນີ້ເປັນຕົ້ນໄປ.

ຫຼ້າສຸດນີ້, ໃນວັນທີ 11 ມິຖຸນາ, ທາງເຟສບຸກແຟນເພຈ ຂອງສະຖານທູຕສະຫະຣັຖອາເມຣິກາ ປະຈຳລາວ ກໍໄດ້ຣາຍງານວ່າ ຣັຖບານສະຫະຣັຖອາເມຣິກາ ຈະຈັດຊື້ວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ໄຟເຊີ້ ຈຳນວນ 500 ລ້ານໂດສ ເພື່ອຊ່ອຍເຫຼືອແກ່ 92 ປະເທດ ໃນທົ່ວໂລກ ແລະ ປະເທດລາວ ກໍເປັນ 1 ໃນ 92 ປະເທດນັ້ນ ທີ່ຈະໄດ້ຮັບວັກຊິນ ປ້ອງກັນໂຄວິດ-19 ໃນຈຳນວນ ດັ່ງກ່າວ, ເຊິ່ງຍັງບໍ່ທັນຣະບຸຈະແຈ້ງເທື່ອວ່າ ປະເທດລາວ ຈະໄດ້ຮັບຈຳນວນເທົ່າໃດ, ແຕ່ກໍຄາດວ່າ ຈະມີການຈັດສົ່ງໃຫ້ໃນ ສ່ວນໃດນຶ່ງ ພາຍໃນປີ 2021 ນີ້.

ອີງຕາມການຣາຍງານ ຂອງຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນມື້ວັນທີ 11 ມິຖຸນາ 2021 ນີ້, ຣາຍງານວ່າ ມາຮອດ ປັດຈຸບັນ ມີຜູ້ໄດ້ຮັບການກວດວິເຄາະ ຫາເຊື້ອໂຄວິດ-19 ທັງໝົດ 268,285 ຄົນ. ໃນນັ້ນ ພົບຜູ້ຕິດເຊື້ອສະສົມ 1,979 ຄົນ, ເສັຽຊີວິດ 3 ຄົນ, ປິ່ນປົວເຊົາແລ້ວ 1,827 ຄົນ, ກໍາລັງປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ 149 ຄົນ.

ສ່ວນການສັກວັກຊິນ ປ້ອງກັນໂຄວິດ-19 ປັດຈຸບັນ ມີຜູ້ໄດ້ຮັບການສັກວັກຊິນແລ້ວ ໂດຍແຍກເປັນເຂັມທີ 1 ຈໍານວນ 708,652 ຄົນ ແລະ ເຂັມທີ 2 ຈໍານວນ 371,251 ຄົນ.