ທາງການລາວກວດພົບເຫັນ ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 5 ຄົນ ຈາກຜົນການກວດຫາຜູ້ຕິດເຊື້ອທັງຫມົດ1,932 ຕົວຢ່າງຂອງ ວັນທີ 1 ມິຖຸນາ ປີ 2021 ສົ່ງຜົນໃຫ້ປະເທດລາວ ມີຜູ້ຕິດເຊື້ອສະສົມເຖິງ 1,934 ຄົນ, ດັ່ງ ດຣ ສີສວາດ ສຸດທານີລະໄຊ ຮອງ ຫົວຫນ້າ ກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ກ່າວຕໍ່ສື່ມວນຊົນ ໃນພິທີຖແລງຂ່າວ ວັນທີ 2 ມິຖຸນາ ປີ 2021 ນີ້ວ່າ:
“ວຽກງານວິເຄາະກວດຫາເຊື້ອ ໃນວັນທີ 1 ມິຖຸນາ ປີ 2021 ພວກເຮົາໄດ້ເກັບຕົວຢ່າງມາກວດທັງຫມົດ 1,932 ຕົວຢ່າງ, ກວດ ພົບເຫັນຜູ້ຕິດເຊື້ອໃຫມ່ແມ່ນ 5 ກໍຣະນີ ໃນນີ້ຈາກ ນະຄອນຫຼວງວຽງຈັນ 4 ກໍຣະນີ, ຈຳປາສັກ 1 ກໍຣະນີ ຊຶ່ງແມ່ນກໍຣະນີນຳເຂົ້າ ສຳລັບແຂວງຈຳປາສັກ.”
ເຖິງແມ່ນວ່າ ຈະມີຜູ້ຕິດເຊຶ້ອໂຄວິດ-19 ຫຼຸດລົງກໍຕາມ ແຕ່ຢູ່ນະຄອນຫຼວງວຽງຈັນ ກໍຍັງມີພຶ້ນທີ່ສ່ຽງຫຼາຍຢູ່. ເປັນຕົ້ນຕລາດ, ມະຫາວິທຍາລັຍ ແຫ່ງຊາດ, ໜ່ວຍງານພາກຣັຖ ຫຼາຍແຫ່ງແລະອຶ່ນໆ.
ກ່ຽວກັບພຶ້ນທີ່ສ່ຽງຕ່າງໆ ຢູ່ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ສະພາະກິດທ່ານນຶ່ງເວົ້າວ່າ ປັດຈຸບັນເຈົ້າໜ້າທີ່ໄດ້ແກ້ໄຂແລະປ້ອງກັນ ໄດ້. ເພຶ່ອບໍ່ໃຫ້ເກີດການຣະບາດ ແລະມີຜູ້ຕິດ ເຊຶ້ອເພິ້ມອີກ, ເຈົ້າໜ້າທີ່ໄດ້ປິດບາງແຫ່ງ ແລະ ໄປສີດຢາຂ້າເຊຶ້ອພ້ອມທັງເອົາຄົນ ທີ່ຕິດເຊຶ້ອມາກັກກັນເປັນເວລາ 14 ມື້.
“ກໍມີແຕ່ຄະນະເຂົາເຈົ້າແຫຼະ ແຕ່ນັກຮຽນບໍ່ໄດ້ມາ ເຂົາເຈົ້າຮຽນທາງອອນລາຍເອົາ ໄດ້ພົ່ນຢາຂ້າເຊື້ອກັກໂຕຕິດຕາມ ມັນຈະມີ ພະນັກງານປະຈຳປ່່ຽນກັນມາ ວັນທີ 4 ນີ້ເພິ່ນຊິຖແລງປິດ ຫລື ເປີດຕໍ່.”
ເຈົ້າໜ້າທີ່ພາກຣັດ ທ່ານນຶ່ງເວົ້າວ່າ ປັດຈຸບັນຕາມຫ້ອງການຕ່າງໆ ເຈົ້າຫນ້າທີ່ກໍໄດ້ຈັດຕາຕະລາງ ປ່ຽນເວນກັນເຂົ້າມາເຮັດວຽກ ເພຶ່ອເປັນການຮັກສາໄລຍະຫ່າງ ແລະ ປ້ອງກັນ ການຕິດໂຄວິດ-19D
“ສົມມຸດວ່າ ຫ້ອງການນຶ່ງມີ 5 ຄົນ ອາດໄດ້ໄປແຕ່ລະສອງ ຫຼື ສາມ ປ່ຽນກັນນ່າ ປ່ຽນໆກັນຈົນກວ່າສະພາບຈະປົກກະຕິ ຜູ້ທີ່ວ່າຢູ່ ໃນກຸ່ມສ່ຽງມາເຮັດວຽກ ເພິ່ນໄດ້ເອົາກັກໂຕ.”
ເຈົ້າໜ້າທີ່ພາກຣັດ ອີກທ່ານນຶ່ງເວົ້າວ່າ ສຳລັບການເຂົ້າໄປເຮັດວຽກໃນຫ້ອງການ ແຕ່ລະຜແນກມີການປ່ຽນມື້ກັນມາເຮັດວຽກ ຖ້າຫາກ ມີຜູ້ໃດຕິດເຊຶ້ອໂຄວິດ-19 ຫຼື ຜູ້ສຳພັດໃກ້ຊິດ ເຂົ້າໄປເຮັດວຽກ ທາງການກໍຈະປິດຫ້ອງການ ນັ້ນໄປກອ່ນ, ຝົ່ນຢາຂ້າເຊຶ້ອ ແລະ ນຳໄປກັກໂຕເປັນເວລາ 14 ມື້.
“ສະຖານທີ່ ທີ່ຄົນຕິດເຊື້ອນີ້ໄປເນາະ ຂ້າເຊື້ອ ແລະ ກໍປິດພ້ອມ ຜູ້ທີ່ວ່າຄັນຕົກຢູ່ໃນກຸ່ມສ່ຽງ ເພິ່ນກໍສັ່ງໃຫ້ພັກເລີຍ ບໍ່ໃຫ້ໄປວຽກ ກັກໂຕ 14 ວັນເລີຍ ມື້ນີ້ໃຫ້ຜູ້ນີ້ໄປສອງຄົນ ມື້ອື່ນຜູ້ທີ່ວ່າໄປແລ້ວ ຫັ້ນພັກ ໃຫ້ຜູ້ນີ້ໄປປ່ຽນກັນໄປຈັ່ງຊັ້ນນ່າ.”
ຄະນະສະເພາະກິດໂຄວິດ-19 ຣາຍງານວ່າ ຢູ່ນະຄອນຫຼວງວຽງຈັນ ມີພຶ້ນທີ່ສີແດງຊຶ່ງເປັນສະຖານທີ່ສ່ຽງ ຕໍ່ການຕິດເຊຶ້ອໂຄວິດ-19 ຢູ່ 21 ບ້ານໃນ 7 ເມືອງ.
ສຳລັບວັກຊິນ ຍີ່ຫໍ້ Pfizer ທີ່ປະເທດລາວ ຈະໄດ້ຮັບຈາກອົງການອະນາມັຍໂລກ ປະມານ 1 ແສນປາຍໂດສ ນັ້ນພາກສ່ວນກ່ຽວ ຂ້ອງຈະສັກໃຫ້ 3 ກຸ່ມບູຣິມະສີດຄື ຜູ້ສຸງອາຍຸ 60 ປີ ຂຶ້ນໄປ, ຜູ້ທີ່ມີໂຣຄປະຈຳໂຕ ອາຍຸ 19 ປີຂຶ້ນໄປ ແລະ ພະນັກງານແພດ ແລະ ໝໍ ຫຼື ພະນັກງານດ່ານຫນ້າ ຜູ້ທີ່ພາດໂອກາດ ໃນການສັກວັກຊິນໃນໄລຍະ ຜ່ານມາ,ໃນເວລາດຽວກັນ ທາງການຈີນ ກໍ ປະກາດຈະໃຫ້ວັກຊິນ ແກ່ຣັຖບານລາວ ຕື່ມອີກ 5 ແສນໂດສ.
ອີງຕາມການຣາຍງານ ຂອງໜ່ວຍສະເພາະກິດ ປ້ອງກັນໂຄວິດ-19 ໃນວັນທີ 2 ມິຖຸນາ ຜ່ານມາ ມາຮອດປັດຈຸບັນ ມີຜູ້ໄດ້ຮັບການ ກວດວິເຄາະຫາເຊຶື້ອໂຄວິດ-19 ໃນລາວແລ້ວ ທັງໝົດ 252,428 ຄົນ ໃນນັ້ນມີ 1,934 ຄົນໄດ້ຕິດເຊື້ອ, 3 ຄົນເສັຽຊີວິດ, 1,637 ຄົນປົວເຊົາ ແລະ 294 ຄົນຍັງປົວຢູ່ໂຮງຫມໍ.
ສ່ວນການສັກຢາປ້ອງກັນ covid-19, ດຽວນີ້ມີຄົນທີ່ໄດ້ຮັບ ການສັກວັກຊິນໄປແລ້ວ. ໂດຍແຍກອອກເປັນເຂັມທີ 1 ຈຳນວນ 664,661 ຄົນ ແລະ ເຂັມທີ 2 ຈຳນວນ 249,353 ຄົນ.