ຊາວໜຸ່ມຢາກໄດ້ສູນແນະນໍາ ສຸຂພາບ ທາງເພດ


2013.11.27
F-default ຊາວໜຸ່ມ ຢາກໄດ້ສູນແນະນໍາ ສຸຂພາບ ທາງເພດ
RFA

 

ຊາວໜຸ່ມລາວຕ້ອງການ ຢາກໃຫ້ມີສູນບໍຣິການ ໃຫ້ຄໍາແນະນໍາກ່ຽວກັບ ບັນຫາສຸຂພາບທາງເພດຫລາຍຂຶ້ນ. ຊາວໜຸ່ມໄວລຸ້ນລາວສມັຍນີ້ ມັກມີບັນຫາສຸຂພາບທາງເພດ ຫຼາຍຢ່າງ ເຊັ່ນມັກເປັນໂຣກຕິດຕໍ່ ເພດສັມພັນ ແລະຜູ້ຍິງກໍຖືພາມານກ່ອນແຕ່ງງານຫລືຍັງ ຢູ່ໃນວັຍຮຽນຢູ່. ແຕ່ປະກົດວ່າ ໄວລຸ້ນລາວສ່ວນຫລາຍ ບໍ່ຢາກໄປຫາໝໍຢູ່ໂຮງໝໍໃຫຍ່ ເພາະອາຍມັກໄປສູນບໍຣິການນ້ອຍໆ ທີ່ບໍ່ຈຳເປັນຕ້ອງເປີດເຜີຍຊື່. ດັ່ງພະນັກງານ ບັນຫາສຸຂພາບທາງເພດທ່ານນຶ່ງເວົ້າວ່າ:

“ຂະເຈົ້າກໍຈະເວົ້າໃນລັກສນະນີ້ ຄືຖ້າໄປໂຮງໝໍໃຫຍ່ແລ້ວ ຂະເຈົ້າຈະອາຍ ສ່ວນໃຫຍ່ທີ່ເກີດຂື້ນຄື ອາຍບາງທີ່ອາດຈະຖືກ ນາຍໝໍຜູ້ຊາຍ ຫົວເພາະທັສນະຄະດີຂອງນາຍໝໍບາງຄົນ ຂະເຈົ້າກໍຍົກເຣື່ອງປັນຫາ ຕົວນີ້ຂື້ນມາ.”

ຕາມຂໍ້ມູນຈາກສະຫະພັນແມ່ຍິງລາວ ເມື່ອປີ 2013 ນີ້ ສາຍໂທຣະສັບ Hotline ທີ່ໃຫ້ຄຳແນະນໍາກ່ຽວກັບບັນຫາສຸຂພາບທາງເພດ ໄດ້ຮັບ ສາຍຈາກຜູ້ມີບັນຫາເຖິງເດືອນລະ 2,000-3,000 ຄົນ ແລະສະເພາະ ປີນີ້ໄດ້ໃຫ້ຄຳແນະນໍາ ໄປແລ້ວກວ່າ 30 ພັນຄົນ. ເຖິງຢ່າງໃດກໍຕາມ ການເປີດ Hotline ແບບນີ້ ຍັງບໍ່ທົ່ວເຖິງ ມີແຕ່ຢູ່ໃນເມືອງໃຫຍ່ໆເທົ່ານັ້ນ ດີແທ້ຢາກໃຫ້ຂຍາຍການບໍຣິການໃຫ້ກວ້າງຂວາງອອກກວ່ານີ້.

ປັດຈຸບັນ ສັງຄົມລາວກຳລັງປ່ຽນແປງ ວັຍລຸ້ນມັກກິນເຫລົ້າ ຫລິ້ນກິນຟຸມເຟືອຍ ຮ່ວມເພດ ແລະຕິດຢາເສບຕິດຫລາຍຂື້ນ. ຜູ້ຍິງທີ່ຍັງມີອາຍຸບໍ່ເຖິງກະສຽນຫລາຍຄົນ ກາຍເປັນໂສເພນີ ຮ່ວມເພດຢ່າງ ບໍ່ປອດໄພ ມີຄວາມສ່ຽງສູງຈະຕິດເຊື້ອໂຣກ HIV ຊຶ່ງເປັນເຊື້ອໂຣກທີ່ພາ ໃຫ້ເປັນໂຣກເອດສ໌ ແລະມີຄວາມສ່ຽງສູງຈະມີລູກກ່ອນເວລາອັນຄວນ.

ປັດຈຸບັນຢູ່ຫລາຍ ເມືອງຫລາຍແຂວງໃນລາວ ມີຄລີນິກເຖື່ອນ ຮັບເອົາລູກອອກຫລືທໍາແທ໊ງຢ່າງບໍ່ປອດໄພ. ຜູ້ຍິງລາວທີ່ມີຄວາມສ່ຽງສູງເຫລົ່ານີ້ ສ່ວນຫລາຍເປັນຜູ້ທີ່ບໍ່ມີການສຶກສາສູງ ບໍ່ຮູ້ບໍ່ເຂົ້າໃຈ ເຖິງໄພອັນຕຣາຍ ຂອງການຮ່ວມເພດ ໂດຍທີ່ບໍ່ມີການ ປ້ອງກັນຢ່າງຄັກແນ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.