ທຸກດ່ານຂອງລາວເຂັ້ມງວດ ກວດກາ ໂຄວິດ-19

ຈໍາປາທອງ
2020.03.23
F-border ດ່ານຕໍາຣວດ ກວດຄົນ ເຂົ້າ-ອອກເມືອງ ທີ່ແຂວງ ຈໍາປາສັກ
RFA

ພາຍຫລັງຣັຖບານໄທ ໄດ້ເຕືອນ ແລະມີສັ່ງປິດກິຈການຫລາຍແຫ່ງ ແລະປິດດ່ານບໍ່ໃຫ້ຄົນເຂົ້າ-ອອກ ປະເທດທຸກແຫ່ງ ເພື່ອຄວບຄຸມການ ຣະບາດ ຂອງໄວຣັສ ໂຄວິດ-19 ຢູ່ໄທ, ຄົນງານລາວ ທີ່ເຮັດວຽກຢູ່ໄທ ຫລາຍພັນຄົນ ພາກັນເດີນທາງກັບ ຄືນປະເທດ ແລະເພື່ອປ້ອງກັນ ການຣະບາດຂອງໄວຣັສ ດັ່ງກ່າວ ທາງການລາວ ກໍໄດ້ສັ່ງໃຫ້ທຸກດ່ານສາກົນ ທົ່ວປະເທດ ກວດຄົນງານລາວ ທີ່ກັບຄືນມາປະເທດເຂັ້ມງວດ ໂດຍແຕ່ລະດ່ານຈະມີ ທິມແພດ ແລະໝໍ ປະຈໍາການຕລອດ 24 ຊົ່ວໂມງ, ດັ່ງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ມິນາ ນີ້ວ່າ:

"ຜູ້ທີ່ມາແຕ່ປະເທດທີ່ມີການລະບາດມາ ເຂົາກໍເຮັດການຕິດຕາມຫັ້ນແລ້ວ ບ່ອນກັ່ນກອງ ເຂົາມີໝົດແລ້ວ ມາດຽວນີ້ ມີແຕ່ດ່ານສາກົນ ດ່ານທ້ອງຖິ່ນບໍ່ມີແລ້ວ ປິດແລ້ວຖາວອນແລ້ວ ກັ່ນກອງຢູ່ດ່ານສາກົນ ຫັ້ນແລ້ວຜູ້ໃດຂ້າມມາ ຄັນວ່າຢູ່ໃນເກນຂອງອະນາມັຍໂລກ ບອກ ໄດ້ກັກເລີຍ ຄັນວ່າຜູ້ໃດບໍ່ມີຫຍັງ ຍັງປົກກະຕິກໍຕິດຕາມ ຂຶ້ນບັນຊີລະອຽດ ເຈົ້າຢູ່ບ້ານໃດ ເມືອງໃດ ແຂວງໃດ ລາຍງານໃຫ້ທ້ອງຖິ່ນ ກ່ຽວຂ້ອງ ຮັບຊາບໂດຍດ່ວນ.”

ທ່ານກ່າວວ່າ ຖ້າກວດພົບຄົນງານລາວ ຜູ້ໃດ ຢູ່ໃນເກນທີ່ມີຄວາມສ່ຽງຕໍ່ການຕິດເຊື້ອໄວຣັສ ໂຄວິດ-19, ມີອາການໄອ, ຈາມ ແລະໄຂ້ສູງ ກໍຈະຖືກກັກໂຕຢູ່ ໂຮງໝໍແຂວງ ທີ່ມີໃນທົ່ວປະເທດ ເພື່ອໃຫ້ສູນກວດ ເຊື້ອໄວຣັສ ກວດຢ່າງລະອຽດ. ແຕ່ສໍາລັບຜູ້ທີ່ບໍ່ມີອາການນັ້ນ ກໍຈະ ໃຫ້ກັບບ້ານ ແຕ່ຕ້ອງໄດ້ກັກໂຕເອງໄວ້ 14 ມື້ ເພື່ອເຝົ້າຣະວັງ, ບໍ່ໃຫ້ອອກໄປໃສ.

ທ່ານກ່າວອີກວ່າ ມາຮອດປັດຈຸບັນ ປະເທດລາວ ຍັງບໍ່ພົບຄົນຕິດເຊື້ອໄວຣັສ ໂຄວິດ-19 ເທື່ອ ແຕ່ກໍເຝົ້າຣະວັງ ທຸກພື້ນທີ່ຢ່າງເຂັ້ມງວດ ໃນທົ່ວປະເທດ.

ເວົ້າເຖິງເຣຶ່ອງຄົນງານລາວ ກັບຄືນປະເທດໃນລະຍະນີ້ ເຈົ້າໜ້າທີ່ປະຈໍາດ່ານສາກົນ ຂົວມິຕພາບ ລາວ-ໄທ ແຫ່ງທີ 2 ທີ່ແຂວງສວັນນະ ເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ມີຄົນງານລາວຫຼາຍ ພັນຄົນ ເດີນທາງກັບຄືນປະເທດ ຜ່ານດ່ານສາກົນລາວ-ໄທ.

ປັດຈຸບັນ ກໍາລັງຂ້າມດ່ານ ແລະຂ້າມໃຫ້ໝົດກ່ອນ 10:00 ໂມງກາງຄືນ ຂອງມື້ວັນທີ 23 ມິນານີ້ ຄືກ່ອນຈະປິດດ່ານ ຊົ່ວຄາວໄປຈົນກວ່າ ຈະມີ ແຈ້ງການໃຫ້ເປີດໃໝ່ດັ່ງທີ່ ທ່ານກ່າວວ່າ:

”ປິດ 10 ໂມງ ສີ່ທຸ້ມ ຄົນຫຼາຍໆໃດ໋ ຢູ່ນີ້ກໍຍັງປະມານ 2,500 ຄົນບໍມາມື້ຄືນ (ວັນທີ 22 ມິນາ 2020) ກໍປະມານ 4-5 ຄັນ ກໍທະຍອຍ ຂ້າມມາ ຢູ່ນີ້ແຫລະ”

ທ່ານເວົ້າວ່າ ໃນໄລຍະນີ້ ດ່ານທີ່ມີຄົນງານລາວ ມາຜ່ານຫລາຍທີ່ສຸດ ແມ່ນດ່ານສາ ກົນວັງເຕົ່າ-ຊ່ອງເມັກ ແຂວງຈໍາປາສັກ ຄືມີປະມານ 2-3 ພັນຄົນຕໍ່ມື້. ສໍາລັບດ່ານສາກົນ ແຂວງສວັນນະເຂດ ສະເພາະ ມື້ ວັນທີ 22 ມິນາ ມີປະມານ 2,500 ຄົນ.

ອີງຕາມການຣາຍງານຂອງສື່ມວນຊົນໄທ ເມື່ອກ່ອນນີ້, ດ່ານຊາຍແດນໄທ-ລາວ ທຸກແຫ່ງຈະປິດການເຂົ້າ-ອອກ ແຕ່ວັນທີ 23 ມິນາ ຫາ ວັນທີ 20 ເມສາ 2020 ນີ້. ແຕ່ກໍຍັງຈະເປີດໃຫ້ ການຂົນສົ່ງສິນຄ້າ ທີ່ຈໍາເປັນຜ່ານໄດ້ ຕາມປົກກະຕິ ແຕ່ຕ້ອງໄດ້ກວດກາ ຢ່າງລະອຽດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.