ຄົນງານ ຈາກໄທຍ ກັບເມືອເຮືອນ ພາຍຫຼັງ 14 ມື້
2020.04.14

ຄົນງານລາວ ທີ່ກັບຈາກປະເທດໄທຍ ແລະ ຖືກທາງການລາວ ຈັດສັນສູນໃຫ້ກັກໂຕ ຕາມແຂວງຕ່າງໆ ມາເຖິງ ປັດຈຸບັນ ແພດໄດ້ອອກ ໃບຢັ້ງຢືນອະນຸຍາດ ໃຫ້ກັບເຮືອນແລ້ວ, ດັ່ງ ເຈົ້າໜ້າທີ່ ນະຄອນໄກສອນ ພົມວິຫານ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 14 ເມສາ ວ່າ ຄົນງານລາວ ທີ່ກັບຈາກໄທຍ 1 ພັນປາຍຄົນ ເຣີ່ມກັບເມືອເຮືອນ ຂອງໃຜລາວແລ້ວ ພາຍຫຼັງ ທີ່ແພດໄດ້ອອກໃບຢັ້ງຢືນ ໃຫ້ວ່າ ກັກໂຕຄົບ 14 ມື້ ບໍ່ມີອາການຕິດເຊື້ອ.
"ເຖິງແມ່ນວ່າ ກັກຢູ່ສູນ 1 ວັນ ແລ້ວ ພວກເຮົາ ເຮັດໃບຢັ້ງຢືນ ອອກໃຫ້ໄປ ຢູ່ເຮືອນໃຜເຮືອນລາວ ແຕ່ວ່າ ໃຫ້ເຝົ້າຣະວັງຕົວເອງ ຢ່າງນ້ອຍ ອາທິດນຶ່ງ ຮັກສາໂຕເອງນັ້ນແຫລະ ຕາມມາຕການສະກັດກັ້ນພຍາດ ທີ່ທາງສະເພາະກິດ ພວກເຮົາ ວາງອອກ."
ທ່ານໄດ້ກ່າວຕື່ມວ່າ ພາຍຫຼັງ ທີ່ຄົນງານ ໄປຢູ່ນຳຄອບຄົວແລ້ວ ອົງການປົກຄອງບ້ານ ຍັງຕ້ອງໄດ້ຕິດຕາມ ອາການຕື່ມອີກ ຖ້າໃຜສະແດງ ອາການ ທາງບ້ານ ຈະໄດ້ຣາຍງານຕໍ່ ເຈົ້າໜ້າທີ່ ເພື່ອນຳໂຕ ມາກວດ ຄືນໃໝ່. ປັດຈຸບັນ ຍັງເຫຼືອອຄົນງານອີກ 300 ປາຍຄົນ ທີ່ຖືກກັກໂຕ ຕາມສູນຕ່າງໆ.
ໃນຂນະທີ່ ສູນກັກໂຕ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ມີຄົນງານລາວ ປະມານ 200 ຄົນ ເຈົ້າໜ້າທີ່ ກໍເຣີ່ມ ອອກໃບຢັ້ງຢືນ ອະນຸຍາດ ໃຫ້ຄົນງານລາວ ອອກຈາກສູນ ໄປຢູ່ກັບຄອບຄົວ ແຕ່ຍັງຕ້ອງ ຕິດຕາມອາການ ຕື່ມອີກ 7 ມື້ ເພື່ອຄວາມແນ່ນອນ, ດັ່ງເຈົ້າໜ້າທີ່ ເມືອງສີໂຄດຕະບອງ ໄດ້ກ່າວຕໍ່ ເອເຊັຽເສຣີວ່າ ຕອນນີ້ ກັກໂຕຄົບ 14 ມື້ແລ້ວ ເຈົ້າໜ້າທີ່ໄດ້ ອະນຸຍາດ ໃຫ້ກັບ ແຕ່ຍັງສືບຕໍ່ ຕິດຕາມອາການ.
"ຜູ້ກ່ຽວ ໄດ້ກັກໂຕ ຄົບ 14 ວັນແລ້ວ ເຮົາກໍໃຫ້ໄປບ້ານໃຜບ້ານມັນ ແລ້ວກໍເຝົ້າຣະວັງ ຢູ່ບ້ານ ເພາະປົກກະຕິ ບ້ານເຂົາ ຈະກຳນົດ ໄດ້ໝົດເດ້ ວ່າແຮງງານ ມາເທົ່າໃດໆ ເຂົາເກັບກຳແລ້ວ ຫຼັງຈາກ ຮອດກຳນົດ 14 ວັນ ເຮົາກໍເຮັດໃບຢັ້ງຢືນ ໃຫ້ຜູ່ກ່ຽວ ຮອດກຳນົດ 14 ວັນ ແລ້ວ ຄັນຖ້າວ່າ ມີອາການເປັນໄຂ້ ເປັນໜາວ ແພດ ເຮົາຈະໄດ້ລົງໄປ ຕິດຕາມຕື່ມ."
ທ່ານໄດ້ກ່າວຕື່ມວ່າ ຄົນງານລາວ ຍັງອີກ 26 ຄົນ ຍັງຄົງຕ້ອງກັກໂຕ ຢູ່ສູນໂດຍມີ ທີມແພດ ມາວັດແທກ ອຸນຫະພູມ ມື້ລະ 2 ເທື່ອ ນອກຈາກນີ້ ຍັງມີນັກທຸຣະກິຈ ຊ່ອຍເຫຼືອ ເຣື່ອງອາຫານ ເຄື່ອງດື່ມ ໃຫ້ຜູ້ຖືກໂຕ ໃນສູນ.
ສ່ວນເມືອງໂພນໂຮງ ແຂວງວຽງຈັນ ມີຄົນງານລາວ ກັບຈາກໄທຍ ຖືກກັກໂຕ ປະມານ 163 ຄົນ ປັດຈຸບັນ ເຈົ້າໜ້າທີ່ ໄດ້ອະນຸຍາດ ໃຫ້ກັບບ້ານ ແລ້ວ ດັ່ງເຈົ້າໜ້າທີ່ ເມືອງໂພນໂຮງ ໄດ້ກ່າວວ່າ ພາຍຫຼັງ ອະນຸຍາດ ໃຫ້ກັບບ້ານ ເຈົ້າໜ້າທີ່ ກໍຕ້ອງໄດ້ຕິດຕາມ ອາການເຊັ່ນກັນ.
"ຂະເຈົ້າ ກໍຕ້ອງໄດ້ຕິດຕາມ ແລະ ກໍມີເພີ່ນມອບໃຫ້ ອົງການປົກຄອງບ້ານນັ້ນ ຕິດຕາມວ່າ ຜູ້ກ່ຽວມີ ສຸຂພາບ ແນວໃດ ກໍໄດ້ຣາຍງານດ່ວນ."
ທ່ານໄດ້ກ່າວຕື່ມວ່າ ສ່ວນຄົນງານລາວ ທີ່ເຫຼືອອີກ 33 ຄົນ ຈະຕ້ອງສືບຕໍ່ກັກໂຕຢູ່ສູນ ຖ້າຄົບຕາມກຳນົດ 14 ມື້ ກໍອະນຸຍາດ ໃຫ້ກັບບ້ານໄດ້. ອີງຕາມການຣາຍງານ ຂອງ ທ່ານ ພູທອນ ເມືອງປາກ, ຮອງຣັຖມົນຕຼີ ກະຊວງສາທາຣະນະສຸກ, ເມື່ອວັນທີ 14 ເມສາ ວ່າ:
ແຕ່ວັນທີ 20 ມີນາ ເປັນຕົ້ນມາ ມີຄົນງານລາວ ທີ່ກັບມາຈາກໄທຍ ໂດຍຜ່ານດ່ານຕ່າງໆ ຈຳນວນ 113,404 ຄົນ ໃນນັ້ນມີ ສູນກັກໂຕ ທີ່ຮອງຮັບ ທັງໝົດ 2,142 ສູນ. ສາມາດຮອງຮັບ ຄົນງານໄດ້ 68,534 ຄົນ ກັກໂຕເອງ ຢູ່ເຮືອນ 44,874 ຄົນ ໂດຍມີຄອບຄົວ ເປັນຜູ້ຢັ້ງຢືນ ແລະ ອຳນວຍຄວາມສະດວກ.
ມາຮອດວັນທີ 14 ເມສາ ນີ້ທົ່ວປະເທດ ມີຄົນງານ ຈຳນວນນຶ່ງ ໄດ້ຄົບກຳນົດການກັກໂຕ 14 ມື້ ແລະ ສູນຈຳນວນນຶ່ງ ກໍໄດ້ຖືກຍົກເລີກ ມາຮອດວັນທີ 14 ເມສາ ຍັງເຫລືອ 1,735 ສູນ ແລະ ຍັງມີຜູ້ກັກໂຕ ໃນສູນ 38,479 ຄົນ. ສ່ວນຈຳນວນ ຜູ້ກັກໂຕຢູ່ເຮືອນ ຍັງບໍ່ຄົບ ກຳນົດນັ້ນ ມີ 21,553 ຄົນ ແລະ ການກວດຫາເຊື້ອ ຂອງຄົນງານລາວ ບໍ່ພົບຜູ້ຕິດເຊື້ອ.