ອີກຜູ້ນຶ່ງຕິດໂຄວິດ-19 ຢູ່ ແຂວງຈໍາປາສັກ

ຈໍາປາທອງ
2021.02.03
ອີກຜູ້ນຶ່ງຕິດໂຄວິດ-19 ຢູ່ ແຂວງຈໍາປາສັກ ການກວດກາຂອງເຈົ້າໜ້າທີ່ ຢູ່ຕາມເຂດຕ່າງໆ ທີ່ ໃກ້ກັບດ່ານຊາຍແດນ ເທື່ອປ້ອງກັນການລັກລອບ ເຂົ້າ-ອອກ
ພາບປະກອບ: ນັກຂ່າວພົລເມືອງ

ກະຊວງສາທາຣະນະສຸກ ຣາຍງານໃນມື້ວັນທີ 3 ກຸມພາ 2021 ນີ້ວ່າຢູ່ລາວກວດພົບຜູ້ຕິດໂຄວິດ-19 ຕື່ມອີກ 1 ຄົນເປັນຄົນງານ ເພດຍິງ ອາຍຸ 20 ປີ ທີ່ເດີນທາງມາຈາກ ແຂວງ ສະມຸດປະການ ປະເທດໄທຍ ຄືເປັນຄົນທີ 45. ຜູ້ກ່ຽວມີຜູ້ໃກ້ຊິດ 35 ຄົນ ຊຶ່ງເຈົ້າໜ້າທີ່ໄດ້ເກັບໂຕຢ່າງໄປກວດແລ້ວ ແຕ່ຍັງບໍ່ພົບຜູ້ໃດຕິດເຊື້ອ ແລະ ໃຫ້ກັກໂຕຢູ່ສູນກັກໂຕ ແຂວງ ຈໍາປາສັກ 14 ມື້, ອີງຕາມຄໍາເວົ້າຂອງ ຍານາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ໃນການຖແລງຂ່າວ ວັນທີ 3 ກຸມພາ 2021 ນີ້:

“ຜູ້ຕິດເຊື້ອເພີ່ມໃນ ສປປລາວ 1 ຄົນ ຈະເປັນກໍຣະນີ ທີ 45 ເພດຍິງອາຍຸ 20 ປີ ສັນຊາດລາວ ອາຊີບແມ່ບ້ານ ເດີນທາງມາຈາກ ສມຸດປຣາການ ປະເທດໄທຍ ໃນວັນທີ 30 ມັງກອນ. ຈາກ ນັ້ນວັນທີ 1 ແມ່ນໄດ້ຮັບຜົລກວດ ຢູ່ໂຮງໝໍ ແຂວງຈໍາປາສັກ ພົບເຊື້ອ ໂຄວິດ-19 ຈຶ່ງໄດ້ຖືກແຍກປ່ຽວ ແລະ ໄດ້ນອນຕິດຕາມຢູ່ໂຮງໝໍ ແຂວງຈໍາປາສັກ.”

ຍານາງກ່າວຕື່ມວ່າ ຜູ້ຕິດໂຄວິດ-19 ດັ່ງກ່າວ ເດີນທາງມາຈາກ ແຂວງສະມຸດປະການ ປະເທດໄທຍ, ຜູ້ກ່ຽວໄດ້ນັ່ງຣົດໂດຍສານ ຈາກສະຖານີໝໍຊິດ ມາເຖິງດ່ານຊ່ອງເມັກ ແຂວງອຸບົນ ໃນມື້ວັນທີ 30 ມົກກະຣາ 2021 ແລະ ວັນທີ 31 ມົກກະຣາ ໄດ້ຂ້າມມາ ດ່ານວັງເຕົ່າ ແຂວງຈໍາປາສັກ ໂດຍນັ່ງຣົດໂດຍສານ ຮ່ວມກັບຄົນອື່ນອີກ 35 ຄົນ ແລະ ເຈົ້າໜ້າທີ່ ແຂວງຈໍາປາສັກ ໄດ້ນໍາໂຕໄປ ສູນກັກກັ້ນ ເພື່ອກວດຫາໂຄວິດ-19. ຕໍ່ມາໃນມື້ວັນທີ 1 ກຸມພາ 2021 ຈາກຜົລກວດວິເຄາະ ຂອງໂຮງໝໍແຂວງຈໍາປາສັກ ພົບວ່າ ນາງຕິດໂຄວິດ-19 ແລະ ໄດ້ແຍກປ່ຽວ ນາງ ໄປປິ່ນປົວ.

ທາງການແຂວງຈໍາປາສັກ ໄດ້ອອກແຈ້ງການ ໃນມື້ວັນທີ 2 ກຸມພາ 2021 ກ່ຽວກັບການຍົກຣະດັບ ມາຕການປ້ອງກັນໂຄວິດ-19 ໂດຍໃຫ້ສືບຕໍ່ປິດຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ ທຸກປະເພດ, ບໍ່ອະນຸຍາດໃຫ້ຈັດງານຄອນເສີດ, ງານຣາຕຣີ ສະໂມສອນ ແລະ ງານສລອງບຸນປະເພນີ, ແຕ່ໃຫ້ຈັດ ຕາມປະເພນີໄດ້, ບໍ່ແມ່ນງານໃຫຍ່, ດັ່ງ ເຈົ້າໜ້າທີ່ ທ່ອງທ່ຽວ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ກຸມພາ ນີ້ວ່າ:

"ເຮົາກະບໍ່ປມາດເດ໋ ປະເທດໃກ້ຄຽງເຮົາຣະບາດ. ບຸນປະເພນີໃຫ້ມີແຕ່ວ່າ ບໍ່ໃຫ້ມີຊຸມນຸມຄົນຫລາຍຄົນ ມີແຕ່ພໍ່ແມ່ເຖົ້າແກ່ໄປຟັງ ເທດຟັງທັມ ຈ້າງວົງດົນຕຣີມາລໍາເຣື່ອງ ບໍ່ໃຫ້ມີ ການຄົບງັນ ຊຸມຊົນແອອັດ ໜາແໜ້ນບໍ່ບໍ່ໃຫ້ມີ ຄັນວ່າເຮົາບໍ່ປະຕິບັດ ຄັນເຫັນ, ເຂົາກໍຈະປັບອິຫຍັງພຸ້ນແລ້ວ.”

ເຈົ້າໜ້າທີ່ຕໍາຣວດແຂວງຈໍາປາສັກ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງຄືກັນນັ້ນ ກ່າວວ່າ ຄົນງານລາວທີ່ກັບມາຈາກໄທຍກໍມີກັບ ມາແບບຖືກກົດໝາຍຫລາຍຢູ່, ທຸກຄົນຖືກກັກໂຕ 14 ມື້; ສ່ວນວ່າຜູ້ລັກລອບເຂົ້າມາກໍມີຈໍານວນນຶ່ງ, ທີ່ຜ່ານມາເຈົ້າໜ້າທີ່ຊາຍແດນ ກໍຈັບໄດ້ ແລະ ນໍາມາກວດກາຫາ ໂຄວິດ-19 ແລະ ກັກໂຕຢູ່ສູນ, ບໍ່ຖືກດໍາເນີນຄະດີ, ແຕ່ຖ້າພົບ ພວກທີ່ນໍາພາຄົນເຂົ້າມາ ຫລື ເປັນນາຍໜ້າ ກໍຈະຖືກດໍາເນີນການ ຕາມກົດໝາຍ, ດັ່ງທີ່ທ່ານກ່າວວ່າ:

“ໂຕນີ້ເຮົາກະສິປະເສດ ບໍ່ໄດ້ມັນເປັນຊາຍແດນ ຕາມພູຕາມຜາ ບາງເທື່ອກະສິມີສ່ວນລັກເຂົ້າ ກະມີໂຕໃດເຮົາສືບຮູ້ ແມ່ນນໍາເອົາ ມາກວດກາ ເອົາເຂົ້າສູນນີ້ແລ້ວ ຖ້າມີໂຕໃດເປັນ ຂະບວນການ ຕິດພັນກັບການຂົນຂວາຍຄົນເຮົາ ກະດໍາເນີນແຮງງານ ບາງຄົນ ທີ່ວ່າເຂົາຮູ້ເທົ່າບໍ່ເຖິງການອິຫຍັງ ເຮົາກະບໍ່ໄດ້ດໍາເນີນ.”

ບັນຫາດັ່ງກ່າວເຮັດໃຫ້ຮ້ານຄາຣາໂອເກະ, ສະຖານທີ່ບັນເທີງຕ່າງໆໄດ້ຮັບຜົລກະທົບ, ບາງຮ້ານກໍໄດ້ປິດຊົ່ວຄາວຕື່ມອີກເທື່ອນຶ່ງ, ແຕ່ກໍຍັງມີບາງຮ້ານເປີດຢູ່ ແຕ່ຕ້ອງໄດ້ປະຕິບັດ ຕາມມາຕການປ້ອງກັນ ໂຄວິດ-19, ເຈົ້າໜ້າທີ່ ກໍບໍ່ໄດ້ເຂັ້ມງວດປານໃດ, ຖ້າຫາກຈະເປີດຮ້ານ ກໍຂໍຢ່າໃຫ້ເປັນທີ່ຊຸມແຊວ ແລະ ຄວນມີມາຕການຮັກສາ ໄລຍະຮ່າງ, ມີເຈວລ້າງມື, ໃສ່ຜ້າອັດປາກອັດດັງ, ດັ່ງເຈົ້າຂອງຮ້ານຄາຣາໂອເກະ ແຫ່ງນຶ່ງ, ຢູ່ແຂວງຈໍາປາສັກ ກ່າວວ່າ:

“ມັນກະອຸກໃຈຫັ້ນແຫລະ ເພາະວ່າຮ້ານມັນກໍຫາກວ່າເປີດ ເພິ່ນກໍມາສັ່ງປິດຫັ້ນນ່າ, ເຮົາກໍບໍ່ໄດ້ມີຣາຍໄດ້ອິຫຍັງເດ໋ເພິ່ນກໍບໍ່ໄດ້ ເຂັ້ມງວດອິຫຍັງດອກ, ມີແຕ່ວ່າ ກໍບໍ່ຢາກໃຫ້ເປີດເພງ ເນື່ອງນັ້ນ ຄັນວ່າຢາກຄ້າຢາກຂາຍ ກໍປ້ອງກັນອິຫຍັງຫັ້ນແຫລະ ນອກເສັຽຈາກວ່າ ມັນເປັນຮ້ານອາຫານໃຫຍ່ ທີ່ມີຊື່ສຽງໂດ່ງດັງ ເປັນພັບ ນີ້ຄືເຂົາຈະສັ່ງປິດເລີຍ.”

ແລະເຈົ້າຂອງຮ້ານກິນດື່ມ ແຫ່ງນຶ່ງຢູ່ ແຂວງຈໍາປາສັກ ກໍເວົ້າວ່າຍັງເປີດຮ້ານເປັນປົກກະຕິ, ຂາຍແຕ່ອາຫານ, ທາງຮ້ານມີ ມາຕການປ້ອງກັນໂຄວິດ-19, ແຕ່ໃນໄລຍະນີ້ ກໍບໍ່ມີຜູ້ໃດ ມາກິນຫລາຍ ຊຶ່ງປົກກະຕິກໍມີລູກຄ້າໜ້ອຍຢູ່ແລ້ວ ຍິ່ງໜ້ອຍລົງຕື່ມອີກ:

“ກະທົບຢູ່ ບໍ່ມີແຂກ ຫລຸດລົງຫລາຍ ແຕ່ວ່າເຮົາກະເປີດປົກຕິ ອາຫານກໍຍັງເຂົ້າມາກິນໄດ້ຢູ່ ແຕ່ວ່າກະສິຈໍາກັດຈໍານວນຄົນແດ່ ບໍ່ໃຫ້ເດີນຊິດຄົນບໍ໋ ຫລືວ່າບໍ່ໃຫ້ນັ້ງໃກ້ກັນຫລາຍ.”

ອີງຕາມການຣາຍງານ ຂອງ ກະຊວງສາທາຣະນະສຸຂ, ດຣ. ບຸນກອງ ສີຫາວົງ ຣັຖມົນຕຣີກະຊວງດັ່ງກ່າວ ໄດ້ແຈ້ງການໃນມື້ ວັນທີ 2 ກຸມພາ 2021 ກ່ຽວກັບມາຕການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການ ຣະບາດຂອງໂຄວິດ-19 ນັບແຕ່ວັນທີ 1 ກຸມພາ ເຖິງວັນທີ 31 ມິນາ 2021 ຄືຍັງໃຫ້ໂຈະຖ້ຽວບິນເໝົາລໍາ ມາຈາກຕ່າງປະເທດ ທີ່ມີໂຄວິດ-19 ຣະບາດ, ຍົກເວັ້ນ ຖ້ຽວບິນ ສົ່ງຄົນເຈັບ, ຖ້ຽວບິນຜູ້ໂດຍສານ ຂາອອກ, ໂຈະວີຊາທ່ອງທ່ຽວ ແລະ ຢ້ຽມຢາມ; ຄົນຕ່າງປະເທດ, ນັກລົງທຶນ, ນັກວິຊາການ ທີ່ຈໍາເປັນ ສາມາດເຂົ້າມາໄດ້ ແຕ່ຕ້ອງໄດ້ຮັບອະນຸຍາດ ກ່ອນ; ຍັງປິດດ່ານ ສາກົນ, ດ່ານປະເພນີ ແລະ ດ່ານທ້ອງຖິ່ນ ບໍ່ໃຫ້ຄົນທົ່ວໄປເຂົ້າ-ອອກ, ມີພຽງຣົດຂົນສົ່ງ ທີ່ໄດ້ຮັບອະນຸຍາດ ເທົ່ານັ້ນເຂົ້າມາໄດ້, ບໍ່ໃຫ້ຈັດ ງານຄອນເສີດ, ງານສເລີມສລອງ ທີ່ເປັນງານໃຫຍ່, ສ່ວນງານບຸນ ປະເພນີ ສາມາດຈັດໄດ້ແບບ ກະທັດລັດ ບໍ່ໃຫ້ໃຫຍ່ໂຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.